spot_img
Homeຂ່າວພາຍ​ໃນຊີ້ແຈງຂໍ້ຂ້ອງໃຈຂອງສັງຄົມຕໍ່ການຕັດຕົ້ນໄມ້ຢູ່ຖະໜົນເສດຖາທິຣາດ

ຊີ້ແຈງຂໍ້ຂ້ອງໃຈຂອງສັງຄົມຕໍ່ການຕັດຕົ້ນໄມ້ຢູ່ຖະໜົນເສດຖາທິຣາດ

Published on

ຊີ້ແຈງແລ້ວ ຈາກກໍລະນີທີ່ເຈົ້າໜ້າທີ່ໄດ້ມີການຕັດຕົ້ນໄມ້ ຢູ່ຖະໜົນເສດຖາທິຣາດ

ເນື່ອງຈາກມີການກໍ່ສ້າງ ແລະ ຂະຫຍາຍໜ້າທາງ ລວມທັງຮ່ອງລະບາຍນໍ້າຢູ່ຖະໜົນເສດຖາທິຣາດເພື່ອພັດທະນາປະເທດຊາດໃຫ້ມີຄວາມຈະເລີນຮຸ່ງເຮືອງ ການສັນຈອນໄປມາມີຄວາມສະດວກສະບາຍ ຕິດພັນກັບໂຄງ ການພັດທະນາດັ່ງກ່າວ, ທາງໂຄງການຈຶ່ງໄດ້ມີການສຶກສາສຳຫຼວດຕໍ່ຜົນກະທົບຂອງຕົ້ນໄມ້ທີ່ຢູ່ລຽບເສັ້ນທາງຖະໜົນເສດຖາທິຣາດໄປພ້ອມໆກັນ ຊຶ່ງລ້ວນແຕ່ເປັນຕົ້ນໄມ້ທີ່ສູງໃຫຍ່ມີອາຍຸ 100 ປີ. ດັ່ງນັ້ນ, ຈຶ່ງໄດ້ມີການຕັດຮອນງ່າໄມ້, ຟື້ນຟູຮາກຕົ້ນໄມ້ ເພື່ອບໍາລຸງຮັກສາຕົ້ນໄມ້ໃຫ້ມີຄວາມສວຍງາມ ແລະ ຍືນຍົງ ເພື່ອຄວາມປອດໄພຂອງປະຊາຊົນໃນການສັນຈອນໄປມາ.

ທ່ານ ດວງຕາ ບົວລະວົງ ຮອງພາກວິຊາເສດຖະສາດເຕັກໂນໂລຊີປຸງແຕ່ງໄມ້, ຊ່ຽວຊານອຸດສາຫະກຳປຸ່ງແຕ່ງໄມ້ ແລະ ພັດທະນາຜະລິດຕະພັນ ໄດ້ຊີ້ແຈງຕໍ່ຂໍ້ຂ້ອງໃຈຂອງສັງຄົມ ຕໍ່ການຕັດຕົ້ນໄມ້ຢູ່ຖະໜົນເສດຖາທິຣາດຕໍ່ສື່ມວນຊົນໃນວັນທີ 24 ມິຖຸນາ ນີ້ ວ່າ: ເນື່ອງຈາກມີການກໍ່ສ້າງ ແລະ ຂະຫຍາຍໜ້າທາງ ລວມທັງຮ່ອງລະບາຍນໍ້າຢູ່ຖະໜົນເສດຖາທິຣາດ ພ້ອມທັງເປັນການຕັດຮອນກິ່ງງ່າໄມ້ໃຫ້ມັນແຕກພຸ່ມໃໝ່ໃນໄລຍະລະດູຝົນ ທັງເປັນການອະນຸລັກປົກປັກຮັກສາຕົ້ນໄມ້ທີ່ມີອາຍຸ 100 ປີໃຫ້ມີຄວາມຍືນຍົງ, ຄຽງຄູ່ກັບການປ້ອງກັນຄວາມປອດໄພ ແລະ ອຸບັດເຫດທີ່ອາດຈະເກີດຂຶ້ນຂອງປະຊາຊົນ ຈຶ່ງຈໍາເປັນຕ້ອງໄດ້ມີການຕັດຮອນກິ່ງງ່າໄມ້ອອກ.

ທ່ານກ່າວໃຫ້ຮູ້ອີກວ່າ: ຕໍ່ບັນຫາການຕັດຕົ້ນໄມ້ທີ່ສັງຄົມມີຄວາມກັງວົນຢ້ານມັນຕາຍ, ຜ່ານການທົດລອງມາຫຼາຍເຂດຢູ່ໂສກປ່າຫຼວງ, ໂຮງໝໍມະໂຫສົດ, ຢູ່ແຂວງຄຳມ່ວນ ແລະ ທາງເລກທີ 13 ໃຕ້ພາຍຫຼັງການຕັດຮອນກິ່ງງ່າ ແມ່ນຈະມີການແຕກປົ່ງໃໝ່ຕົ້ນໄມ້ຈະບໍ່ຕາຍ, ການຕັດເພື່ອບໍ່ໃຫ້ກະທົບກັບແຮງລົມຫຼາຍທີ່ສຸດ ເພື່ອໃຫ້ສັງຄົມສັນຈອນໄປມາດ້ວຍຄວາມປອດໄພ ຊຶ່ງທາງໂຄງການ ແລະ ຜູ້ຮັບເໝົາຈະໄດ້ມີການຟື້ນຟູຮາກຕົ້ນໄມ້ໃນກາງເດືອນກໍລະກົດນີ້ເປັນການເລັ່ງດ່ວນ ເນື່ອງຈາກມີຊາຍມາຖົມເຮັດໃຫ້ຕົ້ນໄມ້ຕາຍ ບໍ່ສາມາດຂະຫຍາຍຕົວໄດ້.

ສະນັ້ນ, ພວກເຮົາຕ້ອງໄດ້ໃສ່ຝຸ່ນໃຫ້ອາຫານພຽງພໍ ເພາະຕົ້ນໄມ້ດັ່ງກ່າວມີອາຍຸ 100 ປີມີຄຸນຄ່າທາງປະຫວັດສາດ. ພ້ອມນັ້ນ, ພວກເຮົາຈະນໍາໃຊ້ເຕັກນິກຫັນຕົ້ນໄມ້ປີລະ 5 ອົງສາ ເພື່ອເຮັດໃຫ້ຕົ້ນໄມ້ກັບຄືນມາຊື່ບໍ່ໃຫ້ເນີ້ງ. ການຕັດລິກິ່ງງ່າເພື່ອຮັກສາສຸຂະພາບຂອງຕົ້ນໄມ້, ປັດຈຸບັນພວກເຮົາເຮັດໃຫ້ມັນປອດໄພກ່ອນ ແລ້ວຈຶ່ງກັບຄືນມາຟື້ນຟູຮາກຂອງຕົ້ນໄມ້ເພື່ອໃຫ້ມີຄວາມຍືນຍົງ ຊຶ່ງໃນກາງເດືອນກໍລະກົດ ຫາເດືອນສິງຫາ ຄາດວ່າຈະໃຫ້ສຳເລັດ 100%, ສຳລັບຕົ້ນໄມ້ທີ່ເນີ້ງພວກເຮົາມີແຜນຢູ່ໃນໄລຍະເດືອນຕຸລາ ຫຼັງຈາກໃບມັນປົ່ງສົມບູນຕົ້ນແຂງແຮງ ຮາກຕິດກັບຕົ້ນແລ້ວພວກເຮົາຈະຄ່ອຍຫັນໃຫ້ຕົ້ນໄມ້ຕັ້ງຊື່ເພື່ອໃຫ້ມີຄວາມສວຍງາມຖືກກັບເຕັກນິກ, ບາງຕົ້ນພວກເຮົາຈະໄດ້ບັອກຮາກຕົ້ນໄມ້ເພື່ອບໍ່ໃຫ້ເຂົ້າໂຄງສ້າງຂອງຮ່ອງລະບາຍນໍ້າເພື່ອບໍ່ໃຫ້ມັນເປ່ເພ.

ສຳລັບຕົ້ນໄມ້ຢູ່ຖະໜົນເສດຖາທິລາດມີທັງໝົດ 59 ຕົ້ນ, ຕົ້ນໄມ້ສ່ຽງທີ່ຈະລົ້ມມີ 12 ຕົ້ນ, ໃນເສັ້ນມະໂຫສົດຕ້ອງໄດ້ຕັດອອກຕົ້ນໜຶ່ງ ເພາະມັນໂດກແລ້ວ, ມີສອງຕົ້ນສ້ອມກິ່ງງ່າໂດກອອກ ມາຮອດປັດຈຸບັນການຕັດຕົ້ນໄມ້ດັ່ງກ່າວສຳເລັດ 80%, ຕັດກິ່ງງ່າສຳເລັດແລ້ວ 51 ຕົ້ນ.

ແຫຼ່ງຂ່າວ: ໜັງສືພິມປະຊາຊົນ

ບົດຄວາມຫຼ້າສຸດ

ຄົ້ນຄວ້າ-ປຶກສາຫາລື 8 ບັນດາຫົວຂໍ້ທີ່ສໍາຄັນ ໃນກອງປະຊຸມສະໄໝສາມັນຂອງລັດຖະບານ ປະຈຳເດືອນສິງຫາ 2025

ກອງປະຊຸມສະໄໝສາມັນຂອງລັດຖະບານ ປະຈຳເດືອນສິງຫາ 2025 ກອງປະຊຸມສະໄໝສາມັນຂອງລັດຖະບານ ປະຈຳເດືອນສິງຫາ 2025 ໄດ້ໄຂຂຶ້ນໃນຕອນເຊົ້າ ວັນທີ 25 ສິງຫາ2025 ທີ່ສໍານັກງານນາຍົກລັດຖະມົນຕີ, ພາຍໃຕ້ການເປັນປະທານ ຂອງທ່ານ ສອນໄຊ ສີພັນດອນ,...

ປັບສູງສຸດ 2,000 ໂດລາ ສິງກະໂປເຂັ້ມງວດ ຈັດຢາສູບໄຟຟ້າ ຢູ່ໃນໝວດຢາເສບຕິດ

ສິງກະໂປເຂັ້ມງວດ ຈັດຢາສູບໄຟຟ້າ ຢູ່ໃນໝວດຢາເສບຕິດ ພ້ອມທັງຕັ້ງຄ່າປັບໄໝສູງສຸດ 2,000 ໂດລາ ຫຼື ປະມານ 45 ລ້ານກີບ ສຳນັກຂ່າວຕ່າງປະເທດລາຍງານໃນວັນທີ 18 ສິງຫາ 2025 ຜ່ານມາ,...

ປະຫວັດ “ບຸນຫໍ່ເຂົ້າປະດັບດິນ” ປະເພນີລາວທີ່ສືບທອດມາແຕ່ບູຮານນະການ

ວັນບຸນຫໍ່ເຂົ້າປະດັບດິນ ບຸນປະເພນີທີ່ບູຮານໄດ້ພາກັນປະຕິບັດກັນມາ ເພື່ອເປັນການອຸທິດບຸນກຸສົນ ໃຫ້ກັບຍາດຕິພີ່ນ້ອງ ຜູ້ທີ່ລ່ວງລັບໄປແລ້ວ ລວມທັງສັມພະເວສີ ຜີທີ່ບໍ່ມີຍາດ. ຄວາມ​ໝາຍ​ຄວາມ​ສໍາຄັນ​ຂອງ​ບຸນ​ຫໍ່​ເຂົ້າປະດັບດິນ: ຫໍ່​ເຂົ້າປະດັບດິນ ໝາຍ​ເຖິງ ການ​ນໍາ​ເອົາ​ອາຫານ​ຫວານ​ຄາວ ຊີ້ນ​ແຫ້ງ​ປາ​ຕາຍ, ເຂົ້າຕົ້ມເຂົ້າໜົມ, ໝາກ​ໄມ້​ນານາ​ຊະນິດ ແລະ...

ເງື່ອນໄຂ-ການປະຕິບັດນະໂຍບາຍ ຕໍ່ຄູອາສາສະໝັກ ທີ່ຈະເຂົ້າເປັນລັດຖະກອນປ້ອງກັນຊາດ

ເປີດເງື່ອນໄຂ-ການປະຕິບັດນະໂຍບາຍ ຕໍ່ຄູອາສາສະໝັກ ທີ່ຈະເຂົ້າເປັນລັດຖະກອນປ້ອງກັນຊາດ ໃນລະຫວ່າງວັນທີ 15-19 ສິງຫາ 2025 ນີ້, ຄະນະຮັບຜິດຊອບການບັນຈຸຄູອາສາສະໝັກເຂົ້າເປັນກຳລັງປ້ອງກັນຊາດ ນຳໂດຍ ທ່ານ ນາງ ຄຳພັດ ໄຊຍະລິນຄຳ ຮອງຫົວໜ້າກົມສ້າງຄູ...