spot_img
Homeຂ່າວຕ່າງປະເທດ5 ນັກກິລາບານສົ່ງໄທຕິດຢູ່ໃນເນປານ ທ່າມກາງການປະທ້ວງຮຸນແຮງ ພ້ອມເຜີຍສະຖານະການຫຼ້າສຸດ

5 ນັກກິລາບານສົ່ງໄທຕິດຢູ່ໃນເນປານ ທ່າມກາງການປະທ້ວງຮຸນແຮງ ພ້ອມເຜີຍສະຖານະການຫຼ້າສຸດ

Published on

ຈາກສະຖານະການຄວາມຮຸງແຮງ ຂອງການປະທ້ວງທີ່ເກີດຂຶ້ນທີ່ປະເທດເນປານ ໃນວັນທີ 09 ກັນຍາ 2025 ທີ່ຜ່ານມາ

ສົ່ງຜົນໃຫ້ນັກກິລາບານສົ່ງຍິງຈາກປະເທດໄປ ຈຳນວນ 5 ຄົນ, ທີ່ເດີນທາງໄປແຂ່ງຂັນກິລາບານສົ່ງທີ່ປະເທດເນປານ ລະຫວ່າງ ວັນທີ 05-13 ກັນຍາ 2025 ໄດ້ຮັບຜົນກະທົບ, ເພາະຜູ້ປະທ້ວງໄດ້ຈູດໄຟເຜົາສະຖານທີ່ຕ່າງໆ ເຮັດໃຫ້ສະຖານະການມີຄວາມອັນຕະລາຍໃນລະດັບຮ້າຍແຮງ. ທາງນັກກິລາສາມາດອາໄສຢູ່ໄດ້ແຕ່ໃນໂຮງແຮມເທົ່ານັ້ນ ແລະ ເນື່ອງຈາກມີການປະທ້ວງຮຸນແຮງ ທາງສະໜາມບິນກໍໄດ້ປິດບໍລິການລົງ ເຮັດໃຫ້ນັກກິລາບໍ່ສາມາດເດີນທາງກັບປະເທດໄທໄດ້.

ມາຮອດ ວັນທີ 10 ກັນຍາ 2025 ນັກກິລາບານສົ່ງຍິງ ໄດ້ອອກມາລາຍງານສະຖານະການວ່າ ຕອນນີ້ຢູ່ໃນຄວາມປອດໄພແລ້ວ ທາງເຈົ້າໜ້າທີ່ສາມາດເຂົ້າຄວບຄຸມເຫດການປະທ້ວງຮຸນແຮງໃນປະເທດເນປານໄດ້ແລ້ວ ແລະ ຄາດວ່າຈະສາມາດເດີນທາງກັບປະເທດໄທໃນໄວໆນີ້ ການແຂ່ງຂັນບານສົ່ງຈໍາເປັນໄດ້ໂຈະລົງກ່ອນ ແລະ ຖ້າສະຖານະການກັບມາເປັນປົກກະຕິຕອນໃດ ທາງປະເທດໄທຈຶ່ງຈະສົ່ງຕົວແທນນັກກິລາກັບມາແຂ່ງຂັນຕໍ່.

ແຫຼ່ງຂໍ້ມູນ: thairath

ບົດຄວາມຫຼ້າສຸດ

ຝູງສິງໂຕລຸມກັດກິນເຈົ້າໜ້າທີ່ສວນສັດຈົນເສຍຊີວິດ ຂະນະທີ່ເພື່ອນຮ່ວມງານເປີດເຜີຍຜູ້ເສຍຊີວິດບໍ່ເຄີຍລະເມີດກົດລະບຽບມາກ່ອນ

ສະຫຼົດ! ຝູງໂຕສິງລຸມກັດກິນເຈົ້າໜ້າທີ່ສວນສັດຈົນເສຍຊີວິດ ທີ່ສວນສັດແຫ່ງໜຶ່ງໃນກຸງເທບມະຫານະຄອນ ປະເທດໄທ. ສຳນັກຂ່າວໄທລາຍງານ ວັນທີ 10 ກັນຍາ 2025 ຜ່ານມາ, ກ່ຽວກັບເຫດການສຸດສະຫຼົດ ເມື່ອເຈົ້າທີ່ດູແລສວນສັດ ຖືກຝູງໂຕສິງລຸມກັດກິນ ຢູ່ສວນສັດຊາຟາລີເວີດ ໃນກຸງເທບມະຫານະຄອນ...

ສະຫະລັດເດືອດ! ຊາລີ ເຄິກ ນັກເຄື່ອນໄຫວຜູ້ສະໜັບສະໜູນ ທຣຳ ຜູ້ນຳສະຫະລັດ ຖືກລັກລອບຍິງເສຍຊີວິດ

ຊາລີ ເຄິກ ນັກເຄື່ອນໄຫວຜູ້ສະໜັບສະໜູນ ທຣຳ ຜູ້ນຳສະຫະລັດ ຖືກລັກລອບຍິງເສຍຊີວິດ ໃນຂະນະຮ່ວມງານໃນມະຫາວິທະຍາໄລ ຍູທາ. ສຳນັກຂ່າວ ບີບີຊີ ລາຍງານ ໃນວັນທີ 11 ກັນຍາ 2025...

ລາວກຽມພ້ອມພັດທະນາ ແບບຈຳລອງປັນຍາປະດິດ ເພື່ອໃຫ້ AI ປະມວນຜົນພາສາລາວໄດ້ຢ່າງຖືກຕ້ອງ

ເພື່ອພັດທະນາກໍ່ສ້າງແບບຈໍາລອງປັນຍາປະດິດຂະໜາດໃຫຍ່ ສໍາລັບ ສປປ ລາວ ແລະ ກໍ່ສ້າງຖານຂໍ້ມູນພາສາລາວໃຫ້ຄົບຖ້ວນ, ຖືກຕ້ອງ, ຊັດເຈນ ແລະ ສາມາດນໍາໃຊ້ເປັນພື້ນຖານສໍາລັບ AI ແລະ ການນໍາໃຊ້ດີຈີຕອນໃນ ສປປ...

ສຶກສາອົບຮົມສາວບໍລິການ ແລະ ເຈົ້າຂອງຮ້ານ ຢູ່ ເມືອງສີໂຄດຕະບອງ ແລະ ເມືອງນາຊາຍທອງ ນະຄອນຫຼວງວຽງຈັນ

ເຈົ້າໜ້າທີ່ລົງກວດກາສຶກສາອົບຮົມສາວບໍລິການ 33 ຄົນ ແລະ ເຈົ້າຂອງຮ້ານ 04 ຄົນ ຢູ່ ບ້ານໜອງແຕ່ງເໜືອ, ບ້ານວຽງຄຳ, ບ້ານດົງນາໂຊກ, ເມືອງສີໂຄດຕະບອງ ແລະ ບ້ານກາງແສນ,...