spot_img
Homeຂ່າວຕ່າງປະເທດເຮືອສິນຄ້າຕຳກັບເຮືອບັນທຸກນ້ຳມັນ ໃນທະເລນອກຊາຍຝັ່ງອັງກິດ

ເຮືອສິນຄ້າຕຳກັບເຮືອບັນທຸກນ້ຳມັນ ໃນທະເລນອກຊາຍຝັ່ງອັງກິດ

Published on

ເກີດເຫດເຮືອສິນຄ້າຕຳກັບເຮືອບັນທຸກນ້ຳມັນ ໃນທະເລນອກຊາຍຝັ່ງອັງກິດ ເຮັດໃຫ້ໄຟລຸກ ເບື້ອງຕົ້ນສາມາດຊ່ວຍລູກເຮືອໄວ້ໄດ້ 37 ຄົນ ແຕ່ມີນ້ຳມັນເຊື້ອໄຟໄຫຼລົງທະເລ.

ສຳນັກຂ່າວຕ່າງປະເທດລາຍງານໃນວັນທີ 11 ມີນາ 2025 ນີ້ເກີດເຫດເຮືອຂົນສົ່ງສິນຄ້າຕຳກັບເຮືອບັນທຸກນ້ຳມັນ ຢູ່ທີ່ນອກຊາຍຝັ່ງທາງຕາເວັນອອກສຽງເໜືອ ຂອງປະເທດອັງກິດ ເມື່ອວນັທີ 10 ມີນາ 2025 ຜ່ານມາ, ເຮັດໃຫ້ເກີດໄຟລຸກໄໝ້ຮຸນແຮງພາຍໃນເຮືອທັງສອງລຳ ເຈົ້າໜ້າທີ່ເຝົ້າຊາຍຝັ່ງຂອງປະເທດອັງກິດເລັ່ງເຂົ້າໃຫ້ການຊ່ວຍເຫຼືອ ເຊິ່ງລາຍງານຫຼ້າສຸດສາມາດຊ່ວຍລູກເຮືອກັບເຂົ້າຝັ່ງໄດ້ແລ້ວ 37 ຄົນ.

ທາງດ້ານບໍລິສັດຂົນສົ່ງຂອງສະຫະລັດ ທີ່ເປັນເຈົ້າຂອງຮ່ວມຂອງເຮືອບັນທຸກນ້ຳມັນຊື່ວ່າ: (MV Stena Immaculate) ອອກມາເປີດເຜີຍວ່າ: ເຮືອລຳດັ່ງກ່າວກຳລັງຂົນສົ່ງນ້ຳມັນເຊື້ອໄຟສຳລັບເຮືອບິນໄອພົ້ນ ກ່ອນຈະຖືກເຮືອສິນຄ້າຊື່ ໂຊລອງ (Solong) ຕຳໃນເວລາ 10 ໂມງ ຕາມເວລາທ້ອງຖິ່ນ.

ຕາມການລາຍງານຍັງໄດ້ເປີດເຜີຍອີກວ່າ: ການຕຳກັນຂອງເຮືອ ເຮັດໃຫ້ເກີດລະເບີດຫຼາຍຄັ້ງ ແຕ່ລູກເຮືອທັງໝົດ 20 ຄົນກໍໄດ້ຮັບການຊ່ວຍເຫຼືອ  ແລະ ປອດໄພແລ້ວ ແຕ່ນ້ຳມັນເຊື້ອໄຟເຮືອບິນໄອພົ້ນຂອງລັດຖະບານ ກຳລັງຮົ່ວໄຫຼລົງທະເລ.

ແຫຼ່ງຂ່າວ: thai pbs

ບົດຄວາມຫຼ້າສຸດ

ສານຂອງ ທ່ານນາຍົກລັດຖະມົນຕີ ເນື່ອງໃນໂອກາດວັນສາກົນຕ້ານຢາເສບຕິດ ຄົບຮອບ 38 ປີ

ສານຂອງ ທ່ານນາຍົກລັດຖະມົນຕີ ເນື່ອງໃນໂອກາດວັນສາກົນຕ້ານຢາເສບຕິດ ຄົບຮອບ 38 ປີ ເນື່ອງໃນໂອກາດ ວັນສາກົນຕ້ານຢາເສບຕິດ ຄົບຮອບ 38 ປີ (26 ມິຖຸນາ 1987 -...

ສານຫວຽດນາມ ດຳເນີນຄະດີຜູ້ຕ້ອງສົງໃສພະນັກງານລັດ 41 ຄົນ ໃນຂໍ້ຫາສໍ້ລາດບັງຫຼວງ ສ້າງຄວາມເສຍຫາຍ 45 ລ້ານໂດລາ

ສານຫວຽດນາມໄດ້ເປີດການພິຈາລະນາຄະດີສໍ້ລາດບັງຫຼວງ ແລະ ຮັບສິນບົນ ມູນຄ່າ ເກືອບ 1,500 ລ້ານບາດ ຫຼື ປະມານ 45 ລ້ານໂດລາ. ສຳນັກຂ່າວຕ່າງປະເທດລາຍງານໃນວັນທີ 24 ມິຖຸນາ 2025,...

ນໍ້າຖ້ວມຮຸນແຮງຢູ່ແຂວງກຸຍໂຈ ຂອງ ສປ ຈີນ

ຝົນຕົກໜັກຕໍ່ເນື່ອງເຮັດໃຫ້ນໍ້າຖ້ວມໜັກໜ່ວງຢູ່ແຂວງກຸຍໂຈ (Guizhou) ຂອງ ສປ ຈີນ, ປະຊາຊົນ 80,000 ກວ່າຄົນ ຕ້ອງໄດ້ອົບພະຍົບຢ່າງເລັ່ງດ່ວນ. ລັດຖະບານຈີນໄດ້ປະກາດຍົກລະດັບມາດຕະການສຸກເສີນເພື່ອຮັບມືກັບໄພນໍ້າຖ້ວມກະທັນ, ເນື່ອງຈາກຝົນຕົກໜັກຕໍ່ເນື່ອງເປັນເວລາຫຼາຍມື້ໃນແຂວງກຸຍໂຈ ເຊິ່ງຕັ້ງຢູ່ທາງຕາເວັນຕົກສ່ຽງໃຕ້ຂອງ ສປ ຈີນ, ໂດຍລະດັບນໍ້າ...

ໄປບໍ່ລອດ! ເຈົ້າໜ້າທີ່ອຸທະຍານ ແຫ່ງປະເທດໄທ ຈັບກຸມຄົນລາວ 2 ຄົນ ລັກລອບຂາຍຊາກສັດປ່າ

ເຈົ້າໜ້າທີ່ໄທ ຈັບກຸມ 2 ຊາວລາວ ກຽມລັກລອບຄ້າຂາຍຊາກສັດປ່າຫຼາຍກວ່າ 101 ກິໂລກຼາມ ສຳນັກຂ່າວຕ່າງປະເທດລາຍງານໃນວັນທີ 25 ມິຖຸນາ 2025 ຜ່ານມາ, ເຈົ້າໜ້າທີ່ກົມອຸທະຍານແຫ່ງຊາດ ສັດປ່າ ແລະ...