ວັນການທູດລາວຄົບຮອບ 80 ປີ (12/10/1945-12/10/2025) ແມ່ນວັນສຳຄັນທາງປະຫວັດສາດຂອງຊາດ ທີ່ມີຄວາມໝາຍຄວາມສຳຄັນ ເພາະສະແດງອອກພູມປັນຍາຄວາມສະຫລາດສ່ອງໃສຂອງບັນພະບູລຸດ ແລະ ຄວາມສຳເລັດຂອງພາລະກິດຕ່າງໆຕັ້ງແຕ່ອາດີດຮອດປັດຈຸບັນ ແລະ ແນໃສ່ສືບຕໍ່ສ້າງເປັນບົດຮຽນ ເປັນມູນມັງມໍລະດົກຕົກທອດໃຫ້ແກ່ຄົນຮຸ່ນ ໃໝ່ຕໍ່ໆໄປໃນອະນາຄົດ. ເຊິ່ງກົມການເມືອງສູນກາງພັກໄດ້ອອກແຈ້ງການສະບັບເລກທີ 230/ຫສພ, ລົງວັນທີ 19 ມິຖຸນາ 2013 ວ່າດ້ວຍການກໍານົດເອົາວັນທີ 12 ຕຸລາ 1945 ເປັນວັນການທູດລາວ. ພ້ອມກັນນີ້, ຍັງເປັນວັນແຫ່ງຄວາມເອກອ້າງພາກພູມໃຈຂອງນັກການທູດລາວທີ່ມີວັນການທູດລາວເປັນວັນຂອງຕົນເອງ.
ກ່ອນປີ 1976 ລາວມີສາຍພົວພັນການທູດກັບ 44 ປະເທດ ແລະ ມີສະຖານທູດລາວຢູ່ໃນຕ່າງປະເທດ 12 ແຫ່ງ.ມາຮອດປັດຈຸບັນນີ້, ປີ 2025 ລາວໄດ້ເພີ່ມທະວີສາຍພົວພັນການທູດເປັນ 151 ປະເທດ, ມີສໍານັກງານຕາງໜ້າການທູດ ຢູ່ຕ່າງປະເທດ 41 ແຫ່ງ (ໃນນັ້ນ ສະຖານທູດລາວ 27 ແຫ່ງ, ສະຖານທູດລາວທັງເປັນສໍານັກງານຜູ້ຕາງ ໜ້າຖາວອນ 1 ແຫ່ງ ຄື ຢູ່ເຊີແນວ, ສໍານັກງານຕາງໜ້າຖາວອນ 2 ແຫ່ງ ຄື ນິວຢອກ ແລະ ຈາກາຕາ, ມີສະຖານກົງສຸນໃຫຍ່ 10 ແຫ່ງ), ສ່ວນກົງສຸນກິຕິມະສັກຂອງລາວຢູ່ຕ່າງປະເທດ 24 ແຫ່ງໃນ 18 ປະເທດ ແລະ ກົງສຸນກິຕິມະສັກຂອງຕ່າງປະເທດຢູ່ ສປປ ລາວ 18 ແຫ່ງ.
ໃນໂອກາດໃກ້ຈະຮອດວັນສຳຄັນຄັ້ງນີ້, ທ່ານ ສະເຫຼີມໄຊ ກົມມະສິດ, ຮອງນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ໄດ້ໃຫ້ສຳພາດຕໍ່ນັກຂ່າວໃນວັນທີ 30/09/2025 ທີ່ຜ່ານມາ ວ່າ:ວ່າ ວຽກງານການຕ່າງປະເທດຂອງ ສປປ ລາວ ເລີ່ມຕົ້ນຂຶ້ນນັບແຕ່ການປະກາດເອກະລາດ ໂດຍໄດ້ເນັ້ນໃສ່ການເຄື່ອນໄຫວການທູດທາງດ້ານການເມືອງ ເພື່ອຜູກມິດກັບບັນດາປະເທດເພື່ອນມິດຍຸດທະສາດ ທີ່ມີອຸດົມການອັນດຽວກັນ, ຄຽງຄູ່ກັບການເຄື່ອນໄຫວການທູດປະຊາຊົນຢູ່ພາຍໃນປະເທດ ເພື່ອເຕົ້າໂຮມຄວາມສາມັກຄີພາຍໃນ ແລະ ປຸກລະດົມນໍ້າໃຈຮັກຊາດ ຂອງປະຊາຊົນບັນດາເຜົ່າທົ່ວປະເທດ. ນັບແຕ່ການຈັດຕັ້ງປະຕິບັດແນວທາງປ່ຽນແປງໃໝ່ຮອບດ້ານທີ່ມີຫລັກການຂອງພັກ ການເຄື່ອນໄຫວວຽກງານການຕ່າງປະເທດ ໄດ້ຫັນເອົາການເຄື່ອນໄຫວທາງດ້ານການເມືອງ ຕິດພັນກັບການເຄື່ອນໄຫວທາງດ້ານເສດຖະກິດ ເພື່ອຮັບໃຊ້ການພັດທະນາເສດຖະກິດ-ສັງຄົມແຫ່ງຊາດ ໃນແຕ່ລະໄລຍະທັງໃຫ້ສອດຄ່ອງກັບຍຸກສະໄໝແຫ່ງໂລກາພິວັດ, ດີຈິຕອນ ແລະ ການເຊື່ອມໂຍງທາງດ້ານເສດຖະກິດ.
ເພີ່ມເຕີມ: ໃນປີ 2025 ສປປ ລາວ ຍັງເປັນສະມາຊິກອົງການຈັດຕັ້ງສາກົນ ລະຫວ່າງລັດຖະບານ ແລະ ເປັນພາຄີສົນທິສັນຍາສາກົນໃນຂະແໜງການເມືອງ, ຄວາມໝັ້ນຄົງ, ເສດຖະກິດ ແລະ ອື່ນໆອີກຫຼາຍກວ່າ 101 ອົງການ ແລະ ສົນທິສັນຍາ, ຍັງມີອີກຈໍານວນໜຶ່ງພວມຄົ້ນຄວ້າພິຈາລະນາການເຂົ້າຮ່ວມເປັນສະມາຊິກ, ໂດຍສະເພາະຫຼ້າສຸດລາວເຮົາ ເຂົ້າຮ່ວມເປັນຄູ່ຮ່ວມເຈລະຈາຂອງອົງການຮ່ວມມືຊຽງໄຮ້ (SCO) ປີ 2025 ຊຶ່ງຖືວ່າບົດບາດການທູດລາວ ແມ່ນໄປຕາມທ່າອ່ຽງຂອງຍຸກສະໄໝ.
ເວົ້າລວມແລ້ວ ນະໂຍບາຍການຕ່າງປະເທດ ແລະ ການເຄື່ອນໄຫວການທູດ ບໍ່ພຽງແຕ່ແນໃສ່ຜົນປະໂຫຍດຂອງ ປະເທດຊາດແຕ່ຢ່າງດຽວເທົ່ານັ້ນ, ແຕ່ວ່າຕ້ອງໄດ້ຄໍານຶງ ແລະ ດໍາເນີນໃຫ້ສອດຄ່ອງກັບສະພາບການ ຄວາມເປັນຈິງຂອງພາກພື້ນ, ຂອງໂລກ ແລະ ຍຸກສະໄຫມໃນແຕ່ລະໄລຍະ.
ສຳລັບມື້ນີ້ ກົງກັບໃນວັນທີ 10/10/2025 ກໍໄດ້ມີພິທີໂຮມຊຸມນຸມໃຫ່ຍ ເພື່ອສະເຫຼີມສະຫຼອງວັນການທູດລາວ 12 ຕຸລາ 1945 – 12 ຕຸລາ 2025 ຄົບຮອບ 80 ປີ