spot_img
Homeຂ່າວພາຍ​ໃນນາງ ພອນລິສາ ສິນລະປະກິດ ຍາດໄດ້ຫຼຽນຄໍາ ໃນການແຂ່ງຂັນວິຊາເລກ ທີ່ປະເທດກໍາປູເຈຍ

ນາງ ພອນລິສາ ສິນລະປະກິດ ຍາດໄດ້ຫຼຽນຄໍາ ໃນການແຂ່ງຂັນວິຊາເລກ ທີ່ປະເທດກໍາປູເຈຍ

Published on

ຊົມເຊີຍ ນາງ ພອນລິສາ ສິນລະປະກິດ ຍາດໄດ້ຫຼຽນຄໍາ ວິຊາເລກ the Angkor Math Competition (AMC) ທີ່ປະເທດກໍາປູເຈຍ.

ດ້ວຍຄວາມພາກພູມໃຈຂອງປະເທດລາວທີ່ ນາງ ພອນລິສາ ສິນລະປະກິດ ນັກຮຽນຊັ້ນມັດທະຍົມ ມ.3 ໂຮງຮຽນນານາຊາດອ໋ອດສະກ້າ ເມືອງໄຊທານີ ນະຄອນຫຼວງວຽງຈັນ ພາຍໃຕ້ການນໍາພາໄປເຂົ້າຮ່ວມໄປແຂ່ງຂັນໃນຄັ້ງນີ້ໂດຍໂຮງຮຽນນານາຊາດລາວ ສາມາດຍາດໄດ້ລາງວັນຫຼຽນຄໍາ ຊຶ່ງເປັນຫຼຽນຄໍາໜຶ່ງດຽວທີ່ນັກຮຽນຈາກປະເທດລາວຂອງພວກເຮົາຍາດມາໄດ້ໃນການເຂົ້າຮ່ວມແຂ່ງຂັນວິຊາເລກ the Angkor Math Competition (AMC) ຮອບສຸດທ້າຍໃນທົ່ວໂລກ (ເຂດທະວີບອາຊີ) ໃນວັນທີ 22 ທັນວາ ຜ່ານມາ ທີ່ປະເທດກໍາປູເຈຍ.

ສຳລັບການແຂ່ງຂັນໃນລາຍການນີ້ ມີນັກຮຽນເຂົ້າຮ່ວມຫຼາຍກວ່າ 6,500 ຄົນ ທີ່ມາຈາກ 16 ປະເທດ. ພາຍຫຼັງທີ່ໄດ້ສໍາເລັດຈາກການແຂ່ງຂັນຮອບຄັດເລືອກ (ແບບອອນໄລ) ຢູ່ປະເທດຂອງຕົນ, ສໍາລັບນັກຮຽນຈາກປະເທດລາວຜູ້ອື່ນໆກໍສາມາດຍາດໄດ້ຫຼຽນເງິນ ແລະ ຫຼຽນທອງແດງ.

ແຫຼ່ງຂ່າວ: ໜັງສືພິມປະຊາຊົນ

ບົດຄວາມຫຼ້າສຸດ

ສປປ ລາວ ແລະ ສ ອາເມລິກາ ຈະສືບຕໍ່ແກ້ໄຂບັນຫາທີ່ຍັງຄົງຄ້າງຮ່ວມກັນ

ສປປ ລາວ ແລະ ສ ອາເມລິກາ ຈະສືບຕໍ່ແກ້ໄຂບັນຫາທີ່ຍັງຄົງຄ້າງຮ່ວມກັນ ໃນທ້າຍເດືອນກັນຍາ 2025 ຜ່ານມານີ້, ທ່ານ ສອນໄຊ ສີພັນດອນ ນາຍົກລັດຖະມົນຕີ ແຫ່ງ ສປປ...

ສສກ ຈະສຸມໃສ່ປະຕິຮູບລະບົບການສຶກສາ ສາຍສາມັນ ຈາກ 5+4+3 ເປັນ 6+3+3

ອົງຄະນະພັກ ສສກ ຈະສຸມໃສ່ປະຕິຮູບລະບົບການສຶກສາ ສາຍສາມັນ ຈາກ 5+4+3 ເປັນ 6+3+3 ສະຫາຍ ຮສ.ປອ ທອງສະລິດ ມັງໜໍ່ເມກ ເລຂາທິການສູນກາງພັກ, ເລຂາຄະນະບໍລິຫານງານພັກ, ລັດຖະມົນຕີ...

ແຈ້ງເຕືອນຈາກກົມໃຫຍ່ຕຳຫຼວດ ໃຫ້ລະວັງ 10 ລັກສະນະການກໍ່ເຫດທີ່ເປັນການສໍ້ໂກງຊັບ ຖ້າພົບເຫັນເຫດລັກສະນະນີ້ ສາມາດແຈ້ງດຳເນີນຄະດີໄດ້

- ອີງຕາມ ຂໍ້ຕົກລົງຂອງລັດຖະມົນຕີກະຊວງປ້ອງກັນຄວາມສະຫງົບ ລົງວັນທີ 05 ມັງກອນ 2022 ວ່າດ້ວຍການຈັດຕັ້ງ ແລະ ການເຄື່ອນໄຫວຂອງກົມໃຫຍ່ຕໍາຫຼວດ. ເພື່ອປ້ອງກັນ ບໍ່ໃຫ້ທຸກຄົນໃນສັງຄົມ ຕົກເປັນເຫຍື່ອຂອງກຸ່ມແກ້ງສໍ້ໂກງຊັບທາງໂທລະຄົມ ແລະ...

ປະຫວັດບໍ່ທຳມະດາ ກໍລະນີແມ່ຕູ້ຄົນໄຕ້ຫວັນຖືກຖີບເທິງລົດໄຟຕອນນີ້ ຖືກກັກໂຕພ້ອມດຳເນີນຄະດີແລ້ວ

ໃນວັນທີ 01/10/2025 ທີ່ຜ່ານມາ, ສຳນັກຂ່າວໃນໄຕ້ຫວັນໄດ້ລາຍງານວ່າ ມີເຫດບໍ່ຄາດຄິດກ່ຽວກັບຜູ້ສູງ ກໍລະນີແມ່ຕູ້ທີ່ຖືກຍິງສາວປະເພດສອງ (LGBTQ) ຖີບຢູ່ໃນລົດໄຟ ໃນວັນທີ 29/09/2025 ທີ່ຜ່ານມາ, ເຊິ່ງກຳລັງເປັນກະແສດັງໃນໃນສື່ສັງຄົມອອນລາຍໃນປັດຈຸບັນ.ສາເຫດເກີດຈາກການຍາດບ່ອນນັ່ງພິເສດພາຍໃນຂະບວນລົດໄຟແຫ່ງໜຶ່ງໃນໄຕ້ຫວັນ ເນື່ອງຈາກບ່ອນນັ່ງນັ້ນເປັນບ່ອນຂອງຜູ້ສູງອາຍຸ ແມ່ຕູ້ິເລີຍພະຍາຍາມໄລ່ຍິງສາວປະເພດສອງອອກຈາກບ່ອນນັ່ງ...