spot_img
Homeຂ່າວພາຍ​ໃນເພື່ອຄວາມໂປ່ງໃສ! ເຈົ້າໜ້າທີ່ ພະແນກ ອຄ ແຂວງສະຫວັນລົງກວດທຽບຫົວຈ່າຍນ້ຳມັນເຊື້ອໄຟ ແລະ ວາງແຜນຈະກວດກາທັງໝົດ 217 ປ້ຳທົ່ວແຂວງ

ເພື່ອຄວາມໂປ່ງໃສ! ເຈົ້າໜ້າທີ່ ພະແນກ ອຄ ແຂວງສະຫວັນລົງກວດທຽບຫົວຈ່າຍນ້ຳມັນເຊື້ອໄຟ ແລະ ວາງແຜນຈະກວດກາທັງໝົດ 217 ປ້ຳທົ່ວແຂວງ

Published on

ພະແນກ ອຄ ແຂວງສະຫວັນລົງກວດທຽບຫົວຈ່າຍນ້ຳມັນເຊື້ອໄຟ

ຂະແໜງຊັບສິນທາງປັນຍາ, ມາດຕະຖານ ແລະ ວັດແທກພະແນກອຸດສາຫະກຳ ແລະ ການຄ້າແຂວງສະຫວັນນະເຂດ ພ້ອມດ້ວຍຫ້ອງການ ອຸດສາຫະກຳ ແລະ ການຄ້າ 14 ເມືອງ ແລະ 1 ນະຄອນ ໄດ້ພ້ອມກັນລົງເຄື່ອນໄຫວກວດ ທຽບຫົວຈ່າຍນ້ຳມັນເຊື້ອໄຟ ແລະອອກໃບຢັ້ງຢືນປະຈຳປີ 2025 ໃຫ້ຜູ້ປະກອບການນ້ຳມັນເຊື້ອໄຟພາຍໃນແຂວງ ເພື່ອສ້າງຄວາມຍຸຕິທຳໃນສັງຄົມ, ເຊິ່ງໃນວັນທີ 26 ກຸມພາ ຜ່ານມານີ້, ກໍໄດ້ລົງກວດທຽບ ຄືນຫົວຈ່າຍນ້ຳມັນເຊື້ອໄຟ ທີ່ປ້ຳນ້ຳມັນຕົວແບບລັດວິສາຫະ ກິດນ້ຳມັນເຊື້ອໄຟລາວສາຂາ ສະຫວັນນະເຂດ(ປ້ຳນາເຊັງ) ເຊິ່ງເປັນປ້ຳທຳອິດຂອງ ນະຄອນໄກສອນ.

ໃນການລົງກວດສອບຄັ້ງນີ້ ແມ່ນໄດ້ກວດສອບ, ກວດທຽບທາງດ້ານບໍລິມາດ, ຕູ້ຈ່າຍນ້ຳມັນ ແລະ ຫົວຈ່າຍນ້ຳມັນ ໂດຍນຳໃຊ້ແມ່ແບບວັດແທກ ຖັງຜອງຂະໜາດ 5 ລິດ ເພື່ອວັດແທກບໍລິມາດນ້ຳມັນ 3 ຄັ້ງ ຕໍ່ຫົວຈ່າຍ(ທັງນ້ຳມັນກາຊວນ ແລະແອັດຊັງ), ໂດຍໄດ້ມີການ ສັງເກດບໍລິມາດນ້ຳມັນວ່າ ໄດ້ມາດຕະຖານຕາມແມ່ແບບ ຫຼື ບໍ່ ຊຶ່ງຄິດໄລ່ຄ່າຜິດດ່ຽງຂອງ ບໍລິມາດນ້ຳມັນເມື່ອຢູ່ໃນເກນ ມາດຕະຖານຕາມລະບຽບກົດໝາຍມາດຕະຖານ ແລະ ກົດໝາຍວັດແທກວາງອອກ (ບໍ່ ໃຫ້ເກີນ5) ຫຼັງຈາກນັ້ນ, ຈິ່ງ ໜີບກົ່ວ, ຕິດສະຕິກເກີ້ມາດຕະຖານ ແລະ ອອກໃບຢັ້ງຢືນມາດຕະຖານ ໃຫ້ປ້ຳນ້ຳມັນທີ່ກວດທຽບຜ່ານມາດຕະຖານ; ເຊິ່ງຜ່ານການກວດສອບໃນຄັ້ງນີ້ເຫັນວ່າປ້ຳນ້ຳມັນຕົວແບບ ນາເຊັງ ແມ່ນຢູ່ໃນເກນມາດຕະຖານທີ່ກົດໝາຍມາດຕະຖານ ແລະ ກົດໝາຍວັດແທກກຳນົດໄວ້. ເຊິ່ງການກວດສອບນີ້ກໍເພື່ອກວດທຽບຄວາມຖືກຕ້ອງ ຊັດເຈນຂອງຫົວຈ່າຍນ້ຳມັນ ເຊື້ອໄຟແນໃສ່ຮັບປະກັນສິດ ແລະຜົນປະໂຫຍດອັນຊອບທຳ ຂອງຜູ້ດຳເນີນທຸລະກິດບໍລິການນ້ຳມັນເຊື້ອໄຟ ແລະ ຜູ້ຊົມໃຊ້ເພື່ອໃຫ້ມີຄວາມຍຸຕິທຳໃນ ສັງຄົມ.

ສຳລັບການກວດທຽບ ຫົວຈ່າຍນ້ຳມັນເຊື້ອໄຟໃນທົ່ວ ແຂວງສະຫວັນນະເຂດ ແມ່ນ ໄດ້ມີການຈັດຕັ້ງປະຕິບັດໃນ ທຸກໆປີ, ສຳລັບປີ 2025 ນີ້ ແມ່ນໄດ້ຈັດຕັ້ງປະຕິບັດນັບແຕ່ ວັນທີ 17 ກຸມພາເປັນຕົ້ນມາ ຊຶ່ງລວມມີປ້ຳທົ່ວແຂວງທັງ ໝົດ 217 ປ້ຳ ໂດຍຈະໃຫ້ສຳ ເລັດພາຍໃນເວລາ 18 ວັນ.

ແຫຼ່ງຂ່າວ: ສະຫວັນພັດທະນາ

ບົດຄວາມຫຼ້າສຸດ

ຜູ້ນຳຄົນໃໝ່ ອີ ແຈມະຢອງ ຄວ້າຕຳແໜ່ງປະທານາທິບໍດີ ຄົນທີ 14 ສ.ເກົາຫຼີ

ອີ ແຈມະຢອງ ຄວ້າໄຊຊະນະການເລືອກຕັ້ງປະທານາທິບໍດີ ສ.ເກົາຫຼີ ພາຍຫຼັງ ຍຸນຊ໋ອກຍອນ ຖືກຖອດອກກຈາກຕໍາແໜ່ງ. ສຳນັກຂ່າວຕ່າງປະເທດລາຍງານໃນວັນທີ 3 ມິຖຸນາ 2025 ຜ່ານມານີ້ວ່າ: ເກົາຫຼີໃຕ້ຈັດການເລືອກຕັ້ງປະທານາທິບໍດິຄັ້ງພິເສດ ເພື່ອຫາຜູ້ນຳຄົນໃໝ່ແທນ ທ່ານ...

ຈີນປະກາດ ເປີດບໍລິການວີຊາພິເສດ “ASEAN visa”

ຈີນປະກາດເປີດຕົວ ວີຊ່າອາຊຽນ ໄຟຂຽວນັກທຸລະກິດ 10 ບັນປະເທດອາຊຽນລວມເຖິງ ຕີມໍແລັດສະແຕ ເດີນທາງເຂົ້າອອກສະດວກ ສຳນັກຂ່າວຕ່າງປະເທດລາຍງານໃນວັນທີ 4 ມິຖຸນາ 2025, ຈີນປະກາດເປີດຕົວ  "ASEAN Visa" ຫຼື...

ມອບ-ຮັບໜ້າທີ່ລະຫວ່າງເຈົ້ານະຄອນຫຼວງພະບາງ ຜູ້ເກົ່າ ແລະ ຮັກສາການເຈົ້ານະຄອນຫຼວງພະບາງ ຜູ້ໃໝ່

ແຕ່ງຕັ້ງທ່ານ ທ່ານ ສະເຫວີຍ ສີລາວັນ ຮັກສາການເຈົ້ານະຄອນ ຫຼວງພະບາງ ຜູ້ໃໝ່ ໃນວັນທີ 4 ມິຖຸນາ 2025 ທີ່ຫ້ອງປະຊຸມໃຫຍ່ຫ້ອງວ່າການນະຄອນຫຼວງພະບາງ ບ້ານຄອຍ ໄດ້ຈັດພິທີ ມອບ-ຮັບໜ້າທີ່ລະ...

ທ່ານ ອານຸພາບ ວົງໜໍ່ແກ້ວ ເປັນຮອງລັດຖະມົນຕີກະຊວງການຕ່າງປະເທດຄົນໃໝ່

ປະກາດແຕ່ງຕັ້ງ ທ່ານ ອານຸພາບ ວົງໜໍ່ແກ້ວ ເປັນຮອງລັດຖະມົນຕີກະຊວງການຕ່າງປະເທດຄົນໃໝ່ ຢ່າງເປັນທາງການ ວັນທີ 4 ມິຖຸນາ 2025 ຢູ່ກະຊວງການຕ່າງປະເທດ ໄດ້ຈັດພິທີປະກາດການ ຈັດຕັ້ງຕຳແໜ່ງບໍລິຫານຮອງລັດຖະມົນຕີ, ຫົວໜ້າກົມ ແລະ...