ໝີຂົ້ວໂລກ ຖືເປັນສັດລ້ຽງລູກດ້ວຍນົມທີ່ໃຫຍ່ທີ່ສຸດໃນໂລກ ໂຕຜູ້ໃຫ່ຍສຸດອາດຈະມີນໍ້າໜັກເຖິງ 600ກິໂລກຣາມ, ເຖິງແມ່ນຮູບຮ່າງຈະໃຫ່ຍແຕ່ຊີວິດຂອງພວກມັນ ໜ້າເປັນຫວ່ງຫຼາຍ ເນື່ອງຈາກອາຫານຂອງພວກມັນສ່ວນຫຼາຍແມ່ນແມວນໍ້າເປັນຫຼັກ ເວລາທີ່ຈະຫາອາຫານພວກມັນຈະອາໄສລັກສະນະພູມສັນຖານທີ່ເປັນເຂດໜາວໃນການຫາອາຫານ.
ແຕ່ໃນປັດຈຸບັນເກີດມີພາວະໂລກຮ້ອນເຮັດໃຫ້ເຂດພູເຂົານໍ້າແຂງເປື່ອຍໄວຜິດປົກກະຕິ ສົ່ງຜົນກະທົບໃຫ້ພື້ນທີ່ໃນການຫາອາຫານກໍ່ໜ້ອຍລົງ ໝີຂົ້ວໂລກຈໍານວນຫຼາຍຈຶ່ງໄດ້ອົບພະຍົບເຂົ້າມາຢູ່ອາໄສໃນເຂດຊຸມຊົນ ກັບການອາໄສຢູ່ໃນສູນວິໄຈຮ້າງ ທີ່ເກາະໂຄລີອູຊິນ ຢູ່ທາງພາກເໜືອຂອງປະເທດຣັດເຊຍ.
ຕາມການຈັດອັນດັບຂອງ IUCN ໝີຂົ້ວໂລກຈັດຢູ່ໃນກຸ່ມສັດທີ່ສ່ຽງສູນພັນ ເພາະປະຊາກອນຂອງພວກມັນຫຼຸດລົງຈາກການສູນເສຍທີ່ຢູ່ອາໄສ ແລະ ການປ່ຽນແປງຂອງອຸນຫະພູມທີ່ຮ້ອນຂຶ້ນ ການທີ່ພວກມັນໄດ້ເຂົ້າມາອາໄສຢູ່ທີ່ສູນວິໄຈຮ້າງ ບໍ່ພຽງແຕ່ເປັນສິ່ງທີ່ແປກຕາ ແຕ່ຍັງສະທ້ອນເຖິງການປັບໂຕຂອງສັດເພື່ອໃຫ້ມີຊີວິດລອດ
ເລື່ອງນີ້ຄືສັນຍານເຕືອນແບບງຽບໆ ກ່ຽວກັບຜົນກະທົບໃນການຂະຫຍາຍຕົວເມືອງຂອງຄົນ ກຳລັງເຮັດໃຫ້ສັດປ່າຕ້ອງໄດ້ຫາແຫຼ່ງທີ່ຢູ່ອາໄສໃໝ່ ແລະ ໃນອະນາຄົດອາດຈະເຮັດໃຫ້ບໍ່ເຫຼືອພື້ນທີ່ໃຫ້ພວກມັນອີກຕໍ່ໄປ.
ແຫຼ່ງຂໍ້ມູນ: Tnn