spot_img
Homeຂ່າວພາຍ​ໃນພິທີ ມອບ-ຮັບ ອາຄານຮຽນ ໂຮງຮຽນສາທິດຂອງວິທະຍາໄລຄູ 8 ແຫ່ງ ພາຍໃຕ້ໂຄງການປັບປຸງວິທະຍາໄລຄູໃນລາວ

ພິທີ ມອບ-ຮັບ ອາຄານຮຽນ ໂຮງຮຽນສາທິດຂອງວິທະຍາໄລຄູ 8 ແຫ່ງ ພາຍໃຕ້ໂຄງການປັບປຸງວິທະຍາໄລຄູໃນລາວ

Published on

ມອບ-ຮັບ ໂຮງຮຽນສາທິດຂອງວິທະຍາໄລຄູ 8 ແຫ່ງ ພາຍໃຕ້ ໂຄງການປັບປຸງວິທະຍາໄລຄູໃນລາວ.

ວັນທີ 3 ມີນາ 2025, ທີ່ ວິທະຍາໄລຄູບ້ານເກິນ ເມືອງທຸລະ ຄົມ, ແຂວງວຽງຈັນ ໄດ້ຈັດພິທີ ມອບ-ຮັບ ອາຄານຮຽນໂຮງ ຮຽນສາທິດຂອງວິທະຍາໄລຄູ 8 ແຫ່ງ ພາຍໃຕ້ໂຄງການປັບປຸງວິທະຍາໄລຄູໃນລາວ ໂດຍມີ ທ່ານ ພຸດ ສິມມາລາວົງ ລັດຖະມົນຕີ ກະຊວງ ສຶກສາທິການ ແລະ ກິລາ, ທ່ານ ໂຄອິຊຶ ມິຊຶໂຕະມຸ, ເອກອັກຄະຣາຊະທູດ ຍີ່ປຸ່ນ ປະຈໍາ ສປປ ລາວ, ທ່ານ ມິຢາໂກະ ໂຄບາຢາຊິ ຫົວໜ້າ ອົງການ ໄຈກາ ປະຈຳ ສປປ ລາວ, ພ້ອມດ້ວຍແຂກຮັບເຊີນ, ຄູ-ອາຈານ ແລະ ນ້ອງນັກຮຽນເຂົ້າຮ່ວມ.

ເປົ້າໝາຍຂອງໂຄງການແມ່ນ ເພື່ອພັດທະນາ ແລະ ຍົກລະດັບຄຸນນະພາບການຮຽນ-ການສອນຂອງໂຮງຮຽນສາທິດ ໂດຍການປັບປຸງອາຄານຮຽນ ແລະ ອຸປະກອນສື່ການຮຽນ-ການສອນຕ່າງໆ ສໍາລັບວິທະຍາໄລຄູ ແລະ ໂຮງຮຽນສາທິດໃນລາວ ໂດຍໄດ້ ຮັບທຶນຊ່ວຍເຫຼືອລ້າ ມູນຄ່າ 1,912,000,000 ເຢນ ຫຼື ປະມານ 18 ລ້ານໂດລາສະຫະລັດ ແລະ ລັດຖະບານລາວ 181,100 ໂດລາສະຫະລັດ; ເລີ່ມຈັດຕັ້ງປະຕິບັດ ແຕ່ວັນທີ 10 ເດືອນກັນຍາ ປີ 2020 ເຖິງ ວັນທີ 31 ທັນວາ 2026.

ໂຄງການດັ່ງກ່າວຈັດຕັ້ງປະຕິບັດຢູ່ວິທະຍາໄລຄູ 8 ແຫ່ງ ຄື: ວິທະຍາໄລຄູ ຫຼວງນ້ຳທາ, ວິທະຍາໄລຄູ ບ້ານເກິນ, ວິທະຍາໄລຄູ ຫຼວງພະບາງ, ວິທະຍາໄລຄູ ສະຫວັນນະເຂດ, ວິທະຍາໄລຄູ ຄັງໄຂ, ວິທະຍາໄລຄູ ສາລະວັນ, ວິທະຍາໄລຄູ ດົງຄໍາຊ້າງ ແລະ ວິທະຍາໄລຄູປາກເຊ. ມີເນື້ອທີ່ປຸກສ້າງລວມ 15,822 ຕາແມັດ, ລວມມີອາຄານ 26 ຫຼັງ, ໃນນັ້ນໂຮງຮຽນລ້ຽງເດັກ ແລະ ອະນຸບານສາ ທິດ 11 ຫັຼງ, ປະຖົມສາທິດ 6 ຫັຼງ, ມັດທະຍົມສາທິດ 8 ຫັຼງ, ອາຄານຮຽນ ສໍາລັບວິທະຍາໄລຄູ 1 ຫັຼງ ແລະ ມີຫ້ອງນ້ຳແຍກ 15 ຫຼັງ, ລວມຈໍານວນ ຫ້ອງຮຽນທັງໝົດ 121 ຫ້ອງຮຽນ. ພ້ອມນີ້, ພາຍໃນອາຄານດັ່ງກ່າວ ຍັງມີຫ້ອງການຄູ, ຫ້ອງທົດລອງ, ຫ້ອງອະເນກປະສົງ, ຫ້ອງປະຖົມພະຍາບານ, ຫ້ອງອ່ານ, ຫ້ອງກະກຽມ, ຫ້ອງອຸປະກອນ ແລະ ຫ້ອງເກັບເຄື່ອງ.

Cr. ບຸນມາ ແກ້ວບຸດດາ

ບົດຄວາມຫຼ້າສຸດ

ໄຂກອງປະຊຸມສະໄໝສາມັນຂອງລັດຖະບານ ປະຈຳເດືອນກັນຍາ 2025 ຢ່າງເປັນທາງການ

ໄຂກອງປະຊຸມສະໄໝສາມັນຂອງລັດຖະບານ ປະຈຳເດືອນກັນຍາ 2025. ກອງປະຊຸມສະໄໝສາມັນຂອງລັດຖະບານ ປະຈຳເດືອນກັນຍາ 2025 ໄດ້ໄຂຂຶ້ນໃນຕອນເຊົ້າ ວັນທີ 9 ຕຸລາ 2025 ທີ່ສໍານັກງານນາຍົກລັດຖະມົນຕີ, ພາຍໃຕ້ການເປັນປະທານ ຂອງທ່ານ ສອນໄຊ...

ລາວເສຍຫາຍໜັກ! ຜົນກະທົບຈາກພາຍຸບົວລອຍ ພັດຖະລົ່ມລາວ ເຮັດໃຫ້ມີຜູ້ເສຍຊີວິດທັງໝົດ 4 ຄົນ.

ພາຍຸບົວລອຍ ສົ່ງຜົນກະທົບຕໍ່ 34 ເມືອງໃນທົ່ວປະເທດ ມີຜູ້ເສຍຊີວິດ 4 ຄົນ ຮອງນາຍົກຊີ້ນຳໃຫ້ເລັ່ງໃຫ້ການຊ່ວຍເຫຼືອຜູ້ໄດ້ຮັບຜົນກະທົບໂດຍດ່ວນ. ໃນຕອນເຊົ້າວັນທີ 6 ຕຸລາ 2025, ທີ່ຫ້ອງວ່າການສໍານັກງານນາຍົກລັດຖະມົນຕີ ຄະນະກໍາມະການຄຸ້ມຄອງໄພພິບັດຂັ້ນສູນກາງ ໄດ້ຈັດກອງປະຊຸມ...

ແລກເມຍກັບງົວ 1 ໂຕ ເມື່ອໜຸ່ມອິນໂດເນເຊຍຖືກເມຍຄົບຊູ້ ຈຶ່ງສະເໜີການແລກປ່ຽນເພື່ອຈົບບັນຫາ

ໃນວັນທີ 07/10/2025 ລາຍງານຈາກສຳນັກຂ່າວໃນປະເທດອິນໂດເນເຊຍ ມີຄລິບເຫດການທີ່ເປັນກະແສເນື່ອງຈາກມີຊາຍຄົນໜຶ່ງຍອມໃຫ້ເມຍຕົນເອງໄປຄົບກັບຊູ້ ພ້ອມຍອມແລກເມຍກັບງົວ 1 ໂຕ, ແລະເງິນອີກປະມານ 5,000,000 ລູເປຍອິນໂດເນເຊຍ (ປະມານ 6,800,000 ກີບ) ຜ່ານການຕົກລົງຈາກທັງ 2...

14 ຂໍ້ຫ້າມພາຍໃນບຸນອອກພັນສາ ແລະ ຊ່ວງເຮືອປະເພນີ້່ ທີ່ທ່າວັດຈັນ ເມືອງຈັນທະບູລີ ນະຄອນຫຼວງວຽງຈັນ ຈັດຂຶ້ນໃນ ວັນທີ 04-08 ຕຸລາ 2025

ທ່ານ ແສງສາທິດ ພິມເມືອງ ຕາງໜ້າອົງການປົກຄອງເມືອງຈັນທະບູລີ ປະທານຄະນະກໍາມະການຈັດງານບຸນອອກພັນສາປະວໍລະນາ ແລະ ຊ່ວງເຮືອປະເພນີ ທີ່ທ່າວັດຈັນ ປະຈໍາປີ 2025 ໄດ້ຖະແຫຼງຂ່າວຕໍ່ສື່ມວນຊົນໃນການກະກຽມ ແລະ ຈັດງານບຸນ ລະຫວ່າງ...