spot_img
Homeຂ່າວທ້ອງຖິ່ນພົບເຫັນບົມໃຫຍ່ 750 ປອນ ຢູ່ບ້ານໂພນທອງ ເມືອງວຽງໄຊ ແຂວງຫົວພັນ

ພົບເຫັນບົມໃຫຍ່ 750 ປອນ ຢູ່ບ້ານໂພນທອງ ເມືອງວຽງໄຊ ແຂວງຫົວພັນ

Published on

ວັນທີ 7 ຕຸລາ 2024 ນີ້, ໂຄງການເກັບກູ້ລະເບີດແຂວງຫົວພັນ ນໍາໂດຍທ່ານ ພອນຈັນ ຄໍາປັນຍາ ຫົວໜ້າຫ້ອງການໂຄງການເກັບກູ້ລະເບີດແຂວງຫົວພັນ ພ້ອມດ້ວຍທີມງານສົມທົບກັບອຳນາດການປົກຄອງບ້ານ ໂພນທອງ ໄດ້ລົງກວດກາພື້ນທີ່ໆປະຊາຊົນພົບເຫັນບົມໃຫຍ່ 750 ປອນ ທີ່ຂົວນໍ້າຮາວ ບ້ານໂພນທອງ ເມືອງວຽງໄຊແຂວງຫົວພັນ.

ທ່ານ ສົມທອນ ພັນນະລາດ ແນວໂຮມບ້ານໂພນທອງ ເມືອງວຽງໄຊ ແຂວງຫົວພັນ ໃຫ້ຮູ້ວ່າ: ບົມໃຫຍ່ 750 ແມ່ນຕົກຄ້າງມາຈາກສົງຄາມທີ່ພວກຈັກກະພັດຂີ່ເຮືອບິນມາຖີ້ມລະເບີດໃສ່ບ້ານ ໂພນທອງ ໃນປີ 1966 ມາເຖິງປະຈຸບັນເປັນເວລາຫຼາຍປີແຕ່ກໍ່ບໍໍ່ເຄີຍພົບເຫັນບົມໃຫຍ່ປານນີ້. ມາໃນປີ 2021 ໄດ້ມີປະຊາຊົນພົບເຫັນລະເບີດເປັນຄັ້ງທຳອິດ ແລະ ຄັ້ງນີ້ພົບເຫັນເປັນຄັ້ງທີ 2. ວັນທີ 22 ກັນຍາ 2024 ໄດ້ເກີດໄພພິບັດນໍ້າຖ້ວມ, ຫຼັງຈາກນໍ້າລົງປະຊາຊົນໄດ້ລົງທ້ອນໄມ້ຕາມແຄມນໍ້າ ໃນວັນທີ 25 ກັນຍາ ເລີຍພົບເຫັນບົມໃຫຍ່ 750 ຢູ່ຕາມແຄມແມ່ນໍ້າກ້ອງຂົວນໍ້າຮາວ ບ້ານໂພນທອງ ເມືອງວຽງໄຊ ແຂວງຫົວພັນ.

ພາຍຫຼັງໄດ້ຮັບແຈ້ງ ໜ່ວຍງານກ່ຽວຂ້ອງໄດ້ແຕ່ງຕັ້ງທີມງານລົງສໍາຫຼວດພື້ນທີ່ດັ່ງກ່າວ ພົບເຫັນ ບົມໃຫຍ່ 750 ປອນ ທີ່ມີຟີວຫົວ 103 ແລະ ຟີວກົ້ນ 100. ປະຈຸບັນໂຄງການເກັບກູ້ລະເບີດແຂວງຫົວພັນພວມຂໍທິດຊີ້ນໍາຈາກ ໂຄງການເກັບກູ້ລະເບີດແຫ່ງຊາດ ເພື່ອສ້າງແຜນການທໍາລາຍລະເບີດດັ່ງກ່າວດ້ວຍວິທີການ ນໍາໃຊ້ກະແຈປາກແຂ້ເພື່ອຫັນຟີວ ( ກໍລະນີຫັນບໍ່ອອກແມ່ນຈະນໍາໃຊ້ແຜນເຫຼັກຕັດຟີວບົມ ) ຖ້າຖອນໄດ້ສໍາເລັດແມ່ນຈະໄດ້ເຄື່ອນຍ້າຍບົມໄປທຳລາຍຢູ່ສະຖານທີ່ທໍາລາຍບົມໃຫຍ່ ໂຄງການເກັບກູ້ລະເບີດແຂວງຫົວພັນ ເພື່ອໃຫ້ມີຄວາມປອດໄພ.

ຂໍ້ມູນ: ຂ່າວຫົວພັນ

ບົດຄວາມຫຼ້າສຸດ

ຣັດເຊຍເກີດແຜ່ນດິນໄຫວຮຸນແຮງລະດັບ 8.7 ຣິກເຕີ ທາງດ້ານຍີ່ປຸ່ນກຽມຮັບມືກັບຄຶ້ນໃຫຍ່ສຶນາມິ

ທາງການຣັດເຊຍເປີດເຜີຍ: ຄຶ້ນສຶນາມິສູງ 3-4 ແມັດ ພັດເຂົ້າສູ່ແຄມຝັ່ງທາງຕາເວັນອອກ ຫຼັງເກີດແຜ່ນດິໄຫວລະດັບ 8.7 ຣິກເຕີ ເບື້ອງຕົ້ນບໍ່ມີລາຍງານຜູ້ເສຍຊີວິດ ແລະ ບາດເຈັບ. ອີງຕາມສຳນັກຂ່າວຕ່າງປະເທດລາຍງານໃນວັນທີ 30 ກໍລະກົດ 2025,...

ເສຍຫາຍຫຼາຍສົມຄວນ! ປະເມີນຜົນກະທົບຈາກໄພພິບັດ ແລະ ແນວທາງການຊ່ວຍເຫຼືອຟື້ນຟູ

ລາວໄດ້ຮັບຜົນກະທົບທັງໝົດ 34 ເມືອງ ແລະ ເສຍຊີວິດ 4 ຄົນ ຈາກຜົນກະທົບຈາກພາຍຸວິພາ ຄະນະກຳມະການຄຸ້ມຄອງໄພພິບັດຂັ້ນສູນກາງ ຈັດກອງປະຊຸມເພື່ອປຶກສາຫາລືກ່ຽວກັບການປະເມີນຜົນກະທົບ, ຜົນເສຍຫາຍ ແລະ ແນວທາງຟື້ນຟູສຸກເສີນ ບັນດາແຂວງທີ່ໄດ້ຮັບຜົນກະທົບຈາກພາຍຸວິພາ ໃນວັນທີ...

ທ່ານຮູ້ຫຼືບໍ່? ສິນຄ້າສົ່ງອອກ ທີ່ໄດ້ຮັບການຍົກເວັ້ນ ອມພ (VAT) ມີຫຍັງແດ່?

ທ່ານຮູ້ຫຼືບໍ່? ສິນຄ້າສົ່ງອອກ ທີ່ໄດ້ຮັບການຍົກເວັ້ນ ອມພ (VAT) ມີຫຍັງແດ່? ອມພ ອາກອນມູນຄ່າເພີ່ມ ຫຼື VAT : ແມ່ນອາກອນມູນຄ່າເພີ່ມທີ່ເກັບຕາມມູນຄ່າສິນຄ້າ ຫຼື ການບໍລິການໃນປະເທດ ແລະ...

ຂ່າວດີ! ສົກຮຽນ 2025-2026 ມຊ ຈະຮັບນັກສຶກສາໃໝ່ 5.670 ຄົນ

ສົກຮຽນ 2025-2026 ມະຫາວິທະຍາໄລແຫ່ງຊາດ(ມຊ) ມີແຜນຮັບນັກສຶກສາໃໝ່ ໃນທຸກໆຫລັກສູດປະລິນຍາຕີ ຈໍານວນ 5.670 ຄົນ. ໃນສົກສຶກສາ 2025-2026 ມະຫາວິທະຍາໄລແຫ່ງຊາດ(ມຊ) ມີແຜນຮັບນັກສຶກສາໃໝ່ ໃນທຸກໆຫລັກສູດປະລິນຍາຕີ ຈໍານວນ 5.670...