spot_img
Homeຂ່າວພາຍ​ໃນນວ ເລັ່ງຮື້ຖອນສິ່ງປຸກສ້າງກວມເອົາເຂດສະຫງວນທາງ ໃຫ້ສຳເລັດພາຍໃນ 15 ວັນ

ນວ ເລັ່ງຮື້ຖອນສິ່ງປຸກສ້າງກວມເອົາເຂດສະຫງວນທາງ ໃຫ້ສຳເລັດພາຍໃນ 15 ວັນ

Published on

ພະແນກໂຍທາທິການ ແລະ ຂົນສົ່ງ ນະຄອນຫຼວງວຽງຈັນ ອອກແຈ້ງການເລກທີ 869/ຍທຂ.ນວ ລົງວັນທີ 5 ກຸມພາ 2025 ເຖິງບັນດາທ່ານຜູ້ປະກອບການ ບໍລິສັດ ຫ້າງຮ້ານ ບຸກຄົນ ແລະ ນິຕິບຸກຄົນ ທີ່ເປັນເຈົ້າຂອງສິ່ງປຸກສ້າງ ເທີບເງີບ ປ້າຍໂຄສະນາ ກອງວັດສະດຸກໍ່ສ້າງ ແລະ ໂຕະ ລໍ້ຂາຍເຄື່ອງ ທີ່ກວມເອົາເຂດສະຫງວນຂອງທາງໃນຂອບເຂດນະຄອນຫຼວງວຽງຈັນ ໃຫ້ຈັດສັນຄວາມບໍ່ເປັນລະບຽບຮຽບຮ້ອຍ ຮື້ຖອນ ແລະ ຍົກຍ້າຍ ສິ່ງປູກສ້າງເທີບເງີບ ປ້າຍໂຄສະນາ ກອງວັດສະດຸກໍ່ສ້າງ ແລະ ໂຕະ-ລໍ້ຂາຍເຄື່ອງ ທີ່ກວມເອົາເຂດສະຫງວນຂອງທາງຕາມຖະໜົນສາຍຫຼັກໃນຂອບ ເຂດນະຄອນຫຼວງວຽງຈັນ.

ເພື່ອຜັນຂະຫຍາຍແຈ້ງການຂອງທ່ານເຈົ້າຄອງນະຄອນຫຼວງວຽງຈັນ ສະບັບເລກທີ 1184/ຈນວ ລົງວັນທີ 20 ທັນວາ 2017 ເພື່ອແນໃສ່ເຮັດໃຫ້ຕົວເມືອງເປັນລະບຽບຮຽບຮ້ອຍ ແລະ ມີຄວາມສະອາດຈົບງາມ ໂດຍສະເພາະໃນ 32 ເສັ້ນທາງສາຍຫຼັກ ຄື: ຖະໜົນລ້ານຊ້າງ ຖະໜົນໄກສອນພົມວິຫານ ຖະໜົນສຸພານຸວົງ ຖະໜົນຟ້າງຸ່ມ ຖະໜົນເສດຖາທິລາດ ຖະໜົນສາມແສນໄທ ຖະໜົນທ່າເດືອ ຖະໜົນມິດຕະພາບລາວ-ໄທ ຖະໜົນດົງປ່າລານ ຖະໜົນໜອງບອນ ຖະໜົນອາຊຽນ ຖະໜົນດົງປາຍນາ ຖະ ໜົນໂພນສີນວນ ຖະໜົນກໍາແພງເມືອງ ຖະໜົນໂພນພະເນົາ-ໂພນຕ້ອງ-ສະຫວ່າງ ຖະໜົນທົ່ງຂັນຄໍາ-ດອນແດງ-ຕານມີໄຊ ຖະໜົນຄູວຽງ ຖະໜົນສີທອງ ຖະ ໜົນເລກທີ 10 ຖະໜົນເລກທີ 13 ເໜືອ ຖະ ໜົນເລກທີ 13 ໃຕ້ ຖະໜົນເລກທີ 11 ເໜືອ ຖະໜົນໜອງແຕ່ງ ຖະໜົນ 23 ສິງຫາ ຖະໜົນສາຍລົມ ຖະໜົນໂພນຕ້ອງ-ສີວິໄລ-ໄຟແດງດົງໂດກ ຖະໜົນ P3 ສີບຸນເຮືອງ-ຕີນຄ້ອຍໂພນສະຫວ່າງ ຖະໜົນຫົວຂົວ-ນາຄວາຍ ຖະໜົນຄໍາສະຫວາດ-ດົງຄໍາຊ້າງ-ນາໄຫ ຖະໜົນ 450 ປີ ຖະໜົນດົງໂດກ-ສີເກີດ ຖະ ໜົນວົງວຽນຈີ່ນາຍໂມ້-ຖິ່ນເພຍ.

ດັ່ງນັ້ນຈຶ່ງໃຫ້ເຈົ້າຂອງສິ່ງປຸກສ້າງເທີບເງີບ ປ້າຍໂຄສະນາ ກອງວັດສະດຸກໍ່ສ້າງ ແລະ ໂຕະ-ລໍ້ຂາຍເຄື່ອງທີ່ກວມເອົາເຂດສະຫງວນຂອງທາງ ຮື້ຖອນ ແລະ ຍົກຍ້າຍອອກໃຫ້ສໍາເລັດ 15 ວັນ ນັບແຕ່ມື້ອອກແຈ້ງການສະບັບນີ້, ຖ້າຄົບກໍານົດແລ້ວຍັງບໍ່ປະຕິບັດແມ່ນທາງພາກລັດຈະໄດ້ລົງໄປຮື້ຖອນ, ຖ້າຈະຕິດຕັ້ງຕ້ອງໄດ້ຂໍອະນຸຍາດໃຫ້ຖືກຕ້ອງຕາມລະບຽບການ ຕ້ອງໄດ້ຮັບຜິດຊອບຄ່າໃຊ້ຈ່າຍການລົງຮື້ຖອນ ແລະ ຖືກປັບໄໝຕາມລະບຽບການວາງອອກ ພາຍຫຼັງທີ່ລົງຮື້ຖອນຄົບ 15 ວັນ ແລ້ວ ເຈົ້າຂອງບໍ່ມາຕິດຕໍ່ພົວພັນເອົາຄືນ ແມ່ນຖືວ່າສະຫຼະສິດ ແລະ ຈະຖືກຮິບເອົາເປັນຊັບສິນຂອງລັດ ຕາມລະບຽບກົດໝາຍ

ແຫຼ່ງຂ່າວ: ວຽງຈັນໃໝ່

ບົດຄວາມຫຼ້າສຸດ

ຝູງສິງໂຕລຸມກັດກິນເຈົ້າໜ້າທີ່ສວນສັດຈົນເສຍຊີວິດ ຂະນະທີ່ເພື່ອນຮ່ວມງານເປີດເຜີຍຜູ້ເສຍຊີວິດບໍ່ເຄີຍລະເມີດກົດລະບຽບມາກ່ອນ

ສະຫຼົດ! ຝູງໂຕສິງລຸມກັດກິນເຈົ້າໜ້າທີ່ສວນສັດຈົນເສຍຊີວິດ ທີ່ສວນສັດແຫ່ງໜຶ່ງໃນກຸງເທບມະຫານະຄອນ ປະເທດໄທ. ສຳນັກຂ່າວໄທລາຍງານ ວັນທີ 10 ກັນຍາ 2025 ຜ່ານມາ, ກ່ຽວກັບເຫດການສຸດສະຫຼົດ ເມື່ອເຈົ້າທີ່ດູແລສວນສັດ ຖືກຝູງໂຕສິງລຸມກັດກິນ ຢູ່ສວນສັດຊາຟາລີເວີດ ໃນກຸງເທບມະຫານະຄອນ...

ສະຫະລັດເດືອດ! ຊາລີ ເຄິກ ນັກເຄື່ອນໄຫວຜູ້ສະໜັບສະໜູນ ທຣຳ ຜູ້ນຳສະຫະລັດ ຖືກລັກລອບຍິງເສຍຊີວິດ

ຊາລີ ເຄິກ ນັກເຄື່ອນໄຫວຜູ້ສະໜັບສະໜູນ ທຣຳ ຜູ້ນຳສະຫະລັດ ຖືກລັກລອບຍິງເສຍຊີວິດ ໃນຂະນະຮ່ວມງານໃນມະຫາວິທະຍາໄລ ຍູທາ. ສຳນັກຂ່າວ ບີບີຊີ ລາຍງານ ໃນວັນທີ 11 ກັນຍາ 2025...

ລາວກຽມພ້ອມພັດທະນາ ແບບຈຳລອງປັນຍາປະດິດ ເພື່ອໃຫ້ AI ປະມວນຜົນພາສາລາວໄດ້ຢ່າງຖືກຕ້ອງ

ເພື່ອພັດທະນາກໍ່ສ້າງແບບຈໍາລອງປັນຍາປະດິດຂະໜາດໃຫຍ່ ສໍາລັບ ສປປ ລາວ ແລະ ກໍ່ສ້າງຖານຂໍ້ມູນພາສາລາວໃຫ້ຄົບຖ້ວນ, ຖືກຕ້ອງ, ຊັດເຈນ ແລະ ສາມາດນໍາໃຊ້ເປັນພື້ນຖານສໍາລັບ AI ແລະ ການນໍາໃຊ້ດີຈີຕອນໃນ ສປປ...

ສຶກສາອົບຮົມສາວບໍລິການ ແລະ ເຈົ້າຂອງຮ້ານ ຢູ່ ເມືອງສີໂຄດຕະບອງ ແລະ ເມືອງນາຊາຍທອງ ນະຄອນຫຼວງວຽງຈັນ

ເຈົ້າໜ້າທີ່ລົງກວດກາສຶກສາອົບຮົມສາວບໍລິການ 33 ຄົນ ແລະ ເຈົ້າຂອງຮ້ານ 04 ຄົນ ຢູ່ ບ້ານໜອງແຕ່ງເໜືອ, ບ້ານວຽງຄຳ, ບ້ານດົງນາໂຊກ, ເມືອງສີໂຄດຕະບອງ ແລະ ບ້ານກາງແສນ,...