Homeຂ່າວພາຍ​ໃນມອບລາງວັນມາດຕະຖານການທ່ອງທ່ຽວອາຊຽນ ປີ 2025

ມອບລາງວັນມາດຕະຖານການທ່ອງທ່ຽວອາຊຽນ ປີ 2025

Published on

ພິທີມອບ-ຮັບລາງວັນມາດຕະຖານການທ່ອງ ທ່ຽວອາຊຽນ 2025 ຈັດຂຶ້ນໃນມະຫາກຳການທ່ອງທ່ຽວອາຊຽນ 2025 ໃນວັນທີ 20 ມັງກອນ 2025 ຢູ່ລັດຈໍຮໍ ປະເທດມາເລເຊຍ ລວມມີ 4 ມາດຕະຖານຄື: ມາດຕະຖານເຮືອນພັກແຮມອາຊຽນ, ມາດຕະຖານການທ່ອງທ່ຽວແບບປະຊາ ຊົນມີສ່ວນຮ່ວມອາຊຽນ, ມາດຕະຖານການບໍລິການສະປາອາຊຽນ ແລະ ມາດຕະຖານຫ້ອງນໍ້າສາທາລະນະອາຊຽນ ໂດຍມີພາກສ່ວນຕ່າງໆ ຈາກພາກລັດ, ພາກທຸລະກິດ ແລະ ຜູ້ປະກອບການຂອງຊຸມຊົນທ້ອງຖິ່ນພາຍໃນບັນດາປະເທດສະມາຊິກອາຊຽນ ທີ່ສາມາດປະຕິບັດໄດ້ຕາມເງື່ອນໄຂ ທີ່ໄດ້ກຳ ນົດໄວ້ຢູ່ໃນແຕ່ລະມາດຕະຖານການທ່ອງທ່ຽວອາຊຽນ.

ໃນປີ 2025 ນີ້, ບັນດາປະເທດສະມາຊິກອາຊຽນ ໄດ້ຮັບລາງວັນມາດຕະຖານການທ່ອງທ່ຽວອາຊຽນ ທັງໝົດ 154 ລາງວັນ.

-ລາງວັນມາດຕະຖານເຮືອນພັກແຮມອາຊຽນ 30 ລາງວັນ. ໃນນັ້ນ, ສປປ ລາວ ໄດ້ຮັບ 4 ລາງວັນ ປະກອບມີ: ບ້ານນາດ້ວງ ເມືອງວັງວຽງ ແຂວງວຽງຈັນ, ບ້ານດອນໂຄ ເມືອງຊະນະສົມບູນ ແຂວງຈໍາປາສັກ, ບ້ານດອນແດງ ເມືອງປະທຸມພອນ ແຂວງຈໍາປາສັກ, ບ້ານໜອງຫລວງ ເມືອງປາກຊ່ອງ ແຂວງຈໍາປາສັກ.

-ລາງວັນມາດຕະຖານການທ່ອງທ່ຽວແບບປະຊາຊົນ ມີສ່ວນຮ່ວມອາຊຽນ ໄດ້ຮັບທັງໝົດ 41 ລາງວັນ. ໃນນັ້ນ, ສປປ ລາວ ໄດ້ຮັບ 5 ລາງວັນ ຄື: ການລ່ອງຊົມສັດປ່າ ຢູ່ອຸທິຍານແຫ່ງຊາດນໍ້າແອດ-ພູເລີຍ ເມືອງຫົວເມືອງ ແຂວງຫົວພັນ, ບ້ານທ່າແປ້ນ ນະຄອນຫລວງພະບາງ ແຂວງຫລວງພະບາງ, ບ້ານຊ່າງໄຫ ເມືອງປາກອູ ແຂວງຫລວງພະບາງ, ບ້ານກອງລໍ ເມືອງຄູນຄໍາ ແຂວງຄໍາມ່ວນ, ບ້ານນາລັນເໜືອ ເມືອງຫລວງນໍ້າທາ ແຂວງຫລວງນໍ້າທາ.

-ລາງວັນມາດຕະຖານການບໍລິການສະປາອາຊຽນ ໄດ້ຮັບລາງວັນທັງໝົດ 42 ລາງວັນ. ໃນນັ້ນ, ສປປ ລາວ ໄດ້ຮັບ 5 ລາງວັນ ປະກອບມີ: ຮ້ານສະປາໂຮງແຮມອາມານຕາກະ ແຂວງຫລວງພະບາງ, ຮ້ານ Senses ສະປາ ຢູ່ໂຮງແຮມຄລາວພລາຊາ ນະຄອນຫລວງວຽງຈັນ, ຮ້ານບ້ານລາວສະປາ ຢູ່ໂຮງແຮມມາຍບ້ານລາວ ແຂວງຫລວງພະບາງ, ຮ້ານແມ່ຂອງສະປາ ຢູ່ໂຮງແຮມພູວ່າວ ແຂວງຫລວງພະບາງ, ຮ້ານດາຫລາສະປາ ນະຄອນຫລວງວຽງຈັນ.

-ລາງວັນມາດຕະຖານຫ້ອງນໍ້າສາທາລະນະອາຊຽນ ໄດ້ຮັບ 41 ລາງວັນ. ໃນນັ້ນ, ສປປ ລາວ ໄດ້ຮັບ 5 ລາງວັນ ປະກອບມີ: ຫ້ອງນໍ້າສາທາລະນະໜອງສະພັງແລນ ນະຄອນຫລວງວຽງຈັນ, ຫ້ອງນໍ້າສາທາລະນະວັດຊຽງທອງ ແຂວງຫລວງພະບາງ, ຫ້ອງນໍ້າສາທາລະນະ ສະຖານທີ່ທ່ອງທ່ຽວຮ້ານອາຫານເມົາເທິນວິວ ແຂວງຫລວງນໍ້າທາ, ຫ້ອງນໍ້າສາທາລະນະ ສະຖານທີ່ທ່ອງທ່ຽວນໍ້າຕົກຕາດເຍືອງ ເມືອງປາກຊ່ອງ ແຂວງຈໍາປາສັກ ແລະ ຫ້ອງນໍ້າສາທາລະນະ ສະ ຖານທີ່ທ່ອງທ່ຽວຖໍ້ານອນ-ຖໍ້ານາງຟ້າ ເມືອງວັງວຽງ ແຂວງວຽງຈັນ.

ນອກຈາກນີ້, ສປປ ລາວ ຍັງໄດ້ຮັບລາງວັນ ອີກຈໍານວນ 10 ລາງວັນ​ເຊິ່ງຈະມີການຈັດພິທີ ມອບ-ຮັບລາງວັນເພີ່ມຢູ່ພາຍໃນປະເທດ ໂດຍຈະຈັດຂຶ້ນໃນເດືອນກຸມພາ 2025 ເຊິ່ງຜົນສໍາເລັດຂອງການຈັດຕັ້ງປະຕິບັດ ບັນດາມາດຕະຖານການທ່ອງທ່ຽວອາຊຽນ ຢູ່ ສປປ ລາວ ໃນໄລຍະຜ່ານມາ ແລະ ໃນປີ 2025 ແມ່ນໄດ້ຮັບການຊີ້ນໍາ-ນໍາພາຈາກການນໍາຂັ້ນສູນກາງ, ຂັ້ນແຂວງ ແລະ ການມີສ່ວນຮ່ວມຈາກ ພາກລັດ, ພາກທຸລະກິດ, ອົງການຈັດຕັ້ງສາກົນ ແລະ ຄູ່ຮ່ວມພັດທະນາທີ່ກ່ຽວຂ້ອງ ໂດຍໄດ້ຮັບການສະໜັບສະໜູນດ້ານງົບປະມານຈາກລັດຖະບານແຫ່ງ ສປປ ລາວ ແລະ ໂຄງການພັດທະນາໂຄງລ່າງພື້ນຖານ ເພື່ອສົ່ງເສີມການທ່ອງທ່ຽວໄລຍະ 2.

ທີ່ມາ: ປະເທດລາວ

ບົດຄວາມຫຼ້າສຸດ

ສະມາຄົມນັກຂ່າວລາວ ຮ່ວມກອງປະຊຸມສື່ມວນຊົນ ໜຶ່ງແລວໜຶ່ງເສັ້ນທາງ ປະຈຳປີ 2026 ທີ່ ສປ ຈີນ

ໃນວັນທີ 17 ຕຸລາ 2026, ທ່ານ ສະຫວັນຄອນ ຣາຊະມຸນຕີ ປະທານສະມາຄົມນັກຂ່າວ ແຫ່ງ ສປປ ລາວ ພ້ອມດ້ວຍ ທ່ານ ອາດິຕະ...

ເປີດກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026

ກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026 ໄດ້ໄຂຂຶ້ນໃນຕອນເຊົ້າ ຂອງວັນທີ 22 ຕຸລາ 2026 ທີ່ສໍານັກງານນາຍົກລັດຖະມົນຕີ, ພາຍໃຕ້ການເປັນປະທານ ຂອງທ່ານ ສະເຫຼີມໄຊ ກົມມະສິດ,...

ເປັນໄປໄດ້ແທ້! 2022 ລາວເລີ່ມສຶກສາສ້າງທາງດ່ວນ ນະຄອນຫຼວງວຽງຈັນ-ຫົວພັນ ປີ 2026 ສືບຕໍ່ສຶກສາຄວາມເປັນໄປໄດ້ ສໍາຫຼວດ-ອອກແບບ ແລະ ກໍ່ສ້າງທາງ

ລັດຖະບານລາວໄດ້ເຫັນດີໃນດ້ານຫຼັກການໃຫ້ມີການສຶກສາຄວາມເປັນໄປໄດ້ໃນການກໍ່ສ້າງເສັ້ນທາງດ່ວນແຕ່ນະຄອນຫຼວງວຽງຈັນຫາແຂວງຫົວພັນ,ເຊິ່ງພິທີເຊັນບົດບັນທຶກຄວາມເຂົ້າໃຈ (MOU) ໂຄງການດັ່ງກ່າວໄດ້ຈັດຂຶ້ນ ໃນ 4 ເມສາ 2022, ທີ່ນະຄອນຫຼວງວຽງຈັນ ລະຫວ່າງ ລັດຖະບານແຫ່ງ ສປປ ລາວ ກັບວິສາຫະກິດການລົງທຶນຂອງຕ່າງປະເທດ, ເຊິ່ງການກໍ່ສ້າງໂຄງການແມ່ນຈະໃຊ້ທຶນຮອນຂອງສອງບໍລິສັດເອກະຊົນດັ່ງກ່າວ,...

ສູນທອນພົດປິດກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X

 ໃນພິທີປິດກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X, ທ່ານ ສອນໄຊ ສີພັນດອນ ປະທານສະພາແຫ່ງຊາດ ໄດ້ກ່າວສູນທອນພົດປິດກອງປະຊຸມວ່າ: ກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ...