Homeຂ່າວຕ່າງປະເທດເສຍຊີວິດເວທີດຽວກັນ! ຂ່າວເສົ້າວົງການມວຍຍີ່ປຸ່ນ ເມື່ອ 2 ນັກຊົກຈາກແດນປາດິບເສຍຊີວິດຫຼັງຂຶ້ນຊົກມວຍ ໝໍເຜີຍເລືອດອອກໃນເຫຍື້ອຫຸ້ມສະໝອງ.

ເສຍຊີວິດເວທີດຽວກັນ! ຂ່າວເສົ້າວົງການມວຍຍີ່ປຸ່ນ ເມື່ອ 2 ນັກຊົກຈາກແດນປາດິບເສຍຊີວິດຫຼັງຂຶ້ນຊົກມວຍ ໝໍເຜີຍເລືອດອອກໃນເຫຍື້ອຫຸ້ມສະໝອງ.

Published on

ວົງການມວຍຍີ່ປຸ່ນເສົ້າ! 2 ນັກຊົກມວຍເສຍຊີວິດເວທີດຽວກັນ ຫຼັງໄດ້ຮັບອາການບາດເຈັບ ໝໍເຜີຍເລືອດອອກໃນເຫຍື້ອຫຸ້ມສະໝອງ.

ສຳນັກຂ່າວຕ່າງປະເທດລາຍງານເຫດການສຸດສະຫຼົດ ຂອງວົງການມວຍຍີ່ປຸ່ນ ໄດ້ເກີດເຫດການສຸດຊ໋ອກ ຫຼັງຈາກຊິເງໂຕຊິ ນັກຊົກອາຍຸ 28 ປີ ເສຍຊີວິດ ເມື່ອວັນສຸກ 8 ສິງຫາ 2025 ຜ່ານມາ, ຫຼັງມີອາການເລືອດອອກຢູ່ໃຕ້ເຫຍື້ອຫຸ້ມສະໝອງ ຈາກການຂຶ້ນຊົກມວຍກັບ ຍາມາໂຕະ ຮາຕະ ເມື່ອວັນທີ 2 ສິງຫາ 2025 ຜ່ານມາ.

ຫຼ້າສຸດເມື່ອວັນທີ 10 ສິງຫາ 2025 ສື່ຕ່າງປະເທດລາຍງານວ່າ: ຮິໂລມາສະ ອຸຮາຄາວະ ນັກຊົກມວນຊາວຍີ່ປຸ່ນອີກໜຶ່ງລາຍ ອາຍຸ 28 ປີ ຂຶ້ນຊົກໃນເວທີດຽວກັບ ໂຄທາຣິ ກໍເສຍຊີວິດລົງແລ້ວ ດ້ວຍສາເຫດອັນດຽວກັນ.

ຕາມການລາຍງານ ສຳລັບໂຄທາຣິ ຂຶ້ນຊົກຊິງສາຍເອວລຸ້ນຊຸບເປີເຟເທີເວດ ຂອງສະຫະພັນມວນພາກພຶ້ນຕາເວັນອອກ ແລະ ປາຊີຟິກ (OPBF) ທີ່ນພຄອນໂຕກຽວ  ໂດຍຜົນການແຂ່ງຂັນສະເໝີກັບ ຍາມາໂຕະ ຮາຕະ, ຂະນະທີ່ທາງ ອຸຮາຄາວະ ແພ້ນ໋ອກ ໃຫ້ກັບທາງ ໂຍຈິ ໄຊຕະ ໃນລຸ້ນເຟເທີເວດ ເຊິ່ງພາຍຫຼັງການຊົກ ທັງຄູ່ຖືກນຳຕົວສົ່ງໂຮງໝໍເພື່ອຮັບກາຜ່າຕັດສະໝອງສຸກເສີນຈາກພາວະເລືອດອອກຢູ່ໃຕ້ເຫຍື້ອຫຸ້ມສະໝອງ.

ພາຍຫຼັງທີ່ເກີດການບາດເຈັບຮຸນແຮງດັ່ງກ່າວ ທາງກຳມະທິການມວຍຂອງ ຍີ່ປຸ່ນ ໄດ້ອອກມາປະກາດການຊົກມວຍຂອງ (OPBF) ໃຫ້ຫຼຸດຈຳນວນຍົກລົງ ຈາກ 12 ຍົກ ໃຫ້ເຫຼືອ 10 ຍົກທັນທີ.

ເຊິ່ງກ່ອນໜ້ານີ້ ເມື່ອເດືອນກຸມພາ ຜ່ານມາ, ຈອນ ຄູນີ ນັກຊົກມວຍຊາວໄອຣີສ ກໍເສຍຊີວິດຫຼັງຈາກການຂຶ້ນຊົກກັບ ນາທານ ຫາວເວວ ນັກຊົກມວຍຊາວ ເວວ ທີ່ເບວຟາດ ຫຼັງຈາກການຂຶ້ນຊົກແລ້ວເກີດພາວະເລືອດອອກໃນສະໝອງ.

ບົດຄວາມຫຼ້າສຸດ

ສະມາຄົມນັກຂ່າວລາວ ຮ່ວມກອງປະຊຸມສື່ມວນຊົນ ໜຶ່ງແລວໜຶ່ງເສັ້ນທາງ ປະຈຳປີ 2026 ທີ່ ສປ ຈີນ

ໃນວັນທີ 17 ຕຸລາ 2026, ທ່ານ ສະຫວັນຄອນ ຣາຊະມຸນຕີ ປະທານສະມາຄົມນັກຂ່າວ ແຫ່ງ ສປປ ລາວ ພ້ອມດ້ວຍ ທ່ານ ອາດິຕະ...

ເປີດກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026

ກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026 ໄດ້ໄຂຂຶ້ນໃນຕອນເຊົ້າ ຂອງວັນທີ 22 ຕຸລາ 2026 ທີ່ສໍານັກງານນາຍົກລັດຖະມົນຕີ, ພາຍໃຕ້ການເປັນປະທານ ຂອງທ່ານ ສະເຫຼີມໄຊ ກົມມະສິດ,...

ເປັນໄປໄດ້ແທ້! 2022 ລາວເລີ່ມສຶກສາສ້າງທາງດ່ວນ ນະຄອນຫຼວງວຽງຈັນ-ຫົວພັນ ປີ 2026 ສືບຕໍ່ສຶກສາຄວາມເປັນໄປໄດ້ ສໍາຫຼວດ-ອອກແບບ ແລະ ກໍ່ສ້າງທາງ

ລັດຖະບານລາວໄດ້ເຫັນດີໃນດ້ານຫຼັກການໃຫ້ມີການສຶກສາຄວາມເປັນໄປໄດ້ໃນການກໍ່ສ້າງເສັ້ນທາງດ່ວນແຕ່ນະຄອນຫຼວງວຽງຈັນຫາແຂວງຫົວພັນ,ເຊິ່ງພິທີເຊັນບົດບັນທຶກຄວາມເຂົ້າໃຈ (MOU) ໂຄງການດັ່ງກ່າວໄດ້ຈັດຂຶ້ນ ໃນ 4 ເມສາ 2022, ທີ່ນະຄອນຫຼວງວຽງຈັນ ລະຫວ່າງ ລັດຖະບານແຫ່ງ ສປປ ລາວ ກັບວິສາຫະກິດການລົງທຶນຂອງຕ່າງປະເທດ, ເຊິ່ງການກໍ່ສ້າງໂຄງການແມ່ນຈະໃຊ້ທຶນຮອນຂອງສອງບໍລິສັດເອກະຊົນດັ່ງກ່າວ,...

ສູນທອນພົດປິດກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X

 ໃນພິທີປິດກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X, ທ່ານ ສອນໄຊ ສີພັນດອນ ປະທານສະພາແຫ່ງຊາດ ໄດ້ກ່າວສູນທອນພົດປິດກອງປະຊຸມວ່າ: ກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ...