ວັນທີ 03/11/2025, ຂໍສະແດງຄວາມຍິນດີນຳ ຣອບ ເຈດເທນ (Rob Jetten) ນາຍົກລັດຖະມົນຕີຄົນໃໝ່ຂອງປະເທດເນເທີແລນ ດ້ວຍອາຍຸ 38 ປີ, ແລະ ຍັງເປັນຄັ້ງປະຫວັດສາດຂອງເນເທີແລນ ທີ່ມີນາຍົກລັດຖະມົນຕີອາຍຸນ້ອຍທີ່ສຸດ ແລະ ຍັງເປີດເຜີຍວ່າຕົນເອງເປັນ LGBTQ+ ພ້ອມກ່າວວ່າ ປະຊາຊົນຊາວເນເທີແລນໄດ້ມອບຄວາມຮັບຜິດຊອບອັນໃຫ່ຍຫຼວງໃຫ້ແກ່ຕົນ ແລະ ຮູ້ສຶກດີໃຈເພາະໄດ້ກາຍເປັນພັກທີ່ຖືກເລືອກໂດຍສຽງສ່ວນຫຼາຍຂອງປະຊາຊົນ.

ສິ່ງທີ່ເຮັດໃຫ້ຜູ້ຄົນສົນໃຈ ແລະ ເຂົ້າມາສະແດງຄວາມຄິດເຫັນບໍ່ໄດ້ມີພຽງແຕ່ການເປັນລັດຖະມົນຕີທີ່ເປັນ LGBTQ+ ແລະ ອາຍຸນ້ອຍ, ແຕ່ທ່ານນາຍົກຍັງໄດ້ມີການເປີດໂຕຄົນຮັກທີ່ມີຊື່ວ່າ ຄີນານ (Keenan) ຊາຍອາຍຸ ອາຍຸ 28 ປີ ທີ່ເປັນເຖິງນັກກິລາຮອກກີ້ ທີມຊາດອາເຈນຕິນາ ແລະ ຍັງໄດ້ຮັບສາຍາວ່າ First Gentleman ຂອງປະເທດອາເຈນຕິນາອີກດ້ວຍ. ເຊິ່ງທັງ 2 ທ່ານໄດ້ປະກາດຄົບຫາກັນໃນຊ່ວງປີ 2023 ແລະ ຈັດພິທີການໜັ້ນໃນປີ 2024 ພ້ອມທັງຈະໄດ້ມີພິທີແຕ່ງດອງໃນໄວໆນີ້.
ປະເທດເທີແລນ ເປັນປະເທດທຳອິດຂອງໂລກທີ່ມີການຮອງຮັບການແຕ່ງດອງແບບເທົ່າທຽມ ຫຼື ການແຕ່ງດອງໃນເພດດຽວກັນ ເລີ່ມຕັ້ງແຕ່ວັນທີ 01 ເມສາ ປີ 2001 ເຮັດໃຫ້ຄູ່ຮັກເພດດຽວກັນມີສິດທີ່ຈະແຕ່ງດອງ, ຢ່າຮ້າງ ແລະ ລວມເຖິງສິດໃນການລ້ຽງດູລູກບຸນທຳ ແບບຄູ່ຮັກທົ່ວໄປ.
ແຫຼ່ງຂໍ້ມູນ: TNN

