Homeຂ່າວຕ່າງປະເທດວິກິດວານຂຶ້ນຕິດຝັ່ງກວ່າ 150 ໂຕ ທີ່ຊາຍຝັ່ງແທສມາເນຍ

ວິກິດວານຂຶ້ນຕິດຝັ່ງກວ່າ 150 ໂຕ ທີ່ຊາຍຝັ່ງແທສມາເນຍ

Published on

ວິກິດວານຂຶ້ນຕິດຝັ່ງກວ່າ 150 ໂຕ ທີ່ຊາຍຝັ່ງແທສມາເນຍ

ທາງການທ້ອງຖິ່ນຂອງອອສເຕເລຍລາຍງານວ່າ ພົບວານຈຳນວນ 157 ໂຕຂຶ້ນຕິດຝັ່ງບໍລິເວນຊາຍຫາດໃກ້ເມືອງອາເທີ ຣິເວີ ທາງຊາຍຝັ່ງຕາເວັນຕົກຂອງເກາະແທສມາເນຍ ໂດຍຈາກການກວດສອບເບື້ອງຕົ້ນ ພົບວ່າມີວານຢ່າງໜ້ອຍ 90 ໂຕຍັງມີຊີວິດຢູ່.

Tasmania’s Marine Conservation Program

ໂຄງການອະນຸລັກທາງທະເລ ຂອງລັດແທສມາເນຍລະບຸວ່າ “ວານເຫຼົ່ານີ້ ໜ້າຈະເປັນວານຫົວໝາກໂມ (False Killer Whales) ແລະຂະນະນີ້ ກຳລັງຮ່ວມມືກັບໜ່ວຍງານ Tasmania Parks and Wildlife Service ເພື່ອປະເມີນສະຖານະການ ແລະດຳເນີນການຊ່ວຍເຫຼືອ”

Tasmania’s Marine Conservation Program

ວານທຸກໂຕຖືເປັນສັດຄຸ້ມຄອງ ເຖິງແມ່ນວ່າຈະເສຍຊີວິດໄປແລ້ວກໍຕາມ ແລະການເຂົ້າໄປວົນວາຍກັບຊາກວານ ຖືວ່າເປັນຄວາມຜິດຕາມກົດໝາຍ.

ຜູ້ຊ່ຽວຊານດ້ານພຶດຕິກຳສັດ ແລະນັກວິທະຍາສາດທາງທະເລລະບຸວ່າ ອັດຕາການລອດຊີວິດຂອງວານທີ່ຂຶ້ນມາຕິດຝັ່ງນັ້ນຕ່ຳຫຼາຍ ແລະໂດຍທົ່ວໄປແລ້ວ ວານສາມາດມີຊີວິດລອດເທິງບົກໄດ້ພຽງປະມານ 6 ຊົ່ວໂມງ ກ່ອນທີ່ຮ່າງກາຍຈະເລີ່ມເສື່ອມສະພາບລົງ.

 

ທີ່ມາ: CNN

ບົດຄວາມຫຼ້າສຸດ

ປະກາດສ້າງຕັ້ງ ສະມາຄົມສົ່ງເສີມຄຸນຄ່າວັດທະນະທຳລາວ ເພື່ອອະນຸລັກມໍລະດົກຊາດ ແລະ ພັດທະນາສູ່ Soft Power.

ກອງປະຊຸມປະກາດສ້າງຕັ້ງ "ສະມາຄົມສົ່ງເສີມຄຸນຄ່າວັດທະນະທຳລາວ" (ສຄວລ) ຫຼື Lao Cultural Values Promotion Association (LCVPA) ໄດ້ຈັດຂຶ້ນຢ່າງເປັນທາງການໃນວັນທີ 16 ກໍລະກົດ 2026...

ເມືອງຫາດຊາຍຟອງ ປະກາດສ້າງຕັ້ງ “ຕາແສງຊາຍຟອງ” ເປັນຕາແສງທຳອິດຂອງເມືອງ!

ເມືອງຫາດຊາຍຟອງ ໄດ້ປະກາດສ້າງຕັ້ງ "ຕາແສງຊາຍຟອງ" ເປັນຕາແສງທຳອິດຢ່າງເປັນທາງການ ໃນວັນພະຫັດ ທີ 16 ກໍລະກົດ 2026 ນີ້ ຖືເປັນນິມິດໝາຍອັນດີ ແລະ ເປັນບາດກ້າວຄັ້ງສຳຄັນ. ຕາແສງຊາຍຟອງ ເປັນເຂດທົ່ງພຽງທີ່ມີເນື້ອທີ່ກວ້າງຂວາງເລາະລຽບຕາມແຄມນໍ້າຂອງ,...

ສປປ ລາວ ໄດ້ເຂົ້າຮ່ວມກອງປະຊຸມສຸດຍອດ ອົງການສະຫະປະຊາຊາດ (ສປຊ).

ກອງປະຊຸມສຸດຍອດ ອົງການສະຫະປະຊາຊາດ (ສປຊ) ວ່າດ້ວຍການທົບທວນກາງສະໄໝ ຂອງວາລະການພັດທະນາຕົວເມືອງໃໝ່ (New Urban Agenda Mid-term Review) ໄດ້ຈັດຂຶ້ນ ວັນທີ 16-17 ກໍລະກົດ...

ເຈົ້າໜ້າທີ່ໄທກັກຕົວ ຄົນລາວ 2 ຄົນ ທີ່ກ່ຽວຂ້ອງກັບຄະດີສາວແອລັກລອບເຮໂຣອີນເຂົ້າອົດສະຕາລີ

ສຳນັກຂ່າວຕ່າງປະເທດໄດ້ລາຍງານວ່າ ຈາກກໍລະນີຄະດີສາວແອ ຖືກຈັບກຸມໃນຂໍ້ຫາລັກລອບຂົນເຮໂຣອີນເຂົ້າປະເທດອົດສະຕາລີ ເມື່ອວັນທີ 25​ ມິຖຸນາ 2026 ທີ່ຜ່ານມາ. ໃນວັນທີ 15 ກໍລະກົດ 2026, ເຈົ້າໜ້າທີ່ໄທສາມາດກັກຕົວກຸ່ມບຸກຄົນທີ່ມີຄວາມສຳຄັນໃນຄະດີໄດ້ ແລະ ຍັງສືບຕໍ່ປະສານການຂະຫຍາຍຜົນການສືບສວນກັບທາງການປະເທດອົດສະຕາລີ...