ເມື່ອປວດຫຼັງຫຼາຍຄົນອາດຈະເລືອກກິນຢາ ຫຼື ໄປຫາແພດ ແມ່ນບໍ່, ແຕ່ມີລາຍງານຂ່າວຈາກເມືອງຫາງໂຈ ປະເທດຈີນ, ເມືອບໍ່ດົນມານີ້ ວ່າ ມີແມ່ຕູ້ຄົນໜຶ່ງ ມີອາການເຈັບຫຼັງ ແລະເລືອກວິທີຮັກສາຕາມຄວາມເຊື່ອຂອງຕົນ ໂດຍການກືນກິນກົບສົດລົງທ້ອງ ຈົນເຮັດໃຫ້ເຊື້ອພະຍາດເຂົ້າສູ່ຮ່າງກາຍ.
ເຊິ່ງກ່ອນເກີດເຫດແມ່ຕູ້ໄດ້ຂໍໃຫ້ພີ່ນ້ອງໄປຈັບກົບຂະໜາດນ້ອຍມາໃຫ້ ໂດຍບໍ່ໄດ້ບອກວ່າຈະເອົາໄປເຮັດຫຍັງ, ພາຍຫຼັງທີ່ໄດ້ກົບສົດໆມາ ໃນມື້ທໍາອິດແມ່ຕູ້ໄດ້ກິນລົງໄປ 5 ໂຕ ແລະ ມື້ຕໍ່ມາກໍໄດ້ກິນອີກ 3 ໂຕ, ບໍ່ດົນຫຼັງຈາກນັ້ນ ກໍເລີ່ມມີອາການເຈັບທ້ອງຮຸນແຮງ ສຸດທ້າຍ ຍາດພີ່ນ້ອງເລີຍນໍາສົົ່ງໂຮງໝໍ.
ເມື່ອອາການເຈັບທ້ອງເລີ່ມຮຸນແຮງຂຶ້ນເລື້ອຍໆ ແມ່ຕູ້ຈຶ່ງໄດ້ບອກກັບທ່ານໝໍວ່າໄດ້ກິນກົບສົດໆເຂົ້າໄປ ທາງແພດຈຶ່ງໄດ້ກວດຮ່າງກາຍຢ່າງລະອຽດ ພົບວ່າໃນຮ່າງກາຍຂອງແມ່ຕູ້ມີສານ ອອກຊີຟິວ ສູງຜິດປົກກະຕິ ເຊິ່ງເປັນສັນຍານຂອງການຕິດເຊື້ອພະຍາດ ເພາະການກິນກົບສົດໆເຂົ້າໄປເຮັດໃຫ້ລະບົບທາງເດີນອາຫານໄດ້ຮັບຄວາມເສຍຫາຍ ເປີດຊ່ອງທາງໃຫ້ເຊື້ອພະຍາດເຂົ້າສູ່ຮ່າງກາຍໄດ້ງ່າຍ. ແມ່ຕູ້ຄົນນີ້ໃຊ້ເວລາຮັກສາຢູ່ໂຮງໝໍປະມານ 2 ອາທິດ ກ່ອນທີ່ຈະກັບມາເປັນປົກກະຕິ.
ເຫດການໃນຄັ້ງນີ້ເປັນກໍລະນີສຶກສາທີ່ສຳຄັນ, ເພາະຍັງມີຄົນບາງກຸ່ມມີຄວາມເຊື່ອຜິດໆໃນການບໍລິໂພກເຊັ່ນ: ກົບສົດໆ, ງູສົດໆ ແລະ ປານໍ້າຈືດສົດໆ ເພື່ອຮັກສາອາການເຈັບໄຂ້ ຫຼື ກິນເພື່ອເປັນຢາກະຕຸ້ນ. ດັ່ງນັ້ນ, ເຮົາຄວນບໍລິໂພກອາຫານທີ່ີປຸງແຕ່ງຜ່ານຄວາມຮ້ອນແມ່ນດີທີ່ສຸດ
ແຫຼ່ງຂໍ້ມູນ: odditycentral