Homeຂ່າວພາຍ​ໃນລມຕ ກະຊວງພະລັງງານ-ບໍ່ແຮ່ ຊີ້ແຈງມາດຕະການແກ້ໄຂໜີ້ສິນລັດວິສາຫະກິດໄຟຟ້າລາວ

ລມຕ ກະຊວງພະລັງງານ-ບໍ່ແຮ່ ຊີ້ແຈງມາດຕະການແກ້ໄຂໜີ້ສິນລັດວິສາຫະກິດໄຟຟ້າລາວ

Published on

ທ່ານ ໂພໄຊ ໄຊຍະສອນ, ລັດຖະມົນຕີ ກະຊວງພະລັງງານ ແລະບໍ່ແຮ່ ໄດ້ຊີ້ແຈງຕໍ່ຂໍ້ຊັກຖາມຂອງສະມາຊິກສະພາແຫ່ງຊາດຢູ່ກອງປະຊຸມສະໄໝສາມັນເທື່ອທີ 8 ຂອງສະພາແຫ່ງຊາດ ຊຸດທີ IX ໃນວັນທີ 26 ພະຈິກ 2024 ກ່ຽວກັບມາດຕະການແກ້ໄຂໜີ້ສິນຂອງລັດວິສາຫະກິດໄຟຟ້າລາວ ແລະ ການປັບປຸງໂຄງສ້າງດ້ານລາຄາໄຟຟ້າວ່າ: ລັດວິສາຫະກິດໄຟຟ້າລາວ (ຟຟລ) ມີສະພາບໜີ້ສິນສະ ສົມຢູ່ຢ່າງມະຫາສານທີ່ເກີດມາຈາກຫຼາຍສາເຫດທັງໃນໂຕ ແລະ ນອກໂຕ.

May be an image of 1 person, dais and text

ສໍາລັບມາດຕະການແກ້ໄຂຈະຕ້ອງສືບຕໍ່ມາດຕະການ ສໍາຄັນຄື: ການປັບປຸງສະພາບຄ່ອງ ແລະສະພາບການເງິນຂອງລັດວິສາ ຫະກິດໄຟຟ້າລາວ ທີ່ພົວພັນການປັບປຸງ ໂຄງສ້າງລາຄາໄຟພາກຈໍາໜ່າຍໃຫ້ສະທ້ອນຕົ້ນທຶນຕົວຈິງ ແລະ ການປັບປຸງກົນໄກ ແລະ ລາຄາຊື້ຈາກບັນດາຜູ້ ຜະລິດໄຟຟ້າ ທີ່ສະໜອງໃຫ້ ຟຟລ ເຊິ່ງພົວພັນກັບການເຮັດວຽກກັບພາກສ່ວນກ່ຽວຂ້ອງຕ່າງໆ ລວມທັງພາກສ່ວນທະນາຄານຕ່າງປະເທດ ທີ່ເປັນຜູ້ໃຫ້ກູ້ຢືມລົງທຶນໃນໄລຍະຜ່ານມາ.

May be an image of 2 people

ທ່ານໃຫ້ຮູ້ຕື່ມວ່າ: ໃນປະຈຸບັນກໍ່ໄດ້ເລີ່ມຂຸ້ມຂ້ຽວດໍາເນີນການຄົ້ນຄວ້າການຂັບເຄື່ອນນະໂຍບາຍກະຕຸ້ນໃຫ້ມີການນໍາໃຊ້ ພະລັງ ງານແສງຕະເວັນເຂົ້າໃນຂັ້ນຄົວເຮືອນ ແລະວິສາຫະກິດຂະໜາດນ້ອຍລວມທັງການຊຸກຍູ້ເລັ່ງລັດໃຫ້ ພັດທະນາໂຊລາຟາມ ໃນເຂດທີ່ໄຟຟ້າລາວໄດ້ກຳນົດໃຫ້ມີຄວາມເໝາະສົມເພື່ອສະໜອງເຂົ້າໃນເຂດທີ່ຕ້ອງການໄຟເຊັ່ນ: ເຂດອຸດສາຫະກຳ: ເຂດພັດທະ ນາເສດຖະກິດ ເພື່ອຫຼຸດຜ່ອນສັດສ່ວນຄວາມຕ້ອງການພະລັງ
ງານທີ່ຕ້ອງນໍາເຂົ້າ ແລະ ອື່ນໆ.

ຂ່າວ: ວສລ

ບົດຄວາມຫຼ້າສຸດ

ສະມາຄົມນັກຂ່າວລາວ ຮ່ວມກອງປະຊຸມສື່ມວນຊົນ ໜຶ່ງແລວໜຶ່ງເສັ້ນທາງ ປະຈຳປີ 2026 ທີ່ ສປ ຈີນ

ໃນວັນທີ 17 ຕຸລາ 2026, ທ່ານ ສະຫວັນຄອນ ຣາຊະມຸນຕີ ປະທານສະມາຄົມນັກຂ່າວ ແຫ່ງ ສປປ ລາວ ພ້ອມດ້ວຍ ທ່ານ ອາດິຕະ...

ເປີດກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026

ກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026 ໄດ້ໄຂຂຶ້ນໃນຕອນເຊົ້າ ຂອງວັນທີ 22 ຕຸລາ 2026 ທີ່ສໍານັກງານນາຍົກລັດຖະມົນຕີ, ພາຍໃຕ້ການເປັນປະທານ ຂອງທ່ານ ສະເຫຼີມໄຊ ກົມມະສິດ,...

ເປັນໄປໄດ້ແທ້! 2022 ລາວເລີ່ມສຶກສາສ້າງທາງດ່ວນ ນະຄອນຫຼວງວຽງຈັນ-ຫົວພັນ ປີ 2026 ສືບຕໍ່ສຶກສາຄວາມເປັນໄປໄດ້ ສໍາຫຼວດ-ອອກແບບ ແລະ ກໍ່ສ້າງທາງ

ລັດຖະບານລາວໄດ້ເຫັນດີໃນດ້ານຫຼັກການໃຫ້ມີການສຶກສາຄວາມເປັນໄປໄດ້ໃນການກໍ່ສ້າງເສັ້ນທາງດ່ວນແຕ່ນະຄອນຫຼວງວຽງຈັນຫາແຂວງຫົວພັນ,ເຊິ່ງພິທີເຊັນບົດບັນທຶກຄວາມເຂົ້າໃຈ (MOU) ໂຄງການດັ່ງກ່າວໄດ້ຈັດຂຶ້ນ ໃນ 4 ເມສາ 2022, ທີ່ນະຄອນຫຼວງວຽງຈັນ ລະຫວ່າງ ລັດຖະບານແຫ່ງ ສປປ ລາວ ກັບວິສາຫະກິດການລົງທຶນຂອງຕ່າງປະເທດ, ເຊິ່ງການກໍ່ສ້າງໂຄງການແມ່ນຈະໃຊ້ທຶນຮອນຂອງສອງບໍລິສັດເອກະຊົນດັ່ງກ່າວ,...

ສູນທອນພົດປິດກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X

 ໃນພິທີປິດກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X, ທ່ານ ສອນໄຊ ສີພັນດອນ ປະທານສະພາແຫ່ງຊາດ ໄດ້ກ່າວສູນທອນພົດປິດກອງປະຊຸມວ່າ: ກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ...