spot_img
Homeຂ່າວທົ່ວໄປແຈ້ງການ ການຝຶກຊ້ອມ ການມອດໄຟ, ການໜີໄພ ແລະ ກູ້ໄພ

ແຈ້ງການ ການຝຶກຊ້ອມ ການມອດໄຟ, ການໜີໄພ ແລະ ກູ້ໄພ

Published on

ເພື່ອເປັນການເພີ່ມທະວີ ແລະ ເອົາໃຈໃສ່ຕໍ່ວຽກງານສະກັດກັ້ນ ແລະ ຕ້ານອັກຄີໄພ ໃນໄລຍະກະກຽມ ແລະ ດໍາເນີນ ກອງປະຊຸມສຸດຍອດອາຊຽນ ຄັ້ງທີ 44-45 ແລະ ບັນດາກອງປະຊຸມປິ່ນອ້ອມ ທີ່ຈັດຂຶ້ນຢູ່ນະຄອຫຼວງວຽງຈັນ ໃຫ້ມີຄວາມ ສະຫງົບ ແລະ ປອດໄພທາງດ້ານອັກຄີໄພ.

ກົມຕຳຫຼວດສະກັດກັ້ນ ແລະ ຕ້ານອັກຄີໄພ ອອກແຈ້ງການ ດັ່ງນີ້: ໃນເວລາ 13:30 – 15:00 ນາທີ ຂອງວັນທີ 02 ຕຸລາ 2024 ກົມຕຳຫຼວດສະກັດກັ້ນ ແລະ ຕ້ານອັກຄີໄພ, ກົມ ໃຫຍ່ຕຳຫຼວດ, ກະຊວງປ້ອງກັນຄວາມສະຫງົບ ຈະໄດ້ສົມທົບກັບ ໂຮງແຮມ ລາດຊະວົງ ຝຶກຊ້ອມການມອດໄຟ, ການໜີໄພ ແລະ ກູ້ໄພ ຂຶ້ນທີ່ໂຮງແຮມລາດຊະວົງ ວັນດ້າ ວິສຕ້າ ເຊິ່ງຕັ້ງຢູ່ ຫຼັກ 5, ເມືອງໄຊເສດຖາ, ນະຄອນຫຼວງວຽງຈັນ.

ບໍ່ໃຫ້ທຸກພາກສ່ວນໃນສັງຄົມແຕກຕື່ນ, ຢ້ານກົວ ແລະ ລົງສື່ອອນລາຍ ທີ່ບໍ່ຖືກຕ້ອງຕາມຄວາມເປັນຈິງ ດັ່ງນັ້ນ; ກົມຕຳຫຼວດສະກັດກັ້ນ ແລະ ຕ້ານກັກຄີໄພຈຶ່ງແຈ້ງການມາຍັງທຸກພາກສວ່ນຮັບຊາບ.

ບົດຄວາມຫຼ້າສຸດ

ຜູ້ນຳຄົນໃໝ່ ອີ ແຈມະຢອງ ຄວ້າຕຳແໜ່ງປະທານາທິບໍດີ ຄົນທີ 14 ສ.ເກົາຫຼີ

ອີ ແຈມະຢອງ ຄວ້າໄຊຊະນະການເລືອກຕັ້ງປະທານາທິບໍດີ ສ.ເກົາຫຼີ ພາຍຫຼັງ ຍຸນຊ໋ອກຍອນ ຖືກຖອດອກກຈາກຕໍາແໜ່ງ. ສຳນັກຂ່າວຕ່າງປະເທດລາຍງານໃນວັນທີ 3 ມິຖຸນາ 2025 ຜ່ານມານີ້ວ່າ: ເກົາຫຼີໃຕ້ຈັດການເລືອກຕັ້ງປະທານາທິບໍດິຄັ້ງພິເສດ ເພື່ອຫາຜູ້ນຳຄົນໃໝ່ແທນ ທ່ານ...

ຈີນປະກາດ ເປີດບໍລິການວີຊາພິເສດ “ASEAN visa”

ຈີນປະກາດເປີດຕົວ ວີຊ່າອາຊຽນ ໄຟຂຽວນັກທຸລະກິດ 10 ບັນປະເທດອາຊຽນລວມເຖິງ ຕີມໍແລັດສະແຕ ເດີນທາງເຂົ້າອອກສະດວກ ສຳນັກຂ່າວຕ່າງປະເທດລາຍງານໃນວັນທີ 4 ມິຖຸນາ 2025, ຈີນປະກາດເປີດຕົວ  "ASEAN Visa" ຫຼື...

ມອບ-ຮັບໜ້າທີ່ລະຫວ່າງເຈົ້ານະຄອນຫຼວງພະບາງ ຜູ້ເກົ່າ ແລະ ຮັກສາການເຈົ້ານະຄອນຫຼວງພະບາງ ຜູ້ໃໝ່

ແຕ່ງຕັ້ງທ່ານ ທ່ານ ສະເຫວີຍ ສີລາວັນ ຮັກສາການເຈົ້ານະຄອນ ຫຼວງພະບາງ ຜູ້ໃໝ່ ໃນວັນທີ 4 ມິຖຸນາ 2025 ທີ່ຫ້ອງປະຊຸມໃຫຍ່ຫ້ອງວ່າການນະຄອນຫຼວງພະບາງ ບ້ານຄອຍ ໄດ້ຈັດພິທີ ມອບ-ຮັບໜ້າທີ່ລະ...

ທ່ານ ອານຸພາບ ວົງໜໍ່ແກ້ວ ເປັນຮອງລັດຖະມົນຕີກະຊວງການຕ່າງປະເທດຄົນໃໝ່

ປະກາດແຕ່ງຕັ້ງ ທ່ານ ອານຸພາບ ວົງໜໍ່ແກ້ວ ເປັນຮອງລັດຖະມົນຕີກະຊວງການຕ່າງປະເທດຄົນໃໝ່ ຢ່າງເປັນທາງການ ວັນທີ 4 ມິຖຸນາ 2025 ຢູ່ກະຊວງການຕ່າງປະເທດ ໄດ້ຈັດພິທີປະກາດການ ຈັດຕັ້ງຕຳແໜ່ງບໍລິຫານຮອງລັດຖະມົນຕີ, ຫົວໜ້າກົມ ແລະ...