Homeຂ່າວພາຍ​ໃນນະຄອນຫລວງ ຫາລືເລັ່ງແກ້ໄຂການສະໜອງນໍ້າປະປາ ບໍ່ພຽງພໍ ຕໍ່ຄວາມຕ້ອງການຊົມໃຊ້ຂອງສັງຄົມ

ນະຄອນຫລວງ ຫາລືເລັ່ງແກ້ໄຂການສະໜອງນໍ້າປະປາ ບໍ່ພຽງພໍ ຕໍ່ຄວາມຕ້ອງການຊົມໃຊ້ຂອງສັງຄົມ

Published on

ລັດວິສະຫະກິດນ້ຳປະປາ ນວ ປຶກສາຫາລືເລັ່ງແກ້ໄຂບັນຫາການສະໜອວງນ້ຳປະປາທີ່ບໍ່ພຽງພໍ

ອົງການປົກຄອງນະຄອນຫຼວງວຽງຈັນ ແລະ ລັດວິສະກິດນ້ຳປະປາ ນວ ໄດ້ປຶກສາຫາລືເພື່ອຊອກຫາວິທີແກ້ໄຂການສະໜອງນ້ຳປະປາບໍ່ພຽງພໍກັບການຊົມໃຊ້ ຕາມຕົວເລກການຜະລິດຂອງໂຮງງານ 6 ແຫ່ງ ໄດ້ພຽງ 348.000 ເຊິ່ງຕາມຄວາມຕ້ອງ ການຕົວຈິງແມ່ນ 400.000 ແມັດກ້ອນຕໍ່ມື້.

ທ່ານ ສີລິລາດ ທົງສິນທອງເພັງ ຮອງເຈົ້າຄອງນະຄອນຫຼວງວຽງຈັນ ປະທານສະພາບໍລິຫານລັດວິສາຫະກິດນ້ຳປະປາ ນວ ກ່າວກອງປະຊຸມປຶກສາຫາລືລະດົມແນວຄວາມຄິດກ່ຽວກັບວຽກງານນໍ້າປະປາຢູ່ນະຄອນ ຫຼວງວຽງຈັນ (ນວ) ຈັດຂຶ້ນວັນທີ 12 ມີນາ 2025 ທີ່ລັດວິສາຫະກິດນໍ້າປະປາ ນວ ວ່າ: ການຊົມໃຊ້ນ້ຳປະປາ ອີງໃສ່ສະຖິຕິສະແດງໃຫ້ເຫັນວ່າ ການຊົມໃຊ້ນໍ້າປະປາແມ່ນມີທ່າອ່ຽງການຂະຫຍາຍຕົວ ຢ່າງໄວວາ ເນື່ອງຈາກການພັດທະນາເສດຖະກິດ-ສັງຄົມມີການຂະຫຍາຍຕົວຢ່າງກ້າວກະໂດດຖ້າທຽບໃສ່ການຂະຫຍາຍກຳລັງການຜະລິດຂອງໂຮງງານນໍ້າປະປາ ແຕ່ກົງກັນຂ້າມການສ້າງໂຮງງານນໍ້າປະປາສຳພັດບໍ່ໄດ້ຮັບການກໍ່ສ້າງຂະຫຍາຍຕົວໄປຄຽງຄູ່ກັບຄວາມຕ້ອງການຊົມໃຊ້ນໍ້າປະປາ ສະນັ້ນ ຈຶ່ງກໍໃຫ້ເກີດຄວາມຕ້ອງການຊົມໃຊ້ຫຼາຍກວ່າການສະໜອງ ຕໍ່ກັບສະພາບດັ່ງກ່າວອົງການປົກຄອງ ນວ ກໍໄດ້ຕິດ ຕາມຊຸກຍູ້ ແລະ ໃກ້ຊິດຕິດແທດຕະຫຼອດມາເພື່ອແກ້ໄຂ້ບັນຫາຄວາມຕ້ອງການຂອງການຊົມໃຊ້ນໍ້າປະປາເພື່ອໃຫ້ປະຊາຊົນໄດ້ຊົມໃຊ້ນໍ້າປະປາຢ່າງທົ່ວເຖິງ ແລະ ພຽງພໍ.

ໄລຍະຜ່ານມາ ອົງການປົກຄອງ ນວ ກໍໄດ້ອະນຸມັດໃຫ້ພະແນກແຜນການ ແລະ ການລົງທຶນ ນວ ເຊັນສັນຍາກໍ່ສ້າງໂຮງງານນໍ້າປະປາທີ່ບ້ານທ່າດອກຄຳ ເມືອງ ໄຊທານີ ຈຳນວນ 100.000 ແມັດກ້ອນ ກຳລັງຄົ້ນຄວ້າພິຈາລະນາອະນຸມັດໃຫ້ກໍສ້າງໂຮງງານຢູ່ ບ້ານຫ້ວຍຫ້ອມ ຈຳນວນ 20.000 ແມັດກ້ອນ ແລະ ກຳລັງຈະຈັດຕັ້ງປະຕິບັດລົງມືກໍ່ສ້າງໂຮງງານຜະລິດນໍ້າຢູ່ຈີ່ນາຍໂມ້ຕື່ມອີກ 40.000 ແມັດກ້ອນຕໍ່ວັນ ພ້ອມ ກັນນັ້ນ ອົງການປົກຄອງ ນວ ກໍໄດ້ລະດົມຂົນຂວາຍ ແລະ ຊຸກຍູ້ໃຫ້ພາກເອກະຊົນກໍຄືຫົວ ໜ່ວຍທຸລະກິດໄດ້ພ້ອມກັນລົງທຶນເຂົ້າໃສ່ການກໍ່ສ້າງໂຮງງານ ແລະ ວາງລະບົບສາຍທໍ່ນໍ້າປະປາເພື່ອໃຫ້ສາມາດສະໜອງໃຫ້ແກ່ຄວາມຕ້ອງການຂອງ ສັງຄົມຢ່າງພຽງພໍ.

ເຖິງຢ່າງໃດກໍຕາມອີງຕາມການລາຍງານຂອງລັດວິສາຫະກິດນໍ້າປະປາ ນວ ເຫັນວ່າກຳລັງການຜະລິດນໍ້າປະປາຈາກ 6 ໂຮງງານໄດ້ພຽງແຕ່ 348.000 ແມັດກ້ອນຕໍ່ວັນ ອັດຕານໍ້າສູນເສຍ 26% ສະນັ້ນ ນໍ້າປະປາທີ່ຈະໄຫຼໄປສູ່ຄົວເຮືອນກໍຄືສູ່ບັນດາໂຮງຈັກໂຮງງານສຳນັກງານຫ້ອງການມີພຽງແຕ່ 260.000 ແມັດກ້ອນ ແຕ່ຄວາມຕ້ອງ ການໃຊ້ນໍ້າຕົວຈິງໃນປະຈຸບັນແມ່ນປະມານ 400.000 ແມັດກ້ອນຕໍ່ວັນເຊັ່ນ ເຂດສະຖະກິດກວມລວມໄຊເສດຖາມີຄວາມຕ້ອງການ 40.000 ແມັດກ້ອນຕໍ່ວັນແຕ່ສາ ມາດສະໜອງໄດ້ພຽງແຕ່ 20.000 ແມັດກ້ອນຕໍ່ວັນ ນອກນັ້ນເຂດໂຮງງານເບຍລາວ ບຶງທາດຫຼວງ ໜອງຈັນກໍມີຄວາມຕ້ອງການຫຼາຍເຊັ່ນດຽວກັນ.

ບັນຫາດັ່ງກ່າວຈຶ່ງໄດ້ກາຍເປັນສິ່ງທ້າທາຍຕໍ່ອົງການປົກຄອງ ນວ ແລະ ທຸກພາກ ສ່ວນທີ່ກ່ຽວຂ້ອງທີ່ຈະຕ້ອງໄດ້ຮ່ວມແຮງຮ່ວມໃຈກັນຊອກຫາວິທີທາງແກ້ໄຂ​ກໍ​ຄື​ສະ​ໜອງ​ນ້ຳ​ໄດ້ລຢ່າງທົ່ວເຖິງ ແລະ ພຽງພໍກັບຄວາມຕ້ອງການ.

ແຫຼ່ງຂ່າວ: ວຽງຈັນໃໝ່

ບົດຄວາມຫຼ້າສຸດ

ສະມາຄົມນັກຂ່າວລາວ ຮ່ວມກອງປະຊຸມສື່ມວນຊົນ ໜຶ່ງແລວໜຶ່ງເສັ້ນທາງ ປະຈຳປີ 2026 ທີ່ ສປ ຈີນ

ໃນວັນທີ 17 ຕຸລາ 2026, ທ່ານ ສະຫວັນຄອນ ຣາຊະມຸນຕີ ປະທານສະມາຄົມນັກຂ່າວ ແຫ່ງ ສປປ ລາວ ພ້ອມດ້ວຍ ທ່ານ ອາດິຕະ...

ເປີດກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026

ກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026 ໄດ້ໄຂຂຶ້ນໃນຕອນເຊົ້າ ຂອງວັນທີ 22 ຕຸລາ 2026 ທີ່ສໍານັກງານນາຍົກລັດຖະມົນຕີ, ພາຍໃຕ້ການເປັນປະທານ ຂອງທ່ານ ສະເຫຼີມໄຊ ກົມມະສິດ,...

ເປັນໄປໄດ້ແທ້! 2022 ລາວເລີ່ມສຶກສາສ້າງທາງດ່ວນ ນະຄອນຫຼວງວຽງຈັນ-ຫົວພັນ ປີ 2026 ສືບຕໍ່ສຶກສາຄວາມເປັນໄປໄດ້ ສໍາຫຼວດ-ອອກແບບ ແລະ ກໍ່ສ້າງທາງ

ລັດຖະບານລາວໄດ້ເຫັນດີໃນດ້ານຫຼັກການໃຫ້ມີການສຶກສາຄວາມເປັນໄປໄດ້ໃນການກໍ່ສ້າງເສັ້ນທາງດ່ວນແຕ່ນະຄອນຫຼວງວຽງຈັນຫາແຂວງຫົວພັນ,ເຊິ່ງພິທີເຊັນບົດບັນທຶກຄວາມເຂົ້າໃຈ (MOU) ໂຄງການດັ່ງກ່າວໄດ້ຈັດຂຶ້ນ ໃນ 4 ເມສາ 2022, ທີ່ນະຄອນຫຼວງວຽງຈັນ ລະຫວ່າງ ລັດຖະບານແຫ່ງ ສປປ ລາວ ກັບວິສາຫະກິດການລົງທຶນຂອງຕ່າງປະເທດ, ເຊິ່ງການກໍ່ສ້າງໂຄງການແມ່ນຈະໃຊ້ທຶນຮອນຂອງສອງບໍລິສັດເອກະຊົນດັ່ງກ່າວ,...

ສູນທອນພົດປິດກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X

 ໃນພິທີປິດກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X, ທ່ານ ສອນໄຊ ສີພັນດອນ ປະທານສະພາແຫ່ງຊາດ ໄດ້ກ່າວສູນທອນພົດປິດກອງປະຊຸມວ່າ: ກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ...