Homeຂ່າວຕ່າງປະເທດຕຳຫຼວດໄທຈັບ 2 ໃນ 7 ຜູ້ກໍ່ເຫດທຳຮ້າຍຮ່າງກາຍຍິງຊາວລາວ ແລ້ວຊິງຊັບ

ຕຳຫຼວດໄທຈັບ 2 ໃນ 7 ຜູ້ກໍ່ເຫດທຳຮ້າຍຮ່າງກາຍຍິງຊາວລາວ ແລ້ວຊິງຊັບ

Published on

ຊົມເຊີຍເຈົ້າໜ້າທີ່ໄທ ນຳຈັບຜູ້ກໍ່ເຫດທຳຮ້າຍຮ່າງກາຍ ພ້ອມເອົາມີດປາດໜ້າສາວລາວ ແລ້ວຊິງຊັບ ທີ່ເມືອງພັດທະຍາ, ຈັງຫວັດຊົນບຸລີ, ປະເທດໄທ.

ຈາກກໍລະນີມີກຸ່ມຄົນຮ້າຍ ທັງໝົດ 7 (ຜູ້ຍິງ 1 ຄົນ) ແຕ່ງຕົວປົກປິດໃບໜ້າ ເພື່ອພາງຕົວ ດັກຊຸ່ມລົງມືກໍ່ເຫດ ແລະ ທຳຮ້າຍຮ່າງກາຍສາວລາວ ອາຍຸ 26 ປີ ຕັ້ງແຕ່ວັນທີ 2 ກຸມພາ 2025 ທີ່ຜ່ານມາ, ໂດຍໃຊ້ອາວຸດຂູ່ເພື່ອເບິ່ງຕົ້ນທາງ ແລ້ວໃຫ້ຄົນຮ້າຍທີ່ເປັນຜູ້ຍິງ ລົງມືຕົບຕີ ທຳຮ້າຍຮ່າງກາຍຜູ້ເສຍຫາຍ ຈາກນັ້ນໃຊ້ມີດປາດໃບໜ້າ ກ່ອນທີ່ຈະໃຫ້ກຸ່ມຄົນຮ້າຍຜູ້ຊາຍ ລົງມືລຸມທຳຮ້າຍຈົນຜູ້ເສຍຫາຍໄດ້ຮັບບາດເຈັບສາຫັດ ແລ້ວປຸ້ນເອົາເງິນສົດ 7,000 ບາດ, ໂທລະສັບມືຖື 1 ໜ່ວຍ, ປຶ້ມພາສປອດ ແລະ ກະແຈລົດຈັກ.

ສືບຕໍ່ມາຮອດວັນທີ 17 ມີນາ 2025, ຜູ້ເສຍຫາຍ ໄດ້ນຳເລື່ອງລາວທີ່ເກີດຂຶ້ນໄປຂໍຄວາມຊ່ວຍເຫຼືອກັບ ກັນ ຈອມພະລັງ ໃຫ້ຊ່ວຍຕິດຕາມ ຫຼັງຄະດີບໍ່ມີຄວາມຄືບໜ້າ.

ຈົນມາຮອດວັນທີ 25 ມີນາ 2025, ເຈົ້າໜ້າທີ່ຕຳຫຼວດ ເມືອງພັດທະຍາ ສາມາດຄວບຄຸມຕົວຄົນ 2 ໃນ 7 ຜູ້ຖືກຫາ ທີ່ລົງມືກໍ່ເຫດທຳຮ້າຍ ແລະ ປຸ້ນຈີ້ຊິງຊັບສາວລາວ, ເຊິ່ງຈັບກຸມໄດ້ທີ່ຫ້ອງພັກແຫ່ງໜຶ່ງແຖວພັດທະຍາກາງ ພ້ອມລົດຈັກທີ່ໃຊ້ກໍ່ເຫດ, ເຊິ່ງຜູ້ກໍ່ເຫດໄດ້ນຳລົດໄປພົ່ນສີທັບເພື່ອປິດບັງເຈົ້າໜ້າທີ່.
ຕອນນີ້, ເຈົ້າໜ້າທີ່ໄດ້ທຳການສືບສວນສອບສວນ ກ່ຽວກັບສາເຫດທີ່ລົງມືກໍ່ເຫດ ແລະ ສືບຂໍ້ມູນຫາຜູ້ຮ່ວມຂະບວນການທີ່ເຫຼືອ ທີ່ກຳລັງຫຼົບໜີຕື່ມອີກ.

ແຫຼ່ງຂ່າວ: ຂ່າວສົດ-ໄທລັດ

ບົດຄວາມຫຼ້າສຸດ

ສະມາຄົມນັກຂ່າວລາວ ຮ່ວມກອງປະຊຸມສື່ມວນຊົນ ໜຶ່ງແລວໜຶ່ງເສັ້ນທາງ ປະຈຳປີ 2026 ທີ່ ສປ ຈີນ

ໃນວັນທີ 17 ຕຸລາ 2026, ທ່ານ ສະຫວັນຄອນ ຣາຊະມຸນຕີ ປະທານສະມາຄົມນັກຂ່າວ ແຫ່ງ ສປປ ລາວ ພ້ອມດ້ວຍ ທ່ານ ອາດິຕະ...

ເປີດກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026

ກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026 ໄດ້ໄຂຂຶ້ນໃນຕອນເຊົ້າ ຂອງວັນທີ 22 ຕຸລາ 2026 ທີ່ສໍານັກງານນາຍົກລັດຖະມົນຕີ, ພາຍໃຕ້ການເປັນປະທານ ຂອງທ່ານ ສະເຫຼີມໄຊ ກົມມະສິດ,...

ເປັນໄປໄດ້ແທ້! 2022 ລາວເລີ່ມສຶກສາສ້າງທາງດ່ວນ ນະຄອນຫຼວງວຽງຈັນ-ຫົວພັນ ປີ 2026 ສືບຕໍ່ສຶກສາຄວາມເປັນໄປໄດ້ ສໍາຫຼວດ-ອອກແບບ ແລະ ກໍ່ສ້າງທາງ

ລັດຖະບານລາວໄດ້ເຫັນດີໃນດ້ານຫຼັກການໃຫ້ມີການສຶກສາຄວາມເປັນໄປໄດ້ໃນການກໍ່ສ້າງເສັ້ນທາງດ່ວນແຕ່ນະຄອນຫຼວງວຽງຈັນຫາແຂວງຫົວພັນ,ເຊິ່ງພິທີເຊັນບົດບັນທຶກຄວາມເຂົ້າໃຈ (MOU) ໂຄງການດັ່ງກ່າວໄດ້ຈັດຂຶ້ນ ໃນ 4 ເມສາ 2022, ທີ່ນະຄອນຫຼວງວຽງຈັນ ລະຫວ່າງ ລັດຖະບານແຫ່ງ ສປປ ລາວ ກັບວິສາຫະກິດການລົງທຶນຂອງຕ່າງປະເທດ, ເຊິ່ງການກໍ່ສ້າງໂຄງການແມ່ນຈະໃຊ້ທຶນຮອນຂອງສອງບໍລິສັດເອກະຊົນດັ່ງກ່າວ,...

ສູນທອນພົດປິດກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X

 ໃນພິທີປິດກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X, ທ່ານ ສອນໄຊ ສີພັນດອນ ປະທານສະພາແຫ່ງຊາດ ໄດ້ກ່າວສູນທອນພົດປິດກອງປະຊຸມວ່າ: ກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ...