spot_img
Homeຂ່າວພາຍ​ໃນອັດຕາແລກປ່ຽນດີຂຶ້ນ ແຕ່ລາຄາສິນຄ້າບໍ່ຍອມລົງ ຕ້ອງຫາວິທີແກ້ໄຂແນວໃດ?

ອັດຕາແລກປ່ຽນດີຂຶ້ນ ແຕ່ລາຄາສິນຄ້າບໍ່ຍອມລົງ ຕ້ອງຫາວິທີແກ້ໄຂແນວໃດ?

Published on

ທ່ານ ນາງ ວາລີ ເວດສະພົງ, ສະມາຊິກສະພາແຫ່ງຊາດ ໄດ້ປະກອບຄໍາເຫັນຕໍ່ກອງປະຊຸມກອງປະຊຸມສະໄໝສາມັນ ເທື່ອທີ 8 ຂອງສະພາປະຊາຊົນ ນະຄອນຫຼວງວຽງຈັນ ຊຸດທີ II ລະຫວ່າງວັນທີ 16-24 ທັນວາ 2024 ໂດຍສະເໜີໃຫ້ພາກສ່ວນກ່ຽວຂ້ອງກວດກາຄືນລາຄາສິນຄ້າຕາມທ້ອງຕະຫຼາດໃນນະຄອນຫຼວງວຽງຈັນ ຍັງມີທ່າອ່ຽງເພີ່ມຂຶ້ນ, ເຖີງວ່າອັດຕາແລກປ່ຽນໄດ້ຮັບການແກ້ໄຂດີຂຶ້ນກວ່າເກົ່າແລ້ວກໍຕາມ.

ປັດຈຸບັນນີ້, ອັດຕາແລກປ່ຽນດີຂຶ້ນ ຫຼື ສະຫງົບແລ້ວ, ຜ່ານມາຊາວຄ້າຂາຍອ້າງວ່າ: ລາຄາສິນຄ້າເພີ່ມຂຶ້ນຍ້ອນອັດຕາແລກປ່ຽນເພີ່ມຂຶ້ນ. ກົງກັນຂ້າມເມື່ອອັດຕາແລກປ່ຽນຫຼຸດລົງ ແຕ່ລາຄາສິນຄ້າຍັງບໍ່ຍອມຫຼຸດລົງເທື່ອ.ສະນັ້ນ, ພາກສ່ວນທີ່ກ່ຽວຂ້ອງຂອງລັດຄວນໄປກວດກາຄືນວ່າຕົ້ນທຶນຂອງເຂົາເຈົ້າເທົ່າໃດແທ້. ເຖີງວ່າພວກເຮົາເພີ່ມເງິນອຸດໜູນຫຼາຍເທົ່າໃດກໍບໍ່ສາມາດແກ້ໄຂຊີວິດການເປັນຢູ່ຂອງພະນັກງານລັດ-ລັດຖະກອນ ແລະ ທະຫານ, ຕໍາຫຼວດໄດ້.

ສະນັ້ນ ວິທີການແກ້ໄຂຕ້ອງໄດ້ເຮັດໂຄງສ້າງລາຄາສິນຄ້າ ເຊິ່ງອາດເລີ່ມຈາກສິນຄ້າຈໍາເປັນທີ່ກະທົບຊີວິດການເປັນຢູ່ປະຈໍາວັນກ່ອນ ເຊັ່ນ: ເຂົ້າ, ຊີ້ນ, ພືດຜັກ ແລະ ອື່ນໆ, ເພາະມັນກະທົບຫຼາຍຕໍ່ພະນັກງານ-ລັດຖະກອນ ໂດຍສະເພາະຜູ້ທີ່ອາໃສໃນຕົວເມືອງທີ່ອາໄສເງິນເດືອນເປັນຕົ້ນຕໍ, ສ່ວນຜູ້ທີ່ອາໃສຢູ່ເຂດນອກອາດຈະກະທົບໜ້ອຍກວ່າເພາະສາມາດຊອກຫາອາຫານຕາມທໍາມະຊາດໄດ້. ພວກເຮົາມີຄວາມຈໍາເປັນຕ້ອງຈັດສັນຕະຫຼາດ ເປັນຕະຫຼາດຂາຍຍົກ ແລະ ຂາຍຍ່ອຍ, ເພາະຫຼາຍປະເທດໄດ້ເຮັດແບບນີ້.ເນື່ອງຈາກການຜະລິດສາມາດເຂົ້າມາຫາຕະຫຼາດຂາຍຍົກໂດຍກົງ, ຈາກນັ້ນຕະຫຼາດຂາຍຍົກສາມາດຈັດສັນລາຄາຕາມສິນຄ້າປະເພດຕ່າງໆໄດ້ ແລະ ເຮັດໃຫ້ກໍານົດລາຄາສິນຄ້າໄດ້ງ່າຍ, ເຊັ່ນດຽວກັບການຂໍທະບຽນວິສາຫະກິດ, ຖ້າຂໍທະບຽນວິສາຫະກິດຂາຍຍົກຕ້ອງໃຫ້ມີແຕ່ຂາຍຍົກ, ຖ້າຈະຂາຍຍ່ອຍຕ້ອງຂໍອີກທະບຽນໜຶ່ງ. ທັງໝົດນີ້ຈະເຮັດໃຫ້ສະດວກໃນການກໍານົດໂຄງສ້າງລາຄາສິນຄ້າໄດ້ງ່າຍ.


ຕໍ່ການສະເໜີດັ່ງກ່າວ, ທ່ານ ນາງ ວັນມະນີ ພິມມະສານ, ຫົວໜ້າພະແນກອຸດສາຫະກໍາ ແລະ ການຄ້າ ນະ ຄອນຫລວງວຽງຈັນ ຊີ້ແຈງວ່າ: ໃນໄລຍະຜ່ານມາບັນຊີສິນຄ້າທີ່ມີການຕິດຕາມແມ່ນຍັງບໍ່ສາມາດກໍານົດລາຄາຂາຍໃຫ້ເຂົາເຈົ້າ, ແຕ່ພະແນກອຸດສາຫະກໍາ ແລະ ການຄ້າ, ໃນນາມເປັນກອງເລຂາຄະນະຄຸ້ມຄອງລາຄາສິນຄ້າ ໄດ້ປະສານງານກັບເຈົ້າໜ້າທີ່ພາສີເພື່ອກວດກາການນໍາເຂົ້າສິນຄ້າຂອງບັນດາບໍລິສັດ. ເຊິ່ງມີພຽງ 6 ລາຍການທີ່ຕິດພັນກັບການກິນຢູ່ປະຈໍາວັນ ເຊັ່ນ: ນໍ້າປາ, ແປ້ງນົວ, ນໍ້າມັນພືດ ແລະ ອື່ນໆ, ເພື່ອກວດກາເບິ່ງໂຄງປະກອບລາຄາຕາມນັ້ນ ແລະ ເບິ່ງລາຄາຕົວຈິງຕາມທ້ອງຕະຫຼາດ, ຖ້າລາຄາຢູ່ໃນລະດັບຕາມທີ່ບໍລິສັດແຈ້ງມາໃຫ້ພະແນກທີ່ກ່ຽວຂ້ອງແມ່ນສາມາດຈໍາໜ່າຍໄດ້ ແລະ ບໍ່ສາມາດປະຕິບັດລະບຽບຕໍ່ບໍລິສັດນໍາເຂົ້າໄດ້, ນອກເໜືອຈາກບໍລິສັດມີເຈດຕະນາເຮັດໃຫ້ສິນຄ້າຂາດຕະຫຼາດ ເພື່ອໃຫ້ລາຄາສິນຄ້າເພີ່ມຂຶ້ນ ຫຼື ເຂົ້າໃນຮູບແບບກັກຕຸນສິນຄ້າ, ເຊິ່ງກໍລະນີແບບນີ້ແມ່ນສາມາດດໍາເນີນການຕາມລະບຽບກົດໝາຍໄດ້.


ສ່ວນເລື່ອງນິຕິກໍາກ່ຽວກັບການຂາຍຍົກ-ຂາຍຍົກ, ປັດຈຸບັນກະຊວງທີ່ກ່ຽວຂ້ອງພວມປັບປຸງນິຕິກໍາດັ່ງກ່າວຢູ່ ເພາະປັດຈຸບັນຢູ່ນະຄອນຫຼວງວຽງຈັນ ມີຕະຫຼາດຂາຍຍົກພຽງ 3 ແຫ່ງ ຄື: ຕະຫຼາດອົດຊີ, ຕະຫຼາດໄຮຄໍາ ແລະ ຕະຫຼາດລາວ, ເຊິ່ງສາມຕະຫຼາດດັ່ງກ່າວສາມາດເປີດບໍລິການ 24 ຊົ່ວໂມງ ແລະ ສາມາດຂາຍຍົກ ແລະ ຂາຍຍ່ອຍຄວບຄູ່ກັນ. ຢ່າງໃດກໍຕາມ, ຖ້າກະຊວງກ່ຽວຂ້ອງປັບປຸງນິຕິກໍາກ່ຽວກັບການຂາຍຍົກ-ຂາຍຍ່ອຍສໍາເລັດ ຈະໄດ້ປະຕິບັດຕາມທີ່ນິຕິກໍາວາງອອກ.

ຂ່າວ: @FM90

ບົດຄວາມຫຼ້າສຸດ

ຈະນໍາໃຊ້ຕຳຫຼວດຈະລາຈອນ 1,172 ສະຫາຍ ໃນການອຳນວຍຄວາມສະດວກ ໃນໄລຍະປີໃໝ່ລາວ 2025

ເພື່ອສະກັດກັ້ນອຸບັດເຫດ ກົມຕຳຫຼວດຈະລາຈອນ ຈະນໍາໃຊ້ຕຳຫຼວດຈະລາຈອນ 1,172 ສະຫາຍ ຕັ້ງຈຸດກວດກາ 143 ຈຸດ ຕາມແຕ່ລະເສັ້ນທາງ ໄລຍະປີໃໝ່ລາວ. ທ່ານ ພັອ ຄໍາສອນ ສີດາວົງ ຫົວໜ້າກົມຕຳຫລວດຈະລາຈອນ,...

ລະທຶກ! ເຮືອສະປີດໂບ໊ດເກີດໄຟໄໝ້ກາງທະເລອັນດາມັນ ປະເທດໄທ

ເລັ່ງອົບພະຍົບຜູ້ໂດຍສານ ຈາກເຫດໄຟໄໝ້ເຮືອສະປີດໂບ໊ດ ບໍລິເວນເກາະໄມ້ທ່ອນ ຈັງຫວັດພູເກັດ ປະເທດໄທ. ສຳນັກຂ່າວຕ່າງປະເທດລາຍງານ ເຫດໄຟໄໝ້ເຮືອສະປີດໂບ໊ດບໍລິເວນເກາະໄມ້ທ່ອນ ຈັງຫວັດພູເກັດ ປະເທດໄທ ໃນເວລາປະມານ 09:10 ນາທີ ຂອງວັນທີ 1 ເມສາ...

ເພີ່ມຂຶ້ນຕໍ່ເນື່ອງເຫຍື່ອແຜ່ນດິນໄຫວທີ່ມຽນມາ ຫຼ້າສຸດມີຜູ້ເສຍຊີວິດກວ່າ 2,056 ຄົນ

ສະຖານະການແຜ່ນດິນໄຫວໃນມຽນມາຍັງໜ້າເປັນຫ່ວງ ເຈົ້ານ້າທີ່ຕ້ອງເລັ່ງທຳການຄົ້ນຫາ ແລະ ຊ່ວຍຜູ້ລອດຊີວິດອອກມາຈາກໃຕ້ຊາກອາຄານ ຫຼັງຈາກ້າວເຂົ້າສູ່ມື້ທີ 4 ນັບຕັ້ງແຕ່ເກີດເຫດເມື່ອວັນທີ 28 ມີນາ 2025. ສຳນັກຂ່າວຕ່າງປະເທດລາຍນງານໃນວັນທີ 1 ເມສາ 2025 ນີ້,...

ພາກກາງ-ໃຕ້ ສືບຕໍ່ຮ້ອນເອົ້າ ພະຍາກອນອາກາດ ປະຈໍາວັນທີ 31 ມີນາ 2025

ພະຍາກອນອາກາດ ປະຈໍາວັນທີ 31 ມີນາ 2025, ເວລາ 12 ໂມງ 00 ພາກກາງ-ພາກໃຕ້ ສືບຕໍ່ອາກາດຮ້ອນເອົ້າ ຄວາມກົດດັນສູງຂອງອາກາດເຢັນ ຍັງປົກຄຸມຢູ່ທົ່ວທຸກພາກຂອງປະເທດລາວດ້ວຍກໍາລັງອ່ອນ ຫາ ປານກາງ,...