ທ່ານ ແສງສາທິດ ພິມເມືອງ ຕາງໜ້າອົງການປົກຄອງເມືອງຈັນທະບູລີ ປະທານຄະນະກໍາມະການຈັດງານບຸນອອກພັນສາປະວໍລະນາ ແລະ ຊ່ວງເຮືອປະເພນີ ທີ່ທ່າວັດຈັນ ປະຈໍາປີ 2025 ໄດ້ຖະແຫຼງຂ່າວຕໍ່ສື່ມວນຊົນໃນການກະກຽມ ແລະ ຈັດງານບຸນ ລະຫວ່າງ ວັນທີ 4-8 ຕຸລາ 2025 ນີ້ວ່າ: ງານບຸນອອກພັນສາປະວໍລະນາ ແລະ ຊ່ວງເຮືອປະເພນີ ທີ່ທ່າວັດຈັນ ປະຈໍາປີ 2025 ຢູ່ເມືອງຈັນທະບູລີ ໄດ້ອອກບັນດາຂໍ້ຫ້າມ ດັ່ງນີ້:
- ຫ້າມບໍ່ໃຫ້ມີການໂຄສະນາທຸກຮູບແບບ ທີ່ຜິດຕໍ່ກົດໝາຍຂອງ ສປປ ລາວ.
- ຫ້າມຂາຍ ຫຼື ນໍາເອົາອາວຸດທຸກປະເພດ ລວມທັງພ້າ, ມີດ, ງ້າວ, ໜ້າເກັກ, ກະຖູນ, ສະໜັບມື, ໂຄມໄຟລອຍ ແລະ ປະເພດສິ່ງຂອງມີຄົມຕ່າງໆ ເຂົ້າໄປໃນງານໂດຍເດັດຂາດ ເວັ້ນເສຍແຕ່ເຈົ້າໜ້າທີ່ ທີ່ໄດ້ຮັບອານຸຍາດ.
- ຫ້າມນໍາເອົາຢາເສບຕິດ ທາດເບື່ອ ສານເຄມີທີ່ອອກລິດທາງຈິດປະສາດທຸກຊະນິດ ສິ່ງທີ່ພາໃຫ້ເກີດສຽງດັງເກີນຂອບເຂດ ບັ້ງກະໂພກເຂົ້າມາຈູດ ແລະ ວາງຂາຍພາຍໃນງານຢ່າງເດັດຂາດ.
- ຫ້າມນຳໃຊ້ເຄື່ອງຂະຫຍາຍສຽງໂຄສະນາສິນຄ້າດັງເກີນຂອບເຂດ ທີ່ລະບຽບການກໍານົດໄວ້ ຢ່າງເດັດຂາດ.
- ຫ້າມວາງຂາຍເຄື່ອງ ແລະ ນຳເຄື່ອງສຽງອອກມາໂຄສະນາສິນຄ້າ ຢູ່ນອກບໍລິເວນຮ້ານເກີນຂອບເຂດ ທີ່ຄະນະກໍາມະການຈັດງານ ໄດ້ກຳນົດໃຫ້.
- ຫ້າມຂາຍ ແລະ ນຳເອົາຜະລິດຕະພັນ ວັດທະນະທໍາລາມົກ ຮູບພາບລາມົກຕ່າງໆ ເຂົ້າມາວາງຂາຍຢູ່ໃນງານຢ່າງເດັດຂາດ.
- ຫ້າມຫລິ້ນການພະນັນທຸກປະເພດ ແລະ ອາລະວາດຕີກັນ ຢ່າງເດັດຂາດ.
- ຫ້າມຂາຍເຄື່ອງຊະຊາຍໂດຍບໍ່ໄດ້ຮັບອານຸຍາດ ຈາກຄະນະກໍາມະການຈັດງານ ງານບຸນອອກພັນສາປະວໍລະນາ ແລະ ຊ່ວງເຮືອປະເພນີ ທີ່ທ່າວັດຈັນ ປະຈຳປີ 2025.
- ຫ້າມດື່ມສິ່ງມຶນເມົາເກີນຂອບເຂດ ຖ້າຜູ້ໃດລະເມີດຈະຖືກເຈົ້າໜ້າທີ່ກ່າວເຕືອນ ຫລື ນໍາຕົວໄປພັກຜ່ອນໄວ້ກ່ອນ.
- ຫ້າມບຸກຄົນ ນິຕິບຸກຄົນ ສໍານັກງານ ອົງການປົກຄອງບ້ານ ກີດຂວາງການຈັດສັນສະຖານທີ່ວາງສະແດງຂາຍສິນຄ້າ ຂອງຄະນະກຳມະການຈັດງານ.
- ຫ້າມຕອກເຫຼັກ ຫຼື ສິ່ງຂອງຕ່າງໆ ໃສ່ພື້ນທີ່ຢ່າງເດັດຂາດ ແລະ ຫ້າມຕິດຕັ້ງຮ້ານ ຫຼື ວາງເຕັ້ນເກີນຂອບເຂດທີ່ຄະນະກໍາມະການຈັດງານກໍານົດໄວ້ ຖ້າລະເມີດຈະຖືກກ່າວເຕືອນ ຫຼື ຢຸດເຊົາໂດຍທັນທີ.
- ຫ້າມແຈກຢາຍແຜ່ນພັບ ຫລື ແຜ່ນເຈ້ຍໂຄສະນາສິນຄ້າຕ່າງໆ ຢູ່ພາຍໃນງານບຸນ.
- ຫ້າມເດັດຂາດບໍ່ໃຫ້ຜູ້ຈັບຈອງສະຖານທີ່ ສວຍໂອກາດຈັບຈອງ ຫຼື ຊື້ສະຖານທີ່ ເພື່ອຂາຍຕໍ່ໃຫ້ຜູ້ອື່ນເພີ່ມເກງກໍາໄລ.
- ຫ້າມໂຄສະນາສິນຄ້າ ໂດຍການໃຫ້ນາງສາວ ເຕັ້ນໂຊ ແລະ ບໍ່ໃຫ້ມີ ມິນິຄອນເສີດ.