ເປັນເວລາກວ່າ 8 ມື້ໃນການໄລ່ຈັບລີງຕິດເຊື້ອ, ກໍລະນີທີ່ເກີດຂຶ້ນ ໃນວັນທີ 28 ເດືອນຕຸລາ 2025 ທີ່ຜ່ານມາ ທີ່ລັດມິດຊີຊິບປີ້ ( Mississippi ), ສະຫະລັດອາເມລິກາ ເຫດລົດບັນທຸກທີ່ບັນຈຸລິງຕິດເຊື້ອເກີດອຸບັນຕິເຫດລົດຂວໍ້າ ເຮັດໃຫ້ລິງໂຕນໜີໄປໄດ້ກວ່າ 21 ໂຕ ແລະ ເສຍຊີວິດ 7 ໂຕ ເຫດການດັ່ງກ່າວເຮັດໃຫ້ປະຊາຊົນທີ່ຢູ່ແຖວນັ້ນຕ່າງຕື່ນຕົກໃຈ ແລະ ຢ້ານກົວ.

ເຊິ່ງທາງເຈົ້າໜ້າທີ່ກໄດ້ປະກາດເເຈ້ງເຕືອນປະຊາຊົນໃນທັນທີເພື່ອໃຫ້ຮັບຮູ້ຢ່າງ
ທັນເຫດການ.ໃນການຂົນສົ່ງຄັ້ງນີ້ແມ່ນຂົນສົ່ງໂດຍ PreLabs, LLC ເຊິ່ງເປັນອົງກອນສະໜັບສະໜູນງານວິໄຈຊີວະທາງການແພດເປັນຜູ້ຮັບຜິດຊອບ ເເລະ ໄດ້ນຳລີງມາຈາກ Tulane University National Biomedical Research Center ເຊິ່ງມະຫາວິທະຍາໄລຍັງໃຫ້ຮູ້ຕື່ມວ່າ ລິງທີ່ຫຼຸດໄປທັງໝົດນີ້ ບໍ່ໄດ້ມີເຊື້ອໂຣກດັ່ງທີ່ຫຼາຍຄົນກ່າວຫາ ແລະ ບໍ່ເຮັດໃຫ້ເກີດຄວາມສ່ຽງຕໍ່ສາທາລະນະສຸກ

ຫຼ້າສຸດ, ເຈົ້າໜ້າທີ່ໃຊ້ໄລຍະເວລາ 8 ມື້ໃນການຈັບລີງທີ່ໂຕນໜີ ພ້ອມໃສ່ອຸປະກອນປ້ອງກັນເຕັມຮູບແບບເຊັ່ນ: ຜ້າຄຸມ, ໜ້າກາກ ເພື່ອຄວາມປອດໄພ ແລະ ສຸດທ້າຍ ກໍສາມາດຈັບລິງໄດ້ທັງໝົດໃນວັນທີ 06 ພະຈິກ 2025 ໂດຍມີປະຊາຊົນເປັນຜູ້ສັງເກດແຈ້ງເຈົ້າໜ້າທີ່ ສົ່ງຜົນໃຫ້ສາມາດຕິດຕາມ ແລະ ເຂົ້າຄວບຄຸມລິງໂຕນັ້ນໄດ້ຢ່າງປອດໄພ.
ແຫຼ່ງຂໍ້ມູນ: Khaosod

