spot_img
Homeຂ່າວກິລານັກເທັນນິສເຍົາວະຊົນລາວ ຮ່ວມຊີງແຊ້ມລະດັບນາໆຊາດ ທີ່ປະເທດສີລັງກາ

ນັກເທັນນິສເຍົາວະຊົນລາວ ຮ່ວມຊີງແຊ້ມລະດັບນາໆຊາດ ທີ່ປະເທດສີລັງກາ

Published on

ນັກເທັນນິສເຍົາວະຊົນລາວ ຮ່ວມຊີງແຊ້ມລະດັບນາໆຊາດ ລາຍການ ITF Asia 14 and Under Development Championships 2025 ໃນລະຫ່ວາງວັນທີ 13-25 ມັງກອນ 2025 ທີ່ນະຄອນໂຄລົມໂບ້ ປະເທດສີລັງກາ ໂດຍມີນັກກິລາຈາກ 13 ປະເທດໃນຂົງເຂດອາຊີ ເຂົ້າຮ່ວມຄື: ສປປ ລາວ, ບັງກະລາເທດ, ບູຖານ, ບຣູໄນ, ກຳປູເຈຍ, ມາເກົ້າ, ມົງໂກລີ, ເນປານ, ປາກິສຖານ, ຟີລິບປິນ, ສິງກະໂປ, ຕີມໍເລັສເຕ້ ແລະ ສີລັງກາ ເຈົ້າພາບ.

ສຳລັບ ສປປ ລາວ ສົ່ງນັກກິລາເຂົ້າຮ່ວມໃນຮຸ່ນອາຍຸ 14 ປີ ຈຳນວນ 2 ຄົນ ກໍຄື ທ້າວ ພູຜາ ຈັນທະວົງ ແລະ ທ້າວ ສີປະເສີດ ຕັ້ງຕະກຸນ ຊຶ່ງທັງສອງມີອາຍຸພຽງ 11 ປີ ແລະ 12 ປີ.

ຜົນການແຂ່ງຂັນປະເພດຊາຍດ່ຽວ ຮອບທຳອິດ ພູຜາ ຈັນທະວົງ ເອົາຊະນະ Haziq KHAIRUL ຈາກບຣູໄນ 2-0 ເຊັດ: 6-2 ແລະ 6-0 ຮອບທີ 2 ຫລື ຮອບ 16 ຄົນສຸດທ້າຍ ໄປພົບກັບ Khabbo GAYEN ມືວາງອັນດັບທີ 5 ຂອງລາຍການ ຈາກບັງກະລາເທດ ທີ່ໄດ້ Bye (ບໍ່ໄດ້ອອກແຮງໃນຮອບທຳອິດ ໄດ້ສີດເຂົ້າຮອບ 2).

ຂະນະທີ່ ສີປະເສີດ ຕັ້ງຕະກຸນ ຮອບທຳອິດ ເສຍໃຫ້ Sangay ROKAYA ຈາກເນປານ 0-2 ເຊັດ: 2-6 ແລະ 0-6​. ປະເພດຊາຍດ່ຽວ U14 ມີນັກກິລາເຂົ້າຮ່ວມ 21 ຄົນ.

ສ່ວນປະເພດຄູ່ຊາຍ: ພູຜາ ຈັນທະວົງ ແລະ ສີປະເສີດ ຕັ້ງຕະກຸນ ຕົກຮອບທຳອິດ ເສຍໃຫ້ ນັກກິລາຈາກສິງກະໂປ ຄູ່ມື 1 ລາຍການ 0-2 ເຊັດ: 1-6, 0-6.

ບົດຄວາມຫຼ້າສຸດ

ສົມເດັດພະເທບ ຢ້ຽມຢາມໂຮງຮຽນວັດທະນະທໍາປ້ອງກັນຄວາມສະຫງົບ ທີ່ແຂວງວຽງຈັນ.

ສົມເດັດພະກະນິດຖາທິຣາດເຈົ້າ ກົມສົມເດັດພະເທບພະຣັດຣາດສຸດາ ສະຫຍາມບໍຣົມມະຣາດຊະກຸມາຣີ ແຫ່ງຣາຊະອານາຈັກໄທ ຢ້ຽມຢາມໂຮງຮຽນວັດທະນະທໍາ ປກສ ຕອນບ່າຍວັນທີ 23 ເມສາ 2025 , ສົມເດັດພະກະນິດຖາທິຣາດເຈົ້າ ກົມສົມເດັດພະເທບພະຣັດຣາດສຸດາ ສະຫຍາມບໍຣົມມະຣາດຊະກຸມາຣີ ແຫ່ງ...

ພິທີເຄື່ອນຍ້າຍອັດຖິຂອງ ສະຫາຍ ພົນເອກ ຄໍາໄຕ ສີພັນດອນ

ເຄື່ອນຍ້າຍອັດຖິ ພົນເອກ ຄຳໄຕ ສີພັນດອນ ໄປສະຖິດຢູ່ ສຸສານນັກຮົບປະຕິວັດແຫ່ງຊາດ ພິທີເຄື່ອນຍ້າຍອັດຖິຂອງ ສະຫາຍ ພົນເອກ ຄໍາໄຕ ສີພັນດອນ ອະດີດປະທານຄະນະບໍລິຫານງານສູນກາງພັກ, ອະດີດປະທານປະເທດ ແຫ່ງ ສາທາລະນະລັດ...

ມອບ-ຮັບງົບປະມານ ໃນການສ້ອມແປງເສັ້ນທາງ 16B ໄລຍະທາງ 8 ກິໂລແມັດ

ກຽມສ້ອມແປງເສັ້ນທາງ 16B ດ້ວຍງົບປະມານມູນຄ່າ 445.053,17 ໂດລາສະຫະລັດ ໃນວັນທີ 22 ເມສາ ນີ້ ທີ່ຫ້ອງປະຊຸມ ພະແນກໂຍທາທິການ ແລະ ຂົນສົ່ງແຂວງເຊກອງ ໄດ້ມີພິທີມອບ-ຮັບງົບປະມານ ໃນການສ້ອມແປງເສັ້ນທາງ...

ກອງປະຊຸມສະຫຼຸບວຽກງານຮອບດ້ານ ປະຈຳປີ 2024 ແລະ ທິດທາງແຜນວຽກງານຈຸດສຸມ ປີ 2025.

ຫສນຍ ຈັດກອງປະຊຸມສະຫຼຸບວຽກງານຮອບດ້ານ ປະຈຳປີ 2024 ແລະ ທິດທາງແຜນວຽກງານຈຸດສຸມ ປີ 2025. ໃນຕອນເຊົ້າວັນທີ 21 ເມສາ 2025 ທີ່ຫ້ອງວ່າການສໍານັກງານນາຍົກລັດຖະມົນຕີ (ຫສນຍ) ໄດ້ຈັດກອງປະຊຸມສະຫຼຸບການນໍາພາ-ຊີ້ນໍາວຽກງານຮອບດ້ານ...