spot_img
Homeຂ່າວຕ່າງປະເທດອັບເດດຍອດຜູ້ເສຍຊີວິຈາກເຫດໄຟປ່າ ທີ່ເມືອງລອສແອນແຈລິສ

ອັບເດດຍອດຜູ້ເສຍຊີວິຈາກເຫດໄຟປ່າ ທີ່ເມືອງລອສແອນແຈລິສ

Published on

ອີງຕາມສຳນັກຂ່າວຕ່າງປະເທດລາຍງານໃນວັນທີ 13 ມັງກອນ 2025 ນີ້ວ່າ: ຍອດຜູ້ເສຍຊີວິດຈາກໄຟປ່າໃນວັນທີ 8 ມັງກອນ 2025 ທີ່ເມືອງລອສແອນແຈລິສ ສະຫະລັດອາເມຣິກາ ເພີ່ມຂຶ້ນເປັນ 24 ຄົນ ຂະນະທີ່ໜ່ວຍງານພະຍາກອນອາກາດໃນແຄລິຟໍເນຍເຕືອນ ລົມແຮງຈະມາອີກເຮັດໃຫ້ໄຟປ່າຈະກັບມາຕິິດ ແລະ ໄໝ້ລຸກລາມອີກຄັ້ງ.

ທາງດ້ານເຈົ້າໜ້າທີ່ດັບເພິງໄດ້ເດີນທາງມາສົມທົບລວມເປັນ 14,000 ຄົນ, ໃນພາກຕອນໃຕ້ຂອງລັດແຄລິຟໍເນີຍພ້ອມເຮືອບິນດັບໄຟກວ່າ 84 ລຳ ແລະ ລົດດັບໄຟກວ່າ 1,354 ຄັນ.

ທັງນີ້ຍັງມີລາຍງານຈັບກຸມຜູ້ຕ້ອງສົງໃສໃນການລັກຊັບໃນຂອບເຂດອົບພະຍົບຢ່າງນ້ອຍ 29 ຄົນ, ໂດຍ 2 ຄົນຖືກຈັບໄດ້ຍ້ອມປອມໂຕເປັນນັກດັບເພິງເພື່ອມາລັກເຄື່ອງຈາກຜູ້ທີ່ອົບພະຍົບ ເຊິ່ງທາງການໄດ້ຂໍກຳລັງປ້ອງກັນເພີ່ມອີກ 1000 ຄົນຈາກທີ່ມີຢູ່ພຽວ 400 ຄົນ.

ສຳລັບຄວາມເສຍຫາຍຈາກໄຟປ່າທີ່ໃຫຍ່ທີ່ສຸດຄື: ພາລິເສດ ເຊິ່ງໄດ້ລຸກລາມພຶ້ນທີ່ກວ່າ 58,000 ໄຮ່ ແລະ ຄວບຄຸມໄດ້ພຽງແຕ່ 11% ສ່ວນປ່າອີຕັນ ເຊິ່ງເປັນໄຟປ່າທີ່ໃຫ່ຍອັນດັບສອງ ໄດ້ລຸກລາມພຶ້ນທີ່ກວ່າ 35,400 ໄຮ່ ແລະ ຄວບຄຸມໄດ້ 27% ສ່ວນໄຟປ່າເຮີດ ຂະຫຍາຍຕົວເປັນ 2,000 ໄຮ່ ແລະ ເກືອບຈະຄວບຄຸມໄດ້ທັງໝົດ.

ແຫຼ່ງຂ່າວ: ໄທລັດ

ບົດຄວາມຫຼ້າສຸດ

ສານຂອງ ທ່ານນາຍົກລັດຖະມົນຕີ ເນື່ອງໃນໂອກາດວັນສາກົນຕ້ານຢາເສບຕິດ ຄົບຮອບ 38 ປີ

ສານຂອງ ທ່ານນາຍົກລັດຖະມົນຕີ ເນື່ອງໃນໂອກາດວັນສາກົນຕ້ານຢາເສບຕິດ ຄົບຮອບ 38 ປີ ເນື່ອງໃນໂອກາດ ວັນສາກົນຕ້ານຢາເສບຕິດ ຄົບຮອບ 38 ປີ (26 ມິຖຸນາ 1987 -...

ສານຫວຽດນາມ ດຳເນີນຄະດີຜູ້ຕ້ອງສົງໃສພະນັກງານລັດ 41 ຄົນ ໃນຂໍ້ຫາສໍ້ລາດບັງຫຼວງ ສ້າງຄວາມເສຍຫາຍ 45 ລ້ານໂດລາ

ສານຫວຽດນາມໄດ້ເປີດການພິຈາລະນາຄະດີສໍ້ລາດບັງຫຼວງ ແລະ ຮັບສິນບົນ ມູນຄ່າ ເກືອບ 1,500 ລ້ານບາດ ຫຼື ປະມານ 45 ລ້ານໂດລາ. ສຳນັກຂ່າວຕ່າງປະເທດລາຍງານໃນວັນທີ 24 ມິຖຸນາ 2025,...

ນໍ້າຖ້ວມຮຸນແຮງຢູ່ແຂວງກຸຍໂຈ ຂອງ ສປ ຈີນ

ຝົນຕົກໜັກຕໍ່ເນື່ອງເຮັດໃຫ້ນໍ້າຖ້ວມໜັກໜ່ວງຢູ່ແຂວງກຸຍໂຈ (Guizhou) ຂອງ ສປ ຈີນ, ປະຊາຊົນ 80,000 ກວ່າຄົນ ຕ້ອງໄດ້ອົບພະຍົບຢ່າງເລັ່ງດ່ວນ. ລັດຖະບານຈີນໄດ້ປະກາດຍົກລະດັບມາດຕະການສຸກເສີນເພື່ອຮັບມືກັບໄພນໍ້າຖ້ວມກະທັນ, ເນື່ອງຈາກຝົນຕົກໜັກຕໍ່ເນື່ອງເປັນເວລາຫຼາຍມື້ໃນແຂວງກຸຍໂຈ ເຊິ່ງຕັ້ງຢູ່ທາງຕາເວັນຕົກສ່ຽງໃຕ້ຂອງ ສປ ຈີນ, ໂດຍລະດັບນໍ້າ...

ໄປບໍ່ລອດ! ເຈົ້າໜ້າທີ່ອຸທະຍານ ແຫ່ງປະເທດໄທ ຈັບກຸມຄົນລາວ 2 ຄົນ ລັກລອບຂາຍຊາກສັດປ່າ

ເຈົ້າໜ້າທີ່ໄທ ຈັບກຸມ 2 ຊາວລາວ ກຽມລັກລອບຄ້າຂາຍຊາກສັດປ່າຫຼາຍກວ່າ 101 ກິໂລກຼາມ ສຳນັກຂ່າວຕ່າງປະເທດລາຍງານໃນວັນທີ 25 ມິຖຸນາ 2025 ຜ່ານມາ, ເຈົ້າໜ້າທີ່ກົມອຸທະຍານແຫ່ງຊາດ ສັດປ່າ ແລະ...