spot_img
Homeຂ່າວພາຍ​ໃນຈັບລູກຊາຍຕິດຢາ ໃຈຮ້າຍທີ່ພໍ່ຫ້າມບໍ່ໃຫ້ມົ້ວສຸມຢາເສບຕິດ ເລີຍພະຍາຍາມຄາຕະກຳພໍ່ຂອງຕົນເອງ

ຈັບລູກຊາຍຕິດຢາ ໃຈຮ້າຍທີ່ພໍ່ຫ້າມບໍ່ໃຫ້ມົ້ວສຸມຢາເສບຕິດ ເລີຍພະຍາຍາມຄາຕະກຳພໍ່ຂອງຕົນເອງ

Published on

ລູກຊາຍທໍລະພີ ກໍ່ເຫດພະຍາຍາມຄາຕະກຳພໍ່ຕົນເອງ ຍ້ອນບໍ່ມັກທີ່ພໍ່ຫ້າມມົ້ວສຸມຢາເສບຕິດ.

ວັນທີ 12 ມີນາ 2025 ຜ່ານມາ ປກສ ແຂວງຫົວພັນ ໄດ້ນໍາຕົວທ້າວຫຼວງ ອາຍຸ 23 ປີ ປະຊາຊົນ ບ້ານນອງເລົ່າ ເມືອງກວັນ ແຂວງຫົວພັນ ມາຈໍາລອງເຫດການຄືນກໍລະນີຜູ້ກ່ຽວໄດ້ກໍ່ເຫດພະຍາຍາມຂ້າພໍ່ຕົນເອງ ແລະ ຖືກຈັບຕົວໃນວັນທີ 28 ທັນວາ 2024 ຜ່ານມາ.

ທ້າວຫຼວງ ໄດ້ຮັບສາລະພາບວ່າ: ຕົນໄດ້ລົງມືພະຍາຍາມຂ້າພໍ່ຂອງຕົນເອງແທ້, ຍ້ອນໄດ້ເສບຢາເສບຕິດ ຜ່ານມາຜູ້ເປັນພໍ່ໄດ້ເຄີຍບອກສອນຕົນມາຫຼາຍຄັ້ງແລ້ວ ບໍ່ໃຫ້ໄປມົ້ວສຸມຢາເສບຕິດ ແລະ ຫຼິ້ນກິນຟູມເຟືອຍ ເຄີຍໃຊ້ອາລົມຮ້າຍ, ພ້ອມທັງປ່ອຍດ່າພໍ່ ແລະ ເວົ້າວ່າຈະລົງມືຄາຕະກໍາ ມາແລ້ວຫຼາຍຄັ້ງ.

ເຫດການວັນທີ 28 ທັນວາ 2024 ທ້າວຫຼວງ ຖືກພໍ່ເວົ້າໃຫ້ໃນຂະນະລົງມືຂ້າໝາ ຈຶ່ງຈັບເອົາມີດແທງຖືກເອິກເບື້ອງຊ້າຍຂອງພໍ່ຕົນເອງ ແລະ ໄດ້ຮັບບາດເຈັບສົມຄວນ. ຈາກນັ້ນ, ໄດ້ເອົາຕົວຫຼົບໜີເຂົ້າປ່າຂ້າງບ້ານ, ປກສ ບ້ານ ຕິດຕາມນໍາທ້າວຫຼວງ ໄດ້ປະມານ 2 ຊົ່ວໂມງ ຈຶ່ງສາມາດຈັບຕົວຜູ້ກ່ຽວສົ່ງຕົວມອບໃຫ້ເຈົ້າໜ້າທີ່ ປກສ ເມືອງກວັນ ດໍາເນີນຄະດີຕາມຂັ້ນຕອນຂອງກົດໝາຍ.

ສາເຫດ ແລະ ແຮງຈູງໃນການລົງມືກໍ່ເຫດ ຍ້ອນຜູ້ກ່ຽວເສບຢາເສບຕິດ ແລະ ບໍ່ມັກຄໍາບອກສອນຂອງພໍ່ ໃຫ້ຜູ້ກ່ຽວຢຸດເຊົາມົ້ວສຸມຢາເສບຕິດ.

ແຫຼ່ງຂ່າວ: ປກສ ຫົວພັນ

ບົດຄວາມຫຼ້າສຸດ

ການປັບປຸງກົງຈັກການຈັດຕັ້ງ

ມະຕິ ຂອງ ຄະນະບໍລິຫານງານສູນກາງພັກປະຊາຊົນ ປະຕິວັດລາວ ວ່າດ້ວຍ ການປັບປຸງກົງຈັກການຈັດຕັ້ງ ອີງຕາມມະຕິ ເລກທີ 03/ຄບສພ, ລົງວັນທີ 12 ມີນາ 2025 ວ່າດ້ວຍການປັບປຸງກົງຈັກການຈັດຕັ້ງ ໃຫ້ຮູ້ວ່າ:...

ຖະແຫຼງງານແຂ່ງຂັນສີມືແຮງງານແຫ່ງຊາດ ຄັ້ງທີ IV  ແລະ ກະກຽມແຂ່ງຂັນສີມືແຮງງານອາຊຽນ ຄັ້ງທີ XIV.

ບົດຖະແຫຼງຂ່າວ ຄວາມພ້ອມງານແຂ່ງຂັນສີມືແຮງງານແຫ່ງຊາດ ຄັ້ງທີ IV  ແລະ ກະກຽມແຂ່ງຂັນສີມືແຮງງານອາຊຽນ ຄັ້ງທີ XIV. ກະຊວງແຮງງານ ແລະ ສະຫວັດດີການສັງຄົມ ທີ່ໄດ້ຮັບການມອບໝາຍຈາກລັດຖະບານ ໃຫ້ຮັບຜິດຊອບວຽກງານການພັດທະນາສີມືແຮງງານ ຊຶ່ງກຳນົດຍຸດທະສາດການພັດທະນາສີມີືແຮງງານ ດ້ານປະລິມານໄປຄຽງຄູ່ກັບດ້ານຄຸນນະ...

ການຂະຫຍາຍບ່າທາງໂຄງການກໍ່ສ້າງທາງລົດເມດ່ວນ BRT ມີຄວາມຄືບໜ້າຫຼາຍກວ່າ 58%

ອົດໃຈລໍຖ້າ! ການຂະຫຍາຍບ່າທາງໂຄງການກໍ່ສ້າງທາງລົດເມດ່ວນ BRT ມີຄວາມຄືບໜ້າຫຼາຍກວ່າ 58% ມາຮອດປັດຈຸບັນການຂະຫຍາຍບ່າທາງຈຸດປະຕູໄຊ ຫາ 3 ແຍກຄໍາຮຸ່ງໜ້າມະຫາວິທະຍາໄລແຫ່ງຊາດຂອງໂຄງການກໍ່ສ້າງທາງລົດເມດ່ວນ BRT ມີຄວາມຄືບໜ້າຫຼາຍກວ່າ 58% ສ່ວນລະບົບໄຟອໍານາດທີ່ໃຊ້ການບໍ່ໄດ້ ຍ້ອນຜູ້ຮັບເໝົາກໍ່ສ້າງຂະຫຍາຍເສັ້ນທາງສອງຟາກທາງ ສົ່ງຜົນກະທົບກັບສາຍໄຟເຍືອງທາງ...

ນະຄອນຫລວງ ຫາລືເລັ່ງແກ້ໄຂການສະໜອງນໍ້າປະປາ ບໍ່ພຽງພໍ ຕໍ່ຄວາມຕ້ອງການຊົມໃຊ້ຂອງສັງຄົມ

ລັດວິສະຫະກິດນ້ຳປະປາ ນວ ປຶກສາຫາລືເລັ່ງແກ້ໄຂບັນຫາການສະໜອວງນ້ຳປະປາທີ່ບໍ່ພຽງພໍ ອົງການປົກຄອງນະຄອນຫຼວງວຽງຈັນ ແລະ ລັດວິສະກິດນ້ຳປະປາ ນວ ໄດ້ປຶກສາຫາລືເພື່ອຊອກຫາວິທີແກ້ໄຂການສະໜອງນ້ຳປະປາບໍ່ພຽງພໍກັບການຊົມໃຊ້ ຕາມຕົວເລກການຜະລິດຂອງໂຮງງານ 6 ແຫ່ງ ໄດ້ພຽງ 348.000 ເຊິ່ງຕາມຄວາມຕ້ອງ ການຕົວຈິງແມ່ນ...