spot_img
Homeຂ່າວພາຍ​ໃນແກ້ໄຂຄະດີຢາເສບຕິດ 967 ເລື່ອງ ພ້ອມກັກຜູ້ຖືກຫາໄດ້ຈຳນວນ 1,641 ຄົນໄລຍະ 1 ປີຜ່ານມາ ທົ່ວນະຄອນຫຼວງວຽງຈັນ

ແກ້ໄຂຄະດີຢາເສບຕິດ 967 ເລື່ອງ ພ້ອມກັກຜູ້ຖືກຫາໄດ້ຈຳນວນ 1,641 ຄົນໄລຍະ 1 ປີຜ່ານມາ ທົ່ວນະຄອນຫຼວງວຽງຈັນ

Published on

ພົຈວ ບົວພັນ ຟອງມະນີ, ຫົວໜ້າກອງບັນຊາການປ້ອງກັນຄວາມສະຫງົບນະ ຄອນຫຼວງວຽງຈັນ ໄດ້ລາຍງານໃຫ້ຮູ້ວ່າ :ໃນໄລຍະ 1 ປີຜ່ານມາ, ເຈົ້າໜ້າທີ່ປ້ອງກັນຄວາມສະ ຫງົບ (ປກສ) ນວ ໄດ້ເຮັດວຽກງານສະກັດກັ້ນ ແລະ ແກ້ໄຂບັນຫາຢາເສບຕິດໄດ້ທັງໝົດ 967 ເລື່ອງ, ກັກຜູ້ຖືກຫາໄດ້ຈຳນວນ 1,641 ຄົນ ຍິງ 187 ຄົນ. ໃນນັ້ນ, ຕ່າງປະເທດ 75 ຄົນ ຍິງ 2 ຄົນ, ໃນໂອກາດພິທີຈູດທຳລາຍຢາເສບຕິດ ຈັດຂຶ້ນໃນວັນທີ 26 ຕຸລາ 2024 ນີ້ ທີ່ເດີ່ນດິນເປົ່າວ່າງບ້ານໂນນສະອາດ ເມືອງໄຊທານີ, ນະຄອນຫຼວງວຽງຈັນ.

อาจเป็นรูปภาพของ 2 คน และ ข้อความ

ພ້ອມນີ້, ໄດ້ຢຶດວັດຖຸເຄື່ອງຂອງກາງຈໍານວນຫຼາຍລາຍການ ເປັນຕົ້ນແມ່ນ: ຢາບ້າ 15,549,234 ເມັດ, ຢາບົດມຸ່ນ 280 ກຣາມ, ຢາບ້າປຽກນໍ້າ (ເປື່ອຍ) 3 ກິໂລ ກັບ 3 ຖົງນ້ອຍ, ຢາໄອສ 546 ກິໂລ 310.52 ກຣາມ 28 ຫໍ່, 170 ຖົງນ້ອຍ, ຢາ ອີ 2,281 ເມັດ, ຢາອີເມັດສີຂຽວ, ສີເຫຼືອງ, ສີບົວ ລວມມີ 284 ເມັດ, ຢາເອັມດີ 9 ກິໂລ ກັບ 500 ກຣາມ, ນໍ້າກະທ້ອມ 366 ລິດ ກັບ 67 ຕຸກ ແລະ ຢາເສບຕິດຊະນິດອື່ນໆ.

อาจเป็นรูปภาพของ ไฟ, วัด และ ข้อความ

ສ່ວນປະເພດພາຫະນະ, ອຸປະກອນ ແລະ ອາວຸດເສິກ: ລົດໃຫຍ່ ຈໍານວນ 93 ຄັນ, ລົດຈັກ 246 ຄັນ, ເຄື່ອງບົດຢາເສບຕິດ 2 ເຄື່ອງ, ເຄື່ອງອົບຢາເສບຕິດ 2 ເຄື່ອງ, ເຄື່ອງລີດຊອງຄໍລາເຈນ 10 ເຄື່ອງ, ເຄື່ອງປັ່ນ 1 ເຄື່ອງ, ປືນສັ້ນ 18 ບອກ ພ້ອມລູກ 166 ລູກ, ປືນລູກຊອງ 1 ບອກ ພ້ອມລູກ 52 ລູກ, ປືນອາກາ 2 ກະບອກ ພ້ອມລູກ 44 ລູກ, ໝາກແຕກ 5 ໜ່ວຍ ແລະ ອື່ນໆ.

ຂ່າວ: ວສລ

ບົດຄວາມຫຼ້າສຸດ

ຂ່າວດີ! ເປີດບໍລິການຄືນໃໝ່ແລ້ວ ຖ້ຽວບິນນະຄອນຫຼວງວຽງຈັນ-ຊຽງຂວາງ

ຖ້ຽວບິນນະຄອນຫຼວງວຽງຈັນ-ຊຽງຂວາງ ເປີດບໍລິການຄືນໃໝ່ແລ້ວ ເລີ່ມ 1 ມິຖຸນາ 2025 ເປັນຕົ້ນໄປ. ລັດວິສາຫະກິດການບິນລາວໄດ້ເປີດຖ້ຽວບິນລະຫວ່າງນະຄອນຫຼວງວຽງຈັນ ແລະ ແຂວງຊຽງຂວາງຄືນໃໝ່ ເລີ່ມແຕ່ວັນທີ 1 ມິຖຸນາເປັນຕົ້ນໄປດ້ວຍເຮືອບິນ ATR 72...

ກອງປະຊຸມສະໄໝສາມັນ ຂອງລັດຖະບານ ປະຈຳເດືອນພຶດສະພາ 2025

ໄຂກອງປະຊຸມສະໄໝສາມັນ ຂອງລັດຖະບານ ປະຈຳເດືອນພຶດສະພາ 2025 ຢ່າງເປັນທາງການ. ກອງປະຊຸມສະໄໝສາມັນ ຂອງລັດຖະບານ ປະຈຳເດືອນພຶດສະພາ 2025 ໄຂຂຶ້ນໃນວັນທີ29 ພຶດສະພາ 2025 ທີ່ສໍານັກງານນາຍົກລັດຖະມົນຕີ, ພາຍໃຕ້ການເປັນປະທານຂອງ ທ່ານ...

ຈັດພິທີເປີດສະໜາມກິລາບານເຕະຂະໜາດນ້ອຍພາຍໃຕ້ໂຄງການ FIFA Arena ແຫ່ງທຳອິດຂອງ ສປປ ລາວ

ພິທີເປີດສະໜາມກິລາບານເຕະຂະໜາດນ້ອຍພາຍໃຕ້ໂຄງການ FIFA Arena ແຫ່ງທຳອິດຂອງ ສປປ ລາວ. ສະຫະພັນບານເຕະແຫ່ງຊາດລາວຮ່ວມກັບສະຫະພັນບານເຕະນານາຊາດ(FIFA), ອຳນາດການປົກຄອງນະຄອນຫຼວງວຽງຈັນ,ເມືອງໄຊເສດຖາ ແລະ ບ້ານນາຄວາຍໃຕ້ ຈັດພິທີເປີດສະໜາມກິລາບານເຕະຂະໜາດນ້ອຍພາຍໃຕ້ໂຄງການ FIFA(FIFA Arena Project) ແຫ່ງທຳອິດຂອງ...

ລາວ ແລະ ມາເລເຊຍ ໄດ້ເປີດຕົວເສັ້ນທາງ ການຄ້າທາງລົດໄຟ-ທະເລ ແຫ່ງໃໝ່

ລາວ ແລະ ມາເລເຊຍ ໄດ້ເປີດຕົວເສັ້ນທາງ ການຄ້າທາງລົດໄຟ-ທະເລ ແຫ່ງໃໝ່ ເພື່ອເສີມສ້າງລະບົບການຂົນສົ່ງໃນພາກພື້ນ, ສົ່ງເສີມການຮ່ວມມືທາງເສດຖະກິດ, ແລະ ເຊື່ອມຕໍ່ອາຊີຕາເວັນອອກສຽງໃຕ້ ເຂົ້າກັບເສັ້ນທາງການຄ້າໂລກ. ອີງຕາມການລາຍງານຂອງເວັບໄຊຕ໌ຂ່າວການຂົນສົ່ງທາງລົດໄຟ Railway Supply. ໃນວັນທີ 25 ພຶດສະພາ, ບໍລິສັດ Penang Port Sdn Bhd ແລະ...