Homeຂ່າວຕ່າງປະເທດຕັດສິນຈຳຄຸກ 2 ປີ Miss Grand International 2021 ຄະດີໂຄສະນາສິນຄ້າເກີນຈິງ ຮູ້ວ່າສິນຄ້າບໍ່ໄດ້ມາດຕະຖານ ແຕ່ກໍຍັງຂາຍ

ຕັດສິນຈຳຄຸກ 2 ປີ Miss Grand International 2021 ຄະດີໂຄສະນາສິນຄ້າເກີນຈິງ ຮູ້ວ່າສິນຄ້າບໍ່ໄດ້ມາດຕະຖານ ແຕ່ກໍຍັງຂາຍ

Published on

ໃນວັນທີ 19 ພະຈິກ 2025 ທີ່ຜ່ານມາ, ສານ ຫວຽດນາມ ຕັດສິນຈຳຄຸກ 2 ປີ ຫງຽນ ຕຸກ ຕຸຍ ຕຽນ (Nguyen Thuc Thuy Tien) Miss Grand International 2021 ຄະດີໂຄສະນາສິນຄ້າເກີນຈິງ ຫຼອກລວງຜູ້ບໍລິໂພກ

ນອກຈາກ ຫງຽນ ຕຸກ ຕຸຍ ຕຽນ (Nguyen Thuc Thuy Tien) ຖືກສານຕັດສິນຈຳຄຸກແລ້ວ ສານຍັງສັ່ງໃຫ້ຈຳເລີຍທັງ 5 ຄົນ ທີ່ມີສ່ວນກ່ຽວຂ້ອງ ຈ່າຍຄ່າປັບໃໝອິກ 50 ລ້ານດົງ ແລະ ຍຶດຜົນກຳໄລຜິດກົດໝາຍຫຼາຍກວ່າ 12,000 ລ້ານດົງ ເຂົ້າເປັນຂອງລັດ ແລະ ບໍລິສັດຍັງຕ້ອງໃຊ້ເງິນຄືນໃຫ້ກັບຜູ້ເສຍຫາຍທີ່ຊື້ຜະລິດຕະພັນດັ່ງກ່າວອີກດ້ວຍ.

ສານໃຫ້ເຫດຜົນວ່າ ຈຳເລີຍທຸກຄົນຕ່າງຮູ້ດີວ່າ ຄຸນນະພາບຂອງຜະລິດຕະພັນບໍ່ຖືກຕ້ອງກັບທີ່ໂຄສະນາ ແຕ່ຍັງດຳເນີນການໂຄສະນາສິນຄ້າຢ່າງຕໍ່ເນື່ອງ ແຕ່ຄວາມຈິງແລ້ວຜະລິດຕະພັນ ມີການໂຄສະນາເກີນຈິງ ແລະ ຍັງບໍ່ສາມາດລະບຸທີ່ມາຂອງສ່ວນປະກອບຢ່າງຊັດເຈນ. ເຊິ່ງການກະທຳດັ່ງກ່າວສົ່ງຜົນໃຫ້ຜູ້ເສຍຫາຍກວ່າ 56,000 ຄົນ ທີ່ໄດ້ຊື້ຜະລິດຕະພັນ ລວມມູນຄ່າກວ່າ 10 ຕື້ດົງ ຫຼື ປະມານ 8.6 ຕື້ກີບ.

ແຫຼ່ງຂໍ້ມູນ: VnExpress

ບົດຄວາມຫຼ້າສຸດ

ນວ ພົບການສໍ້ລາດບັງຫຼວງ ທັງໝົດ 31 ກໍລະນີ ຢູ່ນະຄອນຫຼວງວຽງຈັນ ໃນນີ້ມີສວຍໃຊ້ຕຳແໜ່ງ 12 ຄົນ

ກອງປະຊຸມສະຫຼຸບວຽກງານກວດກາ 5 ປີ (2021-2025) ທົ່ວນະຄອນຫຼວງວຽງຈັນ ຄັ້ງທີ IV ຈັດຂຶ້ນວັນທີ 6 ພະຈິກ 2026 ທີ່ຫ້ອງວ່າການປົກຄອງນະຄອນຫຼວງວຽງຈັນ ໂດຍເປັນປະທານຂອງທ່ານ ວັນໄຊ...

ເປີດຕົວປຶ້ມໃໝ່ “ປະເທດທີ່ຍິ່ງໃຫຍ່ສ້າງໄດ້ໂດຍຜູ້ນຳທີ່ດີ” ໂດຍ ທ່ານ ດຣ. ອານຸລັກ ກິດຕິຄຸນ

ໃນວັນທີ 3 ພະຈິກ 2026 ທີ່ຜ່ານມາ ຢູ່ ສູນຮ່ວມມືລາວ-ສິງກະໂປ ນະຄອນຫຼວງວຽງຈັນ ທ່ານ ດຣ. ອານຸລັກ ກິດຕິຄຸນ ຜູ້ອຳນວຍການໃຫຍ່ ແລະ...

ປຶກສາຫາລືການສ້ອມແປງທາງ ກໍ່ສ້າງເສັ້ນທາງໃຫ້ສະດວກວ່ອງໄວຍິ່ງຂຶ້ນ

ໃນຕອນເຊົ້າຂອງວັນທີ 04 ພະຈິກ 2026 ທີ່ຫ້ອງວ່າການສໍານັກງານນາຍົກລັດຖະມົນຕີ (ຫສນຍ) ໄດ້ຈັດກອງປະຊຸມປຶກສາຫາລື ກ່ຽວກັບການຈັດຕັ້ງຜັນຂະຫຍາຍທິດຊີ້ນໍາຂອງລັດຖະບານ ໃນການກໍ່ສ້າງ ແລະ ສ້ອມແປງເສັ້ນທາງ ລະຫວ່າງ ຫ້ອງວ່າການສຳນັກງານນາຍົກລັດຖະມົນຕີ ນຳໂດຍທ່ານ...

ລາວ-ຫວຽດນາມ ພົບປະຄັ້ງນີ້, ສອງຝ່າຍໄດ້ຕີລາຄາສູງຕໍ່ສາຍພົວພັນມິດຕະພາບອັນຍິ່ງໃຫຍ່, ຄວາມສາມັກຄີພິເສດ, ການຮ່ວມມືຮອບດ້ານ

ວັນທີ 3 ພະຈິກ 2026 ທີ່ນະຄອນຫຼວງຮ່າໂນ້ຍ, ສະຫາຍ ສອນໄຊ ສີພັນດອນ ກຳມະການກົມການເມືອງສູນກາງພັກ, ປະທານສະພາແຫ່ງຊາດ ແຫ່ງ ສປປລາວ ພ້ອມດ້ວຍຄະນະຜູ້ແທນຂັ້ນສູງ ໄດ້ພົບປະເຮັດວຽກຮ່ວມກັບສະຫາຍ...