spot_img
Homeຄວາມຮູ້ຮອບຕົວຂາຍໄດ້ແທ້ບໍ່? ລູກອັນທະຂ້າງລະ 175.000ໂດລາ (ປະມານ 3,6ຕື້ກີບ) ຊື້ໄປເຮັດຫຍັງ ແລະ ຜົນທີ່ຕາມມາຖ້າບໍ່ມີມັນ

ຂາຍໄດ້ແທ້ບໍ່? ລູກອັນທະຂ້າງລະ 175.000ໂດລາ (ປະມານ 3,6ຕື້ກີບ) ຊື້ໄປເຮັດຫຍັງ ແລະ ຜົນທີ່ຕາມມາຖ້າບໍ່ມີມັນ

Published on

ຈາກກະແສໃນໂລກອອນລາຍກ່ຽວກັບການຂາຍລູກອັນທະ ລາຄາຂ້າງລະ 175.000 ໂດລາ ຫຼື ປະມານ 3,6 ຕື້ກີບ. ເຮັດຫຼາຍຄົນແຕກຕື່ນ ໂດຍສະເພາະທ່ານຊາຍ ແລະ ມີຄວາມສົນໃຈກ່ຽວກັບກະແສດັ່ງກ່າວ ເພື່ອຢາກຮູ້ວ່າສາມາດຂາຍໄດ້ແທ້ບໍ, ລາຄາສູງເເທ້ບໍ່ ແລະ ຖ້າຕັດອອກແລ້ວຈະເອົາໄປເຮັດຫຍັງ?

ແພດຜູ້ຊ່ຽວຊານດ້ານລະບົບທາງເດີນປັດສະວະ ແລະ ລະບົບສືບພັນເພດຊາຍ ຈາກປະເທດໄທ ໄດ້ອອກມາໃຫ້ຄໍາຕອບວ່າ ການຊື້ຂາຍລູກອັນທະມີຢູ່ແທ້ ເຊິ່ງສ່ວນຫຼາຍທີ່ຊື້ໄປຈະເນັ້ນໄປທາງການວິໄຈຫຼາຍກວ່າ #ຍັງບໍ່ມີກໍລະນີທີ່ຊື້ລູກອັນທະເພື່ອທົດແທນ ຫຼື ຮັກສາໃຫ້ກັບຄົນອື່ນ. ຖ້າຫາກຂາຍລູກອັນທະພຽງຂ້າງ 1 ຈະບໍ່ມີຜົນກະທັບຫຍັງຫຼາຍຕໍ່ຮ່າງກາຍ ແຕ່ຖ້າຫາກຕ້ອງການຂາຍ 2 ຂ້າງ ກໍຈະຕ້ອງຍອມຮັບກັບການເປັນໝັນຖາວອນ ສ່ວນເລື່ອງລາຄາໃນການຊື້-ຂາຍ ເເມ່ນຍັງບໍ່ໄດ້ມີລາຄາທີ່ລະບຸໄວ້ຊັດເຈນ ທັງນີ້ກໍຂຶ້ນກັບການຈັດສັນງົບປະມານໃນການຊື້ຂອງແຕ່ລະສະຖາບັນ.

ບໍ່ແມ່ນເລື່ອງງ່າຍໃນການດຳເນີນແຕ່ຂັ້ນຕອນ ເນື່ອງຈາກຕ້ອງແມ່ນແພດຜູ້ຊ່ຽວຊານສະເພາະທາງ ຈາກໂຮງໝໍ ຫຼື ສະຖາບັນທີ່ໄດ້ຮັບອະນຸຍາດໃນດ້ານນີ້ເທົ່ານັ້ນ. ເຊິ່ງຢູ່ປະເທດໄທແມ່ນຍັງບໍ່ມີການຊື້ຂາຍອັນທະເທືຶ່ອ.

ທ່ານໝໍບອກຕື່ມວ່າ ການທີ່ເຮົາມີສຸຂະພາບທີ່ດີ ແລະ ຮ່າງກາຍຄົບ 32 ຢ່າງ ແມ່ນດີທີ່ສຸດແລ້ວ. 

ແຫຼ່ງຂໍ້ມູນ: Spring News

ບົດຄວາມຫຼ້າສຸດ

ປະຊາຊົນຟິລິປິນອອກມາຕັ້ງກຸ່ມປະທ້ວງລັດຖະບານທີ່ສໍ້ໂກງ

ສຳນັກຂ່າວຕ່າງປະເທດລາຍງານ ໃນວັນທີ 21/09/2025 ທີ່ຜ່ານມາ ໄດ້ມີເຫດປະທ້ວງທີ່ ນະຄອນຫຼວງມະນີລາ ປະເທດຟິລິປິນ. ເຫດການດັ່ງກ່າວມີຜູ້ປະທ້ວງຫຼາຍກວ່າ 50.000 ຄົນ ແລະ 1 ໃນນັ້ນແມ່ນ Catreona...

ພິທີມອບ-ຮັບໃບປະກາສະນີຍະບັດ ໃຫ້ນັກສຶກສາທີ່ສຳ ເລັດການສຶກສາ ປະຈໍາສົກສຶກສາ 2024-2025

ສົກສຶກສາ 2024-2025 ນັກສຶກສາ ມຊ ໄດ້ໃບປະກາດແດງ 64 ຄົນ ມະຫາວິທະຍາໄລແຫ່ງຊາດ (ມຊ) ໄດ້ຈັດພິທີມອບ-ຮັບໃບປະກາສະນີຍະບັດ ໃຫ້ນັກສຶກສາທີ່ສຳ ເລັດການສຶກສາ ປະຈໍາສົກສຶກສາ 2024-2025 ມີທັງໝົດ 3.352...

ປະສານສຽງແຕກຍິງທົດລອງ ຄັ້ງທີ I ການຊ້ອມຮົບຮ່ວມ ລາວ-ຣັດເຊຍ “ລາໂຣສ-2025”

ປະສານສຽງແຕກ ຄັ້ງທີ I ການຊ້ອມຮົບຮ່ວມ ລາວ-ຣັດເຊຍ "ລາໂຣສ-2025" ໜັງສືພິມກອງທັບລາຍງານວ່າ: ​ວັນທີ 20 ກັນຍາ 2025, ທີ່ ສະໜາມຫັດແອບວິທະຍາຄານ ນາຍທະຫານບົກ ກົມມະດໍາ...

ເຫດປະທ້ວງທີ່ຕີມໍເລສເຕ ນັກສຶກສາກວ່າ 2.000 ຄົນ ເຂົ້າປະທ້ວງລັດຖະບານ ຫຼັງອະນຸມັດແຜນການຈັດຊື້ລົດຫຼູລາຄາແພງ

ໃນວັນທີ 17/09/2025 ທີ່ຜ່ານມາ, ຈາກສຳນັກຂ່າວຈາກປະເທດຕີມໍ ເລສເຕ ລານງານວ່າ ມີເຫດການປະທ້ວງຈາກປະຊາຊົນຫຼາຍກວ່າ 2.000 ຄົນ ໃນນະຄອນຫຼວງດິລີ ປະເທດຕີມໍ ເລສເຕ, ໃນນັ້ນສ່ວນຫຼາຍແມ່ນນັກສຶກສາ ທັງໝົດມາເພື່ອປະທ້ວງແຜນການທີ່ໄດ້ຮັບອະນຸມັດເມື່ືອປີກ່ອນ...