spot_img
Homeຂ່າວຕ່າງປະເທດອັບເດດສະຖານະການຄົ້ນຫາ ຜູ້ປະສົບເຫດອາຄານຖະຫຼົ່ມ ທີ່ປະເທດໄທ ຫຼັງເກີດແຜ່ນດິນໄຫວຮຸນແຮງໃນປະເທດມຽນມາ

ອັບເດດສະຖານະການຄົ້ນຫາ ຜູ້ປະສົບເຫດອາຄານຖະຫຼົ່ມ ທີ່ປະເທດໄທ ຫຼັງເກີດແຜ່ນດິນໄຫວຮຸນແຮງໃນປະເທດມຽນມາ

Published on

ຄວາມຄືບໜ້າສະຖານະການການຄົ້ນຫາ ຜູ້ປະສົບເຫດ ອາຄານຂອງສຳນັກງານກວດເງິນແຜ່ນດິນ ປະເທດໄທ ຖະຫຼົ່ມລົງມາ ຂະນະນີ້ເຈົ້າໜ້າທີ່ຍັງເລັ່ງຄົ້ນຫາອີກ 76 ຄົນ.

ສຳນັກຂ່າວຕ່າງປະເທດລາຍງານຈາກເຫດການອາຄາຂອງສຳນັກງານກວດເງິນແຫ່ງຊາດ ໃນພຶ້ນທີ່ເຂດຈະຕຸຈັກ ກຸງເທບມະຫານະຄອນ ປະເທດໄທ ທີ່ກຳລັງທຳການກໍ່ສ້າງມີຄວາມສູງກວ່າ່ 30 ຊັ້ນ ໄດ້ຖະລົ່ມລົງມາຫຼັງເກີດເຫດແຜ່ນດິນໄຫວ ທີ່ປະເທດມຽນມາ ເມື່ອຕອນບ່າຍຂອງວັນທີ 28 ມີນາ 2025 ຜ່ານມາ ສົ່ງຜົນໃຫ້ມີຜູ້ບາດເຈັບ ແລະ ເສຍຊີວິເປັນຈຳນວນຫຼາຍ.

ຫຼ້າສຸດໃນວັນທີ 31 ມີນາ 2025 ຜູ້ສື່ຂ່າວລາຍງານວ່າ: ທີມເຈົ້າໜ້າທີ່ຈາກໜ່ວຍງານຕ່າງໆ ລວມເຖິງນາໆຊາດ ຕ່າງກໍເລັ່ງໃຫ້ການຊ່ວຍເຫຼືອຢ່າງຕໍ່ເນື່ອງ ໂດຍໃຊ້ເວລາດົນນານກວ່າ 72 ຊົ່ວໂມງ ໃນການຄົ້ນຫາຜູ້ສູນຫາຍ ໂດຍການບິນໂດນສຳຫຼວດສາມາດຈັບສັນຍານຊີບໄດ້ຫຼາຍຈຸດ ຕາມການລາຍງານໃນວັນທີ 31 ມີນາ 2025 ເວລາ 8:00 ໂມງ: ມີຜູ້ປະສົບເຫດທັງໝົດ 96 ຄົນ, ເສຍຊີວິດ 11 ຄົນ, ບາດເຈັບ 9 ຄົນ ແລະ ຢູ່ລະຫວ່າງການຕິດຕາມ 76 ຄົນ.

ຢ່າງໃດກໍຕຮາມ ຖ້າມີລາຍງານເພີ່ມເຕີມຈະມາແຈ້ງໃຫ້ຊາບຕື່ມພາຍຫຼັງ.

ບົດຄວາມຫຼ້າສຸດ

ໃນປີ 2026 ລັດຖະບານຈະປັບເງິນເດືອນ ພະນັກງານລັດຖະກອນບໍ່ຫຼຸດ 3,000,000 ກີບ/ເດືອນ ເພື່ອແກ້ໄຂສະພາບການເປັນຢູ່ຂອງພະນັກງານ

ທ່ານ ສັນຕິພາບ ພົມວິຫານ ລັດຖະມົນຕີກະຊວງການເງິນ ໄດ້ຊີ້ແຈງຕໍ່ການຊັກຖາມຂອງສະມາຊິກສະພາແຫ່ງຊາດ ໃນກອງປະຊຸມສະໄໝສາມັນ ເທື່ອທີ 10 ຂອງສະພາແຫ່ງຊາດ ຊຸດທີ IX ໃນວັນທີ 13 ພະຈິກ...

ຈັບໄດ້ທັງໝົດແລ້ວ! ກໍລະນີລົດບັນທຸກລິງປີ້ນທີ່ ສ.ອາເມຣິກາ ເຮັດໃຫ້ລິງຕິດເຊື້ອໂຕນໜີເມື່ອສອງອາທິດທີ່ຜ່ານມາ ປັດຈຸບັນ ສາມາດນຳລິງທັງໝົດກັບມາໄດ້ແລ້ວ

ເປັນເວລາກວ່າ 8 ມື້ໃນການໄລ່ຈັບລີງຕິດເຊື້ອ, ກໍລະນີທີ່ເກີດຂຶ້ນ ໃນວັນທີ 28 ເດືອນຕຸລາ 2025 ທີ່ຜ່ານມາ ທີ່ລັດມິດຊີຊິບປີ້ ( Mississippi ), ສະຫະລັດອາເມລິກາ...

ໂຄງການ ASEAN SOAR Together ໄດ້ຮ່ວມແບ່ງປັນເລື່ອງລາວຄວາມສໍາເລັດຂອງ MSME ດິຈິຕ້ອນ ທີ່ງານ ABIS 2025

ສະເຫຼີມສະຫຼອງຜົນສໍາເລັດຂອງການຫັນສູ່ດິຈິຕ້ອນຂອງ MSME ໃນທົ່ວອາຊຽນ ຜ່ານໂຄງການ ASEAN SOAR Together ກົວລາ ລໍາເປີ, 31 ຕຸລາ 2025 – ມູນນິທິ ອາຊຽນ...

ເຈົ້າໜ້າທີ່ຈັບກຸມ ຄົນໄທ 4 ແລະ ຄົນລາວ 1 ທີ່ລັກລອບຂົນເຮໂລອິນເກືອບ 22 ກິໂລກຣາມ ໄດ້ຄາດ່ານໜອງຄາຍ

ເຈົ້າໜ້າທີ່ຈັບກຸມ ຄົນໄທ 4 ແລະ ຄົນລາວ 1 ທີ່ລັກລອບຂົນເຮໂລອິນເກືອບ 22 ກິໂລກຣາມ ຄາດ່ານໜອງຄາຍ (ດ່ານຂົວມິດຕະພາບແຫ່ງທີ 1) ໃນວັນທີ 3 ພະຈິກ...