spot_img
Homeຂ່າວພາຍ​ໃນເຈົ້າໜ້າທີ່ພົບລົດຂົນສົ່ງສິນຄ້າ-ລົດໂດຍສານ ຕາມສາຍທາງ13 ໃຕ້ ລະເມີດລະບຽບຈະລາຈອນກວ່າ 50 ຄັນ

ເຈົ້າໜ້າທີ່ພົບລົດຂົນສົ່ງສິນຄ້າ-ລົດໂດຍສານ ຕາມສາຍທາງ13 ໃຕ້ ລະເມີດລະບຽບຈະລາຈອນກວ່າ 50 ຄັນ

Published on

ເຈົ້າໜ້າທີ່ພົບລົດຂົນສົ່ງສິນຄ້າ-ລົດໂດຍສານ ຕາມສາຍທາງ13 ໃຕ້ ລະເມີດລະບຽບຈະລາຈອນກວ່າ 50 ຄັນ ປັບໄໝໄດ້ 100 ລ້ານກີບ.

ຕາມການໃຫ້ສຳພາດຂອງ ທ່ານ ຄອນສະຫວັນ ຄຳນວນ ວິຈິດ ຫົວໜ້າຂະແໜງຂົນສົ່ງ ພະແນກໂຍທາທິການ ແລະ ຂົນສົ່ງ (ຍທຂ) ແຂວງສະຫວັນນະເຂດ ໃນຕອນບ່າຍວັນທີ 23 ມັງກອນ 2025 ຕໍ່ໜັງສືພິມສະຫວັນພັດທະນາໃນ ໂອກາດທີ່ທ່ານ ພ້ອມຄະນະໄດ້ ລົງເຄື່ອນໄຫວຕິດຕາມການ ຈັດຕັ້ງປະຕິບັດການກວດກາ ລົດຂົນສົ່ງສິນຄ້າ ແລະ ລົດໂດຍສານທີ່ຈຸດກວດກາສະຖານີ ຕິດຊັ່ງນໍ້າໜັກກິໂລແມັດທີ 38 ເມືອງຈໍາພອນ ຊຶ່ງທ່ານໄດ້ຍົກໃຫ້ຮູ້ວ່າ:

ໃນໄລຍະເດືອນທັນວາ ປີ 2024 ທີ່ຜ່ານມາ, ຄະນະຈຸປະຕິບັດງານ (ຈຸທີ1) ໄດ້ລົງກວດກາທົດ ລອງແລ້ວ 2 ອາທິດຢູ່ເສັ້ນ ທາງເລກຫຼວງເລກ 9, ບ້ານຄໍາເຕີຍ, ເມືອງອາດສະພັງທອງ ແລະ ມາໃນເດືອນມັງກອນປີ 2025 ນີ້ ກໍ່ໄດ້ສຶບຕໍ່ເຄື່ອນໄຫວ ໂດຍແມ່ນຈຸງານທີ 2 ຊຶ່ງໄດ້ເລີ່ມລົງກວດກາແຕ່ວັນທີ 13-23 ມັງກອນເຫັນວ່າ: ປະລິມານລົດຂົນສົ່ງສິນຄ້າ ແລະ ໂດຍສານ ທັງພາຍໃນ ແລະ ຕ່າງປະເທດ ແລ່ນຜ່ານຂື້ນ-ລົງເສັ້ນທາງ ເລກທີ 13 ໃຕ້ແຂວງສະຫວັນນະເຂດ ຢູ່ຈຸດດັ່ງກ່າວສະເລ່ຍ ຕໍ່ວັນ 150-250 ຄັນ.

ໃນນັ້ນມີ ລົດລາວປະມານ 60% ແລະ ລົດຕ່າງປະເທດ 40%, ເຊິ່ງທີມງານຈຸດກວດກາຈະໄດ້ດໍາເນີນການກວດກາໄປຮອດວັນ ທີ 27 ມັງກອນ 2025 ຈິ່ງຈະສໍາເລັດ, ຜ່ານການລົງກວດກາໃນໄລຍະ 10 ວັນດັ່ງກ່າວແມ່ນ ໄດ້ສຸ່ມກວດກາຕາມເປົ້າໝາຍ ໄດ້ທັງໝົດ 172 ຄັນ; ໃນນັ້ນ: ລົດຂົນສົ່ງ 11 ຄັນ, ລົດໂດຍສານ 55 ຄັນ; ພົບເຫັນລົດທິ່ ລະເມີດລະບຽບການທັງໝົດ ຈໍານວນ 52 ຄັນ ໃນນັ້ນ: ລົດຂົນສົ່ງ 41ຄັນ, ລົດໂດຍສານ 11ຄັນ, ໄດ້ສຶກອົບຮົມຕັກເຕືອນ 52 ຄັນ, ປັບໃໝ 16 ຄັນ, ມີ ລົດຂົນສົ່ງ 15 ຄັນ, ໂດຍສານ 1 ຄັນ, ຄິດໄລ່ປັບໄໝເປັນເງິນ ທັງໝົດ 101 ລ້ານກວ່າກີບ, ເງິນດັ່ງກ່າວ ແມ່ນໄດ້ມອບເຂົ້າບັນຊີຂອງແຂວງແລ້ວທັງໝົດ.

ສຳລັບຂໍ້ຫາລະເມີດທີ່ພົບແມ່ນ: ບໍ່ມີໃບອະນຸຍາດດໍາເນີນທຸລະ ກິດຂົນສົ່ງ, ລັກລອບແກ່ສິນຄ້າ ຂາກັບໂດຍບໍ່ໄດ້ຮັບອະນຸຍາດ, ບັນທຸກເຄື່ອງຂອງເກີນຂະໜາດ, ຄົນຕ່າງປະເທດຂັບຂີ່ລົດ ລາວບໍ່ໄດ້ຮັບອະນຸຍາດ, ເອກະສານລົດບໍ່ຄົບຖ້ວນ, ບໍ່ຖືເອກະສານຕິດມານໍາລົດ ແລະ ອື່ນໆ.

ແຫຼ່ງຂ່າວ: ສະຫວັນພັດທະນາ

ບົດຄວາມຫຼ້າສຸດ

ປະຫວັດ ທ່ານ ສຸຣິຍະ ຈຶງຮຸ່ງເຮືອງກິດ ຮັກສາການນາຍົກລັດຖະມົນຕີ ແຫ່ງຣາຊະອານາຈັກໄທ

ທ່ານ ສຸຣິຍະ ຈຶງຮຸ່ງເຮືອງກິດ ຮັກສາການນາຍົກລັດຖະມົນຕີ ແຫ່ງຣາຊະອານາຈັກໄທ ສຳນັກຂ່າວຕ່າງປະເທດລາຍງານໃນວັນທີ 1 ກໍລະກົດ 2025, ພາຍຫຼັງສານລັດຖະທຳມະນູນຮັບຄຳຮ້ອງ ສະມາຊິກວຸດທິສະພາ ປະເມີນສະຖານະພາບ ທ່ານ ນາງ ແພທອງທານ...

ສານລັດຖະທຳມະນູນ ເຫັນດີຮັບຄຳຮ້ອງ ຢຸດການປະຕິບັດໜ້າທີ່ ຂອງ ທ່ານ ນາງ ແພທອງ ຊິນນະວັດ ນາຍົກລັດຖະມົນຕີແຫ່ງຣາຊະອານາຈັກໄທ ເລີ່ມແຕ່ມື້ນີ້ເປັນຕົ້ນໄປ

ສານລັດຖະທຳມະນູນ ເຫັນດີຮັບຄຳຮ້ອງຢຸດການປະຕິບັດໜ້າທີ່ຂອງ ທ່ານ ນາງ ແພທອງທານ ຊິນນະວັດ ນາຍົກລັດຖະມົນຕີແຫ່ງຣາຊະອານາຈັກໄທ ຕັ້ງແຕ່ວັນທີ 1 ກໍລະກົດ 2025 ເປັນຕົ້ນໄປ. ອີງຕາມເວັບໄຊ້ຂ່າວ Channel News...

ສານຂອງ ທ່ານນາຍົກລັດຖະມົນຕີ ເນື່ອງໃນໂອກາດວັນສາກົນຕ້ານຢາເສບຕິດ ຄົບຮອບ 38 ປີ

ສານຂອງ ທ່ານນາຍົກລັດຖະມົນຕີ ເນື່ອງໃນໂອກາດວັນສາກົນຕ້ານຢາເສບຕິດ ຄົບຮອບ 38 ປີ ເນື່ອງໃນໂອກາດ ວັນສາກົນຕ້ານຢາເສບຕິດ ຄົບຮອບ 38 ປີ (26 ມິຖຸນາ 1987 -...

ສານຫວຽດນາມ ດຳເນີນຄະດີຜູ້ຕ້ອງສົງໃສພະນັກງານລັດ 41 ຄົນ ໃນຂໍ້ຫາສໍ້ລາດບັງຫຼວງ ສ້າງຄວາມເສຍຫາຍ 45 ລ້ານໂດລາ

ສານຫວຽດນາມໄດ້ເປີດການພິຈາລະນາຄະດີສໍ້ລາດບັງຫຼວງ ແລະ ຮັບສິນບົນ ມູນຄ່າ ເກືອບ 1,500 ລ້ານບາດ ຫຼື ປະມານ 45 ລ້ານໂດລາ. ສຳນັກຂ່າວຕ່າງປະເທດລາຍງານໃນວັນທີ 24 ມິຖຸນາ 2025,...