spot_img
Homeຂ່າວພາຍ​ໃນສານຂອງ ທ່ານນາຍົກລັດຖະມົນຕີ ເນື່ອງໃນໂອກາດວັນສາກົນຕ້ານຢາເສບຕິດ ຄົບຮອບ 38 ປີ

ສານຂອງ ທ່ານນາຍົກລັດຖະມົນຕີ ເນື່ອງໃນໂອກາດວັນສາກົນຕ້ານຢາເສບຕິດ ຄົບຮອບ 38 ປີ

Published on

ສານຂອງ ທ່ານນາຍົກລັດຖະມົນຕີ ເນື່ອງໃນໂອກາດວັນສາກົນຕ້ານຢາເສບຕິດ ຄົບຮອບ 38 ປີ

ເນື່ອງໃນໂອກາດ ວັນສາກົນຕ້ານຢາເສບຕິດ ຄົບຮອບ 38 ປີ (26 ມິຖຸນາ 1987 – 26 ມິຖຸນາ 2025) ນີີ້, ໃນນາມຕາງໜ້າໃຫ້ພັກ ແລະ ລັດຖະບານ ແຫ່ງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ແລະ ໃນນາມສ່ວນຕົວ, ຂ້າພະເຈົ້າ ຂໍນໍາເອົາຄວາມຢ້ຽມຢາມຖາມຂ່າວອັນອົບອຸ່ນ, ຄວາມສາມັກຄີຮັກແພງອັນສະໜິດສະໜົມ ມາຍັງປະຊາຊົນ, ເພື່ອນມິດສະຫາຍ, ນາຍ ແລະ ພົນທະຫານ, ນາຍ ແລະ ພົນຕໍາຫຼວດ ແລະ ພະນັກງານລັດ-ຖະກອນ ໃນຂອບເຂດທົ່ວປະເທດ, ຖືໂອກາດນີີ້ ເປັນການຢືນຢັນຄືນເຖິງມານະຈິດທາງການເມືອງ ແລະ ຄວາມໝາຍໝັ້ນອັນແຮງກ້າ ຂອງວົງຄະນາຍາດສາກົນ ການຮ່ວມມືກັນໃນຂະບວນການຕ້ານຢາເສບຕິດແລ້ວ ຍັງເປັນໂອກາດອັນດີ ທີ່ພວກເຮົາຈະໄດ້ພ້ອມກັນທົບທວນ ແລະ ສັງເກດຕີລາຄາຄືນກ່ຽວກັບຜົນສໍາເລັດ ແລະ ບັນຫາຂໍ້ຄົງຄ້າງ ໂດຍສະເພາະໃນການຈັດຕັ້ງປະຕິບັດວາລະແຫ່ງຊາດ ວ່າດ້ວຍການແກ້ໄຂບັນຫາຢາເສບຕິດ (2021-2025) ໃນ 1 ປີ ຜ່ານມາ.

ເປັນທີ່ຊາບກັນດີແລ້ວວ່າ, ຢາເສບຕິດ ເປັນບັນຫາໃຫຍ່ລະດັບໂລກ ທີ່ບັນດາປະເທດ ຕ່າງກໍ່ໃຫ້ຄວາມສໍາຄັນ ແລະ ເອົາໃຈໃສ່ຮ່ວມມືກັນ ໃນການຄວບຄຸມ, ສະກັດກັ້ນ, ຕ້ານ ແລະ ແກ້ໄຂບັນຫາດັ່ງກ່າວ. ປັດຈຸບັນ, ຢູ່ປະເທດເຮົາ ກໍພວມຜະເຊີນກັບໄພຂົ່ມຂູ່ຈາກບັນຫາຢາເສບຕິດເຊັ່ນກັນ ຊຶ່ງໄດ້ແຜ່ລະບາດໄປທົ່ວທຸກບ່ອນ ນັບທັງຕົວເມືອງ, ຊົນນະບົດ ແລະ ເຂດຫ່າງໄກສອກຫລີກ ໃນລະດັບທີ່ແຕກຕ່າງກັນ; ບັນຫາຢາເສບຕິດ ໄດ້ກາຍເປັນໜຶ່ງ ໃນບັນດາປະກົດການຫຍໍ້ທໍ້ທາງສັງຄົມ, ການລະບາດຂອງຢາເສບຕິດໄດ້ເປັນໜໍ່ແໜງ, ເປັນສາເຫດຕົ້ນຕໍ ຂອງການເກີດຄວາມຮຸນແຮງ ກໍ່ອາຊະຍາກໍາ ແລະ ສິ່ງຫຍໍ້ທໍ້ຕ່າງໆໃນສັງຄົມ ຊຶ່ງເປັນໄພອັນຕະລາຍ ຕໍ່ຄວາມໝັ້ນຄົງຂອງຊາດ ແລະ ໄດ້ສົ່ງຜົນກະທົບໂດຍກົງ ຕໍ່ການພັດທະນາເສດຖະກິດ-ສັງຄົມ, ຕໍ່ຊິວິດ, ສຸຂະພາບຂອງປະຊາຊົນ, ພົນລະເມືອງລາວເຮົາ ໂດຍສະເພາະໄດ້ເບື່ອເມົາຊາວໜຸ່ມ, ເຍົາວະຊົນ ທີ່ເປັນຜູ້ສືບທອດພາລະກິດປະຕິວັດ, ເປັນ ກໍາລັງແຮງງານ ໃນການປົກປັກຮັກສາ ແລະ ສ້າງສາພັດທະນາປະເທດຊາດໃນອະນາຄົດ.

ປັດຈຸບັນ, ການຄ້າຂາຍຢາເສບຕິດ ໄດ້ກາຍເປັນຂະບວນການຂ້າມຊາດ ທີ່ລັດຖະບານ ແລະ ປະຊາຊົນລາວ ກໍຄື ບັນດາປະຊາຊາດໃນທົ່ວໂລກ ພ້ອມກັນຕໍ່ຕ້ານຢ່າງແຂງແຮງ. ເຖິງແມ່ນວ່າ ຫຼາຍປະເທດ ໄດ້ເພີ່ມທະວີມາດຕະການ, ຄວາມພະຍາຍາມຮ່ວມກັນ ໃນການຄວບຄຸມ, ສະກັດກັ້ນ, ປາບປາມ ແລະ ແກ້ໄຂບັນຫາດັ່ງກ່າວ ຢ່າງຕໍ່ເນື່ອງປານໃດກໍຕາມ ແຕ່ການຜະລິດ, ການຄ້າຂາຍ, ຈໍາໜ່າຍ, ການນໍາໃຊ້, ການລໍາລຽງຂົນສົ່ງສິ່ງເສບຕິດ ຢູ່ໃນທົ່ວໂລກ ກໍຍັງບໍ່ຫລຸດລົງ ແລະ ມີທ່າອ່ຽງເພີ່ມຂຶ້ນ ຢ່າງໜ້າເປັນຫ່ວງ.

ຍ້ອນເຫັນໄດ້ເຖິງໄພອັນຕະລາຍ ແລະ ຄວາມຈໍາເປັນພາວະວິໄສ ໃນການແກ້ໄຂບັນຫາຢາເສບຕິດ ໃຫ້ມີຄວາມເດັດຂາດ. ໃນຊຸມປີຜ່ານມາ, ພັກ-ລັດຖະບານພວກເຮົາ ໄດ້ນໍາພາ-ຊີ້ນໍາ ການຈັດຕັ້ງປະຕິບັດວຽກງານວິຊາສະເພາະດັ່ງກ່າວ ຢ່າງຈົດຈໍຕະຫລອດມາ ໂດຍສະເພາະ ການສືບຕໍ່ຈັດຕັ້ງປະຕິ ບັດ ວາລະແຫ່ງຊາດ ວ່າດ້ວຍການແກ້ໄຂບັນຫາຢາເສບຕິດ(2021-2025). ມາຮອດເວລານີ້, ພັກ-ລັດ ຖະບານ ໄດ້ສືບຕໍ່ຈັດຕັ້ງປະຕິບັດວາລະແຫ່ງຊາດ ວ່າດ້ວຍການແກ້ໄຂບັນຫາຢາເສບຕິດ (2024-2025) ຢ່າງເຕັມຮູບແບບ ເຊິ່ງໄດ້ສຸມໃສ່ເນື້ອໃນ 6 ວຽກຈຸດສຸມ ໃນວາລະແຫ່ງຊາດ ໂດຍສະເພາະ ວຽກງານສ້າງຄວາມຮັບຮູ້ທົ່ວສັງຄົມ ດ້ວຍການໂຄສະນາເຜີຍແຜ່ລະບຽບກົດໝາຍ, ຜົນຮ້າຍຂອງຢາເສບຕິດ, ເນື້ອໃນວາລະແຫ່ງຊາດ ວ່າດ້ວຍການແກ້ໄຂບັນຫາຢາເສບຕິດ ໂດຍຜ່ານພາຫະນະສື່ມວນຊົນ ຄື: ລະຄອນສັ້ນ, ສະປອດ, ບົດເພງ, ຕິດປ້າຍຄໍາຂວັນ, ປ້າຍຮູບຈິນຕະນາການ, ແຈກຢາຍແຜ່ນພັບ, ໂປສເຕີ, ປຶ້ມຄູ່ມືໂຄສະນາ, ປຶ້ມວິທີການ, ເຕັກນິກ ແລະ ຂັ້ນຕອນການໂຄສະນາ. ພ້ອມກັນນັ້ນ, ຄະນະກໍາມະການ ແກ້ໄຂບັນຫາຢາເສບຕິດລະດັບຊາດ ໄດ້ຈັດຂະບວນການແຂ່ງຂັນເພງຮ້ອງ, ກອນ,ຂັບລໍາ ແລະ ລະຄອນສັ້ນ ຂຶ້ນໃນທົ່ວປະເທດ ເຊິ່ງເນື້ອໃນ ສະແດງໃຫ້ເຫັນເຖິງ ພິດໄພ, ຜົນຮ້າຍຂອງຢາເສບຕິດ ຢ່າງກວ້າງຂວາງ, ຕໍ່ເນື່ອງໃຫ້ພະນັກງານ-ລັດຖະກອນ, ນັກຮຽນ, ນັກສຶກສາ, ຊາວໜຸ່ມ, ໄວໜຸ່ມ ແລະ ປະຊາຊົນລາວ ບັນດາເຜົ່າ. ຜ່ານການຈັດຕັ້ງປະຕິບັດ ເຫັນໄດ້ວ່າ ພົນລະເມືອງລາວສ່ວນຫລາຍ ແມ່ນມີຄວາມຮັບຮູ້-ເຂົ້າໃຈ ຢ່າງຖືກຕ້ອງຕໍ່ກັບພິດໄພ, ຜົນຮ້າຍ ແລະ ຄວາມເປັນອັນ ຕະລາຍຂອງຢາເສບຕິດ.

ພ້ອມກັນນີ້, ການສ້າງຄວາມເຂັ້ມແຂງທົ່ວສັງຄົມ ໂດຍການເຮັດໃຫ້ຄອບຄົວ, ຊຸມຊົນ ຕື່ນຕົວເຂົ້າຮ່ວມສະກັດກັ້ນ ແລະ ແກ້ໄຂບັນຫາຢາເສບຕິດ ເປັນຕົ້ນ ສະຖາບັນຄອບຄົວ, ບ້ານ, ຊຸມຊົນ, ພາກລັດ, ພາກເອກະຊົນ ໄດ້ມີສ່ວນຮ່ວມຈັດຕັ້ງປະຕິບັດວາລະແຫ່ງຊາດ ວ່າດ້ວຍການແກ້ໄຂບັນຫາຢາເສບຕິດ ໂດຍທຸກພາກສ່ວນ, ທຸກໜ່ວຍງານທີ່ກ່ຽວຂ້ອງ ແມ່ນໄດ້ເອົາໃຈໃສ່ຢ່າງໃກ້ຊິດ ແທດເຖິງຮາກຖານປະຊາຊົນ ດ້ວຍການນໍາພາ-ຊີ້ນໍາ ເຮັດຕົວຈິງດ້ວຍຫຼາຍວິທີທີ່ເປັນລະບົບ, ຮັບປະ ກັນດ້ານການເມືອງ, ກົດໝາຍ, ວິຊາສະເພາະທີ່ກ່ຽວຂ້ອງ.

ພ້ອມກັນນີີ້, ລັດຖະບານ ຍັງໄດ້ສຸມໃສ່ ໃຫ້ທຸກພາກສ່ວນ ຮ່ວມກັນປະຕິບັດວຽກງານ 3 ສ້າງຕິດພັນກັບການສ້າງບ້ານ ໃຫ້ເປັນຫົວໜ່ວຍພັດທະນາ ໂດຍໄດ້ສ້າງສໍານັກງານອົງການ, ກົມກອງກໍາລັງປະກອບອາວຸດ, ບ້ານ, ສະຖາບັນການສຶກສາ, ຫົວໜ່ວຍການຜະລິດ, ບໍລິການ ທັງພາກລັດ ແລະ ເອກະຊົນ ຢູ່ຕາມທ້ອງຖິ່ນທົ່ວປະເທດ ປອດຈາກຢາເສບຕິດເພີ່ມຂຶ້ນ. ຄຽງຄູ່ກັນນັ້ນ, ລັດຖະບານ ຍັງໄດ້ເອົາໃຈໃສ່ ແລະ ໃຫ້ຄວາມສໍາຄັນ ຕໍ່ການປະຕິບັດມາດຕະການດ້ານກົດໝາຍ ຕໍ່ຜູ້ກະທໍາຜິດ.

ສະເພາະໃນປີນີີ້, ເຈົ້າໜ້າທີ່ປ້ອງກັນຄວາມສະຫງົບ ແມ່ນສາມາດສະກັດກັ້ນ ແລະ ຕ້ານຢາເສບຕິດໄດ້ຫຼາຍກໍລະນີ, ພ້ອມທັງໄດ້ເພີ່ມທະວີຄວາມເປັນເຈົ້າການ ໃນການຕິດຕາມ, ກວດກາ ແລະ ແກ້ໄຂບັນຫາດັ່ງກ່າວ ຢ່າງຕັ້ງໜ້າ ໂດຍໄດ້ມ້າງຄະດີ, ຢຶດຢາເສບຕິດ, ຢຶດອາວຸດເສິກ, ຢຶດຊັບສິນ, ວັດຖຸມີຄ່າ, ສານເຄມີຕ່າງໆ ທີ່ພວກກຸ່ມຄົນບໍ່ດີ ນໍາໄປຜະລິດເປັນຢາເສບຕິດ ແລະ ທີ່ສໍາຄັນ ແມ່ນສາມາດຈັບກຸມຜູ້ກະທໍາຜິດ ມາດໍາເນີນຄະດີຕາມລະບຽບກົດໝາຍ.

ເນື່ອງໃນວັນສາກົນຕ້ານຢາເສບຕິດ ວັນທີ 26 ມິຖຸນາ 2025 ຄົບຮອບ 38 ປີໃນປີນີ້, ຕາງໜ້າໃຫ້ ພັກ-ລັດຖະບານ ແຫ່ງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ, ຂ້າພະເຈົ້າຂໍສະແດງຄວາມຍ້ອງຍໍຊົມເຊີຍຢ່າງສຸດໃຈ ຕໍ່ເຈົ້າໜ້າທີ່ປ້ອງກັນຊາດ, ປ້ອງກັນຄວາມສະຫງົບ ແລະ ທຸກພາກ ສ່ວນທີ່ກ່ຽວຂ້ອງ ທັງຢູ່ສູນກາງ ແລະ ທ້ອງຖິ່ນຕະ ຫຼອດຮອດພໍ່ແມ່ປະຊາຊົນລາວບັນດາເຜົ່າ ໃນຂອບເຂດທົ່ວປະເທດທີ່ໄດ້ໃຫ້ການຮ່ວມມືປະກອບສ່ວນ ເຂົ້າໃນການສືບຕໍ່ຈັດຕັ້ງປະຕິບັດວາລະແຫ່ງຊາດ ວ່າດ້ວຍການແກ້ໄຂບັນຫາຢາເສບຕິດ (2024-2025) ໃນໄລຍະ 1 ປີຜ່ານມາ.

ໃນໂອກາດນີີ້, ຕາງໜ້າໃຫ້ ພັກ ແລະ ລັດຖະບານ ແຫ່ງ ສາທາລະນະລັດ ປະຊາທິປະໄຕປະຊາຊົນລາວ, ຂ້າພະເຈົ້າ ຂໍສະແດງຄວາມຂອບໃຈ ແລະ ຮູ້ບຸນຄຸນມາຍັງບັນດາປະເທດເພື່ອນມິດ, ຄູ່ຮ່ວມພັດທະນາ, ອົງການຈັດຕັ້ງສາກົນອົງການບໍ່ສັງກັດລັດຖະບານ ແລະ ພາກທຸລະກິດ ທັງພາຍໃນ ແລະ ຕ່າງປະເທດທີ່ໄດ້ໃຫ້ການຮ່ວມມື, ສະໜັບສະໜູນ, ຊ່ວຍເຫຼືອໃຫ້ແກ່ລັດຖະບານ ແລະ ປະຊາ ຊົນລາວໃນການຄວບຄຸມ, ສະກັດກັ້ນ, ຕ້ານ ແລະ ແກ້ໄຂບັນຫາຢາເສບຕິດໃຫ້ໄດ້ຮັບຜົນດີຕະຫລອດມາ ແລະ ຫວັງວ່າ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ຈະສືບຕໍ່ໄດ້ຮັບການສະໜັບສະໜູນຊ່ວຍເຫຼືອໃນອະນາຄົດ.

ບົດຄວາມຫຼ້າສຸດ

ສານຫວຽດນາມ ດຳເນີນຄະດີຜູ້ຕ້ອງສົງໃສພະນັກງານລັດ 41 ຄົນ ໃນຂໍ້ຫາສໍ້ລາດບັງຫຼວງ ສ້າງຄວາມເສຍຫາຍ 45 ລ້ານໂດລາ

ສານຫວຽດນາມໄດ້ເປີດການພິຈາລະນາຄະດີສໍ້ລາດບັງຫຼວງ ແລະ ຮັບສິນບົນ ມູນຄ່າ ເກືອບ 1,500 ລ້ານບາດ ຫຼື ປະມານ 45 ລ້ານໂດລາ. ສຳນັກຂ່າວຕ່າງປະເທດລາຍງານໃນວັນທີ 24 ມິຖຸນາ 2025,...

ນໍ້າຖ້ວມຮຸນແຮງຢູ່ແຂວງກຸຍໂຈ ຂອງ ສປ ຈີນ

ຝົນຕົກໜັກຕໍ່ເນື່ອງເຮັດໃຫ້ນໍ້າຖ້ວມໜັກໜ່ວງຢູ່ແຂວງກຸຍໂຈ (Guizhou) ຂອງ ສປ ຈີນ, ປະຊາຊົນ 80,000 ກວ່າຄົນ ຕ້ອງໄດ້ອົບພະຍົບຢ່າງເລັ່ງດ່ວນ. ລັດຖະບານຈີນໄດ້ປະກາດຍົກລະດັບມາດຕະການສຸກເສີນເພື່ອຮັບມືກັບໄພນໍ້າຖ້ວມກະທັນ, ເນື່ອງຈາກຝົນຕົກໜັກຕໍ່ເນື່ອງເປັນເວລາຫຼາຍມື້ໃນແຂວງກຸຍໂຈ ເຊິ່ງຕັ້ງຢູ່ທາງຕາເວັນຕົກສ່ຽງໃຕ້ຂອງ ສປ ຈີນ, ໂດຍລະດັບນໍ້າ...

ໄປບໍ່ລອດ! ເຈົ້າໜ້າທີ່ອຸທະຍານ ແຫ່ງປະເທດໄທ ຈັບກຸມຄົນລາວ 2 ຄົນ ລັກລອບຂາຍຊາກສັດປ່າ

ເຈົ້າໜ້າທີ່ໄທ ຈັບກຸມ 2 ຊາວລາວ ກຽມລັກລອບຄ້າຂາຍຊາກສັດປ່າຫຼາຍກວ່າ 101 ກິໂລກຼາມ ສຳນັກຂ່າວຕ່າງປະເທດລາຍງານໃນວັນທີ 25 ມິຖຸນາ 2025 ຜ່ານມາ, ເຈົ້າໜ້າທີ່ກົມອຸທະຍານແຫ່ງຊາດ ສັດປ່າ ແລະ...

ສະພາແຫ່ງຊາດ ພິຈາລະນາວຽກງານສໍາຄັນຂອງຊາດ

ກອງປະຊຸມສະໄໝສາມັນ ເທື່ອທີ 9 ຂອງສະພາແຫ່ງຊາດ ຊຸດທີ IX , ໃນວັນທີ 25 ມິຖຸນານີ້ ພາຍໃຕ້ການເປັນປະທານ ຂອງທ່ານ ນາງ ສູນທອນ...