ບັນຫາການປ່ອຍສັດຊະຊາຍ ສ່ຽງເຮັດໃຫ້ຄົນອື່ນເກີດອຸບັດຕິເຫດ ເຖິງຂັ້ນເສຍຊີວິດໄດ້.
ບັນຫາການປ່ອຍສັດລ້ຽງ (ງົວ, ຄວາຍ, ແບ້, ມ້າ…) ຍັງຄົງຖືກພົບເຫັນເລື້ອຍໆຢູ່ຫຼາຍໆຂົງເຂດ ຕັ້ງແຕ່ເຂດຊານເມືອງຈົນໄປເຖິງໃນເມືອງ. ຈົນກາຍເປັນຄວາມເຄີຍຊິນໄປແລ້ວສຳລັບຜູ້ສັນຈອນໄປມາທີ່ຕ້ອງລະວັງເອງ ແຕ່ບາງຄັ້ງກໍມີອຸບປະຕິເຫດຕາມມາ ເຊັ່ນ: ລົດໃຫຍ່ຕຳງົວ, ລົດຈັກຕຳງົວ, ເຮັດໃຫ້ຄົນບາດເຈັບ, ງົວຕາຍ ແລະ ລົດລາງພາຫະນະກໍໄດ້ຮັບຄວາມເສຍຫາຍ.
ດັ່ງກໍລະນີຫຼ້າສຸດເກີດຂຶ້ນໃນເວລາປະມານ 02:30 ນາທີ ຂອງວັນທີ 14 ກັນຍາ 2025 ເກີດອຸບັດຕິເຫດລົດຈັກຕຳງົວ ຢູ່ທີ່ບ້ານວຽງແກ້ວ ເມືອງໄຊທານີ ນະຄອນຫຼວງວຽງຈັນ ເຮັດໃຫ້ມີຜູ້ເສຍຊີວິດ 1 ຄົນ ເປັນເພດຊາຍ ອາຍຸ 26 ປີ ເປັນປະຊາຊົນຢູ່ບ້ານໂພນຕ້ອງ ເມືອງຈັນທະບູລີ ນະຄອນຫຼວງວຽງຈັນ ເຊິ່ງອຸບັດຕິເຫດໃນຄັ້ງນີ້ສາມາດເກີດຂຶ້ນໄດ້ເນື່ອງຈາກເຈົ້າຂອງງົວໄດ້ປ່ອຍສັດຊະຊາຍຕາມທາງຫຼວງ ຫຼື ອີກໜຶ່ງສາເຫດກໍເປັນຍ້ອນຜູ້ຂັບຂີ່ບໍ່ປະຕິບັດຕາມກົດລະບຽບ ຂັບລົດໄວ ແລະ ບໍ່ໃສ່ໝວກກັນກະທົບ ເຊິ່ງອາດຈະເກີດການສູນເສຍຄ້າຍຄືດັ່ງກໍລະນີຂ້າງຕົ້ນນີ້.
ອີງຕາມດຳລັດວ່າດ້ວຍການປັບໃໝ ແລະ ມາດຕະການອື່ນ ຕໍ່ຜູ້ລະເມີດກົດໝາຍ ແລະ ລະບຽບການກ່ຽວກັບຈະລາຈອນທາງບົກ, ໃນມາດຕາ 44 ການລ້ຽງສັດ ຫຼື ການປ່ອຍສັດລ້ຽງ.
ໃນກໍລະນີ ມີການລ້ຽງສັດ ຫຼື ປ່ອຍສັດລ້ຽງຢູ່ຕາມທາງຫຼວງ ຊຶ່ງຈະພາໃຫ້ມີຄວາມສ່ຽງຕໍ່ການເກີດອຸບປະຕິເຫດ ເຈົ້າຂອງ ຫຼື ຜູ້ດູແລສັດ ຈະຖືກປັບໃໝ 30.000 ກີບ ຕໍ່ສັດສີ່ຕີນໜຶ່ງໂຕ ເປັນຕົ້ນ ແບ້, ມ້າ, ງົວ, ຄວາຍ.
ໃນກໍລະນີ ເກີດອຸບປະຕິເຫດຍ້ອນສັດລ້ຽງ ຊຶ່ງໄດ້ສ້າງຄວາມເສຍຫາຍ ຕໍ່ ໂຄງສ້າງ, ໂຄງປະກອບ, ສິ່ງ ປະກອບ ແລະ ສິ່ງປ້ອງກັນຄວາມປອດໄພຂອງທາງຫຼວງ ເຈົ້າຂອງ ຫຼື ຜູ້ດູແລສັດ ຕ້ອງຮັບຜິດຊອບໃຊ້ແທນຄ່າ ເສຍຫາຍທີ່ເກີດຂຶ້ນທັງໝົດ ຕາມການປະເມີນມູນຄ່າເສຍຫາຍ ຂອງເຈົ້າໜ້າທີ່ໂຍທາທິການ ແລະ ຂົນສົ່ງ.
ກໍລະນີ ເກີດອຸບປະຕິເຫດຢູ່ທາງດ່ວນ ຍ້ອນສັດລ້ຽງ ໂດຍເຈົ້າຂອງທາງດ່ວນ ໄດ້ສ້າງຮົ້ວ ຫຼື ສິ່ງ ປ້ອງກັນສັດ ຢ່າງຖືກຕ້ອງຕາມມາດຕະຖານເຕັກນິກ ໃຫ້ເຈົ້າຂອງ ຫຼື ຜູ້ດູແລສັດລ້ຽງ ເປັນຜູ້ຮັບຜິດຊອບຄ່າເສຍຫາຍທັງໝົດ, ຖ້າຫາກເຈົ້າຂອງທາງດ່ວນສ້າງຮົ້ວ ຫຼື ສິ່ງປ້ອງກັນສັດ ບໍ່ໄດ້ຕາມມາດຕະຖານເຕັກນິກ ຫຼື ບໍ່ມີການຕິດຕາມກວດກາຢ່າງເປັນປົກກະຕິ ໃຫ້ເຈົ້າຂອງທາງດ່ວນ ເປັນຜູ້ຮັບຜິດຊອບຄ່າເສຍຫາຍທັງໝົດ.
ດັ່ງນັ້ນຈຶ່ງຂໍຮຽກຮ້ອງໃຫ້ເຈົ້າຂອງສັດທຸກຄົນບໍ່ຄວນປ່ອຍສັດລ້ຽງຊະຊາຍຕາມຖະໜົນຫຼວງເຊິ່ງຈະເຮັດໃຫ້ຄົນອື່ນສ່ຽງເກີດອຸບັດຕິເຫດ ທີ່ອາດຈະເກີດການສູນເສຍທາງຊັບສິນ ແລະ ຊີວິດໄດ້.