spot_img
Homeຂ່າວຕ່າງປະເທດບໍ່ແມ່ນແຂ້ວແມງ ສັງເກດດີໆກ່ອນ ກະແສສັກລາຍໃສ່ແຂ້ວກຳລັງເປັນທີ່ນິຍົມຢ່າງແຜ່ຫຼາຍໃນກຸ່ມໄວລຸ້ນຈີນ ມີໃຜຢາກລອງເຮັດບໍ່?

ບໍ່ແມ່ນແຂ້ວແມງ ສັງເກດດີໆກ່ອນ ກະແສສັກລາຍໃສ່ແຂ້ວກຳລັງເປັນທີ່ນິຍົມຢ່າງແຜ່ຫຼາຍໃນກຸ່ມໄວລຸ້ນຈີນ ມີໃຜຢາກລອງເຮັດບໍ່?

Published on

ໃນວັນທີ 23/09/2025, ລາຍງານຈາກສຳນັກຂ່າວໃນປະເທດຈີນ ໃຫ້ຮູ້ວ່າ ກະແສການສັກແຂ້ວ ຫຼື ກາານຕົກແຕ່ງເຄືອບແຂ້ວດ້ວຍລວດລາຍຕ່າງໆທີ່ມີຄວາມງາມ ກຳລັງເປັນກະແສນິຍົມໃນກຸ່ມໄວລຸ້ນຂອງຈີນ ຖືວ່າເປັນການສະແດງຕົວຕົນຜ່ານຮອຍສັກຢູ່ແຂ້ວ ເປັນອີກວິທີທີ່ທັນສະໄໝ ແລະ ແຕກຕ່າງຈາກຮອຍສັກເທິງຜົວໜັງ.

ການແກະສະຫຼັກແຂ້ວ ຫຼື ສັກແຂ້ວ ອາດຈະເປັນຄວາມຄິດທີ່ແຫວກແນວ ສຳລັບຄົນທີ່ໃຫ້ຄວາມສຳຄັນກັບສຸຂະພາບແຂ້ວ ແຕ່ຄວາມຈິງແລ້ວບໍ່ແມ່ນການສັກລົງໃສ່ແຂ້ວໂດຍກົງ ແຕ່ເປັນການສັກລົງໃສ່ແຜ່ນເຄືອບແຂ້ວ ສ້າງຂຶ້ນໂດຍເຄື່ອງພິມແຂ້ວ 3 ມິຕິ ກ່ອນທີ່ຈະນໍາໄປເຄືອບແຂ້ວ.

ໜຶ່ງໃນຈຸດເດັ່ນສຳຄັນຂອງຮອຍສັກນີ້ແມ່ນສາມາດປ່ຽນແປງໄດ້ງ່າຍ ຕ່າງຈາກຮອຍສັກໃນຜົວໜັງທີ່ລົບອອກໄດ້ຍາກ ແຕ່ນີ້ຖ້າຫາກຕ້ອງການປ່ຽນລວດລາຍກໍພຽງໄປເຮັດໃໝ່.ຢ່າງໃດກໍຕາມເຖິງແມ່ນວ່າຮອຍສັກຢູ່ແຂ້ວຈະໄດ້ຮັບສຽງຕອບຮັບທີ່ດີ ແຕ່ກໍບໍ່ແມ່ນທຸກຄົນທີ່ຈະເຮັດໄດ້. ຕາມຫຼັກການແພດ ການທີ່ສັກລາຍໃສ່ແຂ້ວ,ອາດຈະເຮັດໃຫ້ແຂ້ວບໍ່ແຂງແຮງ ແລະ ເພີ່ມໂອກາດເຮັດໃຫ້ແຂ້ວແຕກ ຫຼື ຫັກໄດ້.

ແຫຼ່ງຂໍ້ມູນ: Khaosod 

ບົດຄວາມຫຼ້າສຸດ

ເດັກຊາຍຄົນທຳອິດ ທີ່ສາມາດຫາຍຂາດຈາກໂຣກມະເຮັງສະໝອງໄລຍະສຸດທ້າຍ ໂດຍໃຊ້ໄລຍະເວລາປິ່ນປົວກວ່າ 8 ປີ

ລາຍງານຈາກສຳນັກຂ່າວປະເທດຝຣັ່ງ ໃຫ້ຮູ້ວ່າ ມີເດັກຊາຍຊື່ວ່າ ລູຄັສ ເຈເມວຈິໂນວາ ໄດ້ເຂົ້າໄປກວດຮ່າງກາຍທີ່ໂຮງໝໍແຫ່ງໜຶ່ງໃນປະເທດຝຣັ່ງ ຜົນປະກົດວ່າ ເປັນໂຣກກິໂອມາ (ມະເຮັງໃນສະໝອງ) ເຊິ່ງເລີ່ມກວດພົບໂຣກນີ້ຕັ້ງແຕ່ມີອາຍຸ 6 ປີ, ເຊິ່ງທ່ານໝໍໄດ້ວິເຄາະວ່າ 90%...

ສສກ ຊີ້ແຈງຄວາມເປັນມາ ແລະ ຄວາມເປັນຈິງກ່ຽວກັບໂຄງການອາຫານທ່ຽງໃນໂຮງຮຽນ

ກະຊວງສຶກສາທິການ ແລະ ກິລາ ຂໍຊີ້ແຈງອະທິບາຍ ກ່ຽວກັບຄວາມເປັນມາ ແລະ ສະພາບຄວາມເປັນຈິງ ຂອງໂຄງການອາຫານທ່ຽງໃນໂຮງຮຽນ ທີ່ໄດ້ຮັບການຈັດຕັ້ງປະຕິບັດ ຢູ່ ສປປ ລາວ ໃນໄລຍະຜ່ານມາ 20...

ຂາຍໄດ້ແທ້ບໍ່? ລູກອັນທະຂ້າງລະ 175.000ໂດລາ (ປະມານ 3,6ຕື້ກີບ) ຊື້ໄປເຮັດຫຍັງ ແລະ ຜົນທີ່ຕາມມາຖ້າບໍ່ມີມັນ

ຈາກກະແສໃນໂລກອອນລາຍກ່ຽວກັບການຂາຍລູກອັນທະ ລາຄາຂ້າງລະ 175.000 ໂດລາ ຫຼື ປະມານ 3,6 ຕື້ກີບ. ເຮັດຫຼາຍຄົນແຕກຕື່ນ ໂດຍສະເພາະທ່ານຊາຍ ແລະ ມີຄວາມສົນໃຈກ່ຽວກັບກະແສດັ່ງກ່າວ ເພື່ອຢາກຮູ້ວ່າສາມາດຂາຍໄດ້ແທ້ບໍ, ລາຄາສູງເເທ້ບໍ່...

ປະຊາຊົນຟິລິປິນອອກມາຕັ້ງກຸ່ມປະທ້ວງລັດຖະບານທີ່ສໍ້ໂກງ

ສຳນັກຂ່າວຕ່າງປະເທດລາຍງານ ໃນວັນທີ 21/09/2025 ທີ່ຜ່ານມາ ໄດ້ມີເຫດປະທ້ວງທີ່ ນະຄອນຫຼວງມະນີລາ ປະເທດຟິລິປິນ. ເຫດການດັ່ງກ່າວມີຜູ້ປະທ້ວງຫຼາຍກວ່າ 50.000 ຄົນ ແລະ 1 ໃນນັ້ນແມ່ນ Catreona...