spot_img
Homeຄວາມຮູ້ຮອບຕົວກ້າວໄປອີກຂັ້ນ! ຍີ່ປຸ່ນສ້າງເລືອດທຽມ ສາມາດໃຊ້ທົດແທນໄດ້ທຸກກຸບເລືອດ ແລະ ສາມາດເກັບຮັກສາໄດ້ດົນກວ່າ 2 ປີ

ກ້າວໄປອີກຂັ້ນ! ຍີ່ປຸ່ນສ້າງເລືອດທຽມ ສາມາດໃຊ້ທົດແທນໄດ້ທຸກກຸບເລືອດ ແລະ ສາມາດເກັບຮັກສາໄດ້ດົນກວ່າ 2 ປີ

Published on

ເປັນການພັດທະນາທາງດ້ານເຕັກໂຕໂລຊີເລືອດທຽມຂອງປະເທດຍີ່ປຸ່ນທີ່ຈະມາແກ້ໄຂບັນຫາຂາດແຄນເລືອດໃນໂລກ

ການພັດທະນາທາງດ້ານການແພດຂອງປະເທດຍີ່ປຸ່ນ ໄດ້ແນ່ໃສ່ຄວາມສຳຄັນໃນການຈັດສັນຫາເລືອດ ດ້ວຍການພັດທະນາເຕັກໂນໂລຊີ ເລືອດທຽມ ທີ່ສາມາດໃຊ້ໄດ້ກັບຄົນເຈັບທຸກກຸບເລືອດ ແລະ ສາມາດເກັບຮັກສາໄດ້ດົນ 2 ປີ.

ໃນການວິໄຈຂອງມະຫາວິທະຍາໄລການແພດນາລາ ຂອງປະເທດຍີ່ປຸ່ນ ທີ່ໄດ້ພັດທະນາສານທີ່ເອີ້ນວ່າ hemoglobin vesicles ເປັນຫຼັກການດຶງເອົາ ຮີໂມໂກບິນ ອອກມາຈາກເລືອດທີ່ໝົດອາຍຸແລ້ວ ແລະ ນໍາມາບັນຈຸລົງເປືອກໄຂມັນ ເພື່ອສ້າງໜ່ວຍທີ່ເຮັດໜ້າທີ່ຄ້າຍຄືກັບເມັດເລືອດແດງ ໂດຍຍັງບໍ່ໄດ້ມີການກຳນົດກຸບເລືອດ ຈຶ່ງສາມາດໃຊ້ໄດ້ກັບທຸກໝວດເລືອດ ໂດຍບໍ່ຈຳເປັນຕ້ອງກວດຫາຄວາມເຂົ້າກັນຂອງເລືອດ ແລະ ພິເສດໄປກວ່ານັ້ນເລືອດທຽມຍັງສາມາດເກັບຮັກສາໃນອຸນຫະພູມປົກກະຕິໄປເຖິງ 2 ປີ ແລະ ຫາກເກັບໄວ້ຢູ່ບ່ອນທີ່ມີອຸນຫະພູມຕໍ່າແມ່ນຢູ່ໄດ້ 5 ປີ, ເຊິ່ງເລືອດແທ້ສາມາດເກັບໄວ້ໃນຫ້ອງເຍັນພຽງແຕ່ 42 ມື້.

ໃນເດືອນມີນາ ປີ 2025 ທີ່ຜ່ານມາ, ໄດ້ມີການທົດລອງໃສ່ເລືອດທຽມໃຫ້ກັບອາສາສະໝັກທັງ 16 ຄົນ, ໂດຍປະລິມານທີ່ໃຊ້ຈະຢູ່ລະຫວ່າງ 100-400 ມິນລີລິດ ເພື່ອກວດສອບຄວາມປອດໄພເບື້ອງຕົ້ນ ແລະ ຖ້າບໍ່ມີຜົນຂ້າງຄຽງຮ້າຍແຮງ ກໍຈະໄດ້ກ້າວເຂົ້າສູ່ການພັດທະນາໃນຂັ້ນຕອນຕໍ່ໄປ.

ສຳລັບເລືອດທຽມມີເປົ້າໝາຍການພັດທະນາເພື່ອໃຫ້ນໍາໃຊ້ໄດ້ແທ້ໃນປີ 2030 ເຊິ່ງເລືອດທຽມຈະຊ່ວຍແກ້ໄຂການຂາດແຄນເລືອດໃນພາວະສຸກເສີນ ແລະ ຫຼຸດຄວາມສ່ຽງໃນການຕິດເຊື້ອ ຫຼື ການໂອນຖ່າຍເລືອດທີ່ບໍ່ສາມາດເຂົ້າກັນໄດ້.

 

ແຫຼ່ງຂໍ້ມູນ: TNN heath

ບົດຄວາມຫຼ້າສຸດ

ເຈົ້າໜ້າທີ່ຈັບກຸມ ຄົນໄທ 4 ແລະ ຄົນລາວ 1 ທີ່ລັກລອບຂົນເຮໂລອິນເກືອບ 22 ກິໂລກຣາມ ໄດ້ຄາດ່ານໜອງຄາຍ

ເຈົ້າໜ້າທີ່ຈັບກຸມ ຄົນໄທ 4 ແລະ ຄົນລາວ 1 ທີ່ລັກລອບຂົນເຮໂລອິນເກືອບ 22 ກິໂລກຣາມ ຄາດ່ານໜອງຄາຍ (ດ່ານຂົວມິດຕະພາບແຫ່ງທີ 1) ໃນວັນທີ 3 ພະຈິກ...

ຂໍສະແດງຄວາມຍິນດີນຳ ນາຍົກເນເທີແລນຄົນໃໝ່ ແລະ ເປັນນາຍົກທີ່ເປັນ LGBTQ+ ຄົນທຳອິດ

ວັນທີ 03/11/2025, ຂໍສະແດງຄວາມຍິນດີນຳ ຣອບ ເຈດເທນ (Rob Jetten) ນາຍົກລັດຖະມົນຕີຄົນໃໝ່ຂອງປະເທດເນເທີແລນ ດ້ວຍອາຍຸ 38 ປີ, ແລະ ຍັງເປັນຄັ້ງປະຫວັດສາດຂອງເນເທີແລນ ທີ່ມີນາຍົກລັດຖະມົນຕີອາຍຸນ້ອຍທີ່ສຸດ...

ຫຸ່ນຍົນທຳລາຍເຊື້ອມະເຮັງ ຄວາມຫວັງໃໝ່ຂອງວົງການແພດ ຄາດວ່າຈະໄດ້ນໍາໃຊ້ໃນປີ 2030

ເມື່ອບໍ່ດົນມານີ້, ຜູ້ຊ່ຽວຊານຈາກ Karolinska Institutet ປະເທດສະວີເດັນ, ໄດ້ພັດທະນາຮຸ່ນຍົນທີ່ມີຊື່ວ່າ ນາໂນບອດທີ່ສ້າງຂຶ້ນຈາກດີເອັນເອ ສາມາດເຄື່ອນທີ່ເຂົ້າຜ່ານກະແສເລືອດ ແລະ ປ່ອຍຢາ ເພື່ອກຳຈັດເຊື້ອມະເຮັງທີ່ຢູ່ໃນຮ່າງກາຍ ເຊັ່ນ: ມະເຮັງເຕົ້ານົມ ແລະ...

ຝູງລີງຕິດເຊື້ອຫຼຸດ! ລົດບັນທຸກຝູງລີງທົດລອງຕິດເຊື້ອໄວຣັສ ປະສົບອຸບັດຕິເຫດ ເຮັດໃຫ້ລີງຈຳນວນໜຶ່ງຫຼຸດອອກ ຢູ່ລັດມິສຊິສຊິບປີ ສະຫະລັດອາເມລິກາ

ລັດມິສຊິສຊິບປີ ລະທຶກ! ລົດບັນທຸກຝູງລີງທົດລອງຕິດເຊື້ອໄວຣັສ ປະສົບອຸບັດຕິເຫດ ເຮັດໃຫ້ລິງຈຳນວນໜຶ່ງຫຼຸດອອກໄປໄດ້. ສຳນັກຂ່າວຕ່າງປະເທດລາຍງານໃນວັນທີ 28 ຕຸລາ 2025, ລົດບັນທຸກຂົນຝູງລີງທົດລອງທີ່ອາດຕິດເຊື້ອໄວຣັສ ໄດ້ເກີດອຸບັດຕິເຫດປິ້ນລົງຂ້າງທາງ ຢູ່ເສັ້ນທາງຫຼວງລະຫວ່າງລັດໝາຍເລກ 59 ໃນເຂດແຈສເປີ ລັດມິສຊິສຊິບປີ...