spot_img
Homeຂ່າວຕ່າງປະເທດປະຫວັດ ທ່ານ ສຸຣິຍະ ຈຶງຮຸ່ງເຮືອງກິດ ຮັກສາການນາຍົກລັດຖະມົນຕີ ແຫ່ງຣາຊະອານາຈັກໄທ

ປະຫວັດ ທ່ານ ສຸຣິຍະ ຈຶງຮຸ່ງເຮືອງກິດ ຮັກສາການນາຍົກລັດຖະມົນຕີ ແຫ່ງຣາຊະອານາຈັກໄທ

Published on

ທ່ານ ສຸຣິຍະ ຈຶງຮຸ່ງເຮືອງກິດ ຮັກສາການນາຍົກລັດຖະມົນຕີ ແຫ່ງຣາຊະອານາຈັກໄທ

ສຳນັກຂ່າວຕ່າງປະເທດລາຍງານໃນວັນທີ 1 ກໍລະກົດ 2025, ພາຍຫຼັງສານລັດຖະທຳມະນູນຮັບຄຳຮ້ອງ ສະມາຊິກວຸດທິສະພາ ປະເມີນສະຖານະພາບ ທ່ານ ນາງ ແພທອງທານ ຊິນນະວັດ ນາຍົກລັດຖະມົນຕີແຫ່ງຣາຊະອານາຈັກໄທ ກ່ຽວກັບກໍລະນີທີ່ມີຄລິບສຽງສົນທະນາກັບ ທ່ານ ສົມເດັດ ຮຸນເຊັນ ອະດີດຜູ້ນຳກຳປູເຈຍ ດ້ວຍຄະແນນມະຕິ 7-2 ໂດຍສັ່ງໃຫ້ຢຸດປະຕິບັດໜ້າທີ່ຊົ່ວຄາວ ແລະ ຈະໄດ້ມີການປະເມີນອີກ 15 ວັນຂ້າງໜ້າ.

ຕາມການລາຍງານລະບຸວ່າ: ຮອງນາຍົກລັດຖະມົນຕີ ທີ່ຈະເຂົ້າມາປະຕິບັດໜ້າທີ່ຮັກສາການນາຍົກລັດຖະມົນຕີແທນ ກໍຄື ທ່ານ ສຸຣິຍະ ຈຶງຮຸ່ງເຮືອງກິດ ເຊິ່ງຈະມີອຳນາດເຕັມຈະຕ້ອງນຳເລື່ອງເຂົ້າທີ່ປະຊຸມຄະນະລັດຖະມົນຕີ ເພືື່ອແຕ່ງຕັ້ງຮອງນາຍົກລັດຖະມົນ ໃຫ້ສາມາດສັ່ງການກ່ຍວກັບການແຕ່ງຕັ້ງບຸກຄາລາກອນ ແລະ ງົບປະມານໄດ້.

ສຳລັບເສັ້ນທາງທາງການເມືອງ ຂອງ ທ່ານ ສຸຣິຍະ ຈຶງຮຸ່ງເຮືອງກິດ:

ເລີ່ມເຂົ້າສູ່ການເມືອງ 1998 ໃນຖານະລັດຖະມົນຕີຊ່ວຍວ່າການກະຊວງອຸດສາຫະກຳ, ເຂົ້າຮ່ວມພັກໄທຮັກໄທ ໃນປີ 2001 ແລະ ດຳລົງຕຳແໜ່ງເລຂາທິການພັກ, ໄດ້ຍຸບພັກ ແລະ ຖືກຕັດສິດທາງການເມືອງ 5 ປີ (2007-2012) ພາຍຫຼັງຖືກຈຕັດສິດເຂົ້າຮ່ວມຕັ້ງພັກພູມໃຈໄທ ປີ 2009 ແລະ ຕໍ່ມາຮ່ວມ ພັກພະລັງປະຊາລັດ ໃນປີ 2018 ໃນຖານະຫົວໜ້າກຸ່ມ 3 ມິດ, ຂຶ້ນດຳລົງຕຳແໜ່ງລັຖະມົນຕີກະຊວງອຸດສາຫະກຳ ຫຼາຍສະໄໝ (2001-2002, 2005-2006, 2019-2023), ເຄີຍດຳລົງຕຳແໜ່ງ ລັດຖະມົນຕີວ່າການກະຊວງຄົມມະນາຄົມ ຊ່ວງ ລັດຖະບານທັກສິນ (2002-2005) ແລະ ກັບມາດຳລົງຕຳແໜ່ງນີ້ອີກຄັ້ງຕັ້ງແຕ່ວັນທີ 1 ກັນຍາ 2023 ແລະ ໄດ້ຮັບຕຳແໜ່ງຮອງນາຍົກລັດຖະມົນຕີ ເມື່ອວັນທີ 27 ເມສາ 2024.

ແຫຼ່ງຂ່າວ: BIGHT TV

ບົດຄວາມຫຼ້າສຸດ

ມີໃຜຊື່ຍາວກວ່ານີ້ບໍ່? ຊາຍຊາວນິວຊີແລນມີຊື່ຍາວທີ່ສຸດໃນໂລກ ໃຊ້ເວລາອ່ານ 20 ນາທີ ຈຶ່ງອ່ານແລ້ວ

ມາຮູ້ຈັກກັບຊາຍຜູ້ທີ່ມີຊື່ທີ່ຍາວທີ່ສຸດໃນໂລກ, ລໍເລນ ວອດກິນ (Laurence Watkins) ອາຍຸ 60 ປີ, ອາໄສຢູ່ເມືອງໂອດແລນ ປະເທດນິວຊີແລນ ລາວມີຈໍານວນຊື່ຍາວເຖິງ 2,253 ຄໍາ. ຜ່ານມາຊາຍຄົນນີ້ຫຼົງໄຫຼໃນລາຍການ Ripley's...

ກອງປະຊຸມຄົບຄະນະ ຄັ້ງທີ 11 ຂອງຄະນະບໍລິຫານງານສູນກາງພັກ ສະໄໝທີ XI ໄຂຂຶ້ນຢ່າງເປັນທາງການ

ກອງປະຊຸມຄົບຄະນະ ຄັ້ງທີ 11 ຂອງຄະນະບໍລິຫານງານສູນກາງພັກ ສະໄໝທີ XI ກອງປະຊຸມຄົບຄະນະ ຄັ້ງທີ 11 ຂອງຄະນະບໍລິຫານງານສູນກາງພັກ ສະໄໝທີ XI ໄດ້ເປີດຂຶ້ນໃນວັນທີ 21 -...

ກຳນົດຈັດງານ 5 ວັນ ບຸນນະມັດສະການພຣະທາດຫຼວງວຽງຈັນ ຈະຈັດຂຶ້ນໃນລະຫວ່າງວັນທີ 1-5 ພະຈິກ 2025

ໃນວັນທີ 21 ຕຸລາ 2025 ພິທີຖະແຫຼງຂ່າວ ງານປະເພນີບຸນນະມັດສະການ ພຣະທາດຫຼວງ ແລະ ງານວາງສະແດງສິນຄ້າ ປະຈຳປີ ຄສ 2025 ຈັດຂຶ້ນ ທີ່ເດີ່ນພຣະທາດຫຼວງວຽງຈັນ...

ຍີ່ປຸ່ນ ຊ່ວຍເຫຼືອລ້າໂຄງການເກັບກູ້ລະເບີດບໍ່ທັນແຕກ ຢູ່ແຂວງ ຈຳປາສັກ ສາລະວັນ ແລະ ເຊກອງ ມູນຄ່າ 4,5 ລ້ານໂດລາສະຫະລັດ

ລັດຖະບານຍີ່ປຸ່ນສືບຕໍ່ໃຫ້ການຊ່ວຍເຫຼືອວຽກງານ ລບຕ ຢູ່ພາກໃຕ້ຂອງລາວ ໃນວັນທີ 20 ຕຸລາ 2025 ທີ່ນະຄອນຫຼວງວຽງຈັນ ສປປ ລາວ ກະຊວງການຕ່າງປະເທດ ຮ່ວມກັບ ສະຖານເອກອັກຄະລັດຖະທູດຍີ່ປຸ່ນ ປະຈໍາລາວ ໄດ້ຈັດພິທີລົງນາມເອກະ...