spot_img
Homeຂ່າວຄວາມສະຫງົບຊົມເຊີຍ ເຈົ້າໜ້າທີ່ ປກສ ນະຄອນ ໄກສອນ ພົມວິຫານ ກັກຕົວເປົ້າໜາຍຄ້າຂາຍຢາເສບຕິດ ພ້ອມທັງ ສຶກສາອົບຮົມກຸ່ມມົ້ວສຸມຢາເສບຕິດ

ຊົມເຊີຍ ເຈົ້າໜ້າທີ່ ປກສ ນະຄອນ ໄກສອນ ພົມວິຫານ ກັກຕົວເປົ້າໜາຍຄ້າຂາຍຢາເສບຕິດ ພ້ອມທັງ ສຶກສາອົບຮົມກຸ່ມມົ້ວສຸມຢາເສບຕິດ

Published on

ປກສ ນະຄອນ ໄກສອນ ພົມວິຫານ ກັກຕົວເປົ້າໜາຍຄ້າຂາຍຢາເສບຕິດ

ວັນທີ 18 ກຸມພາ 2025 ຜ່ານມາ, ກອງບັນຊາການ ປກສ ນະຄອນ ໄກສອນ ພົມວິຫານ ແຂວງສະຫວັນນະເຂດ ໄດ້ກັກຕົວເປົ້າໜາຍຄ້າຂາຍຢາເສບຕິດ(ຢາບ້າ) ແລະ ສຶກສາອົບຮົມ ຜູ້ທີ່ ເສບຢາເສບຕິດ(ຢາບ້າ), ເຂົ້າຮ່ວມເປັນປະທານ ໂດຍ ພັຕ ສຸບັນ ສຸມະໂນ ຫົວໜ້າພະແນກຕຳຫຼວດ ປກສ ນະຄອນ ໄກສອນ ພົມວິຫານ, ມີນາຍຕຳຫຼວດທີ່ກ່ຽວຂ້ອງ, ນາຍບ້ານ, ຫົວໜ້າກອງຮ້ອຍ ປກຊ-ປກສ ບ້ານ ພໍ່ແມ່ຜູ້ປົກຄອງ ແລະ ກຸ່ມເປົ້າໝາຍເສບຢາເສບຕິດ ເຂົ້າຮ່ວມ.

ໃນພິທີເຈົ້າໜ້າທີ່ໃຫ້ຮູ້ວ່າ: ວັນທີ 04 ມັງກອນ 2025, ເຈົ້າໜ້າທີ່ໄດ້ຮັບຂໍ້ມູນຈາກພົນລະເມືອງດີວ່າ: ຢູ່ຖຽງນາຂອງປະຊາຊົນຢູ່ບ້ານຊອກ ນະຄອນໄກສອນ ພົມວິຫານ ເປັນບ່ອນຄ້າຂາຍຢາເສບຕິດ(ຢາບ້າ) ແລະ ມົ້ວສຸມເສບຢາເສບຕິດ, ເຈົ້າໜ້າທີ່ ຈຶ່ງໄດ້ເຂົ້າມ້າງຈຸດດັ່ງກ່າວ ໄດ້ກັກຕົວ ທ້າວ ເສົາມັງກອນ ຫຼື ເສົາ ອາຍຸ 29 ປີ ພ້ອມຂອງກາງຢາບ້າ ຈຳນວນ 70 ເມັດ ແລະ ນາງ ມຸກທະລາ ຫຼື ມຸກ ອາຍຸ 26 ປີ ພ້ອມຂອງກາງຢາໄອສ໌ 01 ຖົງນ້ອຍ ແລະ ໄດ້ກັກຕົວພວກມົ້ວສຸມເສບຢາຕິດ ໄດ້ທັງໜົດ 14 ຄົນ ຍິງ 1 ຄົນ.

ຫຼັງຈາກນັ້ນເຈົ້າໜ້າທີ່ຈຶ່ງໄດ້ວາງແຜນຂະຫຍາຍຜົນຫາຜູ້ຮ່ວມຂະບວນການ ແລະ ໄດ້ຮູ້ວ່າ: ຢາເສບຕິດ(ຢາບ້າ) ແມ່ນໄດ້ຊື້ມາຈາກທ້າວ ຫຳ ແຕ່ຜູ້ຖືກຫາໄດ້ເອົາຕົວຫຼົບໜີ ແລະ ໄດ້ເຂົ້າກວດຄົ້ນສະຖານທີ່ຈຶ່ງພົບຂອງກາງ ຢາບ້າ 649 ເມັດ ແລະ ເງິນສົດຈຳນວນໜຶ່ງ.

ສຳລັບກຸ່ມມົ້ວສຸມ 14 ຄົນ ແມ່ນໄດ້ສຶກສາອົບຮົມ, ກ່າວເຕືອນ ແລະ ຂຽນບົດບັນທືກ ຖ້າວ່າພວກກ່ຽວຍັງບໍ່ຢຸດເຊົ້າພົວພັນກັບຢາເສບຕິດຄືເກົ່າແມ່ນຈະໄດ້ປະຕິບັດຕາມລະບຽບ ແລະ ໄດ້ມອບໃຫ້ອໍານາດການປົກຄອງ ກໍຄືພໍ່-ແມ່ ເປັນຜູ້ສືບຕໍ່ສຶກສາອົບຮົມ ແລະ ຕິດຕາມ ການເຄື່ອນໄຫວຂອງກຸ່ມເປົ້າໝາຍ.

ແຫຼ່ງຂ່າວ: ຄວາມສະຫງົບ

ບົດຄວາມຫຼ້າສຸດ

ປະຊາຊົນຊາວມາເລເຊຍຮວມຕົວກັນຫຼາຍພັນຄົນ ເພື່ອຮຽກຮ້ອງຄວາມຍຸຕິທຳ ໃຫ້ຊາຣາ ທີ່ເສຍຊີວິດຢ່າງປິສະໜາ

#JusticeForZara ແຮັດແທັກ (hastag) ເຕັມສື່ສັງຄົມອອນລາຍໃນປະເທດມາເລເຊຍ ເພື່ອຮຽກຮ້ອງຄວາມຍຸຕິທຳໃຫ້ ຊາຣາ ເດັກຍິງອາຍຸ 13 ປີ ເສຍຊີວິດປິດສະໜາ, ທ່າມກາງຂ່າວລືວ່າ ຊາຣາ ເປັນເຫຍື່ອຈາກການຖືກບູລີ້ ແລະ...

ເສຍຊີວິດເວທີດຽວກັນ! ຂ່າວເສົ້າວົງການມວຍຍີ່ປຸ່ນ ເມື່ອ 2 ນັກຊົກຈາກແດນປາດິບເສຍຊີວິດຫຼັງຂຶ້ນຊົກມວຍ ໝໍເຜີຍເລືອດອອກໃນເຫຍື້ອຫຸ້ມສະໝອງ.

ວົງການມວຍຍີ່ປຸ່ນເສົ້າ! 2 ນັກຊົກມວຍເສຍຊີວິດເວທີດຽວກັນ ຫຼັງໄດ້ຮັບອາການບາດເຈັບ ໝໍເຜີຍເລືອດອອກໃນເຫຍື້ອຫຸ້ມສະໝອງ. ສຳນັກຂ່າວຕ່າງປະເທດລາຍງານເຫດການສຸດສະຫຼົດ ຂອງວົງການມວຍຍີ່ປຸ່ນ ໄດ້ເກີດເຫດການສຸດຊ໋ອກ ຫຼັງຈາກຊິເງໂຕຊິ ນັກຊົກອາຍຸ 28 ປີ ເສຍຊີວິດ ເມື່ອວັນສຸກ 8...

ສ ເກົາຫຼີ ມອບທຶນຈຳນວນ 6 ລ້ານໂດລາ ເພື່ອຂະຫຍາຍ ແລະ ປັບປຸງລະບົບນໍ້າປະປາ ກຳນົດຈັດຕັ້ງປະຕິບັດ 2025-2029

ລັດຖະບານ ສ ເກົາຫຼີສະໜອງທຶນຊ່ວຍເຫຼືອລ້າໂຄງການຂະຫຍາຍ ແລະ ປັບປຸງລະບົບນໍ້າປະປາຫຼັກຊາວ ເມືອງຄຳເກີດ ພິທີເຊັນບົດບັນທຶກການຮ່ວມມືໂຄງການຂະຫຍາຍ ແລະ ປັບປຸງລະບົບນໍ້າປະປາຫຼັກຊາວເມືອງຄຳເກີດ ແຂວງບໍລິຄຳໄຊ ລະຫວ່າງ ກະຊວງໂຍທາທິການ ແລະ ຂົນສົ່ງ (ຍທຂ)...

ຍທຂ ປະກາດແຕ່ງຕັ້ງທ່ານ ເດດສົງຄາມ ທຳມະວົງ ເປັນຮອງລັດຖະມົນຕີກະຊວງ ຍທຂ

ຍທຂ ປະກາດການຈັດຕັ້ງ ພະນັກງານການນຳຂັ້ນສູງ. ເມື່ອບໍ່ດົນມານີ້, ກະຊວງໂຍທາທິການ ແລະ ຂົນສົ່ງ (ຍທຂ) ປະກາດແຕ່ງຕັ້ງທ່ານ ເດດສົງຄາມ ທຳມະວົງ ເປັນຮອງລັດຖະມົນຕີກະຊວງ ຍທຂ ແລະ ຍົກຍ້າຍ...