spot_img
Homeຂ່າວການສຶກສາໂຄງການ ASEAN SOAR Together ໄດ້ຮ່ວມແບ່ງປັນເລື່ອງລາວຄວາມສໍາເລັດຂອງ MSME ດິຈິຕ້ອນ ທີ່ງານ ABIS 2025

ໂຄງການ ASEAN SOAR Together ໄດ້ຮ່ວມແບ່ງປັນເລື່ອງລາວຄວາມສໍາເລັດຂອງ MSME ດິຈິຕ້ອນ ທີ່ງານ ABIS 2025

Published on

ສະເຫຼີມສະຫຼອງຜົນສໍາເລັດຂອງການຫັນສູ່ດິຈິຕ້ອນຂອງ MSME ໃນທົ່ວອາຊຽນ ຜ່ານໂຄງການ ASEAN SOAR Together

ກົວລາ ລໍາເປີ, 31 ຕຸລາ 2025 – ມູນນິທິ ອາຊຽນ ຮ່ວມກັບ TikTok Shop ແລະ ສະພາທີ່ປຶກສາທຸລະກິດອາຊຽນ (ASEAN-BAC) ມາເລເຊຍ ໄດ້ສະແດງຜົນສຳເລັດຂອງ ໂຄງການ ASEAN SOAR Together ທີ່ກອງປະຊຸມສຸດຍອດອາຊຽນດ້ານທຸລະກິດ ແລະ ການລົງທຶນ (ABIS) 2025 ທີ່ ກົວລາ ລຳເປີ. ການ​ນໍາສະເໜີດັ່ງກ່າວໄດ້​ຍົກ​ໃຫ້​ເຫັນເຖິງ​ພະລັງ​ແຫ່ງ​ການ​ຮ່ວມ​ມື​ລະຫວ່າງ​ພາກ​ລັດ-​ເອກະ​ຊົນ​ໃນ​ການ​ຊຸກຍູ້​ການ​ຫັນ​ເປັນ​ດີ​ຈີ​ຕ້ອນ​ຂອງ​ ຈຸນລະວິສາຫະກິດ, ວິສາຫະກິດຂະໜາດ​ນ້ອຍ ແລະ ຂະໜາດ​ກາງ (MSME) ​ໃນ​ທົ່ວ​ອາ​ຊຽນ.

ໃນລະຫວ່າງກອງປະຊຸມ, 5 ວິສາຫະກິດ MSME ທີ່ພົ້ນເດັ່ນຈາກ ໂຄງການ ອາຊຽນ SOAR Together ໄດ້ຮ່ວມແບ່ງປັນບາດກ້າວການເດີນທາງຂອງການຫັນເປັນດິຈິຕ້ອນຂອງພວກຕົນ ແລະ ໄດ້ສາທິດການຂາຍເຄື່ອງອອນລາຍແບບໄລ້ສົດໃຫ້ຜູ້ຊົມຈາກທົ່ວພາກພື້ນໄດ້ເບິ່ງ, ທີ່ສື່ໃຫ້ເຫັນເຖິງຄວາມຄິດສ້າງສັນ, ນະວັດຕະກໍາ ແລະ ເຄື່ອງມືທາງດິຈິຕ້ອນທີ່ກໍາລັງຊ່ວຍສ້າງຄວາມເຂັ້ມແຂງໃຫ້ທຸລະກິດຂະໜາດນ້ອຍໃຫ້ຂະຫຍາຍ ແລະ ຈະເລີນເຕີບໂຕໄປໃນທົ່ວອາຊີຕາເວັນອອກສຽງໃຕ້.

ທ່ານ ນາງ ຊານິດາ ໄກຣພັນ, ຜູ້ອໍານວຍການດ້ານນະໂຍບາຍສາທາລະນະ ປະຈໍາພາກພື້ນ ອາຊີຕາເວັນອອກສຽງໃຕ້ຂອງ TikTok ກ່າວວ່າ. “TikTok Shop ມີຄວາມຕັ້ງໃຈຢ່າງເລິກເຊິ່ງທີ່ຈະຊຸກຍູ້ MSME ໃນການຫັນເປັນດິຈິຕ້ອນຂອງພວກເຂົາ ແລະ ໂຄງການ ASEAN SOAR Together ເປັນຕົວຢ່າງສໍາຄັນວ່າພວກເຮົາຈະຊ່ວຍໃຫ້ທຸລະກິດເຫຼົ່ານີ້ເຕີບໂຕແນວໃດ. ຜ່ານການນໍາເອົາການຝຶກອົບຮົມ, ການນໍາໃຊ້ຕົວຈິງ ແລະ ການສ້າງແບຣນໃຫ້ເປັນທີ່ຮັບຮູ້ໃນພາກພື້ນອາຊຽນປະສົມປະສານເຂົ້າກັນນັ້ນ ພວກເຮົາກໍາລັງສ້າງຄວາມເຂັ້ມແຂງແກ່ຜູ້ປະກອບການຜ່ານເຄື່ອງມືທີ່ເຮົາມີ ແລະ ມອບໂອກາດທີ່ຊ່ວຍໃຫ້ພວກເຂົາຈະເລີນເຕີບໂຕທາງດິຈິຕ້ອນ. ທີ່ສຳຄັນທີ່ສຸດແມ່ນພວກເຮົາກຳລັງເຮັດໃຫ້ພວກເຂົາສາມາດໝູນໃຊ້ລະບົບນິເວດການຄົ້ນຫາເພື່ອຊື້ອັນເປັນເອກະລັກຂອງ TikTok Shop ຢ່າງເຕັມສ່ວນ ເຮັດໃຫ້ຜູ້ນໍາໃຊ້ແອັບຂອງພວກເຮົາຖືກເຊື່ອມໂຍງດຶງດູດຜ່ານຄວາມສົນໃຈຂອງຕົນແທ້ໆ, ພ້ອມທັງຊ່ວຍສ້າງໜ້າຮ້ານດິຈິຕ້ອນທີ່ມີປະສິດທິພາບທີ່ທຸກຄົນສາມາດເຂົ້າເຖິງໄດ້, ສາມາດມີສ່ວນຮ່ວມ ແລະ ປະສົບຜົນສໍາເລັດໄປນໍາກັນ.”

ສ້າງ​ຄວາມ​ເຂັ້ມ​ແຂງ​ແກ່ງ MSME ໃຫ້ເຕີບໂຕໄປທົ່ວ​ອາ​ຊຽນ

ໂດຍຮັບຮູ້ວ່າ MSME ເປັນກະດູກສັນຫຼັງຂອງເສດຖະກິດຂອງອາຊຽນ ແຕ່ຍັງປະເຊີນກັບອຸປະສັກຢ່າງຕໍ່ເນື່ອງຕໍ່ການຮັບຮອງເອົາດິຈິຕ້ອນ, ມູນນິທິອາຊຽນ, TikTok Shop, ແລະ ASEAN-BAC ມາເລເຊຍ ໄດ້ເປີດຕົວໂຄງການ ASEAN SOAR Together ເພື່ອຮັດແຄບຊ່ອງຫວ່າງນີ້. ໂຄງການລະດັບ​ພາກ​ພື້ນນີ້​ໄດ້​ສ້າງ​ຄວາມ​ເຂັ້ມ​ແຂງ​ໃຫ້ 50 MSME, ເຊິ່ງ​ເປັນ​ຕົວ​ແທນ​ໃຫ້​ຜູ້​ປະ​ກອບ​ການຈໍານວນ 150 ກວ່າ​ຄົນ​ໃນ​ທົ່ວ​ປະ​ເທດ​ສະ​ມາ​ຊິກ​ອາ​ຊຽນ, ໂດຍ​ຜ່ານ​ການ​ສ້າງ​ຄວາມອາດ​ສາ​ມາດ​ທີ່​ເໝາະ​ສົມ, ການ​ພັດ​ທະ​ນາ​ທັກ​ສະ​ດິ​ຈິ​ຕ້ອນ, ແລະ​ ໂອ​ກາດໃນການສ້າງຊື່ສຽງໃຫ້ເປັນ​ທີ່ຮັບຮູ້.

ຜ່ານບັນດາກອງປະຊຸມ ແລະ ການຝຶກອົບຮົມທີ່ນໍາພາໂດຍ TikTok Shop ແລະ ຜູ້ຊ່ຽວຊານດ້ານການຕະຫຼາດດິຈິຕ້ອນ, ຜູ້ເຂົ້າຮ່ວມໄດ້ປັບປຸງເຕັກນິກການຂາຍເຄື່ອງອອນລາຍຜ່ານການຖ່າຍທອດສົດ, ຍົກລະດັບຄວາມສາມາດໃນການສ້າງຄອນເທັ້ນ ແລະ ສ້າງຄວາມເຂົ້າໃຈໃນການປະຕິບັດໃຫ້ຖືກຕ້ອງຕາມນະໂຍບາຍ. ຈາກນັ້ນພວກເຂົາໄດ້ນຳໃຊ້ທັກສະເຫຼົ່ານີ້  ແລະ ຫັນເອົາຄວາມຮູ້ໄປເປັນຜົນໄດ້ຮັບທາງທຸລະກິດທີ່ເຫັນໄດ້ຊັດເຈນ ແລະ ສ້າງຄວາມຢືດຢຸ່ນທົນທານໃນຕະຫຼາດດິຈິຕ້ອນ ຜ່ານແຄມເປນການແຂ່ງຂັນທາງທຸລະກິດ.

ໂຄງການດັ່ງກ່າວໄດ້ສິ້ນສຸດລົງຢູ່ທີ່ ABIS 2025, ເຊິ່ງ ຫ້າວິສາຫະກິດ MSME ທີ່ມີຜົນດໍາເນີນງານດີທີ່ສຸດຄື—MAGWAI (ຟີລິບປີນ), LALAPIS(ໄທ), Meatless Kingdom (ອິນໂດເນເຊຍ), Redlands Coffee (ຫວຽດນາມ), and Camb-Aha (ກໍາປູເຈຍ)— ໄດ້ຮັບການຍ້ອງຍໍຕໍ່ຜົນສໍາເລັດ ແລະ ນະວັດຕະກໍາທີ່ໂດດເດັ່ນ.

ທ່ານ ດຣ. ປິຕິ ສິຣິສັງນາມ, ຜູ້ອໍານວຍການມູນນິທິອາຊຽນກ່າວວ່າ:ການມີສ່ວນຮ່ວມຂອງພວກເຮົາຢູ່ທີ່ ABIS 2025, ຄຽງຄູ່ກັບ ກອງປະຊຸມສຸດຍອດອາຊຽນ ຄັ້ງທີ 47 ທີ່ປະເທດມາເລເຊຍ, ເປັນເວທີສໍາຄັນທີ່ຊ່ວຍສະແດງໃຫ້ເຫັນຜົນສໍາເລັດທີ່ຊັດເຈນຂອງຄວາມພະຍາຍາມຍົກລະດັບຄວາມອາດສາມາດຂອງພວກເຮົາ.ທ່ານ ປິຕິ ກ່າວເສີມວ່າການໄດ້ເຫັນ MSME ອັນເປັນກະດູກສັນຫຼັງຂອງເສດຖະກິດອາຊຽນ ກໍ່ເທົ່າກັບໄດ້ເຫັນການຂະຫຍາຍຕົວຂອງພວກເຂົາໃນເວທີສາກົນດ້ານດິຈິຕ້ອນ. ສິ່ງດັ່ງກ່າວເປັນການການຢັ້ງຢືນຜົນສຳເລັດຂອງ ໂຄງການ ASEAN SOAR Together ແລະ ຄວາມມຸ່ງໝັ້ນອັນເຂັ້ມແຂງຂອງຄູ່ຮ່ວມງານຂອງພວກເຮົາກໍຄື TikTok Shop, ໃນການຊ່ວຍຜູ້ປະກອບການເຫຼົ່ານີ້ໃຫ້ມີທັກສະດ້ານ e-commerce ທີ່ຈຳເປັນ. ພວກເຮົາເລັ່ງຄວາມພະຍາຍາມຂອງພວກເຮົາເພື່ອຮັບປະກັນການຫັນເປັນດິຈິຕ້ອນແບບມີສ່ວນຮ່ວມ, ຍືນຍົງ, ແລະ ສະໜອງຄວາມຈະເລີນຮຸ່ງເຮືອງທີ່ແທ້ຈິງ, ແບບຍືນຍົງແກ່ຊຸມຊົນໃນທົ່ວພາກພື້ນ”.

ສະເຫຼີມສະຫຼອງການເຕີບໂຕ ແລະ ຜົນປະໂຫຍດຕໍ່ພາກພື້ນ

MSME ສາມາດບັນລຸການເຕີບໂຕຢ່າງໂດດເດັ່ນຜ່ານໂຄງການ ASEAN SOAR Together ຄື:

  • MAGWAI (ຟີລິບປີນ) ມີການເຕີບໂຕຂອງ GMV 79% ແລະ ອັດຕາການປ່ຽນແປງດ້ານຍອດຂາຍເພີ່ມຂຶ້ນ 2.3 ເທົ່າ, ບັນລຸໄດ້ໃນສອງຊົ່ວໂມງຂອງການຂາຍຜ່ານການໄລ້ສົດ ເຊິ່ງຜ່ານມາຕ້ອງໃຊ້ເວລາເຖິງໜຶ່ງເດືອນຈຶ່ງຈະບັນລຸຍອດດັ່ງກ່າວ.
  • LALAPIS (ໄທ) ແບຣນເຄື່ອງນຸ່ງທີ່ນໍາໂດຍແມ່ຍິງ, ມີອັດຕາການປ່ຽນແປງດ້ານການຂາຍເພີ່ມຂຶ້ນ 22% ພາຍໃນສອງເດືອນ.
  • Redlands Coffee (ຫວຽດນາມ) ດຶງ​ດູດ 10.000 ​ເທື່ອ​ຄົນ​ເຂົ້າ​ຊົມ ​ແລະ ຮັບອໍເດີ້​ໃໝ່ 134 ອໍເດີ້ທີ່ມີມູນ​ຄ່າເຖິງ 21.000.000 ດົ້ງ.
  • Camb-Aha (ກໍາປູເຈຍ) ບັນລຸໄດ້ເຖິງ 60% ການຂະຫຍາຍຕົວຂອງຜູ້ຕິດຕາມ, ຍອດວິວວິດີໂອ, ຍອດມີສ່ວນຮ່ວມ ແລະ ການສອບຖາມຂອງລູກຄ້າ.
  • Meatless Kingdom (ອິນໂດເນເຊຍ) ບັນລຸການເຕີບໂຕ 715% ໃນ GMV, ການເພີ່ມຂຶ້ນຂອງຍອດການມີສ່ວນຮ່ວມ 602%, ແລະ 13 ວິດີໂອຖືກສະແດງຢູ່ໃນ ໜ້າ TikTok’s For You Page.

ທ່ານ ຣິດສ໌ກີ້ ອາມາເລຍ (Rizky Amalia), ຜູ້ຕາງໜ້າຂອງ Meatless Kingdom ໄດ້ແບ່ງປັນວ່າ “ກອງ​ປະຊຸມ​ສຸດ​ຍອດ​ຄັ້ງ​ນີ້​ໄດ້​ນຳ​ເອົາ​ຜົນ​ປະໂຫຍດ​ອັນ​ໃຫຍ່​ຫຼວງມາຍັງ​ການ​ພັດທະນາ​ອະນາຄົດ​ຂອງທຸລະ​ກິດ​​ພວກ​ເຮົາ, ​ໂດຍ​ສະ​ເພາະ​ແມ່ນ​ການ​ເປີດ​ກວ້າງ​​ໂອກາດໃນການ​ສົ່ງ​ອອກ ​ແລະ ​ຊຸກຍູ້​ການ​ຮ່ວມ​ມື​ຂ້າມ​ປະເທດ. ພວກ​ເຮົາ​ຫວັງ​ຢ່າງ​ແທ້​ຈິງ​ວ່າ​​ຜ່ານ​ໂຄງການ​ເຊັ່ນ​ນີ້, ທຸ​ລະ​ກິດ​ຂະ​ໜາດ​ນ້ອຍ​ຈະ​ສືບ​ຕໍ່​ຂະ​ຫຍາຍ​ຕົວ, ສ້າງ​ແຮງ​ບັນ​ດານ​ໃຈ, ແລະ​ ສ້າງ​ຄວາມ​ແຕກ​ຕ່າງ​ທາງ​ບວກ​ສໍາ​ລັບ​ຊຸມ​ຊົນ​ທີ່​ກວ້າງ​ຂວາງ,”

ບັນດາຜູ້ແທນຈາກປະເທດສະມາຊິກອາຊຽນ ໄດ້ໄປຢ້ຽມຢາມບູດຂອງໂຄງການ ASEAN SOAR Together – TikTok Shop ທີ່ ABIS 2025 ພ້ອມທັງຊົມເຊີຍໂຄງການທີ່ໄດ້ຊ່ວຍໃຫ້ MSME ຮັບຮອງເອົາການຫັນເປັນດິຈິຕ້ອນໃນພາກປະຕິບັດຕົວຈິງ, ຂະຫຍາຍຕະຫຼາດຂອງພວກເຂົາອອກໄປ  ແລະ ບັນລຸການເຕີບໂຕທາງອອນໄລນ໌ແບບຍືນຍົງ.

​ໂຄງການ ASEAN SOAR Together ໄດ້​ຢໍ້າໃຫ້ເຫັນການ​ຮ່ວມ​ມື​ຢ່າງມີ​ປະສິດທິ​ພາບໃນ​ການ​ພັດທະນາ​ເສດຖະກິດ​ດີ​ຈີ​ຕ້ອນ​ຂອງ​ອາ​ຊຽນ. ທ່ານ ຕັນ ສຣິ ນາເຊຍ ຣາຊັກ (Tan Sri Nazir Razak), ປະທານ ASEAN-BAC ກ່າວວ່າ: ຜ່ານການຮ່ວມມືລະຫວ່າງ TikTok Shop, ມູນນິທິອາຊຽນ ແລະ ASEAN-BAC, ພວກເຮົາໄດ້ເຫັນ MSME ເສີມສ້າງຄວາມອາດສາມາດດ້ານດິຈິຕ້ອນ ແລະ ຄວາມສາມາດໃນການແຂ່ງຂັນໃນພາກພື້ນ. ຜົນໄດ້ຮັບທີ່ຖືກນໍາສະເໜີໃນ ABIS 2025 ທີ່ຜ່ານມາ, ໄດ້ເນັ້ນໃຫ້ເຫັນວ່າໂຄງການທີ່ມີເປົ້າໝາຍຊັດເຈນສາມາດຊ່ວຍຊຸກຍູ້ການເຕີບໂຕແບບມີສ່ວນຮ່ວມ ແລະ ສ້າງຄວາມເຂັ້ມແຂງໃຫ້ແກ່ຜູ້ປະກອບການ ແລະ ການພັດທະນາເສດຖະກິດຂອງໄວໜຸ່ມອາຊຽນ.

ກ້າວ​ໄປ​ສູ່​ອາ​ຊຽນ​ດິ​ຈິ​ຕ້ອນແບບມີສ່ວນຮ່ວມ​

ໂຄງການ ASEAN SOAR Together ເນັ້ນໜັກເຖິງພາລະກິດຂອງມູນນິທິອາຊຽນ ໃນການສົ່ງເສີມເສດຖະກິດດິຈິຕ້ອນແບບມີສ່ວນຮ່ວມ ແລະ ຍືນຍົງ. ຜ່ານ​ການ​ຮ່ວມ​ມື​ຄັ້ງ​ນີ້, ມູນ​ນິທິ​ອາ​ຊຽນ, TikTok Shop, ​ແລະ ອາ​ຊຽນ-BAC ມາ​ເລ​ເຊຍ ສືບຕໍ່ຮັກສາ​ຄຳ​ໝັ້ນ​ສັນຍາ​ຮ່ວມ​ໃນ​ການ​ສ້າງ​ຄວາມ​ເຂັ້ມ​ແຂງ​ໃຫ້​ແກ່​ຜູ້​ປະກອບ​ການ, ຂະຫຍາຍ​ທຸລະ​ກິດ​ທ້ອງ​ຖິ່ນ ​ແລະ ຊຸກຍູ້​ການ​ເຕີບ​ໂຕ​ທີ່​ສະ​ເໝີ​ພາບ​ໃນ​ທົ່ວ​ອາຊີ​ຕາ​ເວັນ​ອອກສຽງ​ໃຕ້.

ຮ່ວມກັນ​ຊຸກ​ຍູ້​ວາ​ລະ​ການ​ຫັນ​ເປັນ​ດິ​ຈິ​ຕ້ອນ​ຂອງ​ອາ​ຊຽນ​ໃຫ້​ສອດ​ຄ່ອງ​ກັບ​ວິ​ໄສ​ທັດ​ປະ​ຊາ​ຄົມ​ອາ​ຊຽນ 2045 ແລະ ​ຂໍ້ຕົກລົງ​ແຜນງານ​ເສດ​ຖະ​ກິດ​ດິ​ຈິ​ຕ້ອນ​ອາ​ຊຽນ (DEFA) ​ຮັບ​ປະ​ກັນ​ບໍ່​ໃຫ້ MSME ຖືກ​ປະຖີ້ມ​ໄວ້ດ້ານຫຼັງ​ໃນ​ການ​ເດີນ​ທາງ​ກ້າວໄປ​ສູ່​ອະ​ນາ​ຄົດ​ດິ​ຈິ​ຕ້ອນ​ແບບມີສ່ວນຮ່ວມ.

ບົດຄວາມຫຼ້າສຸດ

ຈັບໄດ້ທັງໝົດແລ້ວ! ກໍລະນີລົດບັນທຸກລິງປີ້ນທີ່ ສ.ອາເມຣິກາ ເຮັດໃຫ້ລິງຕິດເຊື້ອໂຕນໜີເມື່ອສອງອາທິດທີ່ຜ່ານມາ ປັດຈຸບັນ ສາມາດນຳລິງທັງໝົດກັບມາໄດ້ແລ້ວ

ເປັນເວລາກວ່າ 8 ມື້ໃນການໄລ່ຈັບລີງຕິດເຊື້ອ, ກໍລະນີທີ່ເກີດຂຶ້ນ ໃນວັນທີ 28 ເດືອນຕຸລາ 2025 ທີ່ຜ່ານມາ ທີ່ລັດມິດຊີຊິບປີ້ ( Mississippi ), ສະຫະລັດອາເມລິກາ...

ເຈົ້າໜ້າທີ່ຈັບກຸມ ຄົນໄທ 4 ແລະ ຄົນລາວ 1 ທີ່ລັກລອບຂົນເຮໂລອິນເກືອບ 22 ກິໂລກຣາມ ໄດ້ຄາດ່ານໜອງຄາຍ

ເຈົ້າໜ້າທີ່ຈັບກຸມ ຄົນໄທ 4 ແລະ ຄົນລາວ 1 ທີ່ລັກລອບຂົນເຮໂລອິນເກືອບ 22 ກິໂລກຣາມ ຄາດ່ານໜອງຄາຍ (ດ່ານຂົວມິດຕະພາບແຫ່ງທີ 1) ໃນວັນທີ 3 ພະຈິກ...

ຂໍສະແດງຄວາມຍິນດີນຳ ນາຍົກເນເທີແລນຄົນໃໝ່ ແລະ ເປັນນາຍົກທີ່ເປັນ LGBTQ+ ຄົນທຳອິດ

ວັນທີ 03/11/2025, ຂໍສະແດງຄວາມຍິນດີນຳ ຣອບ ເຈດເທນ (Rob Jetten) ນາຍົກລັດຖະມົນຕີຄົນໃໝ່ຂອງປະເທດເນເທີແລນ ດ້ວຍອາຍຸ 38 ປີ, ແລະ ຍັງເປັນຄັ້ງປະຫວັດສາດຂອງເນເທີແລນ ທີ່ມີນາຍົກລັດຖະມົນຕີອາຍຸນ້ອຍທີ່ສຸດ...

ຫຸ່ນຍົນທຳລາຍເຊື້ອມະເຮັງ ຄວາມຫວັງໃໝ່ຂອງວົງການແພດ ຄາດວ່າຈະໄດ້ນໍາໃຊ້ໃນປີ 2030

ເມື່ອບໍ່ດົນມານີ້, ຜູ້ຊ່ຽວຊານຈາກ Karolinska Institutet ປະເທດສະວີເດັນ, ໄດ້ພັດທະນາຮຸ່ນຍົນທີ່ມີຊື່ວ່າ ນາໂນບອດທີ່ສ້າງຂຶ້ນຈາກດີເອັນເອ ສາມາດເຄື່ອນທີ່ເຂົ້າຜ່ານກະແສເລືອດ ແລະ ປ່ອຍຢາ ເພື່ອກຳຈັດເຊື້ອມະເຮັງທີ່ຢູ່ໃນຮ່າງກາຍ ເຊັ່ນ: ມະເຮັງເຕົ້ານົມ ແລະ...