spot_img
Homeຂ່າວພາຍ​ໃນພາກສ່ວນທີ່ກ່ຽວຂ້ອງລົງຕິດຕາມ ການກວດກາຈຸດເຊື່ອມຕໍ່ ສາຍສົ່ງໂທລະຄົມ, ອິນເຕີເນັດ ຢູ່ຂົວມິດຕະພາບ 1

ພາກສ່ວນທີ່ກ່ຽວຂ້ອງລົງຕິດຕາມ ການກວດກາຈຸດເຊື່ອມຕໍ່ ສາຍສົ່ງໂທລະຄົມ, ອິນເຕີເນັດ ຢູ່ຂົວມິດຕະພາບ 1

Published on

ຂະແໜງການກ່ຽວຂ້ອງເອົາໃຈໃສ່ຄຸ້ມຄອງສາຍສົ່ງໂທລະຄົມມະນາຄົມ ແລະ ອິນເຕີເນັດ ເຂົ້າ-ອອກ ສປປ ລາວ

ວັນທີ 14 ກຸມພາ 2025 ຕອນເຊົ້າ, ຄະນະຮັບຜິດຊອບຕິດ ຕາມກວດກາ ແລະ ຈັດຕັ້ງປະຕິບັດມາດຕະການຕໍ່ຜູ້ລະເມີດ ໃນການເຊື່ອມຕໍ່ສາຍສົ່ງໂທລະຄົມມະນາຄົມ ແລະ ອິນເຕີເນັດ ເຂົ້າ- ອອກ ສປປ ລາວ ຢູ່ຕາມຈຸດຊາຍແດນໃນຂອບເຂດທົ່ວປະເທດ ຕາມຂໍ້ຕົກລົງຂອງທ່ານລັດຖະມົນຕີ ກະຊວງເຕັກໂນໂລຊີແລະການສື່ສານ ເລກທີ 221/ກຕສ, ວັນທີ 7 ກຸມພາ 2025, ໄດ້ລົງຊຸກຍູ້ ແລະ ຕິດຕາມ ການກວດກາຈຸດເຊື່ອມຕໍ່ຕົວຈິງ ຢູ່ທີ່ຂົວມິດຕະພາບ ລາວ-ໄທ ແຫ່ງທີ 01 ທີ່ບ້ານ ດົງໂພສີ, ເມືອງຫາດຊາຍຟອງ, ນະຄອນຫຼວງວຽງຈັນ ເຊິ່ງນໍາພາໂດຍ ທ່ານ ໄຊລືຊາ ອິນສີຊຽງໃໝ່ ຮອງລັດຖະມົນຕີ ກະຊວງ ເຕັກໂນໂລຊີ ແລະ ການສື່ສານ ພ້ອມດ້ວຍຜູ້ຕາງໜ້າຈາກພາກສ່ວນທີ່ກ່ຽວຂ້ອງຄື ອົງການດັດສົມໂທລະຄົມມະນາຄົມ, ສູນອິນເຕີເນັດແຫ່ງຊາດ, ກະຊວງປ້ອງກັນປະເທດ, ກະຊວງປ້ອງກັນຄວາມສະຫງົບ, ຄະນະຄຸ້ມຄອງຂົວ ແລະ ບັນດາບໍລິສັດໃຫ້ບໍລິການໂທລະຄົມມະນາຄົມ ແລະ ອິນເຕີເນັດ.

ຈຸດປະສົງ ໃນການລົງຊຸກຍູ້ ແລະ ຕິດຕາມ ການກວດກາຈຸດເຊື່ອມຕໍ່ສາຍສົ່ງໂທລະຄົມມະນາຄົມ ແລະ ອິນເຕີເນັດ ໃນຄັ້ງນີ້ ແມ່ນເພື່ອກວດກາແລະປ້ອງກັນການເຊື່ອມຕໍ່ທີ່ຜິດກົດໝາຍ ແລະ ລະບຽບການທີ່ກໍານົດໄວ້, ຮັບປະກັນຄວາມປອດໄພ ທາງດ້ານໄຊເບີ, ປ້ອງກັນການຫຼອກລວງຂອງກຸ່ມຄົນບໍ່ດີ, ກຸ່ມແກ້ງຄໍເຊັນເຕີຕ່າງໆ ພ້ອມທັງຊຸກຍູ້ສົ່ງເສີມການເຊື່ອມຕໍ່ສາຍສົ່ງໂທລະ ຄົມມະນາຄົມ ແລະ ອິນເຕີເນັດ ໃຫ້ມີຄວາມສະດວກ, ວ່ອງໄວ ແລະ ທົ່ວສັງຄົມສາມາດເຂົ້າເຖິງໄດ້. ບັນດາບຸກຄົນ, ນິຕິບຸກຄົນ, ການຈັດຕັ້ງ ແລະ ບໍລິສັດບໍລິການໂທລະຄົມມະນາຄົມ ແລະ ອິນເຕີເນັດ ຢູ່ ສປປ ລາວ ຕ້ອງປະຕິບັດຕາມກົດໝາຍ ແລະ ລະບຽບການ ກ່ຽວກັບການເຊື່ອມຕໍ່ສາຍສົ່ງໂທລະຄົມມະນາຄົມ ແລະ ອິນເຕີເນັດ ໂດຍຜ່ານບັນດາຈຸດເຊື່ອມຕໍ່ກັບຕ່າງປະເທດ ທີ່ກະຊວງເຕັກໂນໂລຊີ ແລະ ການສື່ສານ ກໍານົດຢ່າງເຂັ້ມງວດ.

ແຫຼ່ງຂ່າວ: ຂ່າວສານ ເຕັກໂນໂລຊີ ແລະ ການສື່ສານ

ບົດຄວາມຫຼ້າສຸດ

ແພດໄທເປີດເຜີຍ 3 ນັກຮຽນມີອາການແໜ້ນໜ້າເອິກ ກ່ອນພົບວ່າປອດຖືກທຳລາຍເກືອບໝົດ ຍ້ອນສູບຢາສູບໄຟຟ້າ ແລະ ດື່ມນ້ຳກະທ້ອມ

ແພດໄທເປີດເຜີຍ 3 ນັກຮຽນມີອາການແໜ້ນໜ້າເອິກ ກ່ອນພົບວ່າປອດຖືກທຳລາຍເກືອບໝົດ ຍ້ອນສູບຢາສູບໄຟຟ້າ ແລະ ດື່ມນ້ຳກະທ້ອມມາເປັນເວລາ 2 ປີ. ສຳນັກຂ່າວໄທລາຍງານວ່າ: ເມື່ອວັນທີ 20 ກຸມພາ 2025 ມີການລາຍງານຈາກໜ່ວຍກູ້ໄພຕຳບົນດອນບົນ...

ລາວ-ໄທ ຮ່ວມກັນເປັນສັກຂີພະຍານໃນການລົງນາມ ແລະ ແລກປ່ຽນຂໍ້ຕົກລົງຮ່ວມກັນ 4 ສະບັບ

ນາຍົກລັດຖະມົນຕີ ລາວ-ໄທ ຮ່ວມກັນເປັນສັກຂີພະຍານໃນການລົງນາມ ແລະ ແລກປ່ຽນຂໍ້ຕົກລົງຮ່ວມກັນ 4 ສະບັບ. ໃນວັນທີ 20 ກຸມພາ ທ່ານ ສອນໄຊ ສີພັນດອນ ນາຍົກລັດຖະມົນຕີ ສປປ...

ສະຫຼົດ ອຸບັດຕິເຫດລົດໄຟ ຕຳຝູງຊ້າງປ່າທີ່ສີລັງກາ ເສຍຊີວິດ 6 ໂຕ

ອຸບັດຕິເຫດລົດໄຟ ຕຳຝູງຊ້າງປ່າທີ່ສີລັງກາ ເສຍຊີວິດ 6 ໂຕ ອີງຕາມສຳນັກຂ່າວ TNN ລາຍງານໃນວັນທີ 20 ກຸມພາ 2025, ເກີດອຸບັດຕິເຫດລົດໄຟໂດຍສານໃນສີລັງກາຕົກລາງ ໃນຊ່ວງເຊົ້າມືດ (20 ກຸມພາ)...

ດວງປະຈຳວັນທີ 21 ກຸມພາ 2025

ດວງປະຈຳວັນທີ 21 ກຸມພາ 2025 - ຄົນເກີດວັນຈັນ: ວຽກທີ່ຄ້າງຄາຈະໄດ້ຮັບຄວາມຄືບໜ້າຫຼາຍຂຶ້ນ, ລົງທຶນຢູ່ໃນເກນດີ, ຄົນໂສດລະວັງປັນຫາຈາກຄົນລົມ ຄົນມີຄູ່ຄົນເກົ່າຈະເຂົ້າມາສ້າງປັນຫາ, ລະວັງໄມເກນ - ຄົນເກີດວັນຄານ: ວຽກງານລົ້ນມື ເຄຍວຽກຫົວໝຸນ, ເງິນຄ່ອງມື...