spot_img
Homeຂ່າວຕ່າງປະເທດລູກຄຽດໃຫ້ພໍ່ ຍ້ອນຖືກຮ້າຍທີ່ເຮັດວຽກບ້ານບໍ່ແລ້ວ ຈຶ່ງໂທແຈ້ງຕຳຫຼວດຈັບພໍ່ຂໍ້ຫາເຊື່ອງຢາເສບຕິດ

ລູກຄຽດໃຫ້ພໍ່ ຍ້ອນຖືກຮ້າຍທີ່ເຮັດວຽກບ້ານບໍ່ແລ້ວ ຈຶ່ງໂທແຈ້ງຕຳຫຼວດຈັບພໍ່ຂໍ້ຫາເຊື່ອງຢາເສບຕິດ

Published on

ພໍ່ສຸດຊວຍ ຖືກລູກຊາຍອາຍຸ 10 ປີໂທແຈ້ງຕຳຫຼວດຈັບພໍ່ຕົນເອງ ພາຍຫຼັງນ້ອຍໃຈຖືກພໍ່ຮ້າຍຍ້ອນເຮັດວຽກບ້ານບໍ່ແລ້ວ ສຸດທ້າຍພໍ່ຖືກຂໍ້ຫາໜັກ ສຳນັກຂ່າວຕ່າງປະເທດລາຍງານເຫດການສຸດຮືຮາ ເມືອຕົ້ນເດືອນມັງກອນ 2025 ຜ່ານມາ, ໂດຍເຫດການດັ່ງກ່າວເກີດຂຶ້ນທີ່ເມືອງ ອິ່ນຊວນ ປະເທດຈີນ ເມື່ອມີເດັກຊາຍນັກຮຽນ ຊັ້ນປະຖົມ ປ.5 ຄົນໜຶ່ງນ້ອຍໃຈຖືກພໍ່ຮ້າຍທີ່ບໍ່ເຮັດວຽກບ້ານໃຫ້ແລ້ວ ເດັກຊາຍຈຶ່ງຕັດສິນໃຈໂືທແຈ້ງຕຳຫຼວດຈັບພໍ່ຕົນເອງ.

ຕາມແຫຼ່ງຂ່າວລະບຸວ່າ: ຫຼັງຈາກພໍ່ຮ້າຍ ເດັກຊາຍໄດ້ແລ່ນອອກຈາກບ້ານໄປຮ້ານຄ້າແຫ່ງໜຶ່ງ ຈາກນັ້ນກໍໄດ້ຂໍຢືມໂທລະສັບຂອງເຈົ້າຂອງຮ້ານດັ່ງກ່າວເພື່ອໂທຫາສາຍດ່ວນຕຳຫຼວດ 110 ເຊິ່ງໄດ້ແຈ້ງວ່າພໍ່ຂອງຕົນນັ້ນເຊື່ອງຢາເສບຕິດໄວ້ໃນເຮືອນ ຫຼັງຈາກນັ້ນເຈົ້າໜ້າທີ່ຕຳຫຼວດໄດ້ເດີນທາງມາພົບເດັກຊາຍທີ່ຮ້ານຄ້າທັນທີ ພ້ອມສອບຖາມຂໍ້ມູນເບື້ອງຕົ້ນ ເດັກຊາຍໄດ້ເລົ່າທຸກຢ່າງທັງນ້ຳຕາ ຈາກນັ້ນເຈົ້າໜ້າທີ່ຈຶ່ງພາເດັກນ້ອຍກັບບ້ານເພື່ອກວດຄົ້ນ.

ຈາກການກວດຄົ້ນຢ່າງລະອຽດ ເຈົ້າໜ້າທີ່ພົບດອກຝິ່ນ 8 ດອກເຊື່ອງໄວ້ຢູ່ໃນຕູ້ແຄມລະບຽງ ພໍ່ຂອງເດັກຊາຍສະແດງຄວາມເສຍໃຈ ແລະ ສຳນຶກຜິດ ພ້ອມຍອມຮັບວ່າເກັບດອກຝິ່ນໄວ້ເພື່ອຮັກສາໂຣກເທົ່ານັ້ນ.

ຢ່າງໃດກໍຕາມ ເຖິງແມ່ນວ່າຝິ່ນມີຄຸນສົມບັດໃຊ້ເປັນຢາໃນການຮັກສາໂຣກຕ່າງໆ ແຕ່ໃນປະເທດຈີນຖືເປັນສິ່ງຜິດກົດໝາຍ ແລະ ມີການຄວບຄຸມການປູກຢ່າງເຂັ້ມງວດຈາກທາງການ ເຈົ້າໜ້າທີ່ຈຶ່ງໄດ້ຄຸມຕົວພໍ່ຂອງເດັກນ້ອຍສົ່ງໃຫ້ໜ່ວຍງານປາບປາມຢາເສບຕິດເພື່ອດຳເນີນການສອບສວນ.

ບົດຄວາມຫຼ້າສຸດ

ລາວ-ໄທ ຮ່ວມກັນເປັນສັກຂີພະຍານໃນການລົງນາມ ແລະ ແລກປ່ຽນຂໍ້ຕົກລົງຮ່ວມກັນ 4 ສະບັບ

ນາຍົກລັດຖະມົນຕີ ລາວ-ໄທ ຮ່ວມກັນເປັນສັກຂີພະຍານໃນການລົງນາມ ແລະ ແລກປ່ຽນຂໍ້ຕົກລົງຮ່ວມກັນ 4 ສະບັບ. ໃນວັນທີ 20 ກຸມພາ ທ່ານ ສອນໄຊ ສີພັນດອນ ນາຍົກລັດຖະມົນຕີ ສປປ...

ສະຫຼົດ ອຸບັດຕິເຫດລົດໄຟ ຕຳຝູງຊ້າງປ່າທີ່ສີລັງກາ ເສຍຊີວິດ 6 ໂຕ

ອຸບັດຕິເຫດລົດໄຟ ຕຳຝູງຊ້າງປ່າທີ່ສີລັງກາ ເສຍຊີວິດ 6 ໂຕ ອີງຕາມສຳນັກຂ່າວ TNN ລາຍງານໃນວັນທີ 20 ກຸມພາ 2025, ເກີດອຸບັດຕິເຫດລົດໄຟໂດຍສານໃນສີລັງກາຕົກລາງ ໃນຊ່ວງເຊົ້າມືດ (20 ກຸມພາ)...

ດວງປະຈຳວັນທີ 21 ກຸມພາ 2025

ດວງປະຈຳວັນທີ 21 ກຸມພາ 2025 - ຄົນເກີດວັນຈັນ: ວຽກທີ່ຄ້າງຄາຈະໄດ້ຮັບຄວາມຄືບໜ້າຫຼາຍຂຶ້ນ, ລົງທຶນຢູ່ໃນເກນດີ, ຄົນໂສດລະວັງປັນຫາຈາກຄົນລົມ ຄົນມີຄູ່ຄົນເກົ່າຈະເຂົ້າມາສ້າງປັນຫາ, ລະວັງໄມເກນ - ຄົນເກີດວັນຄານ: ວຽກງານລົ້ນມື ເຄຍວຽກຫົວໝຸນ, ເງິນຄ່ອງມື...

ທະນາຄານກາງ ແຈ້ງພົບເຫັນເງິນປອມໃບ 100 ໂດາລາ (Series 2017 A) ຕົວອັກສອນນໍາຫນ້າ PL ແລະ PH

ທະນາຄານແຫ່ງ ສປປ ລາວ ອອກແຈ້ງການເລື່ອງ: ຍົກສູງສະຕິ ໃນການຖືຄອງເງິນຕາຕ່າງປະເທດ ສະກຸນໂດລາສະຫະລັດ. ທະນາຄານແຫ່ງ ສປປ ລາວ ອອກແຈ້ງການເຖິງ: ພໍ່ແມ່ປະຊາຊົນ, ພໍ່ຄ້າຊາວຂາຍ, ພະນັກງານ, ທະຫານ,...