ພໍ່ຊາວປາກີສະຖານ ຍິງລູກສາວເສຍຊີວິດ ເນື່ອງຖືກປະຕິເສດການລົບບັນຊີ ຕິກຕ໋ອກ ທາງດ້ານພໍ່ເປີດເຜີຍວ່າ: ເພື່ອຮັກສາກຽດສັກສີ.
ສຳນັກຂ່າວ The Straits Times ລາຍງານໃນວັນທີ 11 ກໍລະກົດ 2025 ຜ່ານມາວ່າ: ຊາຍຊາວປາກີສະຖານ ຍິງລູກສາວຕົນເອງ ອາຍຸ 16 ປີ ເສຍຊີວິດ ເນື່ອງຈາກວ່າລູກສາວບໍຍອມລົບແອັບພິເຄຊັ່ນຊື່ດັງຢ່າງ ຕິກຕ໋ອກ ເຫດເກີດຢູ່ເມືອງຮາວັນປິນດີ ແຄວ້ນປັນຈາບ ໃກ້ກັບນະຄອນອິສະລາມາບັດ.
ເຫດການດັ່ງກ່າວຖືວ່າເປັນເລື່ອງລາວສຸດສະເທືອນໃຈເນື່ອງຈາກປາກີສະຖານສ່ວນໃຫຍ່ເປັນປະຊາກອນນັບຖືສາດສະໜາ ມຸດສະລິມ ເຊິ່ງຜູ້ຍິງອາດຖືກສະມາຊິກໃນຄອບຄົວໃຊ້ຄວາມຮຸນແຮງໄດ້ຫາກບໍປະຕິບັດຕາມກົດທີ່ເຂັ້ມງວດ ບໍ່ວ່າຈະເປັນການເຂົ້າສັງຄົມໃນທີ່ສາຖາລະນະ ລວມໄປ ເຖິງໃນພຶ້ນທີ່ສື່ສັງຄົມອອນລາຍ.
ຕາມການລາຍງານຂອງເຈົ້າໜ້າທີ່ຕຳຫຼວດລະບຸວ່າ: ພໍ່ໄດ້ກໍ່ເຫດຄາຕະກຳລູກສາວອາຍຸ 16 ປີ ເຊິ່ງເປັນດາວ ຕິກຕ່ອກ ທີ່ມີຍອດຜູ້ຕິດຕາມຫຼາຍກວ່າ 1.3 ລ້ານຄົນ ໂດຍອ້າງວ່າ: ເພື່ອຮັກສາກຽດ ແລະ ສຸດທ້າຍກໍຖືກຈັບກຸມໃນເວລາຕໍ່ມາ ເຊິ່ງເຈົ້າໜ້າທີ່ລະບຸຕື່ມອີກວ່າໃນຕອນທຳອິດຄອບຄົວຂອງຜູ້ເສຍຊີວິດ ພະຍາຍາມສ້າງພາບ ເຮັດໃຫ້ການຄາຕະກຳຄ້າຍຄືກັບວ່າເປັນການຄາຕະກຳຕົວຕາຍ.
ຢ່າງໃດກໍຕາມ ກ່ອນໜ້ານີ້ໃນວັນທີ 30 ມັງກອນ 2025 ຜ່ານມາ, ກໍເກີດເຫດການຄ້າຍຄືກັນຂຶ້ນ ພາຍຫຼັງເດັກນ້ອຍອາຍຸ 14 ປີ ຖືກຄາຕະກຳ ໂດຍຖືກພໍ່ຍິງເສຍຊີວິດຂະນະກຳລັງໄປທ່ຽວກັບຄອບຄົວແລ້ວກໍໄດ້ຖ່າຍຄລິບລົງຊື່ສົງຄົມອອນລາຍ ຈຶ່ງເຮັເໃຫ້ພໍ່ເຊື່ອວ່າ: ເຮັດໃຫ້ຄອບຄົວອັບອາຍຂາຍໜ້າ.