ປາກີສະຖານປະເຊີນນ້ຳປ່າຖ້ວມຊຸ ແລະ ດິນຖະຫຼົ່ມ ເນື່ອງຈາກຝົນຕົກໜັກ ເຮັດໃຫ້ປະຊາຊົນເສຍຊີວິດຢ່າງນ້ອຍ 344 ຄົນ.
ສຳນັກຂ່າວຕ່າງປະເທດລາຍງານໃນວັນທີ 17 ສິງຫາ 2025 ຜ່ານມານີ້ວ່າ: ປາກີສະຖານປະເຊີນກັບສະພາບຝົນຕົກໜັກຕໍ່ເນື່ອງເຮັດໃຫ້ເກີດນ້ຳປ່າໄຫຼຊຸ ແລະ ດິນຖະຫຼົ່ມ ເຮັດໃຫ້ປະຊາຊົນເສຍຊີວິດຢ່າງນ້ອຍ 344 ຄົນ ໂດຍສ່ວນໃຫຍ່ເສຍຊີວິດໃນພື້ນທີ່ທີ່ມີພູເຂົາສູງໂດຍສະເພາະ ແຂວງໄຄເບີປັກຕຸນຄວາ (Khyber Pakhtunkhwa).
ຕາມການລາຍງານຂອງສຳນັກງານຈັດການໄພພິບັດແຫ່ງຊາດ (NDMA) ເປີດເຜີຍວ່າ: ຍອດຜູ້ເສຍຊີວິດ 324 ຄົນຢູ່ທີ່ແຂວງຄເບີປັກຕຸນຄວາ, 11 ຄົນ ໃນແຄັສເມຍຝັ່ງປາກີສະຖານ, 9 ຄົນໃນກິວກິສ-ບັນຕິສະຖານ ແລະ ອີກ 5 ຄົນຈາກອຸບັດຕິເຫດເຮລິຄອບເຕີລັດຖະບານຕົກລະຫວ່າງປະຕິບັດການຊ່ວຍເຫຼືອ ສ່ວນຜູ້ບາດເຈັບມີທັງມົດຢ່າງນ້ອຍ 137 ຄົນ.
ທາງດ້ານເຈົ້າໜ້າທີ່ກູ້ໄພປະມານ 2,000 ຄົນ ກຳລັງປະຕິບັດການພາລະກິດການຄົ້ນຫາຮ່າງຜູ້ສູນຫາຍ ແລະ ຊ່ວຍເຫຼືອຜູ້ປະສົບໄພໃນ 9 ເຂດທີ່ໄດ້ຮັບຜົນກະທົບ ທ່າມກາງສະຖານະການຝົນຕົກໜັກຕໍ່ເນື່ອງ.
ສຳລັບປາກີສະຖານຖືກຈັດໃຫ້ເປັນໜຶ່ງໃນປະເທດທີ່ໄດ້ຮັບຜົນກະທົບຈາກອຸທົກກະໄພຫຼາຍທີ່ສຸດ ໂດຍເມື່ອປີ 2022 ເກີດເຫດນ້ຳຖ້ວມຄັ້ງໃຫຍ່ເຮັດໃຫ້ເນື້ອໜຶ່ງໃນສາມຂອງປະເທດຕ້ອງປະເຊິນກັບນ້ຳຖ້ວມໜັກ ເຮັດໃຫ້ມີຜູ້ເສຍຊີວິດທັງມົດ 1,700 ຄົນ.