spot_img
Homeຂ່າວພາຍ​ໃນລັດຖະບານຈະປັບເງິນເດືອນຂັ້ນຕໍ່າຂອງລັດຖະກອນ ເປັນ 2,200,000 ກີບ/ຄົນ/ເດືອນ

ລັດຖະບານຈະປັບເງິນເດືອນຂັ້ນຕໍ່າຂອງລັດຖະກອນ ເປັນ 2,200,000 ກີບ/ຄົນ/ເດືອນ

Published on

ທ່ານ ສອນໄຊ ສີພັນດອນ ນາຍົກລັດຖະມົນຕີ ໃຫ້ຮູ້ໃນໂອກາດຊີ້ແຈງຕໍ່ກອງປະຊຸມ ສະໄໝສາມັນເທື່ອທີ 8 ຂອງສະ ພາແຫ່ງຊາດ ຊຸດທີ IX ໃນວັນທີ 26 ພະຈິກ 2024 ວ່າ: ລັດຖະບານຖືສໍາຄັນ ແລະ ເປັນບູລິມະສິດໃນການປັບປຸງເງິນເດືອນ, ເງິນນະໂຍບາຍຕ່າງໆ ຂອງພະນັກງານ, ລັດຖະກອນ, ທະຫານ, ຕໍາຫຼວດ ແລະ ພະນັກງານບໍານານ ໂດຍໄດ້ເພີ່ມດັດສະນີ, ເພີ່ມເງິນຄ່າຄອງຊີບເປັນແຕ່ລະໄລຍະ.

May be an image of 1 person and text

ສຳລັບ ໃນປີ 2025, ລັດຖະບານ ໄດ້ປັບປຸງເພີ່ມເງິນອຸດໜູນພະນັກງານ-ລັດຖະກອນ ໂດຍສະເພາະການເພີ່ມນະໂຍບາຍອຸດໜຸນຄ່າຄອງຊີບ, ປັບປຸງນະໂຍບາຍອຸດຫນູນ ຕໍາແຫນ່ງບໍລິຫານໂດຍໂຮມເອົາເງິນອຸດຫນູນຕໍາແຫນ່ງບໍລິຫານ ແລະ ນະໂຍບາຍນໍ້າມັນບຸກຄົນໃຫ້ເປັນດຽວກັນ, ປັບປຸງເງິນອຸດໜຸນອາຍຸການເພີ່ມຂຶ້ນ 100% ຂອງທຸກໄລຍະ, ປັບປຸງເພີ່ມເງິນນະໂຍບາຍລູກ ແລະ ເມຍຂຶ້ນ, ຄາດຫມາຍ ແມ່ນຈະເລີ່ມຈັດຕັ້ງປະຕິບັດໃນງວດ I ປີ 2025 ເຊິ່ງຈະເຮັດໃຫ້ເງິນເດືອນຂັ້ນຕໍ່າ ຂອງພະນັກງານ-ລັດຖະກອນ ຈະຢູ່ໃນລະດັບ 2,200,000 ກີບ/ຄົນ/ເດືອນ.

ຂ່າວ: ວສລ

ບົດຄວາມຫຼ້າສຸດ

ອຸທາຫອນ! ແມ່ຕູ້ຊາວຈີນມີຄວາມເຊື່ອແປກ ຕັດສິນໃຈກິນກົບສົດໆລົງທ້ອງ ຫວັງໃຫ້ເຊົາເຈັບຫຼັງ ແຕ່ສຸດທ້າຍອາການໜັກ

ເມື່ອປວດຫຼັງຫຼາຍຄົນອາດຈະເລືອກກິນຢາ ຫຼື ໄປຫາແພດ ແມ່ນບໍ່, ແຕ່ມີລາຍງານຂ່າວຈາກເມືອງຫາງໂຈ ປະເທດຈີນ, ເມືອບໍ່ດົນມານີ້ ວ່າ ມີແມ່ຕູ້ຄົນໜຶ່ງ ມີອາການເຈັບຫຼັງ ແລະເລືອກວິທີຮັກສາຕາມຄວາມເຊື່ອຂອງຕົນ ໂດຍການກືນກິນກົບສົດລົງທ້ອງ ຈົນເຮັດໃຫ້ເຊື້ອພະຍາດເຂົ້າສູ່ຮ່າງກາຍ. ເຊິ່ງກ່ອນເກີດເຫດແມ່ຕູ້ໄດ້ຂໍໃຫ້ພີ່ນ້ອງໄປຈັບກົບຂະໜາດນ້ອຍມາໃຫ້ ໂດຍບໍ່ໄດ້ບອກວ່າຈະເອົາໄປເຮັດຫຍັງ,...

ວັນການທູດລາວຄົບຮອບ 80 ປີ ປັດຈຸບັນ ລາວມີສາຍພົວພັນການທູດກັບ 151 ປະເທດ ມີສໍານັກງານຕາງໜ້າການທູດ ຢູ່ຕ່າງປະເທດ 41 ແຫ່ງ

ວັນການທູດລາວຄົບຮອບ 80 ປີ (12/10/1945-12/10/2025) ແມ່ນວັນສຳຄັນທາງປະຫວັດສາດຂອງຊາດ ທີ່ມີຄວາມໝາຍຄວາມສຳຄັນ ເພາະສະແດງອອກພູມປັນຍາຄວາມສະຫລາດສ່ອງໃສຂອງບັນພະບູລຸດ ແລະ ຄວາມສຳເລັດຂອງພາລະກິດຕ່າງໆຕັ້ງແຕ່ອາດີດຮອດປັດຈຸບັນ ແລະ ແນໃສ່ສືບຕໍ່ສ້າງເປັນບົດຮຽນ ເປັນມູນມັງມໍລະດົກຕົກທອດໃຫ້ແກ່ຄົນຮຸ່ນ ໃໝ່ຕໍ່ໆໄປໃນອະນາຄົດ. ເຊິ່ງກົມການເມືອງສູນກາງພັກໄດ້ອອກແຈ້ງການສະບັບເລກທີ...

ພິທີປະກາດຊື່ໂຮງຮຽນມັດທະຍົມສົມບູນມິດຕະພາບລາວ – ສປປ ເກົາຫຼີ ແລະ ປາຖະກະຖາວັນສ້າງຕັ້ງພັກແຮງງານເກົາຫຼີ ຄົບຮອບ 80 ປີ

ສະມາຄົມມິດຕະພາບລາວ - ສປປ ເກົາຫຼີ, ໂຮງຮຽນມັດທະຍົມສົມບູນມິດຕະພາບລາວ - ສປປ ເກົາຫຼີ ຮ່ວມກັບສະຖານເອກອັກຄະລັດຖະທູດແຫ່ງ ສປປ ເກົາຫຼີ ປະຈຳ ສປປ ລາວ...

ໄຂກອງປະຊຸມສະໄໝສາມັນຂອງລັດຖະບານ ປະຈຳເດືອນກັນຍາ 2025 ຢ່າງເປັນທາງການ

ໄຂກອງປະຊຸມສະໄໝສາມັນຂອງລັດຖະບານ ປະຈຳເດືອນກັນຍາ 2025. ກອງປະຊຸມສະໄໝສາມັນຂອງລັດຖະບານ ປະຈຳເດືອນກັນຍາ 2025 ໄດ້ໄຂຂຶ້ນໃນຕອນເຊົ້າ ວັນທີ 9 ຕຸລາ 2025 ທີ່ສໍານັກງານນາຍົກລັດຖະມົນຕີ, ພາຍໃຕ້ການເປັນປະທານ ຂອງທ່ານ ສອນໄຊ...