ກະຊວງໂຍທາທິການ ແລະ ຂົນສົ່ງ (ຍທຂ) ວາງທິດທາງແຜນການ, ຄາດໝາຍສູ້ຊົນ, ວຽກງານຈຸດສຸມແຕ່ລະດ້ານ ແລະ ມາດຕະການຈັດຕັ້ງປະຕິບັດ ໃນ 5 ປີຕໍ່ໜ້າ(2026-2030) ໂດຍຈະສຸມໃສ່ຍົກລະດັບເສັ້ນທາງຄົມມະນາຄົມທາງບົກຢ່າງມີຈຸດສຸມ ເພື່ອເຊື່ອມຈອດພາກພື້ນຕາມບັນ ດາແລວທາງເສດຖະກິດ, ໄປພ້ອມກັບການພັດທະນາເສັ້ນທາງເຊື່ອມຈອດພາຍໃນ ຕິດພັນກັບການພັດ ທະນາຕົວເມືອງ ໃຫ້ສໍາເລັດ 11 ໂຄງການ. ພ້ອມທັງ, ຈະສຸມໃສ່ນໍາໃຊ້ທ່າແຮງ ຂອງທຸກພາກສ່ວນເສດ ຖະກິດ ໂດຍສະເພາະພາກເອກະຊົນ ໃນການຍົກລະດັບທາງຫລວງແຫ່ງຊາດສາຍຫລັກ ທີ່ມີການຂົນ ສົ່ງຫລາຍ, ມີທ່າແຮງໃຫ້ສາມາດຮັບນໍ້າໜັກໄດ້ໄດ້ 11 ໂຕນ/ເພົາ ຄາດຄະເນໃຫ້ໄດ້ 500 ກິໂລແມັດ, ສຸມໃສ່ວຽກງານຄຸ້ມຄອງນຳໜັກລົດບັນທຸກ, ຄຸ້ມຄອງດ້ານເຕັກນິກທາງດ່ວນ ແລະ ບັນດາວຽກງານຕ່າງໆທີ່ມີຄວາມຈໍາເປັນ.
ສະຫາຍ ງາມປະສົງ ເມືອງມະນີ ຮອງລັດຖະມົນຕີ ກະຊວງ ຍທຂ ໄດ້ລາຍງານຕໍ່ກອງປະຊຸມໃຫຍ່ຜູ້ແທນອົງຄະນະພັກກະຊວງ ຍທຂ ຄັ້ງທີ VI ເມື່ອບໍ່ດົນນີ້ວ່າ: ໃນລະຍະ 5 ປີໃນຕໍ່ໜ້າ ໂດຍຈະສຸມໃສ່ຍົກລະດັບເສັ້ນທາງຄົມມະນາຄົມທາງບົກຢ່າງມີຈຸດສຸມ ໃຫ້ສໍາເລັດ 11 ໂຄງການຄື: ໂຄງການປັບປຸງ ແລະ ສ້ອມແປງທາງເລກ 13 ໃຕ້ ແຕ່ທ່າແຂກ-ດ່ານສາກົນ ນາເພົ້າ; ຂົວ 6 ແຫ່ງ ຕາມທາງເລກ 8; ຂົວ 12 ແຫ່ງ ຕາມທາງເລກ 20; ທາງຫລວງທ້ອງຖິ່ນ 5 ແຂວງພາກເໜືອ; ໂຄງການພັດທະນາຊົນນະບົດໄລຍະ 3 ແລະ ໄລຍະ 4; ໂຄງການກໍ່ສ້າງທາງແຕ່ເມືອງປາກທາ-ເມືອງຜາອຸດົມ; ທາງຫລວງແຫ່ງຊາດເລກ 8 ທີ່ໄດ້ຮັບຄວາມເສຍຫາຍຈາກໄພພິບັດປີ 2023; ສືບຕໍ່ກະກຽມ ແລະ ສູ້ຊົນໃຫ້ສຳເລັດການກໍ່ສ້າງ 3 ໂຄງການ ຄື: ໂຄງການກໍ່ສ້າງຂົວ ຂ້າມນໍ້າຂອງຊຽງແມນ-ນະຄອນຫລວງພະບາງ, ທາງຫລວງທ້ອງຖິ່ນ ເພື່ອເຊື່ອມໂຍງ-ເຊື່ອມຈອດ ຢູ່ 3 ແຂວງພາກໃຕ້ (ຄຳມ່ວນ, ສະຫວັນນະເຂດ ແລະ ສາລະວັນ), ໂຄງການກໍ່ສ້າງຂົວ 12 ແຫ່ງ ຕາມທາງຫລວງແຫ່ງຊາດເລກ 13 ໃຕ້; ສືບຕໍ່ກະກຽມ 2 ໂຄງການ ຄື: ຂົວຂ້າມນໍ້າຂອງມິດຕະພາບ ລາວ-ໄທ ແຫ່ງທີ 6 ສາລະວັນ-ອຸບົນຣາດຊະທານີ; ໂຄງ ການຟື້ນຟູ ແລະ ຍົກລະດັບ ທາງເລກ 18B ແລະ ສືບຕໍ່ສຶກສາບັນດາໂຄງການ ຕາມເສັ້ນທາງຫຼວງແຫ່ງຊາດ.
ສຳລັບ ວຽກງານຂົນສົ່ງ ຈະສືບຕໍ່ນຳພາພັດທະນາການບໍລິການຂົນສົ່ງພາຍໃນປະເທດ, ລະຫວ່າງປະເທດ ແລະ ຜ່ານແດນໃຫ້ມີຄວາມສະດວກ, ວ່ອງໄວ, ປອດໄພ ສາມາດຮ່ວມມື ແລະ ແຂ່ງ ຂັນກັບສາກົນໄດ້; ສ້າງທ່າບົກທ່າແຂກ, ທ່າບົກຫ້ວຍຊາຍ ແລະ ທ່າບົກຫລວງພະບາງ ເພື່ອເປັນສູນບໍລິການດ້ານໂລຈິສຕິກລະດັບສາກົນ, ພ້ອມທັງປັບປຸງ ແລະ ຄຸ້ມຄອງ ລາຄາຄ່າບໍລິການທ່າບົກໃຫ້ສົມເຫດສົມຜົນ; ເພີ່ມທະວີການຄຸ້ມຄອງຕິດຕາມກວດກາ ລົດຂົນສົ່ງສິນຄ້າ ເຂົ້າ-ອອກ ລະຫວ່າງປະເທດ ແລະ ຜ່ານແດນ ໃຫ້ເປັນໄປຕາມສັນຍາການຂົນສົ່ງທີ່ ສປປ ລາວ ໄດ້ເຂົ້າຮ່ວມເປັນພາຄີ; ປັບປຸງມາດຕະຖານລົດຂົນສົ່ງໂດຍສານ, ສະຖານີຂົນສົ່ງໂດຍສານ, ການຄຸ້ມຄອງສາຍທາງຂົນສົ່ງຜູ້ໂດຍສານປະຈຳທາງ ດ້ວຍລະບົບທັນສະໄໝ; ຄຸ້ມຄອງມາດຕະຖານເຕັກນິກ, ການນຳເຂົ້າ, ການຂຶ້ນທະບຽນ ແລະ ການນໍາໃຊ້ ຍານພາຫະນະ ດ້ວຍລະບົບທີ່ທັນສະໄໝ ໂດຍການສ້າງສູນຄວບຄຸມການຂົນສົ່ງ, ສູນຄວບຄຸມການຈະລາຈອນ, ການຈອດລົດ, ລະບົບກ້ອງວົງຈອນປິດ ພາຍໃຕ້ໂຄງການຄຸ້ມຄອງຍານ ພາຫະນະ ແລະ ການຂົນສົ່ງແບບຄົບວົງຈອນ (PPP).
ສ່ວນວຽກງານທາງນໍ້າ ສືບຕໍ່ນຳພາພັດທະນາທ່າເຮືອ, ປັບປຸງຄອງເດີນເຮືອຕາມລຳແມ່ນໍ້າຂອງ, ປັບປຸງລະບົບການຂົນສົ່ງທາງນໍ້າໃຫ້ມີຄວາມປອດໄພ ໄດ້ມາດຕະຖານສາກົນ; ຄຸ້ມຄອງ ແລະ ຊຸກຍູ້ ນໍາໃຊ້ການຄົມມະນາຄົມ-ຂົນສົ່ງທາງນໍ້າຕາມ ລໍາແມ່ນໍ້າຂອງ ແລະ ແມ່ນໍ້າສາຂາ ຕິດພັນກັບການທ່ອງ ທ່ຽວ ແລະ ການຂົນສົ່ງສິນຄ້າ. ສ່ວນວຽກງານທາງລົດໄຟ ສືບຕໍ່ພັດທະນາເສັ້ນທາງລົດໄຟ ເພື່ອເຊື່ອມຈອດກັບບັນດາປະເທດໃກ້ຄຽງ, ພາກພື້ນ ແລະ ສາກົນ; ແກ້ໄຂຂໍ້ຄົງຄ້າງຈາກການກໍ່ສ້າງໂຄງການກໍ່ ສ້າງລົດໄຟ ລາວ-ຈີນ ໃຫ້ສຳເລັດ; ປັບປຸງການບໍລິການແລ່ນລົດໄຟລາວ-ຈີນ, ລາວ-ໄທ ໃຫ້ມີປະສິດທິຜົນສູງຂຶ້ນ; ຕິດຕາມການຈັດຕັ້ງຜັນຂະຫຍາຍໂຄງການຮ່ວມມືພັດທະນາເສັ້ນທາງລົດໄຟ ລາວ-ຫວຽດ ນາມ ທີ່ບໍລິສັດຝ່າຍ ລາວ ແລະ ຫວຽດນາມ ໄດ້ເຊັນຮ່ວມນໍາກັນຜ່ານມາ; ສຳຫລວດ, ສຶກສາຄວາມເປັນໄປໄດ້ ແລະ ອອກແບບລະອຽດ ໂຄງການທາງລົດໄຟ ແຕ່ນະຄອນຫລວງວຽງຈັນຫາ ຕົວເມືອງທ່າແຂກ ແຂວງຄຳມ່ວນ ຫາ ຊາຍແດນລາວ-ຫວຽດນາມ (ນາເພົ້າ); ສຳຫລວດ, ສຶກສາຄວາມເປັນໄປໄດ້ ແລະ ອອກແບບລະອຽດ ໂຄງການທາງລົດໄຟ ແຕ່ນະຄອນ ໄກສອນ ພົມວິຫານ ແຂວງສະຫວັນນະເຂດຫາ ດ່ານສາກົນແດນສະຫວັນ-ລາວບາວ; ສຶກສາຄວາມເປັນໄປໄດ້ເສັ້ນທາງລົດໄຟ ແຕ່ນະຄອນ ຫລວງວຽງຈັນ ຫາ ແຂວງຈຳປາສັກ (ຊາຍແດນລາວ-ກຳປູເຈຍ).
ແຫຼ່ງຂໍ້ມູນ: ປະເທດລາວ