spot_img
Homeຂ່າວຕ່າງປະເທດສະຫະລັດ ຈະເພີ່ມຈຳນວນທະຫານ ຢູ່ອາຟການິສະຖານ ຫຼັງປີ 2015

ສະຫະລັດ ຈະເພີ່ມຈຳນວນທະຫານ ຢູ່ອາຟການິສະຖານ ຫຼັງປີ 2015

Published on

USA-army

ຕາມ​ຂ່າວ​ຈາກ​ໜັງສືພິມເອ​ເລັກ​ໂຕຼ​ນິກ ຂອງ​ກອງທັບ​ປະຊາຊົນ​ຫວຽດນາມ ລາຍ​ງານ​ວັນ​ທີ 26/11/2014 ວ່າ: ສະຫະລັດ​ອາດ​ຈະ​ເພີ່ມ​ກຳລັງ​ທະຫານ​ປະຈຳການ​ຢູ່ ອາ​ຟະ​ກາ​ນິ​ສະຖານ ຕື່ມ​ອີກ 1.000 ຄົນ ຫຼັງຈາກ​ຖອນ​ທະຫານ​ອອກ​ຈາກ​ປະເທດ​ນີ້ ​ໃນ​ທ້າຍ​ປີ 2014.

ໂດຍ​ໄດ້​ບົດຮຽນ​ຈາກ​ສົງຄາມຢູ່​ອີ​ຣັກ ຄື​ພາຍຫຼັງ​ທີ່​ສະຫະລັດ​ຖອນ​ທະຫານ​ອອກ​ໄປ​ແລ້ວ ສະຖານະ​ການຢູ່​ອີ​ຣັກ ກໍ່​ຍັງ​ຮ້າຍ​ແຮງ​ຢູ່​ຄືເກົ່າ ຜົນ​ປະໂຫຍດ​ຂອງ​ສະຫະລັດ​ຖືກ​ທຳລາຍ ດັ່ງນັ້ນ ສະຫະລັດ​ຈຶ່ງ​ຕ້ອງ​ເພີ່ມກຳລັງ​ທະຫານ​ທີ່​ຈະ​ປະຈຳການ​ຢູ່ອາ​ຟະ​ກາ​ນິ​ສະຖານ ພາຍຫຼັງ​ທີ່​ຖອນ​ກຳລັງ​ອອກ​ໄປ​ໃນ​ທ້າຍ​ປີ​ນີ້ ຕາມ​ສັນຍາ​ທີ່​ໄດ້​ປະກາດ​ໄວ້ ໂດຍ​ຈະ​ເພີ່ມ​ຈາກ​ເດີມ 9.800 ຄົນ ເປັນ 12.000 ຄົນ ເຊິ່ງ​ສະຫະລັດ​ອ້າງ​ວ່າ ຈຳນວນ​ທະຫານ​ທີ່​ເພີ່ມ​ນີ້ ​ຈະ​ເຮັດ​ໜ້າທີ່​ແທນ​ທະຫານ​ຂອງ​ບັນດາ​ປະເທດ​ພັນທະ​ມິດ ​ທີ່​ຍັງ​ບໍ່​ທັນ​ໄດ້​ເຂົ້າ​ມາ​ປະຈຳການ​ຢູ່ອາ​ຟະ​ກາ​ນິ​ສະຖານ ຕາມ​ທີ່​ໄດ້​ຕົກລົງ​ກັນ ທະຫານ​ເຫຼົ່າ​ນີ້ ຈຸດ​ໜັກ​ແມ່ນ​ຈະ​ເຮັດ​ໜ້າທີ່​ເປັນ​ທີ່​ປຶກສາ​ເຝິກແອບ ​ໃຫ້​ແກ່​ກອງ​ກຳລັງ​ຂອງ​ລັດຖະບານອາ​ຟະ​ກາ​ນິ​ສະຖານ ໂດຍ​ໂຄງການ​ນີ້​ມີ​ຊື່ວ່າ “ສະໜັບ​ສະ​ໜູນ” ເຊິ່ງ​ຈະ​ເລີ່ມ​ຕົ້ນ​ແຕ່​ວັນ​ທີ 1/12/2015 ເປັນຕົ້ນ​ໄປ.

 

ແຜນການ​ເພີ່ມ​ຈຳນວນ​ທະຫານ​ອາເມລິກາ ຢູ່​ອາ​ຟະ​ກາ​ນິ​ສະຖານ​ມີ​ຂຶ້ນ ພາຍຫຼັງ​ທີ່​ປະທານາທິບໍດີ ບາ​ຣັກ ໂອ​ບາ​ມາ ຕັດສິນ​ໃຈ​ຂະຫຍາຍ​ບົດບາດ ແລະ ໜ້າທີ່​ຂອງ​ກອງ​ກຳລັງ​ທະຫານ​ອາເມລິກາ ຢູ່​ອາ​ຟະ​ກາ​ນິ​ສະຖານ ຫຼັງ​ຈາກ​ສິ້ນ​ສຸດ ປີ 2014 ເຊິ່ງ​ຕາມ​ນັ້ນແລ້ວ ຈະ​ສືບຕໍ່​ພາລະກິດ​ກວາດ​ລ້າງ​ກຸ່ມ​ຕາ​ລີ​ບັນ​ ໃນອາ​ຟະ​ກາ​ນິ​ສະຖານ.

ຂອບໃຈຂໍ້ມູນດີໆຈາກ: ໜັງສືພີມວຽງຈັນໃໝ່

ບົດຄວາມຫຼ້າສຸດ

ເດັກນ້ອຍອາຍຸ 11 ປີ ຊາວບຣາຊິນ ມີແຂ້ວ 81 ເຫຼັ້ມ

ແພດສຸດອຶ້ງ! ເດັກນ້ອຍຜູ້ຍິງອາຍຸ 11 ປີ ຊາວບຣາຊິນ ໄປຖອນແຂ້ວຢູ່ຄລີນິກ ແຕ່ຜົນສະແກນພົບວ່າມີແຂ້ວຫຼາຍເຖິງ 81 ເຫຼັ້ມ. ສຳນັກຂ່າວຕ່າງປະເທດລາຍງານໃນວັນທີ 16 ກໍລະກົດ 2025 ຜ່ານມາ, ກ່ຽວກັບເລື່ອງລາວສຸດອຶ້ງເມື່ອມີເດັກນ້ອຍຜູ້ຍິງຊາວບຣາຊິນ...

ນາຍົກລັດຖະມົນຕີ ຕ້ອນຮັບທິມນັກກິລາ ສະໂມສອນບານເຕະ WIG Naga

ນາຍົກລັດຖະມົນຕີ ຕ້ອນຮັບ ການເຂົ້າຢ້ຽມຂໍ່ານັບຄູຝຶກ ແລະ ນັກກິລາ ຈາກສະໂມສອນ WIG Naga ທີ່ຄວ້າແຊັມບານເຕະ ລາຍການ IBER Cup 2025 ຮຸ່ນອາຍຸບໍ່ເກີນ...

ໂຄສົກທຳນຽບຂາວ ອອກຖະແຫຼງການຢືນຢັນວ່າ: ຜູ້ນຳສະຫະລັດມີອາການປ່ວຍເປັນ ໂຣກຫຼອດເລືອດດຳບົກພ່ອງຊຳເຮື້ອ

ໂດນັລ ທຣຳ ປະທານາທິບໍດີ ສະຫະລັດ ອາຍຸ 79 ປີ ມີອາການປ່ວຍເປັນ ໂຣກຫຼອດເລືອດດຳບົກພ່ອງຊຳເຮື້ອ ສຳນັກຂ່າວຕ່າງປະເທດລາຍງານໃນວັນທີ 18 ກໍລະກົດ 2025 ນີ້ວ່າ: ໂຄສົກທຳນຽບຂາວສະຫະລັດ...

ສະຫຼົດ! ພໍ່ລົງມືຄາຕະກຳລູກ ອາຍຸ 16 ປີ ເນື່ອງຈາກຖືກລູກສາວປະຕິດເສດການລົບບັນຊີຕິກຕ໋ອກ

ພໍ່ຊາວປາກີສະຖານ ຍິງລູກສາວເສຍຊີວິດ ເນື່ອງຖືກປະຕິເສດການລົບບັນຊີ ຕິກຕ໋ອກ ທາງດ້ານພໍ່ເປີດເຜີຍວ່າ: ເພື່ອຮັກສາກຽດສັກສີ. ສຳນັກຂ່າວ The Straits Times ລາຍງານໃນວັນທີ 11 ກໍລະກົດ 2025 ຜ່ານມາວ່າ:...