spot_img
Homeຂ່າວພາຍ​ໃນກອງປະຊຸມສະໄໝສາມັນ ຂອງລັດຖະບານ ປະຈຳເດືອນພຶດສະພາ 2025

ກອງປະຊຸມສະໄໝສາມັນ ຂອງລັດຖະບານ ປະຈຳເດືອນພຶດສະພາ 2025

Published on

ໄຂກອງປະຊຸມສະໄໝສາມັນ ຂອງລັດຖະບານ ປະຈຳເດືອນພຶດສະພາ 2025 ຢ່າງເປັນທາງການ.

ກອງປະຊຸມສະໄໝສາມັນ ຂອງລັດຖະບານ ປະຈຳເດືອນພຶດສະພາ 2025 ໄຂຂຶ້ນໃນວັນທີ29 ພຶດສະພາ 2025 ທີ່ສໍານັກງານນາຍົກລັດຖະມົນຕີ, ພາຍໃຕ້ການເປັນປະທານຂອງ ທ່ານ ສອນໄຊ ສີພັນດອນ ນາຍົກລັດຖະມົນຕີ, ມີບັນດາທ່ານຮອງນາຍົກລັດຖະມົນຕີ, ສະມາຊິກລັດຖະບານ, ຜູ້ຕາງໜ້າກະຊວງ-ອົງການເຂົ້າຮ່ວມແບບເຊິ່ງໜ້າ; ການນໍາຂອງບັນດາແຂວງ ແລະ ນະຄອນຫລວງວຽງຈັນ ເຂົ້າຮ່ວມຜ່ານລະບົບກອງປະຊຸມທາງໄກ ເພື່ອຮັບຟັງ ແລະ ປະກອບຄຳເຫັນຕໍ່ການລາຍງານສະພາບພົ້ນເດັ່ນປະຈຳເດືອນພຶດສະພາ ແລະ ທິດທາງແຜນວຽກຈຸດສຸມປະຈຳເດືອນມິຖຸນາ 2025.

ກອງປະຊຸມຄັ້ງນີ້, ຈະດໍາເນີນເປັນເວລາ 2 ວັນ ໂດຍຈະໄດ້ພ້ອມກັນຄົ້ນຄວ້າ, ປຶກສາຫາລື, ປະ ກອບຄຳເຫັນ ແລະ ພິຈາລະນາ ຕໍ່ບັນດາຫົວຂໍ້ທີ່ສໍາຄັນ ຄື: ການສະຫລຸບວຽກງານພົ້ນເດັ່ນປະຈໍາເດືອນພຶດສະພາ ແລະ ທິດທາງແຜນການປະຈຳເດືອນມິຖຸນາ 2025 ຂອງລັດຖະບານ; ລາຍງານໂດຍຫຍໍ້ກ່ຽວກັບຫົວຂໍ້ ແລະ ເນື້ອໃນ ທີ່ລັດຖະບານ ຈະລາຍງານຕໍ່ກອງປະຊຸມສະໄໝສາມັນ ເທື່ອທີ 9 ຂອງສະພາແຫ່ງຊາດ ຊຸດທີ IX ແລະ ບົດລາຍງານຂອງທ່ານນາຍົກລັດຖະມົນຕີ ກ່ຽວກັບການຈັດຕັ້ງປະຕິບັດແຜນພັດ ທະນາເສດຖະກິດ-ສັງຄົມ, ແຜນງົບປະມານແຫ່ງລັດ, ແຜນເງິນຕາ 6 ເດືອນຕົ້ນປີ 2025 ແລະ ແຜນການ 6 ເດືອນທ້າຍປີ 2025; ລາຍງານກ່ຽວກັບການທາບທາມຮ່າງແຜນພັດທະນາເສດຖະກິດ-ສັງຄົມ ແຫ່ງຊາດ 5 ປີ ຄັ້ງທີX (2026-2030); ລາຍງານກ່ຽວກັບການຈັດຕັ້ງປະຕິບັດບັນດານະໂຍບາຍ, ນິຕິກຳ, ກົນໄກຕ່າງໆ ໃນການພັດທະນາພະລັງງານໄຟຟ້ານໍ້າຕົກ; ລາຍງານກ່ຽວກັບການຈັດຕັ້ງປະຕິບັດປີທ່ອງທ່ຽວລາວ ແລະ ທິດທາງແຜນ ການໃນຕໍ່ໜ້າ; ລາຍງານກ່ຽວກັບການຕີລາຄາການໂຄສະນາເຜີຍແຜ່ກົດໝາຍທົ່ວປະເທດ; ລາຍງານກ່ຽວກັບນະ ໂຍບາຍການການກໍ່ສ້າງ-ສ້ອມແປງເສັ້ນທາງໃນໄລຍະໃໝ່ (ຜົນຂອງກອງປະຊຸມຮ່ວມ ລະຫວ່າງ ຄະນະລັດຖະບານ ກັບ ຄະນະປະຈໍາສະພາແຫ່ງຊາດ ຄັ້ງທີ 2ປີ 2024) ແລະ ລາຍງານກ່ຽວກັບການກໍ່ສ້າງ ແລະ ສ້ອມແປງເສັ້ນທາງຕ່າງໆ ທີ່ຍັງຫຍຸ້ງຍາກ ແລະ ເປ່ເພ.

ພ້ອມນີ້, ຍັງຈະໄດ້ປຶກສາຫາລືກ່ຽວກັບ ຮ່າງຍຸດທະສາດພັດທະນາການເງິນແຫ່ງລັດ ຮອດປີ 2035 ແລະ ວິໄສທັດຮອດປີ2040; ຮ່າງດຳລັດ ວ່າດ້ວຍການຄຸ້ມຄອງ ແລະ ການກູ້ຢືມໂດຍກົງ, ການໃຫ້ກູ້ຢືມຕໍ່ ແລະ ການຄໍ້າປະກັນການໃຫ້ກູ້ຢືມ; ຮ່າງດຳລັດວ່າດ້ວຍໜຶ່ງເມືອງໜຶ່ງຜະລິດຕະພັນ; ຮ່າງດໍາລັດວ່າ ດ້ວຍການສົ່ງເສີມທຸລະກິດແບບສະຕາດອັບ; ຮ່າງດຳລັດ ວ່າດ້ວຍນະໂຍບາຍຕໍ່ຄະນະກິລາທີມຊາດ ແລະ ຮ່າງດຳລັດວ່າດ້ວຍສະຖານທີ່ທ່ອງທ່ຽວ.

ໃນໂອກາດກ່າວເປີດກອງປະຊຸມ, ທ່ານປະທານກອງປະຊຸມ ໄດ້ຍົກໃຫ້ເຫັນສະພາບການພົ້ນເດັ່ນທີ່ເກີດຂຶ້ນຢູ່ພາກພື້ນ ແລະ ສາກົນຍັງສືບຕໍ່ຜັນແປຢ່າງສະຫລັບສັບຊ້ອນ ແລະ ຄາດເດົາໄດ້ຍາກ ໂດຍສະເພາະ ແມ່ນຄວາມຂັດແຍ່ງທາງດ້ານເສດຖະກິດ-ການຄ້າ ລະຫວ່າງ ສ ອາເມລິກາ ກັບ ສປ ຈີນ ເຖິງວ່າໄດ້ມີການເຈລະຈາຜ່ອນອັດຕາພາສີລົງ ແຕ່ໃນໄລຍະຍາວກໍຍັງຄາດເດົາໄດ້ຍາກ ວ່າຈະເປັນໄປໃນທິດທາງໃດ, ຄວາມຂັດແຍ່ງທາງດ້ານການທະຫານ ແລະ ການເມືອງຢູ່ພາກພື້ນ ແລະ ສາກົົນ ແມ່ນຍັງສືບຕໍ່ເຄັ່ງຮ້ອນ. ນອກ ຈາກນີ້, ຍັງມີໄຟໄໝ້ປ່າ, ພະຍາດລະບາດ ແລະ ບັນຫາອື່ນໆ ກໍຍັງຈະສືບຕໍ່ເປັນສິ່ງທ້າທາຍທີ່ຈະເປັນໄພຄຸກຄາມ ແລະ ສ້າງຜົນເສຍຫາຍ ຕໍ່ຊີວິດ ແລະ ຊັບສິນ ຂອງປະຊາຊົນຢູ່ຫລາຍປະເທດ.

ຈາກສະພາບຄືດັ່ງກ່າວ ເຮັດໃຫ້ສະພາບເສດຖະກິດໂລກ ທີ່ມີຄວາມຫຍຸ້ງຍາກຢູ່ແລ້ວນັ້ນ ຍິ່ງຈະສືບຕໍ່ມີຄວາມຜັນຜວນ ແລະ ມີຜົນກະທົບເປັນວົງກ້ວາງຕື່ມ ໂດຍສະເພາະຕໍ່ການພັດທະນາເສດຖະກິດ-ສັງຄົມ ຂອງປະເທດເຮົາ. ສະນັ້ນ, ບັນດາຂະແໜງການກ່ຽວຂ້ອງ ຈະຕ້ອງໄດ້ພ້ອມກັນສືບຕໍ່ສຸມໃສ່ຄົ້ນຄວ້າ ບັນດາມາດຕະການ ແລະ ວິທີການ ໃນການປ້ອງກັນ ແລະ ແກ້ໄຂຜົນກະທົບຕໍ່ຊີວິດການເປັນຢູ່ຂອງປະຊາຊົນ, ພະນັກງານ-ລັດຖະກອນ ແລະ ການພັດທະນາເສດຖະກິດ-ສັງຄົມ ຂອງປະເທດເຮົາ.
ຂ່າວ-ພາບ: ກົມປະຊາສຳພັນ ຫສນຍ

ບົດຄວາມຫຼ້າສຸດ

ເຈົ້າໜ້າທີ່ຈັບກຸມ ຄົນໄທ 4 ແລະ ຄົນລາວ 1 ທີ່ລັກລອບຂົນເຮໂລອິນເກືອບ 22 ກິໂລກຣາມ ໄດ້ຄາດ່ານໜອງຄາຍ

ເຈົ້າໜ້າທີ່ຈັບກຸມ ຄົນໄທ 4 ແລະ ຄົນລາວ 1 ທີ່ລັກລອບຂົນເຮໂລອິນເກືອບ 22 ກິໂລກຣາມ ຄາດ່ານໜອງຄາຍ (ດ່ານຂົວມິດຕະພາບແຫ່ງທີ 1) ໃນວັນທີ 3 ພະຈິກ...

ຂໍສະແດງຄວາມຍິນດີນຳ ນາຍົກເນເທີແລນຄົນໃໝ່ ແລະ ເປັນນາຍົກທີ່ເປັນ LGBTQ+ ຄົນທຳອິດ

ວັນທີ 03/11/2025, ຂໍສະແດງຄວາມຍິນດີນຳ ຣອບ ເຈດເທນ (Rob Jetten) ນາຍົກລັດຖະມົນຕີຄົນໃໝ່ຂອງປະເທດເນເທີແລນ ດ້ວຍອາຍຸ 38 ປີ, ແລະ ຍັງເປັນຄັ້ງປະຫວັດສາດຂອງເນເທີແລນ ທີ່ມີນາຍົກລັດຖະມົນຕີອາຍຸນ້ອຍທີ່ສຸດ...

ຫຸ່ນຍົນທຳລາຍເຊື້ອມະເຮັງ ຄວາມຫວັງໃໝ່ຂອງວົງການແພດ ຄາດວ່າຈະໄດ້ນໍາໃຊ້ໃນປີ 2030

ເມື່ອບໍ່ດົນມານີ້, ຜູ້ຊ່ຽວຊານຈາກ Karolinska Institutet ປະເທດສະວີເດັນ, ໄດ້ພັດທະນາຮຸ່ນຍົນທີ່ມີຊື່ວ່າ ນາໂນບອດທີ່ສ້າງຂຶ້ນຈາກດີເອັນເອ ສາມາດເຄື່ອນທີ່ເຂົ້າຜ່ານກະແສເລືອດ ແລະ ປ່ອຍຢາ ເພື່ອກຳຈັດເຊື້ອມະເຮັງທີ່ຢູ່ໃນຮ່າງກາຍ ເຊັ່ນ: ມະເຮັງເຕົ້ານົມ ແລະ...

ຝູງລີງຕິດເຊື້ອຫຼຸດ! ລົດບັນທຸກຝູງລີງທົດລອງຕິດເຊື້ອໄວຣັສ ປະສົບອຸບັດຕິເຫດ ເຮັດໃຫ້ລີງຈຳນວນໜຶ່ງຫຼຸດອອກ ຢູ່ລັດມິສຊິສຊິບປີ ສະຫະລັດອາເມລິກາ

ລັດມິສຊິສຊິບປີ ລະທຶກ! ລົດບັນທຸກຝູງລີງທົດລອງຕິດເຊື້ອໄວຣັສ ປະສົບອຸບັດຕິເຫດ ເຮັດໃຫ້ລິງຈຳນວນໜຶ່ງຫຼຸດອອກໄປໄດ້. ສຳນັກຂ່າວຕ່າງປະເທດລາຍງານໃນວັນທີ 28 ຕຸລາ 2025, ລົດບັນທຸກຂົນຝູງລີງທົດລອງທີ່ອາດຕິດເຊື້ອໄວຣັສ ໄດ້ເກີດອຸບັດຕິເຫດປິ້ນລົງຂ້າງທາງ ຢູ່ເສັ້ນທາງຫຼວງລະຫວ່າງລັດໝາຍເລກ 59 ໃນເຂດແຈສເປີ ລັດມິສຊິສຊິບປີ...