spot_img
Homeຂ່າວພາຍ​ໃນລາວ-ຍີ່ປຸ່ນ ເຫັນດີຍົກລະດັບຂຶ້ນເປັນ “ຄູ່ຮ່ວມຍຸດທະສາດຮອບດ້ານ”

ລາວ-ຍີ່ປຸ່ນ ເຫັນດີຍົກລະດັບຂຶ້ນເປັນ “ຄູ່ຮ່ວມຍຸດທະສາດຮອບດ້ານ”

Published on

ໂດຍຕອບສະໜອງຕາມການເຊີນຂອງທ່ານ ສອນໄຊ ສີພັນດອນ ນາຍົກລັດຖະມົນຕີແຫ່ງ ສປປ ລາວ, ທ່ານ ອິຊິບະ ຊິເງະຣຸ (ISHIBA Shigeru) ນາຍົກລັດຖະມົນຕີແຫ່ງຍີ່ປຸ່ນ ພ້ອມດ້ວຍຄະນະ ໄດ້ເຄື່ອນໄຫວຢ້ຽມຢາມ ສປປ ລາວ ຢ່າງເປັນທາງການ ໃນໂອກາດເຂົ້າຮ່ວມກອງປະຊຸມສຸດຍອດອາຊຽນ-ຍີ່ປຸ່ນ ຄັ້ງທີ 27 ແລະ ກອງປະຊຸມສຸດຍອດອື່ນໆທີ່ກ່ຽວຂ້ອງໃນລະຫວ່າງວັນທີ 10-11 ຕຸລາ 2024.

May be an image of 9 people, dais, temple and text

ພິທີຕ້ອນຮັບຢ່າງເປັນທາງການໄດ້ຈັດຂຶ້ນໃນຕອນເຊົ້າຂອງວັນທີ 11 ຕຸລາ 2024 ທີ່ສໍານັກງານນາຍົກລັດຖະມົນຕີ ພາຍຫຼັງສໍາເລັດພິທີ ທ່ານ ສອນໄຊ ສີພັນດອນ ແລະ ທ່ານ ອິຊິບະ ຊິເງະຣຸ ພ້ອມດ້ວຍຄະນະ ກໍໄດ້ເຂົ້າຮ່ວມກອງປະຊຸມພົບປະສອງຝ່າຍ. ການພົບປະຄັ້ງນີ້ ຝ່າຍລາວໄດ້ສະແດງຄວາມຊົມເຊີຍຕໍ່ຄູ່ຮ່ວມຕຳແໜ່ງຝ່າຍຍີ່ປຸ່ນ ທີ່ໄດ້ຮັບເລືອກຕັ້ງເປັນປະທານພັກເສລີປະຊາທິປະໄຕ (Liberal Democratic Party) ແລະ ໄດ້ຮັບການແຕ່ງຕັ້ງເປັນນາຍົກລັດຖະມົນຕີ ຍີ່ປຸ່ນຄົນໃໝ່ໃນວັນທີ 1 ຕຸລາ 2024 ຜ່ານມາ.

May be an image of 3 people and text

ສອງຝ່າຍ ເຫັນດີຈະສືບຕໍ່ແລກປ່ຽນການຢ້ຽມຢາມ ພົບປະຂອງການນຳຂັ້ນສູງຂອງສອງປະເທດ ລາວ-ຍີ່ປຸ່ນຢ່າງເປັນປົກກະຕິ, ສືບຕໍ່ຈັດຕັ້ງປະຕິບັດບັນດາເອກະສານທີ່ໄດ້ລົງນາມກັນແລ້ວໃຫ້ປະກົດຜົນເປັນຈິງ, ພ້ອມນັ້ນ ສອງຝ່າຍໄດ້ເຫັນດີເປັນເອກະພາບນໍາກັນທີ່ຈະຍົກລະດັບການພົວພັນຮ່ວມມືຈາກຄູ່ຮ່ວມຍຸດທະສາດຂຶ້ນເປັນ “ຄູ່ຮ່ວມຍຸດທະສາດຮອບດ້ານ” ແລະ ເຫັນດີຕໍ່ແບບໂລໂກ້ 70 ປີ ໂດຍມີສັນຍາລັກຊ້າງ ແລະ ດອກສະກຸຣະ ເພື່ອສະເຫຼີມສະຫຼອງວັນສ້າງຕັ້ງສາຍພົວພັນການທູດ ລາວ-ຍີປຸ່ນໃນປີ 2025 ທີ່ຈະມາເຖິງນີ້.

May be an image of 4 people

ພ້ອມດຽວກັນນີ້, ຝ່າຍຍີ່ປຸ່ນຍັງເຫັນດີສືບຕໍ່ຮ່ວມມືກັບຝ່າຍລາວ ເພື່ອແກ້ໄຂເສດຖະກິດ-ການເງິນຂອງລາວ ແລະ ສືບຕໍ່ເພີ່ມທະວີວຽກງານການເຊື່ອມໂຍງ-ເຊື່ອມຈອດ ສປປ ລາວ ອອກສູ່ພາກພື້ນ ໂດຍຈະພິຈາລະນາໃຫ້ການຊ່ວຍເຫຼືອບັນດາໂຄງການບຸລິມະສິດຂອງ ສປປ ລາວ ເພື່ອຊຸກຍູ້ໃຫ້ ສປປ ລາວ ສາມາດບັນລຸເປົ້າໝາຍການຫຼຸດພົ້ນອອກຈາກສະຖານະພາບປະເທດດ້ອຍພັດທະນາໃນຕໍ່ໜ້າ.

No photo description available.

ໂອກາດນີ້, ທ່ານ ສອນໄຊ ສີພັນດອນ ໄດ້ຕາງໜ້າໃຫ້ລັດຖະບານ ແລະ ປະຊາຊົນລາວ ສະແດງຄວາມຂອບໃຈຕໍ່ການສະໜັບສະໜູນ ແລະ ການຊ່ວຍເຫຼືອອັນລ້ຳຄ່າຈາກລັດຖະບານ ແລະ ປະຊາຊົນຍີ່ປຸ່ນໃນໄລຍະຜ່ານມາ, ໂດຍສະເພາະ ການພັດທະນາຊັບພະຍາກອນມະນຸດ, ການພັດທະນາໂຄງລ່າງພື້ນຖານ, ສາທາລະນະສຸກ, ກະສິກໍາ-ປ່າໄມ້, ວຽກງານເກັບກູ້ລະເບີດບໍ່ທັນແຕກ (UXO), ການສົ່ງຊ່ຽວຊານ ແລະ ອາສາສະໝັກຂອງອົງການ JICA ມາຊ່ວຍເຫຼືອ ສປປ ລາວ, ພິເສດ ໂຄງການຊ່ວຍເຫຼືອປັບປຸງສະໜາມກິລາເຈົ້າອານຸວົງ, ໂຄງການປັບປຸງສະໜາມບິນສາກົນວັດໄຕ ແລະ ການສະໜັບສະໜູນ ສປປ ລາວ ໃນການເປັນປະທານອາຊຽນປີ 2024.

ຂ່າວ: ປະຊາຊົນ

ບົດຄວາມຫຼ້າສຸດ

ຜູ້ນຳຄົນໃໝ່ ອີ ແຈມະຢອງ ຄວ້າຕຳແໜ່ງປະທານາທິບໍດີ ຄົນທີ 14 ສ.ເກົາຫຼີ

ອີ ແຈມະຢອງ ຄວ້າໄຊຊະນະການເລືອກຕັ້ງປະທານາທິບໍດີ ສ.ເກົາຫຼີ ພາຍຫຼັງ ຍຸນຊ໋ອກຍອນ ຖືກຖອດອກກຈາກຕໍາແໜ່ງ. ສຳນັກຂ່າວຕ່າງປະເທດລາຍງານໃນວັນທີ 3 ມິຖຸນາ 2025 ຜ່ານມານີ້ວ່າ: ເກົາຫຼີໃຕ້ຈັດການເລືອກຕັ້ງປະທານາທິບໍດິຄັ້ງພິເສດ ເພື່ອຫາຜູ້ນຳຄົນໃໝ່ແທນ ທ່ານ...

ຈີນປະກາດ ເປີດບໍລິການວີຊາພິເສດ “ASEAN visa”

ຈີນປະກາດເປີດຕົວ ວີຊ່າອາຊຽນ ໄຟຂຽວນັກທຸລະກິດ 10 ບັນປະເທດອາຊຽນລວມເຖິງ ຕີມໍແລັດສະແຕ ເດີນທາງເຂົ້າອອກສະດວກ ສຳນັກຂ່າວຕ່າງປະເທດລາຍງານໃນວັນທີ 4 ມິຖຸນາ 2025, ຈີນປະກາດເປີດຕົວ  "ASEAN Visa" ຫຼື...

ມອບ-ຮັບໜ້າທີ່ລະຫວ່າງເຈົ້ານະຄອນຫຼວງພະບາງ ຜູ້ເກົ່າ ແລະ ຮັກສາການເຈົ້ານະຄອນຫຼວງພະບາງ ຜູ້ໃໝ່

ແຕ່ງຕັ້ງທ່ານ ທ່ານ ສະເຫວີຍ ສີລາວັນ ຮັກສາການເຈົ້ານະຄອນ ຫຼວງພະບາງ ຜູ້ໃໝ່ ໃນວັນທີ 4 ມິຖຸນາ 2025 ທີ່ຫ້ອງປະຊຸມໃຫຍ່ຫ້ອງວ່າການນະຄອນຫຼວງພະບາງ ບ້ານຄອຍ ໄດ້ຈັດພິທີ ມອບ-ຮັບໜ້າທີ່ລະ...

ທ່ານ ອານຸພາບ ວົງໜໍ່ແກ້ວ ເປັນຮອງລັດຖະມົນຕີກະຊວງການຕ່າງປະເທດຄົນໃໝ່

ປະກາດແຕ່ງຕັ້ງ ທ່ານ ອານຸພາບ ວົງໜໍ່ແກ້ວ ເປັນຮອງລັດຖະມົນຕີກະຊວງການຕ່າງປະເທດຄົນໃໝ່ ຢ່າງເປັນທາງການ ວັນທີ 4 ມິຖຸນາ 2025 ຢູ່ກະຊວງການຕ່າງປະເທດ ໄດ້ຈັດພິທີປະກາດການ ຈັດຕັ້ງຕຳແໜ່ງບໍລິຫານຮອງລັດຖະມົນຕີ, ຫົວໜ້າກົມ ແລະ...