ສຳນັກຂ່າວຕ່າງປະເທດລາຍງານໃນວັນທີ 30 ກັນຍາ 2025 ທີ່ຜ່ານມາ ເວລາປະມານ 22:00ໂມງ ເກີດເຫດການແຜ່ນດິນໄຫວຂະໜາດໃຫຍ່ 6.9 ລິກເຕີ ທີ່ເທິງເກາະເຊບູ ປະເທດຟິລິບປິນ ເຮັດໃຫ້ມີຜູ້ເສຍຊີວິດຫຼາຍກວ່າ 63 ຄົນ ແລະ ບາດເຈັບ 140 ຄົນ.
ຈຸດສູນກາງຂອງແຜ່ນດິນໄຫວເກີດຂຶ້ນໃນທະເລນອກຝັ່ງທາງທິດເໜືອຂອງເກາະເຊບູ ເຊິ່ງຕັ້ງຢູ່ພາກກາງຂອງຟິລິບປິນ ໂດຍມີຄວາມເລິກ 10 ກິໂລແມັດ, ເຮັດໃຫ້ເກີດແຮງສັ່ນສະເທືອນທີ່ຮຸນແຮງ ເຮັດໃຫ້ອາຄານທະລົ່ມລົງມາ ແລະ ລວມເຖິງສິ່ງປຸກສ້າງອື່ນໆກໍໄດ້ຮັບເສຍຫາຍ. ເຊິ່ງເຈົ້າໜ້າທີ່ກໍພະຍາຍາມເຂົ້າກວດກາຄວາມເສຍຫາຍ ແລະ ຊອກຫາຜູ້ທີ່ອາດຕິດຄ້າງຢູ່ໃນຊາກອາຄານ.
ນອກນັ້ນ, ສະຖາບັນພູເຂົາໄຟ ແລະ ແຜ່ນດິນໄຫວວິທະຍາຂອງຟິລິບປິນ ໄດ້ເຕືອນປະຊາຊົນໃຫ້ຫຼີກລ່ຽງພື້ນທີ່ຕາມແຄມຝັ່ງທະເລ ເນື່ອງຈາກອາດຈະເກີດຄື້ນສຶນາມິຕາມມາໄດ້.
ເຈົ້າໜ້າທີ່ຄາດວ່າອາດມີຄວາມເສຍຫາຍໜັກຢູ່ຫຼາຍຈຸດ ເນື່ອງຈາກໂຄງສ້າງອາຄານທີ່ບໍ່ແຂງແຮງພຽງພໍ ແລະ ຍັງສືບຕໍ່ກວດກາສະຖານະການຢ່າງຕໍ່ເນື່ອງ.
ແຫຼ່ງຂໍ້ມູນ: thaipbs