spot_img
Homeຂ່າວພາຍ​ໃນທຳລາຍໃຫ້ໝົດ! ພະແນກ ອຄ ແຂວງຄຳມ່ວນ ທຳລາຍສິນຄ້າລະເມີດກົົດໝາຍ ມູນຄ່າ ເກືອບ 300 ລ້ານ ກວ່າກີບ

ທຳລາຍໃຫ້ໝົດ! ພະແນກ ອຄ ແຂວງຄຳມ່ວນ ທຳລາຍສິນຄ້າລະເມີດກົົດໝາຍ ມູນຄ່າ ເກືອບ 300 ລ້ານ ກວ່າກີບ

Published on

ພະແນກອຸດສາຫະກຳ ແລະ ການຄ້າແຂວງຄຳມ່ວນ ທຳລາຍສິນຄ້າທີ່ລະເມີດກົດໝາຍ, ລະບຽບການດ້ານການຄ້າ ແລະ ສິນຄ້ານອກລະບົບທີ່ອາຍັດມາໄດ້ໃນໄລຍະປີ 2024-2025 ຜ່ານມາ.

ໃນຕອນບ່າຍວັນທີ 1 ເມສາ 2025 ຢູ່ທີ່ພະແນກອຸດສາຫະກໍາ ແລະ ການຄ້າ ແຂວງຄໍາມ່ວນ ໄດ້ຈັດພິທີທໍາລາຍ ສິນຄ້າທີ່ລະເມີດລະບຽບການດ້ານການຄ້າ ແລະ ສິນຄ້ານອກລະບົບ ທີ່ທາງເຈົ້າໜ້າທີ່ກວດກາ-ການຄ້າແຂວງ ລົງກວດກາມາໄດ້. ໂດຍການເຂົ້າ ຮ່ວມຂອງທ່ານ ວັນທອນ ບຸດສົມພັນ ຄະນະພະແນກອຸດສາຫະກຳ ແລະ ການຄ້າແຂວງ, ພ້ອມດ້ວຍພະແນກການທີ່ກ່ຽວຂ້ອງ ແລະ ພະນັກງານຫ້ອງການອຸດສາຫະກຳ ແລະ ການຄ້າເຂົ້າຮ່ວມ.

ໃນການເຄື່ອນໄຫວໃນໄລຍະຜ່ານມາ ແລະ ຜ່ານລາຍການສິນຄ້າທີ່ອາຍັດມາໄດ້ ໂດຍປະຕິບັດຕາມທິດຊີ້ນໍາຂອງຫົວໜ້າພະແນກ ອຸດສາຫະ ກຳ ແລະ ການຄ້າແຂວງ ກໍ່ຄືກົດໝາຍ ວ່າດ້ວຍການປົກປ້ອງຜູ້ຊົມໃຊ້, ດໍາລັດວ່າດ້ວຍການກວດກາການຄ້າ, ຂໍ້ຕົກລົງຂອງລັດຖະມົນຕີວ່າການກະຊວງອຸດສາຫະກໍາ ແລະ ການຄ້າວ່າດ້ວຍມາດຕະການ ຄວບຄຸມການນໍາເຂົ້າ, ເພື່ອເປັນການກວດກາສະກັດກັ້ນການນໍາເຂົ້າ-ຈໍາໜ່າຍ ສິນ ຄ້າທີ່ບໍ່ມີຄຸນະພາບ, ສິນຄ້າເສື່ອມຄຸນ, ເສຍຄຸນ, ໝົດອາຍຸທີ່ສົ່ງຜົນກະທົບໂດຍກົງຕໍ່ຊີວິດ, ສຸຂະພາບ, ຊັບສິນ, ສິດ, ຜົນປະໂຫຍດ ຂອງຜູ້ຊົມໃຊ້, ພໍ່ແມ່ປະຊາຊົນ ແລະ ສິ່ງແວດລ້ອມ, ບັນດາສິນຄ້າປອມແປງລອກຮຽນແບບ, ເຊິ່ງຜິດຕໍ່ລະບຽບກົດໝາຍ, ລະບຽບການວາງອອກ ແລະ ເພື່ອເປັນການກະຕຸກຊຸກຍູ້ສົ່ງເສີມການລົງທຶນພາຍໃນ, ຕ່າງປະເທດທີ່ດໍາເນີນທຸລະກິດຖືກຕ້ອງ, ມີການແຂ່ງ ຂັນຢ່າງເທົ່າທຽມ ແລະ ຮັບປະກັນໄດ້ການເກັບລາຍຮັບເຂົ້າງົບປະມານ.
ສຳລັບສິນຄ້າທີ່ນຳມາທຳລາຍຖິ້ມໃນພິທີຄັ້ງນີ້ ປະກອບມີ: 02 ປະເພດ 16 ລາຍການ ຄິດເປັນມູນຄ່າລວມທັງໝົດ 294, 950,000 ກີບ.

 

ບົດຄວາມຫຼ້າສຸດ

ຍີ່ປຸ່ນທຸບສະຖິຕິໃໝ່! ກວດພົບຄື້ນຄວາມຮ້ອນ ອຸນຫະພູມ 41.8 ອົງສາ ພ້ອມເຕືອນໄພປະຊາຊົນໃຫ້ອອກຈາກພື້ນທີ່ສ່ຽງ

ຍີ່ປຸ່ນທຸບສະຖິຕິອາກາດຮ້ອນສູງສຸດ 41.8 ອົງສາ ເຈົ້າໜ້າທີ່ເລັ່ງອົບພະຍົບປະຊາຊົນ ພ້ອມເຕືອນໂຣກລົມແດດ 44 ແຂວງໃນຍີ່ປຸ່ນ ຂະນະດຽວກັນພາກເໜືອຮັບມືຝົນຕົກໜັກ-ສ່ຽງນ້ຳຖ້ວມຊຸ. ສຳນັກຂ່າວຕ່າງປະເທືດລາຍງານໃນວັນທີ 7 ສິງຫາ 2025 ສຳນັກງານອຸຕຸນິຍົມວິທະຍາຂອງປະເທດຍີ່ປຸ່ນ (Japan Meteorological...

ຄະນະບໍລິຫານງານພັກກະຊວງປ້ອງກັນຄວາມ ສະຫງົບ ສະໄໝທີ VI ປະກອບມີ 27 ສະຫາຍ ຍິງ 1 ສະຫາຍ

ຊົມເຊີຍ ຜົນສຳເລັດກອງປະຊຸມຄັ້ງປະຖົມມະລຶກກອງປະຊຸມໃຫຍ່ຜູ້ແທນ ຄັ້ງທີ VI ອົງຄະນະພັກກະຊວງປ້ອງກັນຄວາມສະຫງົບ ໃນຕອນເຊົ້າວັນທີ 6 ສິງຫາ 2025, ສະຫາຍ ພົອ ວິໄລ ຫຼ້າຄຳຟອງ ໄດ້ລາຍງານຜົນຂອງກອງປະຊຸມຄັ້ງປະຖົມມະລຶກຄະນະບໍລິຫານງານພັກກະຊວງປ້ອງກັນຄວາມສະຫງົບ ສະໄໝທີ...

ລາວປະເຊີນບັນຫາພລາສຕິກລົ້ນຕະຫຼາດທ່າມກາງລາຄາຕົກຕໍ່າ

ເສດຖົງຢາງທີ່ເກົ່າໝອງຈົນເກືອບແຍກສີບໍ່ອອກ ບວກກັບຕຸກນໍ້າພລາສຕິກທີ່ຖືກຖິ້ມຊະຊາຍເປັນວົງກວ້າງໃນນະຄອນຫຼວງວຽງຈັນ ເປັນພຽງສ້ຽວໜຶ່ງຂອງເລື່ອງເລົ່າກ່ຽວກັບພລາສຕິກຂອງເມືອງຫຼວງແຫ່ງນີ້. ພາຍໃຕ້ມົນລະມິດທີ່ສາມາດເບິ່ງເຫັນໄດ້ດ້ວຍຕາເປົ່ານີ້ ລ້ວນແຕ່ເຊື່ອງຊ້ອນວິກິດການຂັ້ນຮ້າຍແຮງກວ່າທີ່ຄິດໄວ້. ເນື່ອງຈາກສິ່ງດັ່ງກ່າວໄດ້ກາຍເປັນໄພຂົ່ມຂູ່ຕໍ່ສິ່ງແວດລ້ອມທາງທໍາມະຊາດຂອງລາວ ທັງເປັນໄພຂົ່ມຂູ່ຕໍ່ສຸຂະພາບຂອງຜູ້ຄົນຫຼາຍຮ້ອຍ ທີ່ຕ້ອງເພິ່ງພາການຊື້-ຂາຍສິ່ງເສດເຫຼືອປະເພດພລາສຕິກ. ໃນລະຫວ່າງວັນທີ 5 ຫາ 14 ສິງຫາ, ບັນດາຜູ້ນໍາຈາກຫຼາຍປະເທດໃນໂລກຈະມາເຕົ້າໂຮມກັນທີ່ ເຈນີວາ, ປະເທດສະວິດເຊີແລນ...

ປະກາດ-ແຕ່ງຕັ້ງ ສະຫາຍ ພົນຈັດຕະວາ ແປ້ນຄໍາ ບຸດຈັດແພງ ຮັກສາການແທນເຈົ້າແຂວງ ແຂວງບໍ່ແກ້ວ (ຜູ້ໃໝ່)

ມອບ-ຮັບ ໜ້າທີ່ ລະຫວ່າງ ເລຂາຄະນະບໍລິຫານງານພັກແຂວງ, ເຈົ້າແຂວງ ແຂວງບໍ່ແກ້ວ (ຜູ້ເກົ່າ) ກັບ ຮັກສາການແທນເລຂາຄະນະບໍລິຫານງານພັກແຂວງ, ຮັກສາການເຈົ້າແຂວງ ແຂວງບໍ່ແກ້ວ (ຜູ້ໃໝ່) ປະກາດ ແລະ ມອບ-ຮັບ...