spot_img
Homeຂ່າວຄວາມສະຫງົບຈະລາຈອນນະຄອນຫຼວງວຽງຈັນ ມີຄວາມພ້ອມ 100% ອຳນວຍຄວາມສະດວກໃນໄລຍະກອງປະຊຸມສຸດຍອດອາຊຽນ ຄັ້ງທີ 44,45

ຈະລາຈອນນະຄອນຫຼວງວຽງຈັນ ມີຄວາມພ້ອມ 100% ອຳນວຍຄວາມສະດວກໃນໄລຍະກອງປະຊຸມສຸດຍອດອາຊຽນ ຄັ້ງທີ 44,45

Published on

ພັທ ສັງຄົມ ພົມມະລາດ ຫົວໜ້າພະແນກຕໍາຫຼວດຈາລະຈອນ ນະຄອນຫລວງວຽງຈັນ ໃຫ້ສໍາພາດຕໍ່ສື່ມວນຊົນໃນວັນທີ 3 ຕຸລາ 2024 ວ່າ: ມາຮອດປັດຈຸບັນ, ເຈົ້າໜ້າທີ່ຕໍາຫລວດຈະລາຈອນ ນະຄອນຫລວງວຽງຈັນ ພ້ອມແລ້ວຈະອໍານວຍຄວາມສະດວກໃນການສັນຈອນຕາມທ້ອງຖະໜົນໃນໄລຍະທີ່ ສປປ ລາວ ເປັນເຈົ້າພາບຈັດກອງປະຊຸມສຸດຍອດອາຊຽນ ຄັ້ງທີ 44 ແລະ 45 ແລະ ບັນດາກອງປະຊຸມປິ່ນອ້ອມ ຢ່າງເປັນທາງການ ໂດຍຈະນໍາໃຊ້ກໍາລັງ 700 ກວ່າຄົນ.

ໃນນີ້, ໄດ້ກໍານົດຈຸດຕ່າງໆ ລວມມີ 200 ກວ່າຈຸດ ເພື່ອເອົາກໍາລັງໄປປະຈໍາການ ເຊິ່ງມີທັງໝົດ 700 ກວ່າຄົນ ເພື່ອອໍານວຍຄວາມສະດວກໃຫ້ຂະບວນຂອງບັນດາການນໍາ ກໍຄື ແຂກທີ່ຈະເຂົ້າຮ່ວມກອງປະຊຸມສຸດຍອດອາຊຽນ ຄັ້ງທີ 44 ແລະ 45 ແລະ ບັນດາກອງປະ ຊຸມປິ່ນອ້ອມ, ລວມເຖິງການສັນຈອນໄປ-ມາ ຂອງບັນດາພາຫະນະຕາມເສັ້ນທາງສາຍຫລັກ ແລະ ທາງຮ່ອມຕ່າງໆ, ມີທັງເຂດວົງໃນ, ເຂດວົງນອກ ແລະ ເຂດຮອບນອກ, ລວມເຖີງບັນດາປ້ອມເຂົ້າ-ອອກເມືອງທີ່ຕິດກັບບັນດາແຂວງອ້ອມຂ້າງ ແລະ ອື່ນໆ ເພື່ອໃຫ້ມີຄວາມສະດວກ ແລະ ເປັນລະບຽບຮ້ອຍດີ.

ເພື່ອເຮັດໃຫ້ການກະກຽມວຽກງານຕ່າງໆ ມີຄວາມພ້ອມ ແລະ ລົງຕົວທີ່ດີ, ໄລຍະຜ່ານມາ ນອກຈາກໄດ້ກະກຽມເຈົ້າໜ້າທີ່ຕໍາຫລວດຈະລາຈອນ, ພາຫະນະ ແລະ ອຸປະກອນຮັບໃຊ້ຈໍາເປັນໃຫ້ພຽງພໍ ຍັງໄດ້ມີການຝຶກຊ້ອມໜ້າວຽກຕ່າງໆ ຢ່າງຕໍ່ເນື່ອງ ເຊັ່ນ: ການແກ້ໄຂບັນຫາອຸບັດເຫດຢູ່ຕາມເສັ້ນທາງແບບສຸກເສີນ, ການຄຸ້ມຄອງການສັນຈອນ, ການເປີດທາງ, ການຄຸມຂະບວນແຫ່ ແລະ ອື່ນໆ ເຮັດໃຫ້ມາຮອດປັດຈຸບັນ ການກະກຽມວຽກງານຕ່າງໆ ຂອງເຈົ້າໜ້າທີ່ຕໍາຫລວດຈະລາຈອນ ນະຄອນຫລວງວຽງຈັນ ເພື່ອຮັບໃຊ້ກອງປະຊຸມສຸດຍອດອາຊຽນຄັ້ງນີ້ແມ່ນມີຄວາພ້ອມແລ້ວຮ້ອຍສ່ວນຮ້ອຍ.

ໃນໂອກາດນີ້, ທ່ານຍັງໄດ້ຮຽກຮ້ອງໃຫ້ຜູ້ໃຊ້ລົດໃຊ້ຖະໜົນ ໃນໄລຍະກອງປະຊຸມດັ່ງກ່າວ ຈົ່ງເອົາໃຈໃສ່ປະຕິບັດຕາມແຈ້ງການຂອງພະແນກໂຍທາທິການ ແລະ ຂົນສົ່ງ ນະຄອນຫລວງວຽງຈັນ ທີ່ໄດ້ປະກາດອອກໄປ, ລວມເຖິງ ປະຕິບັດຕາມຄໍາແນະນຳຂອງເຈົ້າໜ້າທີ່ກ່ຽວຂ້ອງທີ່ປະຈໍາຢູ່ຕາມແຕ່ລະເສັ້ນທາງຢ່າງເຂັ້ມງວດ ເພື່ອຮັບປະກັນໃຫ້ການສັນຈອນໄປ-ມາ ມີຄວາມສະດວກສະບາຍ ແລະ ຮັບປະກັນບໍ່ໃຫ້ມີອຸບັດຕິເຫດເກີດຂຶ້ນ.

ແຫຼ່ງຂ່າວ: ຄວາມສະຫງົບ

ບົດຄວາມຫຼ້າສຸດ

ທ່ານ ອານຸພາບ ວົງໜໍ່ແກ້ວ ເປັນຮອງລັດຖະມົນຕີກະຊວງການຕ່າງປະເທດຄົນໃໝ່

ປະກາດແຕ່ງຕັ້ງ ທ່ານ ອານຸພາບ ວົງໜໍ່ແກ້ວ ເປັນຮອງລັດຖະມົນຕີກະຊວງການຕ່າງປະເທດຄົນໃໝ່ ຢ່າງເປັນທາງການ ວັນທີ 4 ມິຖຸນາ 2025 ຢູ່ກະຊວງການຕ່າງປະເທດ ໄດ້ຈັດພິທີປະກາດການ ຈັດຕັ້ງຕຳແໜ່ງບໍລິຫານຮອງລັດຖະມົນຕີ, ຫົວໜ້າກົມ ແລະ...

ສປປ ລາວ ສົ່ງອອກໝາກມ່ວງສົດ ຂະບວນທໍາອິດ ໄປສູ່ ສປ ຈີນ ຈຳນວນ 90 ໂຕນ

ສົ່ງອອກສູ່ຕະຫຼາດສາກົນ ສປປ ລາວ ສົ່ງອອກໝາກມ່ວງສົດຂະບວນທຳອິດ ໄປສູ່ ສປ ຈີນ ຈຳນວນ 90 ໂຕນ ວັນທີ 30 ພຶດສະພາ 2025 ໄດ້ມີພິທີເປີດຂະບວນສົ່ງຫມາກມ່ວງສົດຂະບວນທຳອິດຈາກສປປ...

ຂ່າວດີ! ເປີດບໍລິການຄືນໃໝ່ແລ້ວ ຖ້ຽວບິນນະຄອນຫຼວງວຽງຈັນ-ຊຽງຂວາງ

ຖ້ຽວບິນນະຄອນຫຼວງວຽງຈັນ-ຊຽງຂວາງ ເປີດບໍລິການຄືນໃໝ່ແລ້ວ ເລີ່ມ 1 ມິຖຸນາ 2025 ເປັນຕົ້ນໄປ. ລັດວິສາຫະກິດການບິນລາວໄດ້ເປີດຖ້ຽວບິນລະຫວ່າງນະຄອນຫຼວງວຽງຈັນ ແລະ ແຂວງຊຽງຂວາງຄືນໃໝ່ ເລີ່ມແຕ່ວັນທີ 1 ມິຖຸນາເປັນຕົ້ນໄປດ້ວຍເຮືອບິນ ATR 72...

ກອງປະຊຸມສະໄໝສາມັນ ຂອງລັດຖະບານ ປະຈຳເດືອນພຶດສະພາ 2025

ໄຂກອງປະຊຸມສະໄໝສາມັນ ຂອງລັດຖະບານ ປະຈຳເດືອນພຶດສະພາ 2025 ຢ່າງເປັນທາງການ. ກອງປະຊຸມສະໄໝສາມັນ ຂອງລັດຖະບານ ປະຈຳເດືອນພຶດສະພາ 2025 ໄຂຂຶ້ນໃນວັນທີ29 ພຶດສະພາ 2025 ທີ່ສໍານັກງານນາຍົກລັດຖະມົນຕີ, ພາຍໃຕ້ການເປັນປະທານຂອງ ທ່ານ...