spot_img
Homeຂ່າວຕ່າງປະເທດເຫດການປະທ້ວງຄັ້ງໃຫຍ່ ຄົນລຸ້ນໃໝ່ລວມກຸ່ມປະທ້ວງໃນເນປານ ເນື່ອງຈາກປິດກັ້ນສື່ອອນລາຍ ແລະ ບັນຫາສໍ້ລາດບັງຫຼວງ

ເຫດການປະທ້ວງຄັ້ງໃຫຍ່ ຄົນລຸ້ນໃໝ່ລວມກຸ່ມປະທ້ວງໃນເນປານ ເນື່ອງຈາກປິດກັ້ນສື່ອອນລາຍ ແລະ ບັນຫາສໍ້ລາດບັງຫຼວງ

Published on

ໃນວັນທີ 09 ກັນຍາ 2025ທ່ານ ເຄພີ ຊາມາໂອລີ, ນາຍົກລັດຖະມົນຕີປະເທດເນປານໄດ້ປະກາດລາອອກຈາກຕໍາແໜ່ງ ເນື່ອງຈາກມີການປະທ້ວງຂອງປະຊາຊົນໂດຍສະເພາະກຸ່ມເດັກລຸ້ນໃໝ່ ເຊິ່ງສາເຫດແມ່ນເກີດຈາກ

– ການອອກມາດຕະການຫ້າມນໍາໃຊ້ສື່ອອນລາຍ ເຊິ່ງກ່ອນໜ້ານີ້ໄດ້ມີການແຈ້ງການປິດກັນ 26 ແອັບພຣິເຄຊັນເຊັ່ນ: ເຟສບຸກ, ອິນສະຕາແກຣມ, ຢູທູບ ແລະ ເອັກ…, ໂດຍອ້າງວ່າ ສື່ອອນລາຍເຫຼົ່ານີ້ບໍ່ໄດ້ຈົດທະບຽນທາງກົດໝາຍ ແລະ ເຜີຍແຜ່ຂໍ້ມູນປອມ (ເຖິງວ່າຈະຍົກເລີກຂໍ້ຫ້າມນີ້ແລ້ວໃນວັນທີ 09/09/2025 ແຕ່ການປະທ້ວງຍັງດຳເນີນຕໍ່ໄປ) ເພາະສົ່ງຜົນກະທົບຮຸນແຮງຕໍ່ປະຊາຊົນ 17ລ້ານຄົນ ທາງດ້ານທຸລະກິດ ແລະ ການຕິດຕໍ່ສື່ສານ

– ບັນຫາສໍ້ລາດບັງຫຼວງ ແລະ ສໍ້ໂກງ ເຮັດໃຫ້ປະຊາຊົນເກີດຄວາມບໍ່ພໍໃຈຕໍ່ພັກການເມືອງ ແລະ ລວມເຖິງກະແສ Nepo Kid ຫຼື ລູກເຈົ້າຫຼານເພິ່ນ ທີ່ວິພາກວິຈານລູກຫຼານນັກງານເມືອງ ເພາະພວກເຂົາໃຊ້ຊີວິດຫຼູຫຼາ ແລະ ຟຸມເຟືອຍຜິດປົກກະຕິ

ການປະທ້ວງລັດຖະບານໃນຄັ້ງນີ້ມີຄວາມຮຸງແຮງຂຶ້ນຢ່າງຕໍ່ເນື່ອງ ເຈົ້າໜ້າທີ່ມີການໃຊ້ລູກປືນແທ້, ລູກປືນທຽມ, ກາສນໍ້າຕາ ແລະ ສີດນໍ້າແຮງດັນສູງ ເຂົ້າໃນການສະກັດກັ້ນຜູ້ປະທ້ວງ ເຮັດໃຫ້ຈາກການປະທ້ວງທຳມະດາ ກາຍມາເປັນການປະທະກັນຮຸນແຮງ ຈົນເຮັດໃຫ້ມີຜູ້ເສຍຊີວິດ 19 ຄົນ ແລະ ບາດເຈັບອີກຫຼາຍ 100ຄົນ.

ຈາການປະທະກັນຮຸນແຮງລະຫວ່າງສອງຝ່າຍ ເຮັດໃຫ້ປະຊາຊົນບຸກເຂົ້າໄປເຜົາອາຄານສຳນັກງາານຕ່າງໆ ລວມໄປເຖິງບ້ານເຮືອນຂອງບັນດາຜູ້ນຳທາງການເມືອງ, ໃນລະຫວ່າງການປະທ້ວງໃນຄັ້ງນີ້ເຮັດໃຫ້ນາຍົກລັດຖະມົນຕີກະກຽມເດີນທາງອອກໄປ ນະຄອນ ດູໄບ ພາຍໃຕ້ຂໍ້ອ້າງຄືການເດີນທາງໄປຮັກສາໂຕ.

ເຊິ່ງປັດຈຸບັນ, ການປະທ້ວງກໍຍັງຄົງສືບຕໍ່ ໂດຍແມ່ນກຸ່ມໄວລຸ້ນເປັນຫຼັກ ແລະ ຍັງມີແຮງສະໜັບສະໜູນເພີ່ມຂຶ້ນໃນການປະທ້ວງ ແລະ ໃນໂລກອອນລາຍ ນັກວິເຄາະໄດ້ອອກມາເຕືອນ ຖ້າຫາກລັດຖະບານບໍ່ສາມາດມີສ່ວນຮ່ວມ ແລະ ຫາທາງອອກໄດ້ຢ່າງຈິງຈັງ ການປະທ້ວງຍິ່ງຈະເພີ່ມທະວີຄວາມຮຸນແຮງຂຶ້ນອີກ.

ແຫຼ່ງຂໍ້ມູນ: BBC

 

ບົດຄວາມຫຼ້າສຸດ

ກອງປະຊຸມສຸດຍອດອາຊຽນ ຄັ້ງທີ 47 ແລະ ບັນດາກອງປະຊຸມສຸດຍອດທີ່ກ່ຽວຂ້ອງ

ນາຍົກລັດຖະມົນຕີ ເຂົ້າຮ່ວມກອງປະຊຸມສຸດຍອດອາຊຽນ ຄັ້ງທີ 47 ແລະ ບັນດາກອງປະຊຸມສຸດຍອດທີ່ກ່ຽວຂ້ອງ ໃນວັນທີ 26 ຕຸລາ 2025 ທີ່ກົວລາລໍາເປີ ປະເທດ ມາເລເຊຍ, ທ່ານ ສອນໄຊ...

ມີໃຜຊື່ຍາວກວ່ານີ້ບໍ່? ຊາຍຊາວນິວຊີແລນມີຊື່ຍາວທີ່ສຸດໃນໂລກ ໃຊ້ເວລາອ່ານ 20 ນາທີ ຈຶ່ງອ່ານແລ້ວ

ມາຮູ້ຈັກກັບຊາຍຜູ້ທີ່ມີຊື່ທີ່ຍາວທີ່ສຸດໃນໂລກ, ລໍເລນ ວອດກິນ (Laurence Watkins) ອາຍຸ 60 ປີ, ອາໄສຢູ່ເມືອງໂອດແລນ ປະເທດນິວຊີແລນ ລາວມີຈໍານວນຊື່ຍາວເຖິງ 2,253 ຄໍາ. ຜ່ານມາຊາຍຄົນນີ້ຫຼົງໄຫຼໃນລາຍການ Ripley's...

ກອງປະຊຸມຄົບຄະນະ ຄັ້ງທີ 11 ຂອງຄະນະບໍລິຫານງານສູນກາງພັກ ສະໄໝທີ XI ໄຂຂຶ້ນຢ່າງເປັນທາງການ

ກອງປະຊຸມຄົບຄະນະ ຄັ້ງທີ 11 ຂອງຄະນະບໍລິຫານງານສູນກາງພັກ ສະໄໝທີ XI ກອງປະຊຸມຄົບຄະນະ ຄັ້ງທີ 11 ຂອງຄະນະບໍລິຫານງານສູນກາງພັກ ສະໄໝທີ XI ໄດ້ເປີດຂຶ້ນໃນວັນທີ 21 -...

ກຳນົດຈັດງານ 5 ວັນ ບຸນນະມັດສະການພຣະທາດຫຼວງວຽງຈັນ ຈະຈັດຂຶ້ນໃນລະຫວ່າງວັນທີ 1-5 ພະຈິກ 2025

ໃນວັນທີ 21 ຕຸລາ 2025 ພິທີຖະແຫຼງຂ່າວ ງານປະເພນີບຸນນະມັດສະການ ພຣະທາດຫຼວງ ແລະ ງານວາງສະແດງສິນຄ້າ ປະຈຳປີ ຄສ 2025 ຈັດຂຶ້ນ ທີ່ເດີ່ນພຣະທາດຫຼວງວຽງຈັນ...